MATTHEW
you will need the DokChampa font - click here


ມັດທາຍ


1

1 ຫນັງ​ສື​ລຳ​ດັບ​ເຊື້ອ​ວົງ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ ຜູ້​ສືບ​ຕະ​ກູນ​ເນື່ອງ​ມາ​ຈາກ​ອັບ​ຣາ​ຮາມ

2 ອັບ​ຣາ​ຮາມ​ມີ​ບຸດ​ຊາຍ​ຊື່​ອີ​ຊາກ ອີ​ຊາກ​ມີ​ບຸດ​ຊາ​ຍ​ຊື່​ຢາ​ໂຄບ ຢາ​ໂຄບ​ມີ​ບຸດ​ຊາຍ​ຊື່​ຢູ​ດາ​ ແລະ​ອ້າຍ​ນ້ອງ​ຂອງ​ຕົນ

3 ຢູ​ດາ​ມີ​ບຸດ​ຊາຍ​ຊື່​ເປ​ເຣັດ​ ແລະ​ເຊ​ຣາ ເກີດ​ຈາກ​ນາງທາມາ ເປເຣັດ​ມີ​ບຸດ​ຊາຍ​ຊື່​ເຮສ​ໂຣນ ເຮສໂຣນ​ມີ​ບຸດ​ຊາຍ​ຊື່ຣາມ

4 ຣາມມີ​ບຸດ​ຊາຍ​ຊື່​ອາ​ມີ​ນາ​ດາບ ອາ​ມີ​ນາ​ດາບມີ​ບຸດ​ຊາຍ​ຊື່​ນາ​ໂຊນ ນາ​ໂຊນ​ມີ​ບຸດ​ຊາຍ​ຊື່​ຊັນ​ໂມນ

5 ຊັນ​ໂມນ​ມີ​ບຸດ​ຊາຍ​ຊື່​ໂບ​ອັດ ໂບ​ອັດ​ມີ​ບຸດ​ຊາຍ​ຊື່​ ໂອ​ເບດ ເກີດ​ຈາກ​ນາງ​ຣຸດ ໂອ​ເບດ​ມີ​ບຸດ​ຊາຍ​ຊື່​ເຈ​ສ​ຊີ

6 ເຈ​ສ​ຊີ​ມີ​ບຸດ​ຊາຍ​ຊື່​ດາ​ວິດ ຜູ້​ຊົງ​ເປັນ​ກະ​ສັດ ກະ​ສັດ​ດາ​ວິດ​ມີ​ບຸດ​ຊາຍ​ຊື່​ຊາໂລ​ໂມນ ຊົງ​ເກິດ​ຈາກ​ນາງ​ຊຶ່ງແຕ່​ກ່ອນ​ເປັນ​ເມັຽ​ຂອງ​ອູ​ຣີ​ຢາ

7 ກະ​ສັດ​ໂຊໂລໂມນ​ຊົງ​ມີ​ບຸດ​ຊາຍ​ຊື່​ ເຢໂຮໂບ​ອາມ ເຢໂຮໂບ​ອາມ​ມີ​ບຸດ​ຊາຍ​ຊື່​ອະ​ບີ​ຢາ ອະ​ບີ​ຢາ​ມີ​ບຸດ​ຊາຍ​ຊື່​ອາ​ສາຟ

8 ອາ​ສາ​ຟມີ​ບຸດ​ຊາຍ​ຊື່​ຢາ​ໂຮຊະ​ຟາດ ຢາ​ໂຮຊາຟັດມີ​ບຸດ​ຊາຍ​ຊື່​ໂຢ​ຣາມ ໂຢ​ຣາມ​ມີ​ບຸດ​ຊາຍ​ຊື່​ອຸ​ສ​ຊິ​ຢາ

9 ອຸສຊິ​ຢາ​ມີ​ບຸດ​ຊາຍ​ຊື່​ໂຢ​ທາມ ໂຢ​ທາມ​ມີ​ບຸດ​ຊາຍ​ຊື່​ອາ​ຮັ​ສ ອາ​ຣັ​ສ​ມີ​ບຸດ​ຊາຍ​ຊື່​ເຮ​ເຊ​ກີ​ຢາ

10 ເຮ​ເຊ​ກິ​ຢາ​ມີ​ບຸດ​ຊາຍ​ຊື່​ມາ​ນັ​ສ​ເຊ ມາ​ນັ​ສເຊ​ມີ​ບຸດ​ຊາຍ​ຊື່​ອາ​ໂມນ ອາ​ໂມນ​ມີ​ບຸ​ດຊາຍ​ຊື່​ໂຢ​ຊີ​ຢາ

11 ໂຢ​ຊີ​ຢາ​ມີ​ບຸດ​ຊາຍ​ຊື່​ເຢ​ໂຄ​ນີຢາ ກັບ​ພ​ວກ​ອ້າຍ​ນ້ອງ​ຂອງ​ຕົນ ເກິດ​ໃນ​ເວ​ລາ​ຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ

12 ຄັນ​ຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ​ແລ້ວ ເຢ​ໂຄ​ນິ​ຢາ​ກໍ​ມີ​ບຸດ​ຊາຍ​ຊື່​ຊາ​ລາ​ທິເອນ ຊາ​ລາທິເອນ​ມີ​ບຸດ​ຊາຍ​ຊື່​ເຊ​ຣູ​ບບາ​ເບນ

13 ເຊຣູ​ບບາ​ເບນ​ມີ​ບຸດ​ຊາ​ຍຊື່​ອາ​ບິອຸດ ອາ​ບິອຸດ​ມີ​ບຸດ​ຊາຍ​ຊື່​ເອລີອາ​ກິມ ເອລີອາ​ກິມ​ມີ​ບຸດ​ຊາຍ​ຊື່​ອາ​ໂຊຣ໌

14 ອາ​ໂຊ​ຣ໌ມີ​ບຸດ​ຊາຍ​ຊື່​ຊາ​ໂດກ ຊາ​ໂດກ​ມີ​ບຸດ​ຊາຍ​ຊື່​ອາ​ຄິມ ອາ​ຄິມ​ມີ​ບຸດ​ຊາຍ​ຊື່​ເອ​ລີ​ອຸດ

15 ເອ​ລີ​ອຸດ​ມີ​ບຸດ​ຊາຍ​ຊື່​ເອ​ເລ​ອາ​ຊາ ເອ​ເລ​ອາ​ຊາ​ມີ​ບຸດ​ຊາຍ​ຊື່​ມັດ​ທານ ມັດ​ທານ​ມີ​ບຸດ​ຊາຍ​ຊື່​ຢາ​ໂຄບ

16 ຢາ​ໂຄບ​ມີ​ບຸດ​ຊາຍ​ຊື່​ໂຢ​ເຊບ ຜູ້​ເປັນ​ສາ​ມີ​ຂອງ​ນາງ​ມາ​ຣິ​ອາ ພຣະ​ເຢ​ຊູ​ຜູ້​ທີ່​ເອີ້ນ​ວ່າ​ເປັນ​ພຣະ​ຄຣິດ ກໍ​ຊົງ​ບັງ​ເກິດມາຈາກ​ນາງມາຣິ​ອາ​ຜູ້​ນີ້

17 ດັ່ງ​ນັ້ນ​ນັບ​ຕັ້ງ​ແຕ່​ອັບ​ຣາ​ຮາມ​ລົງ​ມາ​ຈົນ​ເຖິງ​ກະ​ສັດ​ດາ​ວິດ​ຈຶ່ງ​ເປັນ​ສິບ​ສີ່​ຊົ່ວ​ຄົນ ນັບ​ຕັ້ງ​ແຕ່​ກະ​ສັດ​ດາ​ວິດ​ຈົນ​ເຖິງ​ຄາວກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ ເປັນ​ເວລາ​ສິບ​ສີ່​ຊົ່ວ​ຄົນ ແລະ​ນັບ​ຕັ້ງ​ແຕ່ຄາວຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນຈົນ​ເຖິງ​ພຣະ​ຄຣິດ ເປັນ​ເວ​ລາ​ສິ​ບສີ່​ຊົ່ວ​ຄົນ

18 ເຣື່ອງ​ພຣະ​ກຳ​ເນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ດັ່ງ​ນີ້: ຄື​ນາງ​ມາ​ຣິ​ອາ​ຜູ້​ເປັນ​ມານ​ດາ​ຂອງ​ພຣະ​ເຢ​ຊູ​ນັ້ນ​ ໄດ້​ເປັນ​ຄູ່​ຫມັ້ນ​ກັບ​ໂຢ​ເຊບ​ແລ້ວ ກ່ອນ​ເວ​ລາ​ເຂົາ​ໄດ້​ເປັນ​ຄູ່​ຜົວ​ເມັຽກັນ​ກໍ​ປາ​ກົດ​ວ່າ ນາງ​ມີ​ທ້ອງ​ແລ້ວ​ດ້ວຍ​ຣິດ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

19 ຝ່າຍໂຢ​ເຊບຜູ້​ເປັນ​ຄູ່​ຫມັ້ນ​ຂອງ​ນາງ​ເປັນ​ຄົນ​ມີ​ສິນ​ທັມ ແຕ່​ປານ​ນັ້ນ​ທ່ານບໍ່​ຢາກ​ໃຫ້​ເຣື່ອງ​ນີ້​ເປັນ​ທີ່​ອັບ​ອາຍ​ຂາຍ​ຫນ້າ​ແກ່​ນາງ ຈຶ່ງ​ຕັດ​ສິນ​ໃຈ​ວ່າ​ຈະ​ຖອນ​ຫມັ້ນ​ເສັຽຢ່າງ​ລັບໆ

20 ແຕ່​ເມື່ອ​ໂຢ​ເຊບ​ຍັງ​ຄຶດ​ໃນ​ເຣື່ອງ​ນີ້​ຢູ່ ກໍ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ປາ​ກົດ​ແກ່​ໂຢເຊບ​ໃນ​ຄວາມ​ຝັນ​ວ່າ, “ໂຢ​ເຊບ​ບຸດ​ດາ​ວິດ​ເອີຍ, ຢ່າ​ຊູ່​ຢ້ານ​ທີ່​ຈະ​ຮັບ​ນາງ​ມາ​ຣິ​ອາ​ມາ​ເປັນ​ເມັຽ​ຂອງ​ເຈົ້າ ເພາະ​ວ່າ​ຜູ້​ຊຶ່ງ​ປະ​ຕິ​ສົນ​ທິ​ໃນ​ທ້ອງ​ຂອງ​ນາງ​ກໍ​ເປັນ​ໂດຍ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

21 ນາງຈະ​ປະ​ສູດ​ບຸດ ແລ້ວ​ເຈົ້າ​ຈົ່ງ​ຖວາຍ​ນາມ​ທ່ານ​ວ່າ ເຢ​ຊູ ເພາະ​ວ່າ​ທ່ານ​ຜູ້​ນີ້​ແຫລະ, ຈະ​ເປັນ​ຜູ້​ໂຜດ​ໄພ່​ພົນ​ຂອງ​ຕົນ​ໃຫ້​ລອດ​ພົ້ນ​ຈາກ​ຄວາມ​ຜິດ​ບາບຂອງ​ເຂົາ”

22 ການ​ທັງ​ປວງ​ນີ້​ເກິດ​ຂຶ້ນ​ເພື່ອ​ຈະ​ໃຫ້​ສຳ​ເຣັດ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດ້ວຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ,

23 “ເບິ່ງ​ແມ໋, ຍິງ​ພົມ​ມະຈາ​ຣິ​ນັ້ນ​ຈະ​ມີ​ທ້ອງ​ແລະ​ປະ​ສູດ​ບຸດ​ຄົນ​ນຶ່ງ ແລະ​ເຂົາ​ຈະ​ເອີ້ນ​ບຸດ​ນັ້ນ​ວ່າ ເອ​ມາ​ນູ​ເອນ” ( ແປ​ວ່າ “ພຣະ​ເຈົ້າ​ຊົງ​ສະ​ຖິດຢູ່​ກັບ​ເຮົາ​ທັງ​ຫລາຍ”)

24 ເມື່ອ​ໂຢ​ເຊບ​ຕື່ນ​ຂຶ້ນ​ກໍ​ເຮັດ​ຕາມ​ຄຳ​ທີ່​ເທວະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ນັ້ນ ຄື​ຮັບ​ເອົາ​ນາງ​ມາຣິ​ອາ​ມາ​ເປັນ​ພັຣ​ຍາ​ຂອງ​ຕົນ

25 ແຕ່​ບໍ່​ໄດ້​ສົມ​ສູ່​ຢູ່​ກັບ​ນາງ​ຈົນ​ປະ​ສູດ​ບຸດ​ຊາຍ​ແລ້ວ ແລະ​ໂຢ​ເຊບ​ໄດ້​ເອີ້ນ​ຊື່​ບຸດ​ນັ້ນ​ວ່າ ເຢ​ຊູ



2

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ປະ​ສຸດ​ຢູ່​ບ້ານ​ເບດ​ເລ​ເຮັມ​ແຂວງ​ຢູ​ດາຍ​ໃນ​ສະ​ໄຫມ​ຂອງ​ກະ​ສັດ​ເຮ​ໂຣດ ເບິ່ງ​ແມ໋, ມີ​ພວກ​ໂຫຣາ​ຈານ​ຈາກ​ທິດ​ຕາ​ເວັນ​ອອກ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ,

2 ຖາມ​ວ່າ, “ກຸມ​ມານ​ຜູ້​ເກີດ​ມາ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ນັ້ນ​ຢູ່​ທີ່​ໃດ ເພາະ​ເຮົາ​ໄດ້​ເຫັນ​ດາວ​ຂອງ​ທ່ານ​ປາ​ກົດ​ຂຶ້ນ ເຮົາ​ຈຶ່ງ​ມາ​ເພື່ອ​ຈະ​ຂາບ​ໄຫວ້​ທ່ານ”

3 ຄັນ​ກະ​ສັດ​ເຮ​ໂຣດຊົງ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ​ກໍ​ວຸ້ນ​ວາຍ​ພຣະ​ທັຍ ທັງ​ໄທ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ພ້ອມ​ກັນ​ວຸ້ນ​ວາຍ​ດ້ວຍ

4 ເມື່ອ​ກະ​ສັດ​ຊົງ​ຮັບ​ສັ່ງ​ໃຫ້​ປະ​ຊຸມ​ບັນ​ດາ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພ​ວກ​ນັກ​ທັມ​ຂອງ​ປະ​ຊາ​ຊົນ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຜູ້​ເປັນ​ພຣະ​ຄຣິດ​ນັ້ນ​ຈະ​ບັງ​ເກິດ​ຢູ່​ທີ່​ໃດ”

5 ເຂົາ​ທູນ​ຕອບ​ວ່າ, “ໃນ​ບ້ານ​ເບດ​ເລ​ເຮັມ​ແຂວງ​ຢູ​ດາຍ ເພາະ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ຂຽນ​ໄວ້​ດັ່ງ​ນີ້​ວ່າ,

6 “ບ້ານ​ເບດ​ເລ​ເຮັມ​ໃນ​ແຜ່ນ​ດິນ​ຢູ​ດາຍ​ເອີຍ ເຈົ້າ​ກໍ​ບໍ່​ແມ່ນ​ຜູ້​ເລັກ​ນ້ອຍ​ທີ່​ສຸດ ໃນ​ຖ້າມ​ກາງ​ພວກ​ເຈົ້າ​ນາຍ​ຂອງ​ຢູ​ດາຍ ເພາະ​ວ່າ​ເຈົ້າ​ນາຍ​ຜູ້​ນຶ່ງ​ຈະ​ອອກ​ມາ​ຈາກ​ເຈົ້າ ຜູ້​ຊຶ່ງ​ຈະ​ປົກ​ຄອງ​ອິ​ສ​ຣາ​ເອນໄພ່​ພົນ​ຂອງ​ເຮົາ”

7 ແລ້ວ​ເຮ​ໂຣດ​ໄດ້​ຊົງ​ເອີ້ນ​ພວກ​ໂຫຣາ​ຈານ​ເຂົ້າ​ມາ​ເປັນ​ການ​ລັບ ຊົງ​ຖາມ​ເຂົາ​ໄດ້​ຄວາມ​ຖ້ວນ​ຖີ່​ເຖິງ​ເວ​ລາ​ທີ່​ດາວ​ນັ້ນ​ໄດ້​ປາ​ກົດ​ຂຶ້ນ

8 ແລ້ວ​ກະ​ສັດ​ໄດ້​ຊົງ​ໃຫ້​ພວກ​ໂຫ​ຣາ​ຈານ​ໄປ​ຍັງ​ບ້ານ​ເບດ​ເລ​ເຮັມ​ສັ່ງ​ວ່າ, “ຈົ່ງ​ໄປ​ຄົ້ນ​ຫາ​ກຸມ​ມານ​ນັ້ນ​ດ້ວຍ​ຄັກ​ແນ່ ເມື່​ອພົບ​ແລ້ວ​ຈົ່ງ​ກັບ​ມາ​ບອກ​ເຮົາ​ເພື່ອ​ເຮົາ​ຈະ​ໄດ້​ໄປ​ຂາບ​ໄຫວ້​ທ່ານ​ເຫມືອນ​ກັນ”

9 ເມື່ອ​ພວກໂຫຣາ​ຈານໄດ້​ຍິນ​ຄໍາ​ສັ່ງ​ດັ່ງ​ນີ້​ກໍ​ພາ​ກັນ​ອອກ​ໄປ ເບິ່ງ​ແມ໋, ດາວ​ທີ່​ເຂົາ​ໄດ້​ເຫັນ​ເມື່ອ​ປາ​ກົດ​ຂຶ້ນ​ນັ້ນ​ກໍ​ໄດ້​ນຳ​ຫນ້າ​ເຂົາ​ໄປ ຈົນ​ມາ​ຢຸດ​ຢູ່​ຊື່​ສະ​ຖານ​ທີ່​ກຸມ​ມານ​ຢູ່​ນັ້ນ

10 ເມື່ອ​ພວກ​ໂຫຣາ​ຈານ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ​ກໍ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່

11 ຄັນ​ເຂົ້າ​ໄປ​ໃນ​ເຮືອນ​ກໍ​ພົບ​ກຸມ​ມານ​ກັບ​ນາງ​ມາ​ຣິອາ​ມານ​ດາ​ຂອງ​ທ່ານ ພວກ​ເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ​ໄຫວ້​ກຸມ​ມານ​ນັ້ນ ແລ້ວ​ໄຂ​ຫີບ​ເອົາ​ຊັບ​ຂອງ​ເຂົາ​ອອກ​ມາ​ຖວາຍ​ແກ່​ກຸມ​ມານ​ເປັນ​ເຄື່ອງ​ເຄົາຣົບ ຄື ຄຳ, ກຳ​ຍານ, ແລະ​ຢາງ​ໄມ້​ຫອມ

12 ພຣະ​ເຈົ້າ​ຊົງ​ເຕືອນ​ເຂົາ​ທາງ​ຄວາມ​ຝັນ​ບໍ່​ໃຫ້​ກັບ​ໄປ​ເຝົ້າ​ເຮ​ໂຣດ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກັບ​ໄປ​ຍັງ​ເມືອງ​ຂອງ​ຕົນ​ໂດຍ​ທາງ​ອື່ນ

13 ເມື່ອ​ເຂົາ​ໄປ​ແລ້ວ ເບິ່ງ​ແມ໋, ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ແກ່​ໂຢ​ເຊ​ບ​ທາງຄວາມ​ຝັນ​ແລ້ວ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ພາ​ກຸມ​ມານ​ແລະ​ມານ​ດາ​ຫນີ​ໄປ​ຍັງ​ປະ​ເທດ​ເອ​ຢິບ ແລ້ວ​ຄອຍ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ ເພາະ​ວ່າ​ເຮ​ໂຣດ​ຈະ​ຊອກ​ຫາ​ກຸມ​ມານ​ເພື່ອ​ຈະ​ປະ​ຫານ​ເສັຽ”

14 ໂຢ​ເຊບ​ໄດ້​ລຸກ​ຂຶ້ນ​ແລ້ວ​ພາ​ກຸມ​ມານ​ແລະ​ມານ​ດາ​ຫນີ​ໄປ​ຍັງ​ປະ​ເທດ​ເອຢິບໃນ​ເວ​ລາ​ກາງ​ຄືນ

15 ແລະ​ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮ​ໂຣດ​ສິ້ນ​ພຣະ​ຊົນ​ແລ້ວ ການ​ທີ່​ເກີດ​ຂຶ້ນ​ດັ່ງ​ນີ້​ກໍ​ເພື່ອ​ຈະ​ໃຫ້​ສຳ​ເຣັດ ຕາມ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ເຮົາ​ໄດ້​ເອີ້ນ​ບຸດ​ຂອງ​ເຮົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ”

16 ຄັນ​ເຮ​ໂຣດ​ຊົງ​ເຫັນ​ວ່າ​ພວກ​ໂຫຣາ​ຈານ​ຫລອກ​ລວງ​ຕົນ​ກໍ​ຊົງ​ຮ້າຍ​ຫລາຍ ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກ​ນ້ອຍ​ຜູ້​ຊາຍ​ທັງ​ຫມົດ​ໃນ​ບ້ານ​ເບດ​ເລ​ເຮັມ​ແລະ​ທີ່​ໃກ້​ຄຽງ​ທົ່ວ​ໄປ ຕັ້ງ​ແຕ່​ອາ​ຍຸ​ສອງ​ຂວບ​ລົງ​ມາ ຊຶ່ງ​ພໍ​ດີ​ກັບ​ເວ​ລາ​ທີ່​ກະ​ສັດ​ຊົງ​ຊາບ​ຈາກ​ພວກ​ໂຫຣາ​ຈານ​ນັ້ນ

17 ເມື່ອ​ນັ້ນ​ກໍ​ສຳ​ເຣັດ​ຕາ​ມທີ່​ຊົງ​ກ່າວໄວ້​ໂດຍ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາ​ດພຣະ​ທັມ​ວ່າ,

18 “ໄດ້​ຍິນ​ສຽງ​ໃນ​ບ້ານ​ຣາ​ມາ ເປັນ​ສຽງ​ຮ້ອງ​ໄຫ້​ແລະ​ໂອຍ​ຮ່ຳ​ໄຮ ຄື​ນາງ​ຣາ​ເຊນ​ຮ້ອງ​ໄຫ້​ນຳ​ລູກ​ທັງ​ຫລາຍ​ຂອງ​ຕົນ ນາງ​ບໍ່​ຮັບ​ຟັງ​ຄວາມ​ເລົ້າ​ໂລມ​ເພາະລູກ​ນັ້ນ​ບໍ່​ມີ​ແລ້ວ”

19 ຄັນ​ເຮ​ໂຣດ​ສິ້ນ​ພຣະ​ຊົນ​ແລ້ວ ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ປາ​ກົດ​ແກ່​ໂຢ​ເຊບ ທາງ​ຄວາມ​ຝັນ​ທີ່​ປະ​ເທດ​ເອຢິບ, ສັ່ງ​ວ່າ,

20 “ຈົ່ງ​ລຸກ​ຂຶ້ນ​ພາ​ກຸມ​ມານ​ກັບ​ມານ​ດາ​ໄປ​ຍັງ​ແຜ່ນດິນອິ​ສ​ຣາ​ເອນ ເພາະ​ຜູ້​ທີ່​ຊອກ​ຫາ​ພຣະ​ກຸມ​ມານ​ນັ້ນ​ຕາຍ​ແລ້ວ”

21 ໂຢ​ເຊບ​ຈຶ່ງ​ລຸກ​ຂຶ້ນ​ພາ​ກຸມມານ​ກັ​ບ​ມານ​ດາ​ມາ​ຍັງ​ແຜ່ນ​ດິນ​ອິ​ສ​ຣາ​ເອນ

22 ແຕ່​ເມື່ອ​ໄດ້​ຍິນ​ຂ່າວ​ວ່າ ອາເຄ​ລາວໄດ້ຂຶ້ນ​ປົກ​ຄອງແຂວງ​ຢູ​ດາຍ​ແທນ​ເຮ​ໂຣດ​ຜູ້​ເປັນ​ບິ​ດາ, ໂຢ​ເຊບກໍຢ້ານ​ບໍ່​ກ້າ​ໄປ​ທີ່​ນັ້ນ ແລະ​ເມື່ອ​ໄດ້​ຮັບ​ຄຳ​ເຕຶອນ​ຈາກ​ພຣະ​ເຈົ້າ​ທາງ​ຄວາມ​ຝັນ ໂຢ​ເຊບ​ກໍ​ເລີຍ​ໄປ​ຍັງ​ແຂວງ​ຄາ​ລີ​ເລ,

23 ຈຶ່ງ​ໄປ​ອາ​ໄສ​ຢູ່​ເມືອງນຶ່ງ​ຊື່​ນາ​ຊາ​ເຣັດ ເພື່ອ​ຈະ​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາ​ຊາ​ເຣັດ”



3

1 ຄາວ​ນັ້ນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມາ​ປະ​ກາດ​ໃນ​ປ່າ​ແຂວງ​ຢູ​ດາຍ​ວ່າ,

2 “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ເພາະ​ວ່າ​ຣາ​ຊ​ອາ​ນາ​ຈັກ​ສວັນ​ໄດ້​ມາ​ໃກ້​ແລ້ວ.”

3 ແມ່ນ​ໂຢ​ຮັນ​ຜູ້​ນີ້​ແຫລະ​ທີ່​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ວ່າ, “ສຽງ​ຂອງ​ຜູ້​ຮ້ອງ​ໃນ​ປ່າ​ວ່າ ຈົ່ງ​ຈັດ​ແຈງ​ທາງ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຮັດ​ຫົນ​ທາງ​ຂອງ​ພຣະ​ອົງ​ໃຫ້​ຊື່​ໄປ”

4 ໂຢ​ຮັນ​ຜູ້​ນີ້​ນຸ່ງ​ເສີ້ອ​ຜ້າ​ເຮັດ​ດ້ວຍ​ຂົນໂອດ​ໂອ, ໃຊ້​ສາຍ​ຫນັງ​ຮັດ​ແອວ, ອາ​ຫານ​ຂອງ​ທ່ານ​ຄື​ຕັກ​ແຕນ​ແລະ​ນ້ຳ​ເຜິ້ງ​ປ່າ

5 ຂ​ນະ​ນັ້ນໄທ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ຄົນ​ທົ່ວ​ແຂວງ​ຢູ​ດາຍ​ ແລະ​ຄົນ​ທັງ​ປວງ​ທີ່​ຢູ່​ຕາມ​ລຳ​ນໍ້າ​ຈໍ​ແດນກໍ​ອອກ​ໄປ​ຫາ​ໂຢ​ຮັນ

6 ພວກ​ເຂົາ​ໄດ້​ສາ​ຣະ​ພາບ​ຄວາມ​ຜິດ​ບາບ​ຂອງ​ຕົນ ແລະ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ​ໃນ​ແມ່​ນ້ຳ​ຈໍ​ແດນ

7 ຄັນ​ໂຢ​ຮັນ​ເຫັນ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ ພາ​ກັນ​ມາ​ຈຳ​ນວນຫລວງ​ຫ​ລາຍ​ເພື່ອ​ຈະ​ຮັບ​ບັບ​ຕິ​ສະ​ມາ ທ່ານຈຶ່ງ​ກ່າວແກ່​ເຂົາ​ວ່າ, “ອ້າຍ​ຊາດ​ງູ​ຮ້າຍ​ເຮີຍ, ໃຜ​ໄດ້​ບອກ​ສູ​ໃຫ້​ປົບ​ຫນີ​ຈາກ​ພຣະ​ພິ​ໂຣດ​ທີ່​ຈວນ​ຈະ​ມາ​ເຖິງ​ນັ້ນ

8 ເຫດ​ສັນ​ນັ້ນ​ຈົ່ງ​ປະ​ຕິ​ບັດ​ໃຫ້​ໄດ້​ຜົນ​ສົມກັບ​ການ​ຖິ້ມໃຈ​ເກົ່າ​ເອົາ​ໃຈ​ໃຫມ່

9 ແລະ​ຢ່າ​ຕັ້ງ​ນຶກ​ໃນ​ໃຈ​ວ່າ, “ພວກ​ເຮົາ​ມີ​ອັບ​ຣາ​ຮາມ​ເປັນ​ບິ​ດາ​ເຄົ້າ” ເພາະ​ເຮົາ​ບອກ​ພວກ​ສູ​ວ່າ ​ພຣະ​ເຈົ້າ​ຊົງ​ຣິດ​ອາດ​ຈະ​ບັນ​ດານ​ໃຫ້​ລູກ​ຫລານ​ເກິດ​ຂຶ້ນ​ແກ່​ອັບ​ຣາ​ຮາມ​ຈາກ​ກ້ອນ​ຫີນ​ເຫລົ່າ​ນີ້​ກໍ​ໄດ້

10 ບັດ​ນີ້​ຂວານ​ວາງ​ໄວ້​ທີ່​ເຫງົ້າ​ຕົ້ນ​ໄມ້​ແລ້ວ ສັນ​ນັ້ນ​ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກິດ​ຜົນ​ດີ​ຈະ​ຖືກ​ປ້ຳ​ແລ້ວ​ໂຍນ​ຖິ້ມ​ໃສ່​ໄຟ​ເສັຽ

11 “ຝ່າຍ​ເຮົາ ເຮົາ​ໃຫ້​ພວກ​ສູ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍນ້ຳ ຫມາຍ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ກໍ​ແມ່ນ ແຕ່​ຜູ້​ທີ່ຈະ​ມາ​ພາຍ​ຫລັງເຮົາ​ກໍ​ມີ​ຣິດກວ່າ​ເຮົາ​ອີກ ຊຶ່ງ​ເຮົາ​ບໍ່​ສົມ​ຄວນ​ຈະ​ຈັບ​ເກິບ​ຂອງ​ທ່ານໄປ ຝ່າຍ​ຜູ້​ນັ້ນ​ຈະ​ໃຫ້ພວກ​ສູ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ດ້ວຍ​ໄຟ

12 ມື​ຂອງ​ຜູ້​ນັ້ນ​ຖື​ດົ້ງ​ຟັດ​ເຂົ້າ ທ່ານ​ຈະ​ເຮັດ​ລານ​ເຂົ້າ​ຂອງ​ຕົນ​ໃຫ້​ກ້ຽງ​ດີ ແລະ​ຈະ​ຮວບ​ຮວມ​ເຂົ້າ​ເມັດ​ດີ​ຂອງ​ຕົນ​ມາ​ໃສ່​ໄວ້​ໃນ​ເລົ້າ ແຕ່​ເຂົ້າ​ລີບ​ນັ້ນ ທ່ານຈະ​ເຜົາ​ເສັຽດ້ວຍ​ໄຟ​ທີ່​ບໍ່​ຮູ້ມອດ

13 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ແຂວງ​ຄາ​ລິ​ເລ​ມາ​ຫາ​ໂຢ​ຮັນ​ທີ່​ແມ່​ຈໍ​ແດນ ເພື່ອ​ຈະ​ຮັ​ບ​ບັບ​ຕິ​ສະ​ມາ​ຈາກ​ທ່ານ.

14 ແຕ່​ໂຢ​ຮັນ​ທູນ​ຫ້າມ​ພຣະ​ອົງ​ວ່າ, “ຂ້າ​ພຣະ​ອົງຕ້ອງ​ການ​ຈະ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ພຣະ​ອົງ ຄວນ​ຫລື​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາຫາ​ຂ້າ​ພຣະ​ອົງ​”

15 ແຕ່ພຣະ​ເຢຊູ​ຊົງ​ຕອບ​ໂຢ​ຮັນ​ວ່າ, “ບັດ​ນີ້​ຈົ່ງ​ຍອມ​ເທີນ ເພາະ​ສົມ​ຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງນີ້​ໃຫ້​ຖືກ​ກັບ​ຄວາມ​ຊອບ​ທັມ​ທຸກ​ປະ​ການ” ແລ້ວ​ໂຢ​ຮັນ​ກໍ​ຍອມ

16 ຄັນ​ພຣະ​ອົງ​ຊົງ​ຮັ​ບ​ບັບ​ຕິ​ສະ​ມາ ແລ້ວ​ກໍ​ສະ​ເດັດ​ຂຶ້ນ​ຈາກ​ນ້ຳ​ທັນ​ທີ ແລ້ວ​ເບິ່ງ​ແມ໋, ທ້ອງ​ຟ້າ​ກໍ​ໄຂ​ອອກ (ແກ່​ພຣະ​ອົງ) ແລະ​ພຣະ​ອົງ​ຊົງ​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເຫ​ມືອນດັ່ງ​ນົກ​ເຂົາ​ສະ​ເດັດ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ພຣະ​ອົງ

17 ແລະ​ເບິ່ງ​ແມ໋, ມີ​ພຣະ​ສຸ​ຣະ​ສຽງ​ຈາກ​ຟ້າ​ສວັນ​ຊົງ​ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນທ່ານ”



4

1 ຕໍ່​ມາ​ພຣະ​ວິນ​ຍານ​ໄດ້​ຊົງ​ພາ​ພຣະ​ເຢ​ຊູ​ເຂົ້າ​ໄປ​ໃນ​ປ່າ ເພື່ອ​ພ​ຍາ​ມານ​ຈະ​ໄດ້​ທົດ​ລອງ​ພຣະ​ອົງ

2 ເມື່ອ​ພຣະ​ອົງ​ຊົງ​ອົດ​ອາ​ຫານ​ເປັນ​ເວ​ລາ​ສີ່​ສິບ​ວັນ​ສີ່​ສິບ​ຄືນ​ແລ້ວ ຫລັງ​ຈາ​ກ​ນັ້ນ​ພຣະ​ອົງ​ກໍ​ຊົງ​ຢາກ​ອາ​ຫານ

3 ສ່ວນ​ຜູ້​ທົດ​ລອງ​ມາຫາ​ພຣະ​ອົງ​ທູນ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນ​ຫີນ​ເຫລົ່າ​ນີ້​ໃຫ້​ກາຍ​ເປັນ​ອາ​ຫານ”

4 ຝ່າຍ​ພຣະ​ອົງ​ຊົງ​ຕອບວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ມະ​ນຸດ​ຈະ​ບໍ່​ລ້ຽງ​ຊິ​ວິດ​ດ້ວຍ​ອາ​ຫານ​ສິ່ງດ​ຽວ ແຕ່​ລ້ຽງ​ດ້ວຍ​ພຣະ​ທັມ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ”

5 ແລ້ວ​ພຍາ​ມານ​ກໍ​ພາ​ພຣະ​ອົງ​ໄປ​ຍັງ​ນະ​ຄອນ​ອັນ​ສັກ​ສິດ ແລະ​ໃຫ້​ພຣະ​ອົງ​ປະ​ທັບ​ຢູ່​ເທິງ​ຫລັງ​ຄາພຣະ​ວິ​ຫານ

6 ແລ້ວ​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈົ່ງ​ໂຕນ​ລົງ​ເບິ່ງ​ດູ ເພາະ​ມີ​ຄຳ​ຂຽ​ນ​ໄວ້​ໃນ​ພຣະ​ຄັມ​ດີ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຮັບ​ສັ່ງ​ພວກ​ເທວະ​ດາ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ເຣື່ອງ​ທ່ານ” ແລະ “ມື​ຂອງ​ເທວະ​ດາ​ເຫລົ່າ​ນັ້ນ​ຈະ​ຮັບ​ທ່ານ​ໄວ້ ຢ້ານ​ວ່າ​ຕີນຂອງ​ທ່ານ​ຈະ​ຕຳ​ຫີນ”

7 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ອີກວ່າ “ຢ່າ​ທົດ​ລອງ​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ທ່ານ”

8 ອີກ​ເທື່ອ​ນຶ່ງ​ພ​ຍາ​ມານ​ໄດ້​ພາ​ພຣະ​ອົງ​ຂຶ້ນ​ເມື່ອ​ເທິງ​ພູ​ສູງໆ ແລະ​ໄດ້​ສະ​ແດງ​ບັນ​ດາ​ຣາ​ຊ​ແຜ່ນ​ດິນ​ໃນ​ໂລກ ທັງ​ສະ​ງ່າ​ຣາ​ສີ​ຂອງ​ຣາ​ຊ​ແຜ່ນ​ດິນ​ເຫລົ່າ​ນັ້ນ​ຊີ້​ໃຫ້​ພຣະ​ອົງ​ເຫັນ,

9 ແລ້ວ​ໄດ້​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ຈະ​ຂາບ​ລົງ​ໄຫວ້​ເຮົາ ເຮົາ​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ທ່ານ”

10 ພຣະ​ເຢ​ຊູ​ຊົງ​ຕອບ​ມັນ​ວ່າ, “ອ້າຍ​ຊາ​ຕານ​ເຮິຍ, ຈົ່ງ​ຫນີ​ໄປ​ເສັຽ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຈົ່ງ​ຂາບ​ໄຫວ້​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ​ປະ​ຕິ​ບັດພຣະ​ອົງ​ແຕ່​ຜູ້​ດຽວ”

11 ແລ້ວ​ພ​ຍາ​ມານ​ຈຶ່ງ​ຫນີຈາກ​ພຣະ​ອົງ​ໄປ ແລະ​ເບິ່ງ​ແມ໋, ມີ​ພວກ​ເທວະ​ດາ​ມາ​ປະ​ຕິ​ບັດ​ຮັບ​ໃຊ້​ພຣະ​ອົງ

12 ຄັນ​ພຣະ​ເຢ​ຊູ​ຊົງ​ຊາບ​ຂ່າວ​ວ່າ​ໂຢ​ຮັນ​ຖືກ​ຈັບ​ໄວ້​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ອອກ​ໄປ​ຍັງ​ແຂວງ​ຄາ​ລີ​ເລ

13 ແລ້ວ​ຍ້າຍ​ທີ່​ປະ​ທັບ​ຈາກ​ເມືອງ​ນາ​ຊາ​ເຣັດ​ໄປ​ຢູ່​ເມືອງ​ກາ​ເປ​ນາ​ອູມ ຊຶ່ງຢູ່​ຮີມ​ທະ​ເລ​ສາບ​ໃນ​ເຂດ​ແດນ​ເຊ​ບູ​ລູນ ແລະ​ເນັຟທາ​ລີ,

14 ເພື່ອ​ພຣະ​ທັມ​ທີ່​ຊົງ​ກ່າວ​ໄວ້​ດ້ວຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຈະ​ໄດ້​ສຳ​ເຣັດ​ຄື,

15 “ແຂວງເຊ​ບູ​ລູນ​ແລະ​ແຂວງ​ເນັຟ​ທາ​ລິ ຕາມ​ທາງ​ທະ​ເລ​ຟາກ​ແມ່​ນ້ຳ​ຈໍ​ແດນ​ພຸ້ນ ຄື​ແຂວງ​ຄາ​ລີ​ເລ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ

16 ພົລ​ເມືອງ​ຜູ້​ນັ່ງ​ຢູ່​ໃນ​ຄວາມ​ມືດ ໄດ້​ເຫັນ​ຄວາມ​ສວ່າ​ງ​ອັນ​ໃຫຍ່ ແລະ​ຜູ້​ທີ່​ນັ່ງ​ຢູ່​ໃນ​ແດນ​ແລະ​ເງົາ​ແຫ່ງ​ຄວາມ​ຕາຍ​ແສງ​ສວ່າງ​ກໍ​ສ່ອງ​ຂຶ້ນ​ເທິງ​ເຂົາ​ແລ້ວ”

17 ຕັ້ງ​ແຕ່​ນັ້ນ​ມາ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ປ່າວ​ປະ​ກາດ​ວ່າ, “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ເພາະ​ຣາ​ຊ​ອາ​ນາ​ຈັກ​ສວັນ​ໄດ້​ມາ​ໃກ້​ແລ້ວ”

18 ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ລຽບ​ຕາມ​ແຄມ​ທະ​ເລ​ສາບ​ຄາ​ລິ​ເລ ກໍ​ຊົງ​ທອດ​ພຣະ​ເນດ​ເຫັນ​ອ້າຍ​ນ້ອງ​ສອງ​ຄົນ ຄື​ຊີ​ໂມນ​ທີ່​ເອີ້ນ​ວ່າ​ເປ​ໂຕ​ກັບ​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຕົນ ກຳ​ລັງ​ຖິ້ມມອງ​ລົງ​ນ້ຳ​ທະ​ເລ​ເພາະ​ວ່າ​ເຂົາ​ເປັນ​ຊາວ​ຫາ​ປາ

19 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ​ແລະ​ເຮົາ​ຈະ​ບັນ​ດານ​ໃຫ້​ພວ​ກ​ເຈົ້າ​ເປັນ​ຜູ້​ຫາ​ຄົນ”

20 ໃນ​ທັນ​ໃດ​ນັ້ນ​ເຂົາ​ກໍ​ປະ​ມອງ​ແລ້ວ​ຕາມ​ພຣະ​ອົງ​ໄປ

21 ເມື່ອ​ພຣະ​ອົງ​ສະ​ເດັດ​ຕໍ່​ໄປ​ກໍ​ທອດ​ພຣະ​ເນດ​ເຫັນ​ອ້າຍນ້ອງ​ອີກ​ສອງ​ຄົນ ຄື​ຢາ​ໂກ​ໂບ​ບຸດ​ເຊ​ເບ​ດາຍກັບ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຕົນ ກຳ​ລັງ​ຝູງມອງ​ຢູ່​ໃນ​ເຮືອ​ກັບ​ເຊ​ເບ​ດາຍ​ພໍ່ຂອງ​ເຂົາ​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ເອົາ​ເຂົາ

22 ໃນ​ທັນ​ໃດ​ນັ້ນ​ເຂົາ​ທັງ​ສອງ​ກໍ​ປະ​ເຮືອ​ແລະ​ລາ​ພໍ່​ຂອງ​ເຂົາ​ຕາມ​ພຣະ​ອົງ​ໄປ

23 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ທົ່ວ​ແຂວງ​ຄາ​ລີ​ເລ ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ຊົງ​ປະ​ກາດຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ນັ້​ນ ແລະ​ຊົງ​ໂຜດ​ພົ​ລ​ເມືອງ​ທີ່​ເຈັບ​ໄຂ້​ໄດ້​ພ​ຍາດ​ທຸກ​ຢ່າງ​ໃຫ້​ດີ​ຫມົດ

24 ກິດ​ຕິ​ສັ​ບ​ຂອງ​ພຣະ​ອົງ​ກໍ​ຊ່າ​ລື​ໄປ​ທົ່ວ​ປະ​ເທດ​ຊີ​ເຣັຽ ເຂົາ​ຈຶ່ງ​ພາ​ຄົນ​ປ່ວຍ​ໄຂ້​ໄດ້​ພ​ຍາດ​ຕ່າງໆ, ຄົນ​ທີ່​ທົນ​ທຸກ​ທໍ​ຣະ​ມານ, ຄົນ​ທີ່​ຜິ​ເຂົ້າ​ສິງ, ຄົນ​ບ້າ​ຫ​ມູ​ແລະ​ຄົນ​ເປັນ​ເປັ້ຽມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ເຂົາ​ດີ​ທຸກ​ຄົນ

25 ແລະ​ມີ​ຄົນ​ຫມູ່​ໃຫຍ່​ມາ​ຈາກ​ແຂວງ​ຄາ​ລີ​ເລ, ຈາກ​ແຂວງ​ເດ​ກາ​ໂປ​ລີ, ຈາກ​ກຸງ​ເຢ​ຣູ​ຊາ​ເລັມ, ແລະ​ຢູ​ເດັຽ ແລະຈາກ​ແມ່​ນ້ຳ​ຈໍ​ແດນຟາກ​ນັ້ນ​ຕິດ​ຕາມພຣະອົງ​ໄປ



5

1 ເມື່ອ​ທອດ​ພຣະ​ເນດ​ເຫັນ​ຄົນ​ຫລວງ​ຫລາຍ​ດັ່ງ​ນັ້ນ ພຣະ​ອົງ​ກໍ​ສະ​ເດັດ​ຂຶ້ນ​ພູ ເມື່ອ​ປະ​ທັບ​ລົງ​ແລ້ວ​ພວກ​ສາ​ວົກ​ກໍ​ເຂົ້າ​ມາ​ເຝົ້າ

2 ພຣະ​ອົງ​ຈຶ່ງ​ຊົງ​ໄຂ​ພຣະ​ໂອດ ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ​ວ່າ,

3 “ຜູ້​ໃດ​ທີ່​ຍາກ​ຈົນ​ຝ່າຍ​ຈິດ​ວິນ​ຍານ​ກໍ​ເປັນ​ສຸກ ເພາະ​ວ່າ​ແຜ່ນ​ດິນ​ສວັນ​ເປັນ​ຂອງ​ຜູ້​ນັ້ນ

4 ຜູ້​ໃດ​ໂສກ​ເສົ້າ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັ​ບ​ການ​ຊົງ​ເລົ້າ​ໂລມ

5 ຜູ້​ໃດ​ມີ​ໃຈ​ອ່ອນ​ຫວານ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ​ມໍ​ຣະ​ດົກ

6 ຜູ້​ໃດ​ອືດ​ຫິວ​ຄວາມ​ຊອບ​ທັມ​ກໍ​ເປັນ​ສຸກ ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍ​ຣິ​ບູນ

7 ຜູ້​ໃດ​ມີ​ໃຈ​ກະ​ຣຸ​ນາ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບພຣະ​ກະ​ຣຸ​ນາ​ຕອບ

8 ຜູ້​ໃດ​ມີ​ໃຈ​ບໍ​ຣິ​ສຸດກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນພຣະ​ເຈົ້າ

9 ຜູ້​ໃດ​ສ້າງ​ຄວາມ​ສ​ງົບ​ສຸກ​ກໍ​ເປັນ​ສຸກ ເພາະ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້ນັ້ນ​ວ່າ​ເປັນ​ບຸດ

10 ຜູ້​ໃດ​ຖືກ​ຂົ່ມ​ເຫັງ​ເພາະ​ເຫັນ​ແກ່​ຄວາມ​ຊອບ​ທັມ​ກໍ​ເປັນ​ສຸກ ເພາະ​ວ່າ​ແຜ່ນ​ດິນ​ສວັນ​ເປັນ​ຂອງ​ຜູ້​ນັ້ນ

11 ເມື່ອ​ເຂົາ​ຈະ​ຕິ​ຕຽນ​ຂົ່ມ​ເຫັງ​ນິນ​ທາ​ວ່າ​ຮ້າຍ​ທ່າ​ນ​ທັງ​ຫລາຍ ເປັນ​ຄວາມ​ບໍ່​ຈິງ​ທຸກ​ຢ່າງ ເພາະ​ເຫັນ​ແກ່​ເຮົາ ພວກ​ທ່ານ​ກໍ​ເປັນ​ສຸກ

12 ຈົ່ງ​ຊົມ​ຊື່ນ​ຍິນ​ດີ ເພາະ​ວ່າ​ບຳ​ເຫນັດ​ຂອງ​ທ່ານ​ທັງ​ຫລາຍ​ມີ​ບໍ​ຣິ​ບູນ​ໃນ​ສວັນ ເຫມືອນ​ດັ່ງ​ນັ້ນ​ແຫລະ, ເຂົາ​ໄດ້​ຂົ່ມ​ເຫັງ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຢູ່​ກ່ອນ​ທ່ານ​ທັງ​ຫລາຍ

13 “ທ່ານ​ທັງ​ຫລາຍ​ຄື​ເກືອ​ສຳ​ລັບ​ໂລກ ແຕ່​ຖ້າ​ເກືອ​ນັ້ນ​ຈືດ​ຈາງ​ໄປ​ແລ້ວ ຈະ​ເຮັດ​ໃຫ້​ກັບ​ເຄັມ​ອີກ​ໄດ້​ຢ່າງ​ໃດ ແຕ່​ນັ້ນ​ໄປ​ກໍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ມີ​ແຕ່​ຈະ​ຖິ້ມ​ເສັຽ​ໃຫ້​ຄົນ​ຢຽບ​ເທົ່າ​ນັ້ນ

14 “ພວກ​ທ່ານ​ຄື​ແສງ​ສວ່າງ​ສຳ​ລັບ​ໂລກ ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູ​ຈະ​ບັງ​ລັບ​ໄວ້​ບໍ່​ໄດ້

15 ບໍ່​ຫ່ອນ​ມີ​ຜູ້​ໃດ​ເມື່​ອໄຕ້​ໂຄມ​ແລ້ວ​ເອົາ​ບຸງ​ມາ​ກວບ ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ຮອງ​ຕິນ​ໂຄມ ແລະ​ມັນ​ສ່ອງ​ແຈ້ງ​ໄປ​ທົ່ວ​ທຸກ​ຄົນ​ທີ່​ຢູ່​ໃນ​ເຣືອນ​ນັ້ນ

16 ເຫມືອນ​ຢ່າງ​ນັ້ນ​ແຫລະ, ພວກ​ທ່ານ​ຈົ່ງ​ສ​ອ່ງ​ແຈ້ງ​ແກ່​ຄົນ​ທັງ​ປວງ ເພື່ອ​ວ່າ, ເມື່ອ​ເຂົາ​ເຫັນ​ການ​ດີ​ທີ່​ພວກ​ທ່ານ​ເຮັດ​ເຂົາ​ຈະ​ໄດ້​ສັຣ​ເສິນ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

17 “ຢ່າ​ຄຶດ​ວ່າ​ເຮົາ​ມາ​ລຶບ​ລ້າງ​ພຣະ​ບັນ​ຍັດ ແລະ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ເສັຽ ເຮົາ​ບໍ່​ໄດ້​ມາ​ລຶບ​ລ້າງ ແຕ່​ມາ​ເຮັດ​ໃຫ້​ສຳ​ເຣັດ​ຄົບ​ຖ້ວນ

18 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຕາບ​ໃດ​ຟ້າ​ແລະ​ດິນ​ຍັງ​ຕັ້ງ​ຢູ່ ແມ່ນ​ແຕ່​ຈຸດ​ຫລື​ຂິດ​ໃດໆ ກໍ​ຈະ​ບໍ່​ສູນ​ໄປ​ຈາກ​ພຣະ​ບັນ​ຍັດ​ຈົນ​ກ່​ວາສິ່ງ​ທັງ​ປວງ​ນັ້ນ​ຈະ​ເກິດ​ຂຶ້ນ​ຄົບ​ຖ້ວນ

19 ເຫດ​ສັນ​ນັ້ນ ຜູ້​ໃດ​ໄດ້​ເຮັດ​ໃຫ້​ຂໍ້​ເລັກ​ນ້ອຍ​ທີ່​ສຸດ​ໃນ​ບັນ​ດາ​ຄຳ​ສັ່ງ​ນີ້​ເບົາ​ບາງ​ລົງ ທັງ​ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຢ່າງ​ນັ້ນ​ດ້ວຍ ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ຜູ້​ນ້ອຍ​ທີ່​ສຸດ​ໃນ​ແຜ່ນ​ດິນ​ສວັນ ແຕ່​ຜູ້​ໃດ​ທີ່​ປະ​ຕິ​ບັດ​ແລະ​ສອນ​ຕາມ​ພຣະ​ບັນ​ຍັດ ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ຜູ້​ໃຫຍ່​ໃນ​ແຜ່ນ​ດິນສວັນ

20 ເພາະ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຖ້າ​ການ​ຖື​ສິນ​ທັມ​ຂອງ​ທ່ານ​ບໍ່​ລື່ນ​ກວ່າ​ການ​ຖື​ສິນ​ທັມ​ຂອງ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ ພວກ​ທ່ານ​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ສວັນ​ບໍ່​ໄດ້​ຈັກ​ເທື່ອ

21 “ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຄຳ​ຊຶ່ງ​ກ່າວ​ໄວ້​ແກ່​ຄົນ​ບູ​ຮານ​ວ່າ “ຢ່າ​ຂ້າ​ຄົນ ຖ້າ​ຜູ້​ໃດ​ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ”

22 ແຕ່ຝ່າຍ​ເຮົາ ເຮົາ​ບອກ​ພວກ​ທ່ານ​ວ່າ​ ຜູ້​ໃດ​ຮ້າຍ​ອ້າຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖື​ກລົງ​ໂທດ ຜູ້​ໃດ​ຈະ​ເວົ້າ​ແກ່​ອ້າຍ​ນ້ອງ​ຂອງ​ຕົນ​ວ່າ ‘ອ້າຍ​ໂງ່’ ຜູ້​ນັ້ນ​ຈະ​​ຖືກ​ພິ​ພາກ​ສາ​ລົງໂທດຈາກ​ສານ​ສູງ ຜູ້​ໃດ​ຈະ​ເວົ້າ​​ວ່າ ‘ອ້າຍ​ບ້າ’ ຜູ້​ນັ້ນ​ຈະ​ມີ​ໂທດ​ເຖິງ​ໄຟ​ນະ​ຮົກ

23 ດັ່ງ​ນັ້ນ, ເມື່ອ​ທ່ານ​ກຳ​ລັງ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ມາ​ເຖິງ​ແທ່ນ​ບູ​ຊາ ແລ້ວ​ລະ​ນຶກຂຶ້ນ​ໄດ້​ວ່າ ທ່ານ​ມີ​ຂໍ້​ຂຸ່ນ​ເຄືອງກັ​ບ​ອ້າຍ​ນ້ອງຂອງ​ຕົນ​ດ້ວຍ​ເຣື່ອງ​ໃດ​ເຣື່ອງ​ນຶ່ງ

24 ຈົ່ງ​ວາງ​ເຄື່ອງ​ບູ​ຊາ​ໄວ້​ຕໍ່​ຫນ້າ​ແທ່ນ​ນັ້ນ​ກັບ​ໄປ​ຄືນ​ດີ​ກັບ​ອ້າຍ​ນ້ອງ​ຜູ້​ນັ້ນ​ເສັຽກ່ອນ ແລ້ວ​ຈຶ່ງ​ມາ​ຖວາຍ​ເຄື່ອງ​ບູ​ຊາ​ຂອງ​ທ່ານ

25 ຈົ່ງ​ຮີບ​ປອງດອງ​ກັບ​ຄູ່​ໂຈດ​ຂອງ​ຕົນ ໃນ​ຂ​ນະ​ທີ່​ຍັງ​ຢູ່​ກາງ​ທາງ​ນຳ​ກັນ ຢ້ານ​ວ່າ​ໂຈດ​ນັ້ນ​ຈະ​ມອບ​ທ່ານ​ໄວ້​ກັບ​ຕຸ​ລາ​ການ ແລະ​ຕຸ​ລາ​ການ​ຈະ​ມອບ ທ່ານ​ໄວ້​ກັບ​ທຳ​ມະ​ໂຮງ ແລ້ວ​ທ່ານ​ຈະ​ຖືກ​ຂັງ​ໄວ້​ໃນ​ຄຸກ

26 ເຮົາ​ບອກ​ແກ່​ທ່ານ​ຕາມ​ຄວາມ​ຈິງວ່າ ທ່ານ​ຈະ​ອອກ​ຈາກ​ທີ່​ນັ້ນ​ບໍ່​ໄດ້​ກວ່າ​ຈະ​ໃຊ້​ຫນີ້​ຈົນ​ຄົບ​ທຸກ​ອັດ

27 “ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມັຽ​ທ່ານ”

28 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ວ່າ ຜູ້​ໃດ​ເບິ່ງ​ແມ່​ຍິງ​ດ້ວຍ​ໃຈ​ກຳ​ຫນັດ​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫລິ້ນ​ຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ

29 ຖ້າ​ຕາ​ເບື້ອງ​ຂວາ​ຂອ​ງທ່ານ​ເຮັດ​ໃຫ້​ຕົວ​ຫລົງ​ຜິດ ຈົ່ງ​ຄວັດ​ອອກ​ຖິ້ມ​ເສັຽ ເພາະ​ການ​ທີ່​ເສັຽອະ​ວັຍ​ວະ​ສ່ວນ​ນຶ່ງ​ກໍ​ດີກວ່າ​ຫມົດ​ທັງ​ຕົວ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຫມໍ້​ນະ​ຮົກ

30 ແ​ລະ​ຖ້າ​ມື​ເບື້ອງ​ຂວາ​ຂອງ​ທ່ານ​ເຮັດ​ໃຫ້​ຫລົງ​ຜິດ ຈົ່ງ​ຕັດ​ຖິ້ມ​ເສັຽ ເພາະ​ການ​ທີ່​ມີ​ອະ​ວັຍ​ວະ​ສ່ວນ​ນຶ່ງກໍ​ດີ​ກວ່າ​ຫມົດ​ທັງ​ຕົວ​ຈະ​ຕ້ອງ​ຕົກ​ໃນ​ຫມໍ້ນະ​ຮົກ

31 ຍັງ​ມີ​ຄຳ​ກ່າວ​ໄວ້​ວ່າ “ຖ້າ​ຜູ້​ໃດຈະ​ປະ​ຮ້າງ​ເມັຽ​ຂອງ​ຕົນ ກໍ​ໃຫ້​ເຮັດ​ຫນັງ​ສື​ຢ່າ​ຮ້າງ​ໃຫ້​ເມັຽນັ້ນ”

32 ແຕ່​ຝ່າຍເຮົາ, ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ວ່າ ຖ້າ​ຜູ້​ໃດ​ຈະ​ປະ​ເມັຽ​ຂອງ​ຕົນ​ເພາະ​ເຫດ​ອື່ນ ນອກ​ຈາກ​ການ​ຜິດ​ກັ​ບ​ຊາຍ​ອື່ນ ກໍ​ທໍ່​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ຍິງ​ນັ້ນ​ຖືກ​ຜິດ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ຖ້າ​ຜູ້​ໃດ​ຈະ​ຮັບ​ຍິງ​ຊຶ່ງ​ຢ່າ​ຮ້າງ​ຢ່າງ​ນັ້ນ​ມາ​ເປັນ​ເມັຽ ຜູ້​ນັ້ນ​ກໍ​ຖືກ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​ເຫມືອນ​ກັນ

33 ອີກ​ປະ​ການ​ນຶ່ງ ທ່ານ​ທັງ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ບູ​ຮານ​ວ່າ “ຢ່າ​ເສັຽ​ຄຳ​ສັດ​ສາ​ບານ ຄຳ​ສາ​ບານ​ທີ່​ທ່ານ​ຖວາຍ​ຕໍ່​ອົງ​ພຣະ​ຜູ້ເປັນ​ເຈົ້າ​ແລ້ວ​ຕ້ອງ​ຮັກ​ສາ​ໄວ້​ໃຫ້​ຫມັ້ນ”

34 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍວ່າ ຢ່າ​ສາ​ບານ​ເລິຍ ໂດຍ​ອ້າງ​ເຖິງ​ສວັນ​ກໍ​ດີ, ເພາະ​ສວັນ​ເປັນ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ເຈົ້າ

35 ຫລື​ໂດຍ​ອ້າງ​ເຖິງ​ແຜ່ນ​ດິນ​ໂລກ​ກໍ​ດິ, ເພາະ​ແຜ່ນ​ດິນ​ໂລກ​ເປັນ​ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ ຫລື​ໂດຍ​ອ້າງ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ດີ, ເພາະ​ກຸງ​ເຢ​ຣູ​ຊາ​ເລັມ​ເປັນ​ທີ່​ປະ​ທັບ​ຂອງ​ພຣະ​ມະ​ຫາ​ກະ​ສັດ

36 ຢ່າ​ສາ​ບານ​ໂດຍ​ອ້າງ​ເຖິງ​ຫົວ​ຂອງ​ຕົນ ເພາະ​ທ່ານ​ຈະ​ໃຫ້​ຜົມ​ຂາວຫລື​ດຳ​ຈັກ​ເສັ້ນ​ດຽວ​ກໍ​ບໍ່​ໄດ້

37 ແຕ່​ຈົ່ງ​ໃຫ້​ຖ້ອຍ​ຄໍາ​ຂອງ​ພວກ​ທ່ານ​ເປັນ​ດັ່ງ​ນີ້ “ແມ່ນ” ກໍ​ວ່າ “ແມ່ນ” “ບໍ່​ແມ່ນ” ກໍ​ວ່າ “ບໍ່​ແມ່ນ” ເພາະ​ຄຳ​ເວົ້າ​ເກີນ​ນີ້​ໄປ​ມາ​ຈາກ​ຄວາມ​ຊົ່ວ

38 “ພວກ​ທ່ານ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຕາແທນ​ຕາ ແລະ​ແຂ້ວ​ແທນ​ແຂ້ວ”

39 ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ຕໍ່​ສູ້​ກັບ​ຄົນ​ຊົ່ວ ແຕ່​ຖ້າ​ຜູ້​ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ທ່ານ ຈົ່ງ​ປິ່ນ​ແກ້ມ​ເບື້ອງ​ຊ້າຍ​ໃຫ້​ຜູ້​ນັ້ນ​ເຫມືອນ​ກັນ

40 ຖ້າ​ຜູ້​ໃດ​ຢາກ​ຟ້ອງ​ເອົາ​ເສື້ອ​ຊັ້ນ​ໃນ​ຂອງ​ທ່ານ​ໄປ ກໍ​ຈົ່ງ​ໃຫ້​ເສື້ອ​ຊັ້ນ​ນອກ​ແກ່​ເຂົາ​ເຫມືອນ​ກັນ

41 ຖ້າ​ຜູ້​ໃດ​ຈະ​ເກນ​ທ່ານ​ໃຫ້​ຍ່າງ​ໄປ​ນຶ່ງ​ຫລັກ ກໍ​ໃຫ້​ທ່ານ​ໄປ​ກັບ​ເຂົາ​ເຖິງ​ສອງ​ຫລັກ

42 ຖ້າ​ຜູ້​ໃດ​ຈະ​ຂໍ​ນຳ​ທ່ານ​ກໍ​ຈົ່ງ​ໃຫ້ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຢາກ​ຢືມ​ຈາກ​ທ່ານ

43 ທ່ານ​ທັງ​ຫລາຍໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຈົ່ງ​ຮັກ​ເພື່ອນ​ບ້ານ​ແລະ​ຊັງ​ສັດ​ຕຣູ”

44 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈົ່ງ​ຮັກ​ສັດ​ຕຣູ​ຂອງ​ທ່ານ ຈົ່ງ​ອ້ອນວອນ​ສຳ​ລັບ​ຜູ້​ທີ່​ຂົ່ມ​ເຫັງ​ທ່ານ

45 ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ເກິດ​ເປັນບຸດ​ຂອງ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່ໃນ​ສວັນ ເພາະ​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ດວງ​ຕາເວັນ​ຂອງ​ພຣະ​ອົງ​ຂຶ້ນ​ສ່ອງ​ສວ່າງ​ໃສ່​ຄົນ​ຊົ່ວ​ແລະ​ຄົນ​ດີ ແລະ​ຊົງ​ໃຫ້​ຝົນ​ຕົກ​ໃສ່​ຄົນ​ສິນ​ທັມ​ກັບ​ຄົນ​ບໍ່​ມີ​ສິນ​ທັມ​ສເມີ​ກັນ

46 ຖ້າ​ແມ່ນ​ວ່າ​ທ່ານ​ຮັກ​ຄົນ​ທັງ​ຫລາຍ​ທີ່​ຮັກ​ທ່ານ ທ່ານ​ຈະ​ໄດ້​ຮັບ​ບຳ​ເຫນັດ​ອັນ​ໃດ ເຖິງ​ພວກ​ເກັບ​ພາ​ສິ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ຫລື

47 ຖ້າ​ທ່ານ​ຄໍາ​ນັບ​ພີ່​ນ້ອງ​ຂອງ​ຕົນ​ແຕ່​ຝ່າຍ​ດຽວ ທ່ານ​ໄດ້​ເຮັດ​ສິ່ງ​ໃດ​ລື່ນ​ຄົນ​ອື່ນ​ທັງ​ປວງ ເຖິງ​ຄົນ​ຕ່າງ​ຊາດກໍຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ຫລື

48 ເຫດ​ສັນ​ນັ້ນ ທ່ານ​ທັງ​ຫລາຍ​ຕ້ອງ​ເປັນ​ຄົນ​ດີ​ທີ່​ສຸດ ເຫມືອນ​ຢ່າງ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ຊົງ​ເປັນ​ຜູ້​ດີ​ທີ່​ສຸດ



6

1 “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ຖື​ສິນ​ກິນ​ທານ​ເພື່ອ​ອວດ​ຄົນ​ອື່ນ ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ທ່ານ​ຈະ​ບໍ່​ໄດ້​ຮັບ​ບຳ​ເຫນັດ​ຈາກ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

2 ເຫດ​ສັນ​ນັ້ນ ເມື່ອ​ທ່ານ​ໃຫ້​ທານ ຢ່າ​ເປົ່າ​ແກ​ໄປ​ກ່ອນ​ຫນ້າ​ທ່ານ ເຫມືອນ​ດັ່ງ​ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຄິຍ​ເຮັດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ຕາມ​ຖ​ນົນ ເພື່ອ​ໃຫ້​ມະ​ນຸດ​ສັຣ​ເສິນ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ

3 ຝ່າຍ​ພວກ​ທ່ານ, ເມື່ອ​ໃຫ້​ທານ​ຢ່າ​ໃຫ້​ມື​ຊ້າຍ​ຮູ້​ການ​ທີ່​ມື​ຂວາ​ກຳ​ລັງ​ເຮັດ​ນັ້ນ

4 ເພື່ອ​ທານ​ຂອງ​ທ່ານ​ຈະ​ໄດ້​ເປັນ​ການ​ລັບ​ ແລະ​ພຣະ​ບີ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້​ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

5 “ເມື່ອ​ທ່ານ​ທັງ​ຫລາຍ​ອ້ອນ​ວອນ​ຢ່າ​ໃຫ້​ເປັນ​ເຫມືອນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ເພາະ​ເຂົາ​ມັກ​ຢືນ​ອ້ອນວອນ​ໃນໂຮງ​ທັມມະ​ເທ​ສ​ນາ​ແລະ​ຕາມ​ແຈຖ​ນົນ ເພື່ອ​ຈະ​ໃຫ້​ມະ​ນຸດ​ເຫັນ ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ

6 ແຕ່​ຝ່າຍ​ທ່ານ, ເມື່ອ​ຈະ​ອ້ອນວອນ​ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ ຄັນ​ອັດ​ປະ​ຕູ​ແລ້ວ​ຈົ່ງອ້ອນວອນ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ທີ່​ລັ​ບ​ລີ້ ແລ້​ວ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້ ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

7 “ແຕ່​ເມື່ອ​ທ່ານ​ອ້ອນວອນ​ຢູ່ ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ​ເຫມືອນ​ຄົນ​ຕ່າງ​ຊາດ​ເຄີຍ​ເຮັດ​ ເພາະ​ເຂົາ​ຄຶດ​ວ່າ ຖ້າ​ເວົ້າ​ຫລາຍ​ຄຳ​ພຣະ​ຈຶ່ງ​ຈະ​ຊົງ​ໂຜດຮັບ​ຟັງ

8 ສັນ​ນັ້ນ ຢ່າ​ເຣັດ​ຄື​ເຂົາ ເພາະ​ວ່າ​ສິ່ງ​ໃດ​ທີ່​ທ່ານ​ຕ້ອງ​ການ ພຣະ​ບິ​ດາ​ຂອງ​ທ່ານ​ກໍ​ຊົງ​ຊາບ​ກ່ອນ​ພວກ​ທ່ານ​ທູນ​ຂໍ

9 ເຫດ​ສັນ​ນີ້ ພວກ​ທ່ານ​ຈົ່ງ​ອ້ອນວອນ​ຕາມ​ຢ່າງ​ນີ້​ວ່າ, “ຂ້າ​ແດ່​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຜູ້​ຊົງ​ສະ​ຖິດໃນ​ສວັນ ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົາ​ຣົບ​ບູ​ຊາ

10 ຂໍ​ໃຫ້​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ມາ​ຕັ້ງ​ຢູ່ ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ໃນ​ສວັນ​ເປັນຢ່າງ​ໃດ​ກໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນ​ດິນ​ໂລກ

11 ຂໍ​ຊົງ​ໂຜດ​ປະ​ທານ​ອາ​ຫານ​ປະ​ຈໍາວັນ ໃຫ້​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃນ​ກາ​ລະ​ວັນ​ນີ້

12 ຂໍ​ຊົງ​ໂຜດ​ຍົກ​ໂທດ​ໃຫ້​ຂ້າ​ພຣະ​ອົງ ເຫມືອນ​ຂ້າ​ພຣະ​ອົງ​ຍົກ​ໂທດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣະອົງ​ນັ້ນ

13 ແລະ​ຂໍ​ຢ່າ​ພາ​ຂ້າ​ພຣະອົງ​ເຂົ້າ​ໄປ​ໃນ​ການ​ທົດ​ລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກການ​ຊົ່ວ​ຮ້າຍ (ເຫດ​ວ່າ​ຣາ​ຊ​ອານາ​ຈັກ, ຣິດອໍາ​ນາດ, ແລະ​ພຣະ​ຣັ​ສ​ມີ​ກໍ​ເປັນ​ຂອງ​ພຣະ​ອົງ​ສືບໆ ໄປ​ເປັນ​ນິດ ອາ​ແມນ)

14 ເພາະ​ວ່າ​ຖ້າ​ວ່າ​ທ່ານ​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ​ນຸດ ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ສວັນ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ດ້ວຍ

15 ແຕ່​ຖ້າ​ທ່ານ​ບໍ່​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ​ນຸດ ພຣະ​ບິ​ດາ​ຂອງ​ທ່ານ​ກໍ​ຈະ​ບໍ່​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ເຫມືອນ​ກັນ

16 “ເມື່ອ​ທ່ານ​ຖື​ສິນ​ອົດ​ອາ​ຫານ ຢ່າ​ເຮັດ​ຫນ້າ​ເສົ້າ​ຫມອງ​ເຫມືອນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ດ້ວຍ​ວ່າ​ເຂົາ​ເຮັດ​ຫນ້າ​ຫມອງ​ເພື່ອ​ຈະ​ໃຫ້​ມະ​ນຸດ​ເຫັນ​ວ່າ​ເຂົາ​ຖື​ສິນ​ອົດ​ອາ​ຫານ ເຮົາ​ບອ​ກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ

17 ແຕ່​ຝ່າຍ​ທ່ານ, ເມື່ອ​ຖື​ສິນ​ອົດ​ອາ​ຫານ ຈົ່ງ​ລ້າງ​ຫນ້າ​ແລະ​ເອົາ​ນ້ຳ​ມັນ​ທາ​ຫົວ

18 ເພື່ອ​ຈະ​ບໍ່​ໃຫ້​ມະ​ນຸດ​ເຫັນ​ວ່າ​ທ່ານ​ຖື​ສິນ​ອົດ​ອາ​ຫານ ແຕ່​ໃຫ້​ປາ​ກົດ​ແກ່​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ທີ່​ລັບ​ລີ້ ແລະ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້ ກໍ​ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

19 “ຢ່າ​ຮີບ​ໂຮມ​ຊັບ​ສົມ​ບັດໄວ້​ສຳ​ລັບຕົນ​ໃນ​ໂລກ ຊຶ່ງ​ເປັນ​ບ່ອນມອດ​ແລະ​ຂີ້​ຫມ້ຽງ​ກັດ​ກິນ​ ແລະ​ເປັນ​ບ່ອນ​ທີ່​ໂຈນ​ເຈາະ​ເຂົ້າ​ລັກ​ເອົາ​ໄດ້

20 ແຕ່​ຈົ່ງ​ຮີບ​ໂຮມ​ຊັບ​ສົມ​ບັດ​ສຳ​ລັບ​ຕົນ​ໄວ້​ໃນ​ສວັນ ບ່ອນມອດ​ແລະ​ຂີ້​ຫມ້ຽງ​ກັດ​ກິນ​ບໍ່​ໄດ້ ແລະ​ທັງ​ໂຈນ​ເຈາະ ແລະ​ລັກ​ເອົາ​ບໍ່​ໄດ້

21 ເພາະ​ວ່າ​ຊັບ​ສົມ​ບັດ​ຂອງ​ທ່ານ​ຢູ່​ທີ່​ໃດ ໃຈ​ຂອງ​ທ່ານ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ

22 “ຕາ​ເປັນ​ດວງ​ສວ່າງ​ຂອງ​ຮ່າງ​ກາຍ ຖ້າ​ຕາ​ຂອງ​ທ່ານ​ປົກ​ກະ​ຕິ​ດີ ຮ່າງ​ກາຍ​ທຸກ​ສ່ວນ​ກໍ​ສວ່າງ​ດີ

23 ແຕ່​ຖ້າ​ຕາ​ຂອງ​ທ່ານ​ບໍ່​ປົກ​ກະ​ຕິ​ດີ ຮ່າງ​ກາຍ​ທຸກ​ສ່ວນ​ຂອງ​ທ່ານ​ກໍ​ມືດ​ໄປ ເຫດ​ສັນ​ນັ້ນ ຖ້າ​ຄວາມ​ສວ່າງ​ທີ່​ຢູ່​ໃນ​ຕົວ​ຂອງ​ທ່ານ​ມືດ​ໄປ ຄວາມ​ມືດ​ນັ້ນ​ຈະ​ຫນາ​ທຶບ​ພຽງ​ໃດ​ຫນໍ

24 “ບໍ່​ມີ​ຜູ້​ໃດ​ສາ​ມາດ​ເປັນ​ຂ້າ​ສອງ​ເຈົ້າ​ບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຊັງ​ນາຍຜູ້​ນີ້​ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປ​ມາດ​ຜູ້ນັ້ນ ທ່ານ​ຈະ​ເປັນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ​ແລະ​ເປັນ​ຂ້ອຍ​ໃຊ້​ຂອງ​ເງິນ​ຄຳ​ພ້ອມ​ກັນ​ບໍ່​ໄດ້

25 “ດ້ວຍ​ເຫດ​ນັ້ນ​ເຮົາ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ຊີ​ວິດ​ຂອງ​ຕົນ​ວ່າ ຈະ​ກິນ​ຫຍັງ, ຈະ​ດື່ມ​ຫຍັງ, ແລະ​ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ຮ່າງ​ກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງ​ຫຍັງ ຊີ​ວິດ​ກໍ​ລື່ນກວ່າອາ​ຫານ​ບໍ່​ແມ່ນ​ຫລື ແລະ​ຮ່າງ​ກາຍ​ກໍ​ລື່ນກວ່າ​ເຄື່ອງ​ນຸ່ງ​ຫົ່ມ​ບໍ່​ແມ່ນ​ຫລື

26 ຈົ່ງ​ເບິ່ງນົກ​ປ່າ ມັນບໍ່​ໄດ້​ຫວ່ານ, ບໍ່​ໄດ້​ກ່ຽວ, ບໍ່​ໄດ້​ເກັບ​ໂຮມ​ໃສ່​ເລົ້າ​ໄວ້ ແຕ່​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງສະ​ຖິດ​ຢູ່​ໃນ​ສວັນ​ກໍ​ຍັງ​ຊົງ​ລ້ຽງ​ນົກ​ນັ້ນ ພວກ​ທ່ານ​ກໍ​ປະ​ເສີດຫລາຍກວ່າ​ນົກ​ບໍ່​ແມ່ນ​ຫລື

27 ມີ​ໃຜ​ໃນ​ພວກ​ທ່ານ​ໂດຍ​ຄວາມ​ກະ​ວົນ​ກະ​ວາຍ​ອາດ​ຕໍ່​ຊີວິດ​ຂອງ​ຕົນ​ໃຫ້​ຍາວ​ອອກ​ໄປ​ອີກ​ຈັກ​ສອກ​ນຶ່ງ​ໄດ້​ຫລື

28 ເປັນ​ສັນ​ໃດ ທ່ານ​ທັງຫລາຍ​ຈຶ່ງ​ກະ​ວົນ​ກະ​ວາຍ​ເຖິງ​ຄວາມ​ນຸ່ງ​ຫົ່ມ ຈົ່ງ​ສັງ​ເກດ​ເບິ່ງດອກໄມ້​ໃນ​ທົ່ງ​ວ່າ ມັນ​ຈະ​ເຣິນ​ໃຫຍ່​ຂຶ້ນ​ຢ່າງ​ໃດ ມັນ​ບໍ່​ໄດ້​ເຮັດ​ການ, ບໍ່​ໄດ້​ເຂັນ​ຝ້າຍ

29 ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຖິງ​ແມ່ນ​ກະ​ສັດ​ໂຊໂລ​ໂມນ, ເມື່ອ​ບໍ​ຣິ​ບູນ​ດ້ວຍ​ສະ​ງ່າ​ຣາ​ສິ ກໍ​ບໍ່​ໄດ້​ຊົງ​ເຄື່ອງ​ງາມ​ທໍ່​ດອກ​ໄມ້​ເຫລົ່າ​ນີ້​ດອກ​ນຶ່ງ

30 ຖ້າ​ພຣະເຈົ້າ​ຊົງ​ຕົກ​ແຕ່ງ​ຫຍ້າ​ທີ່​ທົ່ງ​ຢ່າງ​ນັ້ນ ຊຶ່ງ​ເປັນ​ມື້​ນີ້​ແລະ​ມື້​ຫນ້າ​ຕ້ອງ​ຖືກ​ຖິ້ມ​ໃສ່​ເຕົາ​ໄຟ ໂອ​ ຜູ້​ມີ​ຄວາມ​ເຊື່ອນ້ອຍ​ເອີຍ, ພຣະ​ອົງ​ຈະ​ບໍ່​ຊົງ​ຕົກ​ແຕ່ງ​ທ່ານ​ຫລາຍກວ່າ​ນົກ​ນັ້ນ​ອີກ​ຫລື

31 ເຫດ​ສັນ​ນັ້ນ ຢ່າ​ກະ​ວົນ​ກະ​ວາຍ​ວ່າ “ພວກ​ເຮົາ​ຈະ​ກິນຫຍັງ, ຈະດື່ມຫຍັງ, ຫລື​ຈະ​ນຸ່ງ​ຫົ່ມ​ຫຍັງ”

32 ເພາະ​ວ່າ​ພວກ​ຕ່າງ​ຊາ​ດສ​ແວງ​ຫາ​ສິ່ງ​ທັງ​ປ​ວງ​ນີ້ ແຕ່​ວ່າ​ພຣະ​ບິ​ດາ​ຂອງທ່ານ​ທັງ​ຫລາຍ​ຜູ້​ຊົງ​ສະ​ຖິດ​ຢູ່ໃນ​ສວັນ ຊົງ​ຊາບ​ແລ້ວ​ວ່າ​ພວກ​ທ່ານ​ຕ້ອງ​ການ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້

33 ແຕ່​ກ່ອນ​ອື່ນ, ທ່ານ​ທັງ​ຫລາຍ​ຈົ່ງ​ສ​ແວງ​ຫາ​ຣາ​ຊ​ອາ​ນາ​ຈັກ​ຂອ​ງ​ພຣະ​ເຈົ້າ ແລະ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຈະ​ຊົງ​ເພີ້ມ​ເຕີມ​ສິ່ງທັງ​ປວງ​ເຫລົ່າ​ນີ້​ໃຫ້​ແກ່​ທ່ານ

34 ເຫດ​ສັນ​ນັ້ນ ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ມື້ອື່ນ ເພາະ​ມື້​ອື່ນ​ຄົງ​ມີ​ການ​ກະ​ວົນ​ກະ​ວາຍ​ສຳ​ລັບ​ມັນ​ເອງຄວາມ​ທຸກ​ໃນ​ວັນ​ໃດ​ກໍ​ພໍ​ແລ້ວ​ໃນ​ວັນ​ນັ້ນ



7

1 “ຢ່າ​ກ່າວ​ໂທດ​ໃສ່​ເຂົາ​ເພື່​ອ​ພຣະ​ເຈົ້າ​ຈະ​ບໍ່​ຊົງ​ກ່າວ​ໂທດ​ໃສ່​ທ່ານ

2 ເພາະວ່າ​ທ່ານ​ຈະ​ກ່າວ​ໂທດ​ໃສ່​ເຂົາ​ຢ່າງ​ໃດ ພຣະ​ເຈົ້າ​ຈະ​ຊົງ​ກ່າວ​ໂທດ​ໃສ່​ທ່ານ​ຢ່າງ​ນັ້ນ ພວກ​ທ່ານ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະ​ເຈົ້າ​ຈະ​ຊົງ​ຕວງ​ໃຫ້​ພວກ​ທ່ານ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ

3 ເປັນ​ຫຍັງ​ທ່ານ​ຈຶ່ງ​ຫລຽວເຫັນຂີ້​ເຫຍື້ອ​ທີ່ຢູ່ໃນ​ຕາ​ພີ່​ນ້ອງ​ຂອງ​ທ່ານ ແຕ່​ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ຕົນ​ທ່ານ​ບໍ່​ຮູ້​ສຶກ

4 ຫລື​ເປັນ​ສັນ​ໃດ​ ທ່ານ​ຈຶ່ງ​ກ່າວ​ແກ່ພີ່​ນ້ອງ​ຂອງ​ທ່ານ​ວ່າ “ໃຫ້​ຂ້ອຍ​ເຂັ່ຽ​ຂີ້​ເຫຍື້ອ​ອອກ​ຈາກ​​ຕາ​ຂອງ​ເຈົ້າ” ແຕ່​ເບິ່ງ​ແມ໋, ໄມ້​ທັງ​ທ່ອນມີ​ຢູ່​ໃນ​ຕາ​ຂອງ​ທ່ານ​ເອງ

5 ໂອ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ທ່ານ​ກ່ອນ ແລ້ວ​ທ່ານ​ຈະ​ເຫັນ​ໄດ້​ຄັກ ຈຶ່ງ​ຈະເຂັ່ຽຂີ້​ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ພີ່​ນ້ອງ​ຂອງ​ຕົນ​ໄດ້

6 “ຢ່າ​ເອົາ​ຂອງ​ປະ​ເສີດ​ໃຫ້​ແກ່​ຫມາ ຢ່າ​ໂຍນ​ໄຂ່​ມຸກ​ໃສ່​ຕໍ່​ຫນ້າ​ຫມູ ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢ່ຳ​ເສັຽ ແລະ​ຈະ​ຕ່າວ​ມາ​ຂົບ​ຈີກ​ທ່ານ​ດ້ວຍ

7 “ຈົ່ງ​ຫມັ່ນ​ຂໍ​ແລ້ວ​ຈະ​ຊົງ​ປະ​ທານ​ໃຫ້ ຈົ່ງ​ຫມັ່​ນ​ຊອກ​ແລ້ວ​ຈະ​ພົບ ຈົ່ງ​ຫມັ່​ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້

8 ເພາະ​ວ່າ​ທຸກ​ຄົນ​ທີ່​ຫມັ່ນ​ຂໍ​ກໍ​ໄດ້​ຮັບ ທຸກ​ຄົນ​ທີ່​ຫມັ່ນ​ຊອກ​ກໍ​ພົບ ທຸກ​ຄົນ​ທີ່​ຫມັ່ນ​ເຄາະ​ກໍ​ຊົງ​ໄຂ​ໃຫ້

9 ໃນ​ພວກ​ທ່ານ​ມີ​ຜູ້​ໃດ​ແດ່ ຖ້າ​ລູກ​ຂໍເຂົ້າ​ປັ້ນ​ນຶ່ງ​ຈະ​ບໍ່​ໄດ້​ເອົາ​ກ້ອນ​ຫີນ​ໃຫ້​ຕີ້

10 ຫລື​ຖ້າ​ລູກ​ຂໍ​ປາ​ຈະ​ບໍ່​ໄດ້​ເອົາ​ງູ​ໃຫ້​ຕີ້

11 ເຫດ​ສັນ​ນັ້ນ ຖ້າ​ພວກ​ທ່ານ​ຜູ້​ເປັນ​ຄົນ​ຊົ່ວ ຍັງ​ຮູ້​ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ຈະ​ຊົງ​ປະ​ທານ​ຂອງ​ດີ​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະ​ອົງ

12 ດັ່ງ​ນັ້ນ​ສິ່ງ​ໃດໆ ທີ່​ທ່ານ​ປາ​ຖນາ​ໃຫ້​ເຂົາ​ເຮັດ​ແກ່​ທ່ານ ທ່ານ​ຈົ່ງ​ເຮັດ​ກັບ​ເຂົາ​ທຸກ​ປະ​ການ​ເຫມືອນ​ກັນ ເພາະ​ອັນ​ນັ້ນ​ຄື​ພຣະ​ບັນ​ຍັດ ແລະ​ຄຳ​ສັ່ງ​ສອນ​ຂອງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ

13 “ຈົ່ງ​ເຂົ້າ​ໄປ​ທາງ​ປະ​ຕູ​ຄັບ​ແຄບ ເພາະ​ວ່າ​ປະ​ຕູ​ກໍ​ກວ້າງ​ແລະ​ທາງ​ກໍ​ກວ້າງ​ຂວາງ​ທີ່​ນຳ​ໄປ​ເຖິງ​ຄວາມ​ຈິບ​ຫາຍ​ນັ້ນ ມີ​ຫລາຍ​ຄົນ​ເຂົ້າ​ໄປ​ຕາມ​ທາງ​ນັ້ນ

14 ເພາະ​ວ່າ​ປະ​ຕູ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ກໍ​ຄັບ​ແຄບ​ແລະ​ທາງ​ກໍ​ແຄບ ບໍ່​ມີ​ຫລາຍ​ຄົນ​ພົບ​ທາງ​ນັ້ນ

15 “ພວກ​ທ່ານ​ຈົ່ງ​ລະ​ວັງ​ຜູ້​ປະ​ກາດ​ພຣະ​ທັມ​ບໍ່​ຈິງ ທີ່​ປອມ​ຕົວ​ຄື​ແກະ​ມາ​ຫາ​ທ່ານ ແຕ່​ພາຍ​ໃນ​ເຂົາ​ເປັນ​ຫມາ​ໃນ​ຕົວ​ຮ້າຍ

16 ​ທ່ານຈະ​ຮູ້​ຈັກ​ເຂົາ​ໄດ້​ດ້ວຍ​ຜົນ​ຂອງ​ເຂົາ ເຂົາ​ເຄີຍ​ເກັບ​ຫມາກ​ອະ​ງຸ່ນ​ຈາກ​ເຄືອ​ມີ​ຫນາມ​ຫລື ແລະ​ເຂົາ​ເຄິຍ​ເກັບ​ຫມາກ​ເດື່ອ​ເທດ​ຈາກ​ຕົ້ນ​ມີ​ຫນາມ​ຫລື

17 ດັ່ງ​ນັ້ນ​ໄມ້​ດີ​ທຸກ​ຕົ້ນ​ຍ່ອມ​ເກີດ​ຜົນ​ດີ ແຕ່​ຕົ້ນ​ໄມ້​ບໍ່​ດີ​ກໍ​ເກີດ​ຜົນ​ບໍ່​ດີ

18 ຕົ້ນ​ໄມ້​ດີ​ຈະ​ເກີດ​ຜົນ​ບໍ່​ດີ​ບໍ່​ໄດ້ ຫລື​ຕົ້ນ​ໄມ້​ບໍ່​ດີ​ຈະ​ເກີດ​ຜົນ​ດີ​ກໍ​ບໍ່​ໄດ້

19 ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກິດ​ຜົນ​ດີ​ຕ້ອງ​ຖືກ​ປ້ຳ​ຖິ້ມ​ໃສ່​ໄຟ​ເສັຽ

20 ເຫດ​ສັນ​ນັ້ນ ພວກ​ທ່ານ​ຈະ​ຮູ້​ຈັກ​ເຂົາ​ໄດ້​ດ້ວຍ​ຜົນ​ຂອງ​ເຂົາ.

21 “ບໍ່​ແມ່ນ​ຫມົດ​ທຸກຄົນ​ທີ່​ກ່າວ​ແກ່​ເຮົາ​ວ່າ, “ພຣະ​ອົງ​ເຈົ້າ, ພຣະ​ອົງ​ເຈົ້າ,” ຈະ​ເຂົ້າ​ໃນ​ແຜ່ນ​ດິນ​ສວັນ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

22 ເມື່ອ​ເຖິງວັນ​ນັ້ນ​ຈະ​ມີ​ຫລາຍ​ຄົນ​ຮ້ອງ​ໃສ່​ເຮົາ​ວ່າ “ພຣະ​ອົງ​ເຈົ້າ, ພຣະ​ອົງ​ເຈົ້າ, ພວກ​ຂ້າ​ພຣະ​ອົງ​ໄດ້​ປະ​ກາດ​ພຣະ​ທັມ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ໄດ້​ຂັບ​ໄລ່​ຜີ​ອອກ​ໃນພຣະ​ນາມ​ຂອງ​ພຣະ​ອົງ ແລະ​ໄດ້​ເຮັດ​ການ​ອິດ​ທິ​ຣິດ​ຫລາຍ​ປະ​ການ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ຫລື”

23 ເມື່ອ​ນັ້ນ​ເຮົາ​ຈະ​ໄດ້​ປະ​ກາດ​ແກ່​ເຂົາ​ວ່າ “ເຮົາ​ບໍ່​ຮູ້​ຈັກ​ພວກ​ເຈົ້າ​ຈັກ​ເທື່ອ ເຈົ້າ​ຜູ້​ເຮັດ​ການ​ຊົ່ວ​ເຮິຍ, ຈົ່ງ​ຜ່າຍ​ຫນີ​ໃຫ້​ພົ້ນ​ຈາກ​ເຮົາ​ເສັຽ”

24 “ເຫດ​ສັນ​ນັ້ນ ທຸກ​ຄົນ​ທີ່​ຟັງ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລະ​ປະ​ຕິ​ບັດ​ຕາມ ຄົນ​ນັ້ນ​ກໍ​ປຽບ​ເຫມືອນ​ຄົນ​ສ​ລາດ​ທີ່​ກໍ່​ສ້າງ​ຕຶກ​ຂອງ​ຕົນ​ເທິງ​ດານ​ຫີນ

25 ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ, ລົມ​ກໍ​ພັດ​ປະ​ທະ​ຕຶກ​ນັ້ນ ແຕ່​ຕຶກ​ນັ້ນ​ກໍ​ບໍ່​ພັງ​ເພ​ລົງ ເພາະ​ຮາກ​ມັນ​ຕັ້ງ​ຢູ່​ເທິງ​ຫີນ

26 ແຕ່​ທຸກ​ຄົນ​ທີ່​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລະ​ບໍ່​ປະ​ຕິບັດ​ຕາມ ຄົນ​ນັ້ນ​ກໍ​ປຽບ​ເຫມືອນ​ຄົນ​ໂງ່​ທີ່​ກໍ່​ສ້າງ​ຕຶກ​ຂອງ​ຕົນ​ເທິງ​ຫາດ​ຊາ​ຍ

27 ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ, ລົມ​ກໍ​ພັດ​ປະ​ທະ​ຕຶກ​ນັ້ນ ຕຶກ​ນັ້ນ​ກໍ​ເພ​ພັງ​ລົງ ແລະ​ການ​ເພ​ພັງ​ຂອງ​ມັນ​ກໍ​ເປັນ​ການ​ໃຫຍ່​ຫລວງ”

28 ຢູ່​ມາ​ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ຈົບ​ລົງ​ແລ້ວ ປະ​ຊາ​ຊົນ​ທັງ​ປວງ​ກໍ​ປ​ລາດ​ໃຈໃນ​ການ​ສັ່ງ​ສອນ​ຂອງ​ພຣະ​ອົງ

29 ເພາະ​ວ່າ​ພຣະ​ອົງ​ຊົງ​ສັ່ງ​ສອນ​ເຂົາ​ເຫມືອນ​ຜູ້​ມີ​ຣິດ​ອຳ​ນາດ ແລະ​ບໍ່​ເຫມືອນ​ພວກ​ນັກ​ທັມ​ຂອງ​ເຂົາ



8

1 ເມື່ອ​ພຣະ​ອົງ​ສະ​ເດັດ​ລົງ​ມາ​ຈາກ​ພູ​ແລ້ວ ປະ​ຊາ​ຊົນ​ຫລວງ​ຫ​ລາຍ​ໄດ້​ຕິດ​ຕາມ​ພຣະ​ອົງ

2 ແລະ​ເບິ່ງ​ແມ໋, ມີ​ຄົນ​ຂີ້​ທູດ​ຜູ້​ນຶ່ງ​ເຂົ້າ​ມາ​ຂາບ​ລົງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ພໍ​ໃຈ​ກໍ​ອາດ​ຈະ​ເຮັດ​ໃຫ້​ຂ້າ​ພຣະ​ອົງ​ດີ​ສະ​ອາດ​ໄດ້”

3 ພຣະ​ອົງ​ຈຶ່ງ​ຊົງ​ຢຽດ​ພຣະ​ຫັດ​ອອກ​ຖືກ​ຄົນ​ນັ້ນ​ແລະ​ຊົງ​ກ່າວ​ວ່າ, “ເຮົາ​ພໍ​ໃຈ​ແລ້ວ ຈົ່ງ​ດີ​ສະ​ອາດ​ເສັຽ” ແລ້ວພຍາດ​ຂີ້​ທູດ​ຂອງ​ຜູ້​ນັ້ນ​ກໍ​ດີ​ສະ​ອາດ​ທັນ​ທີ

4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່ຜູ້​ນັ້ນ​ວ່າ, “ລະ​ວັງ​ຢ່າ​ບອກ​ໃຫ້​ຜູ້​ໃດ​ຟັງ ແຕ່​ຈົ່ງ​ໄປສະ​ແດງ​ຕົວ​ຕໍ່​ປະ​ໂຣ​ຫິດ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ໂມ​ເຊ​ໄດ້​ສັ່ງ​ໄວ້​ເພື່ອ​ເປັນ​ຫລັກ​ຖານ​ຕໍ່​ເຂົາ”

5 ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ເຂົາ​ໄປ​ໃນ​ເມືອງ​ກາ​ເປ​ນາ​ອູມ ມີ​ນາຍ​ຮ້ອຍ​ທະ​ຫານ​ຜູ້​ນຶ່ງ​ມາ​ອ້ອນວອນ​ພຣະ​ອົງ

6 ທູນ​ວ່າ, “ນາຍ​ເອີຍ, ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ເປັນ​ເປັ້ຽນ​ອນ​ຢູ່​ເຮືອນ​ທົນ​ທຸກ​ເວ​ທະນາ​ຫລາຍ”

7 ພຣະ​ເຢ​ຊູ​ຊົງ​ບອກກັບ​ນາຍ​ຮ້ອຍ​ນັ້ນ​ວ່າ, “ເຮົາ​ຈະ​ໄປ​ຊ່ອຍ​ໃຫ້​ເຂົາ​ດີ”

8 ແຕ່​ຝ່າຍ​ນາຍ​ຮ້ອຍ​ຜູ້​ນັ້ນ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ເປັນ​ຄົນ​ບໍ່​ສົມ​ຄວນ​ທີ່​ຈະ​ໃຫ້​ທ່ານ​ເຂົ້າ​ໄປ​ລຸ່ມ​ຫລັງ​ຄາ​ເຮືອນ​ຂອງ​ຂ້າ​ພຣະ​ອົງ ແຕ່​ຂໍ​ທ່ານ​ກ່າວ​ເທົ່າ​ນັ້ນ​ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ກໍ​ຈະ​ດີ​ພ​ຍາດ

9 ເຫດ​ວ່າ​ຂ້າພຣະ​ອົງ​ເປັນ​ຄົນ​ຢູ່​ໃຕ້​ວິ​ນັຍ​ທະ​ຫານ ແລະ​ຍັງ​ມີ​ທະ​ຫານ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ຂ້າ ​ພຣະ​ອົງ​ອີກ ຂ້າ​ພຣະ​ອົງ​ສັ່ງ​ແກ່​ຄົນ​ນັ້ນ​ວ່າ “ໄປ” ມັນ​ກໍ​ໄປ ແລະ​ສັ່ງ​ຄົນ​ນີ້​ວ່າ “ມາ” ມັນ​ກໍ​ມາ ແລະ​ບອກ​ແກ່​ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ວ່າ “ຈົ່ງ​ເຮັດ​ສິ່ງ​ນີ້” ມັນ​ກໍ​ເຮັດ”

10 ເມື່ອ​ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ປ​ລາດ​ພຣະ​ທັຍ ຈຶ່ງ​ຊົງ​ກ່າວ​ກັບ​ຄົນທັງ​ຫລາຍ​ທີ່​ຕິດ​ຕາມ​ພຣະ​ອົງ​ມາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ແມ່ນ​ໃນ​ພວກອິ​ສ​ຣາ​ເອນ​ເຮົາ​ກໍ​ບໍ່​ໄດ້​ພົບ​ຄວາມ​ເຊື່ອ​ໃຫຍ່​ທໍ່​ນີ້

11 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈະ​ມີ​ຫລາຍ​ຄົນ​ຈາກ​ທິດ​ຕາ​ເວັນ​ອອກ​ແລະ​ທິດ​ຕາ​ເວັນ​ຕົກ​ມາ​ນັ່ງ​ຮ່ວມ​ໂຕະ​ກັ​ບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ​ຢາ​ໂຄບ​ໃນ​ແຜ່ນ​ດິນ​ສວັນ

12 ແຕ່​ຝ່າຍ​ຊາວ​ແຜ່ນ​ດິນ​ນັ້ນ​ຈະ​ຖືກ​ຖິ້ມ​ອອກ​ໄປ​ໃນ​ທີ່​ມືດ​ພາຍນອກ ທີ່​ນັ້ນ​ຈະ​ມີ​ສຽງ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່”

13 ພຣະ​ເຢ​ຊູ​ຊົງ​ບອກ​ແກ່​ນາຍ​ຮ້ອຍຜູ້ນັ້ນ​ວ່າ, “ຈົ່ງ​ກັບ​ເມືອ​ເສັຽ ທ່ານ​ໄດ້​ເຊື່ອ​ຢ່າງ​ໃດ​ກໍ​ໃຫ້​ເປັນ​ແກ່​ທ່ານ​ຢ່າງ​ນັ້ນ” ແລ້ວ​ໃນ​ໂມງ​ນັ້ນ​ຄົນ​ໃຊ້​ຜູ້​ນັ້ນ​ກໍ​ໄດ້​ດີ​ເປັນ​ປົກ​ກະ​ຕິ

14 ເມື່ອ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເປ​ໂຕ ກໍ​ຊົງ​ເຫັນ​ແມ່​ເມັຽ​ຂອງ​ເປ​ໂຕນອນ​ໄຂ້ຢູ່

15 ພຣະ​ອົງຊົງ​ບາຍ​ມື​ນາງ​ແລະ​ຄວາມ​ໄຂ້​ກໍ​ຫາ​ຍ ນາງ​ຈຶ່ງ​ລຸກ​ຂຶ້ນ​ບົວ​ລະ​ບັດ​ພຣະ​ອົງ

16 ແລະ​ເມື່ອ​ຄ່ຳ​ມາ ເຂົາ​ໄດ້​ພາຄົນ​ທີ່​ມີ​ຜີ​ຮ້າຍ​ສິງ​ຢູ່​ຫລາຍ​ຄົນ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ຂັບ​ໄລ່​ຜີ​ຮ້າຍ​ເຫລົ່າ​ນັ້ນ​ອອກ​ດ້ວຍ​ຄຳ​ສັ່ງ​ຂອງ​ພຣະ​ອົງ ແລະ​ບັນ​ດາ​ຄົນ​ເຈັບ​ປ່ວຍ​ທັງ​ຫລາຍ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ໂຜດ​ໃຫ້​ດີ

17 ​ທັງນີ້​ເພື່ອ​ຈະ​ໃຫ້​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ທ່ານ​ໄດ້​ແບກ​ຄວາມ​ເຈັບ​ໄຂ້​ຂອງ​ພວກ​ເຮົາ ແລະ​ຫອບ​ເອົາ​ພຍາດ​ຂອງ​ເຮົາ​ໄປ”

18 ຄັນ​ພຣະ​ເຢ​ຊູ​ຊົງ​ເຫັນ​ປະ​ຊາ​ຊົນ​ຫລວງ​ຫລາຍ​ຢູ່​ຮວມ​ຕົນ ກໍ​ໄດ້​ຊົງ​ສັ່ງ​ໃຫ້​ຂ້າມ​ໄປ​ຟາກ​ນັ້ນ

19 ມີ​ນັກ​ທັມ​ຜູ້​ນຶ່ງ​ມາ​ຫາ​ພຣະ​ອົງ​ທູນວ່າ, “ອາ​ຈານ​ເອີຍ, ທ່ານ​ຈະ​ໄປ​ທີ່​ໃດ ຂ້າ​ພຣະ​ອົງ​ຈະ​ຕິດ​ຕາມ​ທ່ານ​ໄປ​ທີ່​ນັ້ນ”

20 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຫມາ​ຈິກ​ຈອກ​ກໍ​ມີ​ຮູ ແລະ​ນົກ​ປ່າ​ກໍ​ຍັງ​ມີ​ຮັງ ແຕ່ບຸດ​ມະ​ນຸດ​ບໍ່​ມີ​ບ່ອນ​ຈະ​ວາງ​ຫົວ​ລົງ”

21 ອີກ​ຜູ້​ນຶ່ງ​ໃນ​ພວກ​ສິດ​ຂອງ​ພຣະ​ອົງ​ມາ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ອະ​ນຸ​ຍາດ​ໃຫ້​ຂ້າ​ພຣະ​ອົງ​ໄປ​ຝັງ​ສົບບິ​ດາຂອງ​ຂ້າ​ພຣະ​ອົງ​ເສັຽກ່ອນ”

22 ແຕ່​ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຈົ່ງ​ຕິດ​ຕາມ​ເຮົາ​ມາ​ເສັຽ ແລະ​ປະ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ”

23 ເມື່ອ​ພຣະ​ອົງ​ສະ​ເດັດ​ລົງ​ເຮືອ ພວກ​ສິດ​ຂອງ​ພຣະ​ອົງ​ກໍ​ຕິດ​ຕາມ​ພຣະ​ອົງ​ໄປ

24 ແລະ​ເບິ່ງ​ແມ໋, ບັງ​ເກິດ​ມີ​ການ​ເຄື່ອນ​ໄຫວ​ອັນ​ໃຫຍ່​ທີ່​ທະ​ເລ​ຈົນ​ຟອງ​ນ້ຳ​ກຳ​ລັງ​ຊັດ​ຖ້ວມ​ເຮືອ ແຕ່​ພຣະ​ອົງ​ຊົງ​ບັນ​ທົມ​ຫລັບ​ຢູ່

25 ພວກ​ສິດ​ໄດ້​ມາ​ປຸກ​ພຣະ​ອົງ​ທູນ​ວ່າ, “ນາຍ​ເອີຍ, ຂໍ​ຈົ່ງ​ຊ່ອຍ​ທ້ອນ ພວກ​ຂ້າ​ພຣະ​ອົງກຳ​ລັງ​ຈະ​ຈິບ​ຫາຍ​ຢູ່​ແລ້ວ”

26 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ໂອ ຄົນ​ມີ​ຄວາມເຊື່ອ​ນ້ອຍ​ເອີຍ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ” ແລ້ວ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ຫ້າມ​ລົມ​ແລະ​ທະ​ເລ ລົມ​ກໍ​ເຊົາ​ແລະ​ຟອງ​ນ້ຳ​ກໍ​ສ​ງົບງຽບ​ທົ່ວ​ໄປ

27 ຄົນ​ເຫລົ່າ​ນັ້ນ​ກໍ​ພາ​ກັນ​ອັ​ດສະຈັນ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ມາ​ຈາກ​ທີ່ໃດ​ຫນໍ ຈົນ​ວ່າ​ລົມ​ແລະ​ທະ​ເລ​ກໍ​ຍອມ​ຟັງ​ທ່ານ”

28 ເມື່ອ​ພຣະ​ອົງ​ສະ​ເດັດ​ຂ້າມ​ຟາກ​ໄປ​ເຖິງ​ເຂດ​ແດນ​ຊາວ​ກາ​ດາ​ຣາ ມີ​ສອງ​ຄົນ​ທີ່​ມີ​ຜິ​ສິງ​ຢູ່​ອອກ​ຈາກ​ປ່າ​ຊ້າ​ມາ​ພົບ​ພຣະ​ອົງ ເຂົາ​ໂຫດ​ຮ້າຍ​ປານ​ນັ້ນ​ຈົນ​ບໍ່​ມີ​ຜູ້​ໃດ​ອາດ​ທຽວ​ທາງ​ນັ້ນ​ໄດ້

29 ເບິ່ງ​ແມ໋, ເຂົາ​ຮ້ອງ​ໃສ່​ພຣະ​ອົງ​ທູນ​ວ່າ, “ໂອ ບຸດພຣະ​ເຈົ້າ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ເຮົາ​ດ້ວຍ​ເຫດ​ໃດ ຈະ​ມາ​ທໍ​ຣະ​ມານ​ເຮົາ​ກ່ອນ​ເວ​ລາ​ກຳ​ນົດ​ຫລື”

30 ໄກ​ຈາກ​ທີ່​ນັ້ນ​ມີ​ຫມູຝູງ​ໃຫຍ່​ກຳ​ລັງ​ຫາ​ກິນ​ຢູ່

31 ຜີ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ທູນ​ຂໍ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ຂັບ​ໄລ່​ພວກ​ເຮົາ​ອອກ ກໍ​ຂໍ​ໃຫ້​ພວກ​ເຮົາ ​ເຂົ້າ​ໄປສິງ​ຢູ່​ໃນ​ຫມູ​ຝູງ​ນັ້ນ​ທ້ອນ”

32 ພຣະ​ອົງ​ຊົງ​ບອກ​ຜີ​ເຫລົ່າ​ນັ້ນ​ວ່າ, “ໄປ​ເສັຽ” ຜີ​ເຫລົ່າ​ນັ້ນ​ກໍ​ອອກ​ໄປ​ເຂົ້າ​ສິງ​ຢູ່​ໃນ​ຝູງ​ຫ​ມູ ແລະ​

ເບິ່ງ​ແມ໋, ຫມູ​ທັງ​ຝູງ​ນັ້ນ​ໄດ້​ຟ້າວ​ແລ່ນ​ລົງ​ຈາກຕາ​ລິ່ງ​ຊັນ​ໂຕນ​ໃສ່​ທະ​ເລ​ຕາຍ​ດຶກ​ນ້ຳ​ຫມົດ

33 ຝ່າຍ​ຄົນ​ລ້ຽງ​ຫມູ​ກໍ​ພາ​ກັນ​ປົບ​ຫນີ​ເຂົ້າ​ໄປ​ໃນ​ເມືອງ ເລົ່າ​ບັນ​ດາ​ເຫດ​ການ​ຊຶ່ງ​ເປັນ​ໄປ​ນັ້ນ​ກັບ​ເຫດ​ທີ່​ເກີດ​ຂຶ້ນ​ແກ່​ຄົນ​ທີ່​ມີ​ຜິ​ສິງ​ຢູ່

34 ແລະ​ເບິ່ງ​ແມ໋, ຄົນ​ທັງ​ເມືອງ​ກໍ​ພາ​ກັນ​ອອກ​ມາ​ຫາ​ພຣະ​ເຢ​ຊູ ເມື່ອ​ພົບ​ພຣະ​ອົງ​ແລ້ວ ເຂົາ​ຈຶ່ງ​ອ້ອນ​ວອນ​ທູນ​ຂໍ​ໃຫ້​ພຣະ​ອົງ​ອອກ​ໄປ​ເສັຽ​ຈາກ​ເຂດ​ແດນ​ຂອງ​ເຂົາ



9

1 ຝ່າຍ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ລົງ​ເຮືອ​ຂ້າມ​ຟາກ​ໄປ​ຍັງ​ເມືອງ​ຂອງ​ຕົນ

2 ເບິ່ງ​ແມ໋, ເຂົາ​ຫາມ​ຄົນ​ເປັ້ຽຜູ້​ນຶ່ງ​ຊຶ່ງນອນ​ຢູ່​ເທິງ​ທີ່​ນອນ​ມາ​ຫາ​ພຣະ​ອົງ ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ ຈຶ່ງ​ຊົງ​ກ່າວແກ່​ຄົນ​ເປັ້ຽນັ້ນ​ວ່າ, “ລູກ​ເອີຍ, ຈົ່ງ​ຊື່ນ​ໃຈ​ເທີນ ​ຜີດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ”

3 ແລະ​ເບິ່ງ​ແມ໋, ພວກ​ນັກ​ທັມ​ບາງ​ຄົນ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ເວົ້າ​ຫມິ່ນ​ປມາດ​ພຣະ​ເຈົ້າ”

4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມຄຶດ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ຄຶດ​ຄວາມ​ຊົ່ວ​ໃນ​ໃຈ

5 ທີ່​ຈະ​ວ່າ “ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” ຫລື​ຈະ​ວ່າ “ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ທຽວ​ໄປ” ອັນ​ໃດ​ຈະ​ງ່າຍກວ່າ​ກັນ

6 ແຕ່​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດ​ອຳ​ນາດ​ໃນ​ໂລກ​ໃຫ້​ອະ​ພັຍ​ຄວາມ​ຜິດ​ບາບ​ໄດ້” ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ຄົນ​ເປັ້ຽນັ້ນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ”

7 ຄົນ​ເປັ້ຽ​ຈຶ່ງ​ລຸກ​ຂຶ້ນ​ເມືອ​ເຮືອນ​ຂອງ​ຕົນ

8 ເມື່ອ​ປະ​ຊາ​ຊົນ​ເຫັນ​ດັ່ງ​ນັ້ນ​ກໍ​ຢ້ານ ຈຶ່ງ​ພາ​ກັນ​ສັຣ​ເສິນພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຣິດ​ອຳ​ນາດ​ດັ່ງ​ນັ້ນ​ແກ່​ມະ​ນຸດ

9 ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ຈາກ​ບ່ອນ​ນັ້ນ​ໄປ ພຣະ​ອົງ​ຊົງ​ເຫັນ​ຊາຍ​ຜູ້​ນຶ່ງ​ຊື່ ມັດ​ທາຍ​ນັ່ງ​ຢູ່​ດ່ານ​ພາ​ສີ ຈຶ່ງ​ຊົງກ່າວ​ແກ່​ຜູ້​ນັ້ນ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ” ເຂົາກໍ​ລຸກ​ຂຶ້ນ​ຕາມພຣະ​ອົງ​ໄປ

10 ເມື່ອ​ພຣະ​ອົງ​ປະ​ທັບ​ສ​ເວີຍ​ອາ​ຫານ​ຢູ່​ໃນ​ເຮືອນ ເບິ່ງ​ແມ໋, ມີ​ຄົນ​ເກັບ​ພາ​ສີ ​ແລະ​ຄົນ​ນອກ​ສິນ​ທັມ​ຫລາຍ​ຄົນ​ເຂົ້າ​ມາ​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະ​ເຢ​ຊູ​ ແລະ​ພວກ​ສິດ​ຂອງ​ພຣະ​ອົ​ງ

11 ເມື່ອ​ພວກ​ຟາ​ຣີ​ຊາຍ​ເຫັນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ຖາມ​ພວກ​ສິດ​ຂອງ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ອາ​ຈານ​ຂອງ​ພວກ​ເຈົ້າ​ຈຶ່ງ​ຮັບ​ປະ​ທານ​ອາ​ຫານ ຮ່ວມ​ກັບ​ຄົນ​ເກັບ​ພາ​ສິ ແລະ​ຄົນ​ນອກ​ສິນ​ທັມ”

12 ສ່ວນ​ພຣະ​ອົງ ເມື່ອ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ຈຶ່ງ​ຊົງ​ກ່າວ​ວ່າ, “ຄົນ​ທີ່​ສະ​ບາຍ​ບໍ່​ຕ້ອງ​ການ​ຫ​ມໍ​ຢາ ແຕ່​ຄົນ​ເຈັບ​ກໍ​ຕ້ອງ​ການ​ຫມໍ

13 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ໄປ​ຮຽນ​ຂໍ້​ນີ້​ໃຫ້​ເຂົ້າ​ໃຈ​ທີ່​ວ່າ “ເຮົາ​ປະ​ສົງ​ຄວາມ​ເມດ​ຕາ​ແລະ​ບໍ່​ປະ​ສົງ​ເຄື່ອງ​ບູ​ຊາ” ດ້ວຍ​ວ່າ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ຈະ​ເອີ້ນ​ເອົາ​ຄົນ​ສິນ​ທັມ ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທັມ”

14 ເມື່ອ​ນັ້ນ​ພວກ​ສິດ​ຂອງ​ໂຢ​ຣັນ​ມາ​ຫາ​ພຣະ​ເຢ​ຊູ​ທູນ​ວ່າ, “ເຫດ​ສັນ​ໃດ​ພວກ​ຂ້າ​ພຣະ​ອົງ ແລະ​ພວກ​ຟາ​ຣິ​ຊາຍ​ເຄີຍຖື​ສິນ​ອົດ​ອາ​ຫານ​ຢູ່​ເລື້ອຍ ແຕ່​ພວກ​ສິດ​ຂອງ​ທ່ານ​ບໍ່​ຖື”

15 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເມື່ອ​ເຈົ້າ​ບ່າວ​ຍັງຢູ່ກັບ​ເຂົາ ເພື່ອນ​ຂອງເຈົ້າ​ບ່າວ​ນັ້ນ​ຈະ​ໂສກ​ເສົ້າ​ບໍ່​ໄດ້​ຕີ້ ແຕ່​ວັນ​ນຶ່ງ​ຈະ​ມາ​ເມື່ອ​ເຈົ້າ​ບ່າວ​ຖືກ​ຍົກ​ຍ້າຍ​ຈາກ​ເຂົາ​ໄປ ເມື່ອ​ນັ້ນ​ເຂົາ​ຈະ​ຖື​ສິນ​ອົດ​ອາ​ຫານ

16 ບໍ່​ຫ່ອນ​ມີ​ຜູ້​ໃດເອົາ​ຕ່ອນ​ຜ້າ​ໃຫມ່​ມາ​ຕາບ​ເສື້ອ​ເກົ່າ ເພາະ​ເມື່ອ​ຕ່ອນ​ຜ້າ​ໃຫມ່​ຫົດ​ກໍ​ຈະ​ຂາດ​ອອກ​ຈາກ​ເສື້ອ​ເກົ່າ ແລ້ວ​ບ່ອນ​ຂາດ​ນັ້ນ​ຈະ​ກວ້າງ​ອອກ​ຕື່ມ

17 ແລະ​ເຂົາ​ບໍ່​ເອົາ​ເຫລົ້າ​ແວງ​ໃຫມ່​ມາ​ໃສ່​ໄວ້ໃນ​ຖົງ​ຫນັງ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ຖົງ​ຫນັງ​ຈະ​ຂາດ​ແລະ​ເຫລົ້າ​ແວງ​ຈະ​ຮົ່ວ​ອອກ ທັງ​ຖົງ​ຫນັງ​ກໍ​ຈະ​ເສັຽ​ໄປ​ເຫມືອນ​ກັນ ແຕ່​ເຂົາ​ເອົາ​ເຫລົ້າ​ແວງ​ໃຫມ່​ໃສ່​ໄວ້​ໃນ​ຖົງ​ຫນັງ​ໃຫມ່ ແລ້ວ​ທັງ​ສອງ​ຢ່າງ​ກໍຢູ່ດີ​ດ້ວຍ​ກັນ

18 ເມື່ອ​ພຣະ​ອົງ​ກຳ​ລັງ​ຊົງ​ກ່າວຄຳ​ເຫລົ່າ​ນີ້​ແກ່​ເຂົາ​ຢູ່ ເບິ່ງ​ແມ໋, ມີ​ເຈົ້າ​ນາຍ​ຜູ້​ນຶ່ງ​ມາ​ຂາບທູນ​ພຣະ​ອົງ​ວ່າ, “ລູກ​ສາວ​ຂອງ​ຂ້າ​ພຣະ​ອົງ​ຫາ​ກໍ​ຕາຍ ແຕ່​ຂໍ​ເຊີນ​ທ່ານ​ໄປ​ວາງ​ມື​ໃສ່​ເຂົາ ແລ້ວ​ເຂົາຈະ​ຄືນ​ມີ​ຊີ​ວິດ​ອີກ”

19 ແລ້ວ​ພຣະ​ເຢ​ຊູ​ຊົງ​ລຸກ​ຂຶ້ນ​ສະ​ເດັດ​ຕາມ​ນາຍ​ຜູ້​ນັ້ນ​ໄປ​ພ້ອມ​ດ້ວຍ​ພວກ​ສິດ​ຂອງ​ພຣະ​ອົງ

20 ແລະ​ເບິ່ງ​ແມ໋, ມີ​ຜູ້​ຍິງ​ຄົນ​ນຶ່ງ​ເປັນ​ພ​ຍາດ​ເລືອດ​ຕົກ​ໄດ້​ສິບ​ສອງ​ປີ​ມາ​ແລ້ວ ນາງ​ໄດ້​ຫຍັ​ບ​ເຂົ້າ​ມາ​ເບື້ອງ​ຫລັງ​ແລ້ວ​ບາຍ​ແຄມ​ເຄື່ອງ​ທົງ​ຂອງ​ພຣະ​ອົງ

21 ເພາະ​ນາງ​ຄຶດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ແຕ່​ເສື້ອ​ຂອງ​ທ່ານ​ເທົ່າ​ນັ້ນ​ ເຮົາ​ກໍ​ຈະ​ດີ​ພ​ຍາດ”

22 ພຣະ​ເຢ​ຊູ​ຊົງ​ຫລຽວ​ຫ​ລັງ​ທອດ​ພຣະ​ເນດ​ເຫັນ​ຍິງ​ນັ້ນ ແລ້ວ​ຊົງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ, ຈົ່ງ​ຊື່ນ​ໃຈ​ເທີນ ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ” ຕັ້ງ​ແຕ່​ຍາມ​ນັ້ນ​ນາງ​ກໍ​ດີ​ປົກ​ກະ​ຕິ

23 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ໄປ​ເຖິງ​ເຮືອນ​ນາຍ​ຜູ້​ນັ້ນ ກໍ​ຊົງ​ເຫັນ​ພວກ​ຄົນ​ເປົ່າ​ປີ່​ກັບ​ຝູງ​ຄົນ​ອຶກ​ກະ​ທຶກ​ກັນ​ຢູ່

24 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ຖອຍ​ອອກ​ໄປ​ເສັຽ ດ້ວຍ​ວ່າ​ສາວ​ນ້ອຍ​ຄົນ​ນີ້​ບໍ່​ໄດ້​ຕາຍດອກ ແຕ່​ຫລັບ​ຢູ່​ເທົ່າ​ນັ້ນ” ແລ້ວ​ເຂົາ​ພາ​ກັນ​ຫົວ​ຂວັນພຣະ​ອົງ

25 ເມື່ອ​ຝູງ​ຄົນ​ໄດ້​ຖືກ​ຂັບ​ໄລ່​ອອກ​ຫມົດ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ຈັບ​ມື​ສາວ​ນ້ອຍ​ແລະ​ສາວ​ນ້ອຍ​ນັ້ນ​ກໍ​ລຸກ​ຂຶ້ນ

26 ແລ້ວ​ກິ​ດຕິ​ສັບ​ກໍ​ຊ່າ​ລື​ໄປ​ທົ່ວ​ແຂວງ​ນັ້ນ

27 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ຈາກ​ບ່ອນ​ນັ້ນ​ໄປ ກໍ​ມີ​ຄົນ​ຕາ​ບອດ​ສອງ​ຄົນ​ຕາມ​ພຣະ​ອົງ​ໄປ​ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາ​ວິດ​ເອີຍ​, ໂຜດ​ເມດ​ຕາ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ”

28 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົາ​ໄປ​ໃນ​ເຮືອນ​ແລ້ວ ຄົນ​ຕາ​ບອດ​ສອງ​ຄົນ​ນັ້ນ​ກໍ​ເຂົ້າ​ມາ​ຫາ​ພຣະ​ອົງ ພຣະ​ເຢ​ຊູ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ເຈົ້າ​ເຊື່ອ​ວ່າ​ເຮົາ​ອາດ​ຈະ​ເຮັດ​ການ​ນີ້​ໄດ້​ຫລື” ເຂົາ​ກໍ​ທູນ​ພຣະ​ອົງ​ວ່າ, “ເຊື່ອ​ຢູ່​ທ່ານ​ເອີຍ”

29 ແລ້ວ​ພຣະ​ອົງ​ຊົງ​ບາຍ​ຕາ​ຂອງ​ເຂົາ​ພ້ອມ​ກັບ​ຊົງ​ກ່າວ​ວ່າ, “ໃຫ້​ເປັນ​ໄປ​ຕາມ​ຄວາມ​ເຊື່ອ​ຂອງ​ເຈົ້າ”

30 ແລະ​ຕາ​ຂອງ​ເຂົາ​ກໍ​ກັບ​ເຫັນ​ຮຸ່ງ ແລ້ວ​ພຣະ​ເຢ​ຊູ​ຊົງ​ສັ່ງ​ຫ້າມ​ເຂົາ​ຢ່າງ​ແຂງ​ແຮງວ່າ, “ຈົ່ງ​ລະ​ວັງ​ຢ່າ​ໃຫ້​ຜູ້​ໃດ​ຮູ້”

31 ແຕ່​ເມື່ອ​ເຂົາ​ຈາກບ່ອນ​ນັ້ນ​ໄປ ເຂົາ​ກໍ​ປະ​ກາດ​ເຣື່ອງ​ຂອງ​ພຣະ​ອົງ​ໃຫ້​ຊ່າ​ລື​ທົ່ວ​ໄປ​ໃນ​ແຂວງ​ນັ້ນ

32 ໃນ​ຂ​ນະ​ທີ່​ເຂົາ​ກໍາລັງ​ອ​ອກ​ໄປ ມີ​ຜູ້​ພາ​ຄົນ​ປາກ​ກືກ​ຜູ້​ນຶ່ງ​ທີ່​ມີ​ຜີ​ສິງ​ຢູ່​ມາ​ຫາ​ພຣະ​ອົງ

33 ເມື່ອ​ພຣະ​ອົງ​ຊົງ​ຂັບ​ໄລ່​ຜີ​ນັ້ນ​ອອກ​ແລ້ວ ຄົນ​ປາກ​ກືກ​ກໍ​ປາ​ກໄດ້ ຝູງ​ຄົນ​ທັງ​ຫລາຍກໍ​ອັ​ດສະ​ຈັນ​ໃຈເວົ້າ​ກັນ​ວ່າ, “ບໍ່​ເຄີຍ​ປາ​ກົດ​ເຫັນ​ການ​ດັ່ງ​ນີ້​ໃນ​ປະ​ເທດອີ​ສ​ຣາ​ເອນ​ຈັກ​ເທື່ອ”

34 ແຕ່​ພວກ​ຟາ​ຣິ​ຊາຍ​ເວົ້າ​ວ່າ, “ຄົນ​ນີ້​ຂັບ​ໄລ່​ຜີ​ອອກ​ໄດ້​ດ້ວຍ​ຣິດ​ຂອງ​ນາຍ​ຜິ”

35 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ທົ່ວ​ທຸກ​ເມືອງ​ທຸກ​ບ້ານ ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ຊົງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຣາ​ຊ​ອາ​ນາ​ຈັກ​ນັ້ນ ແລະ​ຊົງ​ໂຜດ​ຄົນ​ມີ​ພ​ຍາດ​ແລະ​ຄວາມ​ເຈັບ​ໄຂ້​ທຸກ​ຢ່າງ​ໃຫ້​ດີ​ຫມົດ

36 ແຕ່​ເມື່ອ​ພຣະ​ອົງ​ຊົງ​ເຫັນ​ປະ​ຊາ​ຊົນ​ຫລວງ​ຫ​ລາຍ​ກໍ​ຊົງ​ສົງ​ສານ​ເຂົາ ເພາະ​ເຂົາ​ຖືກ​ຮົບ​ກວນ​ແລະ​ອິດ​ອ່ອນ​ໂຮຍ​ແຮງ​ໄປ​ເຫມືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ

37 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ພວກສິດ​ຂອງ​ພຣະ​ອົງ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ນັ້ນ​ກໍ​ຫລາຍ​ແທ້ ແຕ່​ຄົນ​ງານ​ມີ​ຫນ້ອຍ​ຢູ່

38 ເພາະ​ສັນ​ນັ້ນ ພວກ​ທ່ານ​ຈົ່ງ​ອ້ອນວອນ​ຜູ້​ເປັນ​ເຈົ້າ​ຂອງ​ນາ ໃຫ້​ຈຳ​ຄົນ​ງານ​ມາ​ໃນ​ການ​ກ່ຽວ​ຂອງ​ທ່ານ​ເສັຽ”



10

1 ເມື່ອ​ພຣະ​ອົງ​ຊົງ​ເອີ້ນ​ສາ​ວົກ​ສິບ​ສອງ​ຄົນ​ມາ​ແລ້ວ ກໍ​ຊົງ​ປະ​ທານ​ໃຫ້​ເຂົາ​ມີ​ຣິດ​ອຳ​ນາດ​ເຫນືອ​ຜີ​ຖ່ອຍ​ຮ້າຍ ເພື່ອ​ຂັບ​ໄລ່​ມັນ​ອອກ​ໄດ້ ແລະ​ເພື່ອ​ໃຫ້​ພ​ຍາດ​ທັງ​ຄວາມ​ເຈັບ​ໄຂ້​ທຸກ​ຢ່າງ​ດີ​ໄດ້

2 ພວກ​ອັ​ຄ​ສາ​ວົກ​ສິບສອງຄົນ​ມີ​ຊື່​ດັ່ງ​ນີ້: ຜູ້​ທຳ​ອິດ​ຊື່​ຊີ​ໂມນ​ທີ່​ເອີ້ນ​ວ່າ​ເປ​ໂຕ ກັບ​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຕົນ, ຢາ​ໂກ​ໂບ​ບຸດ​ເຊ​ເບ​ດາຍ ກັບ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຕົນ

3 ຟິ​ລິບ​ ແລະ​ບາ​ຣະ​ໂທ​ໂລມາຍ, ໂທ​ມາ ​ແລະ​ມັດ​ທາຍ​ຜູ້​ເກັບ​ພາ​ສີ, ຢາ​ໂກ​ໂບ​ບຸດ​ອາ​ລະຟາຍ ​ແລະ​ທາ​ດາຍ,

4 ຊີ​ໂມ​ນພັກ​ຊາດ​ນິ​ຍົມ ແລະ​ຢູ​ດາ​ອີ​ສະ​ກາ​ຣິ​ອົດ​ຜູ້​ທີ່ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ

5 ພວກ​ສິບສອງ​ຄົນ​ນີ້​ພຣະ​ເຢ​ຊູ​ຊົງ​ໃຊ້​ໃຫ້​ອອກ​ໄປ ແລະ​ຊົງ​ສັ່ງ​ເຂົາ​ວ່າ, “ຢ່າ​ໄດ້​ເຂົ້າ​ໄປ​ໃນ​ທາງຂອງ​ພວກ​ຕ່າງ​ຊາດ ແລະ​ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ຂອງ​ຊາວ​ຊາ​ມາ​ເຣັຽ

6 ແຕ່​ຈົ່ງ​ໄປ​ຫາ​ຝູງ​ແກະ​ທີ່​ເສັຽ​ແລ້ວ ຄື​ຕະ​ກູນ​ອິ​ສ​ຣາ​ເອນ​ນັ້ນ​ດີກວ່າ

7 ໃນ​ຂ​ນະ​ທີ່​ພວກ​ທ່ານ​ໄປ ຈົ່ງ​ປ່າວ​ປະ​ກາດ​ວ່າ “ຣາ​ຊ​ອາ​ນາ​ຈັກ​ສວັນ​ມາ​ໃກ້​ແລ້ວ”

8 ຄົນ​ເຈັບ​ໄຂ້​ຈັ່ງ​ເຮັດ​ໃຫ້​ດີ, ຄົນ​ຕາຍ​ແລ້ວ​ຈົ່ງ​ໃຫ້​ເປັນ​ຄືນ​ມາ, ຄົນ​ຂີ້​ທູດ​ຈົ່ງ​ໃຫ້​ດີ​ສະ​ອາດ, ແລະ​ຈົ່ງ​ຂັບ​ໄລ່​ຜີ​ຮ້າຍ​ອອກ​ເສັຽ ທ່ານ​ທັງ​ຫລາຍ​ໄດ້​ຮັບ​ລ້າໆ ຈົ່ງ​ເຮັດ​ໃຫ້​ລ້າໆ

9 ຢ່າ​ເອົາ​ເງິນ, ຫລື​ຄຳ, ຫລື​ທອງ​ແດງ​ໃສ່​ໄວ້​ໃນ​ກະ​ເປົາ​ສາຍ​ຮັດ​ແອວ​ຂອງ​ຕົນ​ໄປ

10 ຢ່າ​ເອົາ​ຖົງ​ໄປ​ໃຊ້​ຕາ​ມທາງ, ຫລື​ເສື້ອ​ສອງ​ໂຕ, ຫລື​ເກີບ, ຫລື​ໄມ້​ເທົ້າ ເພາະ​ວ່າ​ຄົນ​ງານ​ກໍ​ສົມ​ຄວນ​ຈະ​ໄດ້​ຮັບ​ອາ​ຫານ​ກິນ

11 ເມື່ອ​ພວກ​ທ່ານ​ເຂົ້າ​ໄປ​ໃນ​ບ້ານ​ໃດ​ຫລື​ເມືອງ​ໃດ​ຈົ່ງ​ຖາມ​ເບິ່ງວ່າ ຜູ້​ໃດ​ເປັນ​ຜູ້​ສົມ​ຄວນ ແລ້ວ​ໃຫ້​ໄປ​ອາ​ໄສ​ຢູ່​ກັບ​ຜູ້​ນັ້ນ​ຈົນ​ກວ່າ​ຈະ​ອອກ​ໄປ

12 ຂ​ນະ​ເມືອ​ຂຶ້ນ​ເຮືອນ​ຈົ່ງ​ຄຳ​ນັບໄທ​ເຮືອນ​ນັ້ນ

13 ຖ້າ​ຄົວ​ເຮືອນ​ນັ້ນ​ສົມ​ຄວນ​ຮັບ​ພອນ​ກໍ​ໃຫ້ ຄວາມ​ສ​ງົບ​ສຸກ​ຂອງ​ທ່ານ​ຢູ່​ກັບ​ເຮືອນ​ນັ້ນ ແຕ່​ຖ້າ​ຄົວ​ເຮືອນ​ນັ້ນ​ບໍ່​ສົມ​ຄວນຮັບ​ພອນ​ກໍ​ໃຫ້​ຄວາມ​ສງົບ​ສຸກ​ນັ້ນ​ກັບ​ຄືນ​ມາ​ສູ່​ທ່ານ​ອີກ

14 ຖ້າ​ຜູ້​ໃດ​ບໍ່​ຕ້ອນ​ຮັບ​ພວກ​ທ່ານ​ຫລື​ບໍ່​ຟັງ​ຄຳ​ຂອງ​ທ່ານ ຈົ່ງ​ອອກ​ຈາກ​ເຮືອນ​ນັ້ນ​ຫລື​ເມືອງ​ນັ້ນ ແລະ​ຈົ່ງ​ສັ່ນ​ຂີ້​ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ທ່ານ​ອອກ​ເສັຽ

15 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ວັນ​ພິ​ພາກ​ສາ​ໂທດ​ຂອງ​ເມືອງ​ໂຊ​ໂດມ​ ແລະ​ເມືອງ​ໂກໂມ​ຣາ​ອາດ​ຈະ​ທົນ​ງ່າຍກວ່າ​ໂທດ​ຂ​ອງ​ເມືອງ​ນັ້ນ

16 “ດັ່ງ​ນີ້​ເຮົາ​ໃຊ້​ພວກ​ທ່ານ​ໄປ​ເຫມືອນ​ດັ່ງ​ແກະ​ຢູ່​ຖ້າມ​ກາງ​ຝູງ​ຫມາ​ໄນ ສັນ​ນັ້ນ​ຈົ່ງ​ສ​ລາດ​ເຫມືອນ​ງູ ແລະ​ອ່ອນ​ສຸ​ພາບ​ເຫມືອນ​ນົກ​ເຂົາ

17 ແຕ່​ຈົ່ງ​ລະ​ວັງ​ຄົນ​ທັງ​ຫລາຍ ເພາະ​ເຂົາ​ຈະ​ມອບ​ທ່ານ​ກັບ​ສານ​ສູງ ແລະ​ຈະ​ຂ້ຽນ​ທ່ານ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ

18 ເຂົາ​ຈະ​ພາ​ພວກ​ທ່ານ​ໄປ​ຫາ​ເຈົ້າ​ເມືອງ​ແລະ​ກະ​ສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ໃຫ້​ເປັນ​ພຍານ​ແກ່​ເຂົາ​ແລະ​ແກ່​ຄົນ​ຕ່າງ​ຊາດ​ເຫມືອນ​ກັນ

19 ແຕ່​ເມື່ອ​ເຂົາ​ຈະ​ມອບ​ທ່ານ​ໄວ້​ນັ້ນ ຢ່າຄຶດ​ອຸກ​ໃຈ​ວ່າ​ຈະ​ເວົ້າ​ຢ່າງ​ໃດ​ຫລືຈະ​ກ່າວ​ອັນ​ໃດ ເພາະ​ວ່າ​ຄຳ​ທີ່​ທ່ານ​ຈະ​ກ່າວ​ນັ້ນ ພຣະ​ເຈົ້າ​ຈະ​ຊົງ​ປະ​ທານ​ໃຫ້​ແກ່​ທ່ານ​ໃນ​ໂມງ​ນັ້ນ

20 ເພາະ​ບໍ່​ແມ່ນ​ພວກ​ທ່ານເອງ​ຈະ​ເປັນ​ຜູ້​ກ່າວ ແຕ່​ແມ່ນ​ພຣະ​ວິນ​ຍານ​ແຫ່ງພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຊົງ​ເປັນ​ຜູ້​ກ່າວ​ໃນ​ທ່ານ

21 ອ້າຍ​ກັບ​ນ້ອງ​ຕ່າງ​ຄົນ​ກໍ​ຈະ​ມອບ​ກັນ​ໄວ້ ພໍ່​ຈະ​ມອບ​ລູກ ແລະ​ລູກ​ກໍ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້​ພໍ່​ແມ່​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.

22 ຄົນ​ທັງ​ປວງ​ຈະ​ກຽດ​ຊັງ​ພວກ​ທ່ານ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ແຕ່​ຜູ້​ໃດທີ່​ທົນ​ໄດ້​ເຖິງ​ທີ່​ສຸດ​ຜູ້​ນັ້ນ​ຈະ​ໄດ້​ລອດ​ພົ້ນ

23 ເມື່ອ​ເຂົາ​ຂົ່ມ​ເຫັງ​ພວກ​ທ່ານ​ໃນ​ເມືອງ​ນຶ່ງ ຈົ່ງ​ຫນີ​ໄປ​ຍັງ​ເມືອງ​ອື່ນ ເພາະ​ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ກ່ອນ​ທີ່​ພວກ​ທ່ານ​ຈະ​ໄປ​ທົ່ວ​ເມືອງ​ຕ່າງໆ​ທັງ​ຫມົດ​ໃນ​ປະ​ເທດ​ອີ​ສ​ຣາ​ເອນ ບຸດ​ມະ​ນຸດ​ຈະ​ມາ​ແລ້ວ

24 “ສິດ​ບໍ່​ໃຫຍ່ກວ່າ​ຄ​ຣູ ແລະ​ຂ້ອຍ​ໃຊ້​ບໍ່​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ,

25 ຖ້າ​ສິດ​ຈະ​ສເມີ​ຄ​ຣູ ແລະ​ຂ້ອຍ​ໃຊ້​ສເມີ​ນາຍ​ຂອງ​ຕົນ​ກໍ​ພໍ​ດີ​ແລ້ວ ຖ້າ​ເຂົາ​ໄດ້​ເອີ້ນ​ເຈົ້າ​ເຣືອນ​ວ່າ ເບ​ເອນ​ເຊ​ບູນ ເຂົາ​ກໍ​ຈະ​ເອີ້ນ​ໄທ​ເຮືອນ​ຫລາຍກວ່າ​ນັ້ນ​ອີກ​ຫລາຍ​ເທົ່າ​ໃດ​ຫນໍ

26 “ເຫດ​ສັນ​ນັ້ນ ຢ່າ​ຊູ່​ຢ້ານ​ເຂົາ ເພາະ​ວ່າ​ບໍ່​ມີ​ສິ່ງ​ໃດ​ປົກ​ບັງ​ໄວ້​ທີ່​ຈະ​ບໍ່​ເປິດ​ເຜີຍ ຫລື​ສິ່ງ​ລັບ​ທີ່​ບໍ່​ປາ​ກົດ​ໃຫ້​ຮູ້

27 ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວກ​ທ່ານ​ໃນ​ທີ່​ມືດ ພວກ​ທ່ານ​ຈົ່ງ​ກ່າວ​ໃນ​ທີ່​ແຈ້ງ ແລະ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ຍິນ​ຈາກ​ສຽງ​ຊິມ ຈົ່ງ​ປ່າວ​ປະ​ກາດ​ເທິງ​ຫລັງ​ຄາ​ເຮືອນ

28 ຢ່າ​ຊູ່​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ ແຕ່​ຈະ​ຂ້າ​ຈິດ​ວິນ​ຍານ​ບໍ່​ໄດ້ ແຕ່​ຈົ່ງ​ຢ້ານ​ພຣະ​ອົງ​ຜູ້​ຊົງ​ຣິດ​ທີ່​ອາດ​ໃຫ້​ທັງ​ຈິດ​ວິນ​ຍານ​ແລະ​ຮ່າງ​ກາຍ​ຈິບ​ຫາຍ​ໃນ​ຫມໍ້​ນະ​ຮົກ

29 ນົກ​ຈອກ​ສອງ​ໂຕ​ເຂົາ​ຂາຍ​ລາ​ຄາ​ອັດ​ນຶ່ງ​ບໍ່​ແມ່ນ​ຫລື ແຕ່​ຖ້າ​ພຣະ​ບິ​ດາ​ຂອງ​ທ່ານ​ບໍ່​ຊົງ​ເຫັນ​ຊອບ ນົກ​ນັ້ນ​ແມ່ນ​ແຕ່​ໂຕ​ດຽວ​ຈະ​ຕົກ​ລົງ​ດິນ​ກໍ​ບໍ່​ໄດ້

30 ເຖິງ​ຜົມ​ຂອງ​ທ່ານ​ກໍ​ຊົງ​ນັບ​ໄວ້​ແລ້ວ​ຫມົດ​ທຸກ​ເສັ້ນ

31 ເຫດ​ສັນ​ນັ້ນ​ຢ່າ​ຊູ່​ຢ້ານ ຝ່າຍ​ພວກ​ທ່ານ​ກໍ​ປະ​ເສີດກວ່າ​ນົກ​ຈອກ​ຫລາຍ​ໂຕ

32 “ດັ່ງ​ນັ້ນ​ທຸກ​ຄົນ​ທີ່​ຈະ​ຮັບ​ເຮົາ​ຕໍ່​ຫນ້າ​ມະ​ນຸດ ຝ່າຍ​ເຮົາ​ຈະ​ຮັບຜູ້​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ເຫມືອນ​ກັນ

33 ແຕ່​ຜູ້​ທີ່​ປະ​ຕິ​ເສດ​ເຮົາ​ຕໍ່​ຫນ້າ​ມະ​ນຸດ ຝ່າຍ​ເຮົາ​ກໍ​ຈະ​ປະ​ຕິ​ເສດ​ຜູ້​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ເຫມືອນ​ກັນ

34 “ຢ່າ​ຄືດ​ວ່າ​ເຮົາ​ມາ​ເພື່ອ​ຈະ​ນຳ​ຄວາມ​ສ​ງົບ​ສຸກ​ມາ​ສູ່​ໂລກ ເຮົາ​ບໍ່​ໄດ້​ມາ​ເພື່ອ​ນຳ​ຄວາມ​ສ​ງົບ​ສຸກ​ມາ​ໃຫ້ ແຕ່​ເຮົາ​ມາ​ເພື່ອ​ຈະ​ໃຫ້​ມີ​ດາບ

35 ເພາະ​ເຮົາ​ມາ​ເພື່ອ​ເຮັດ​ໃຫ້​ລູກ​ຊາຍ​ບໍ່​ຖືກ​ກັນ​ກັບ​ພໍ່, ລູກ​ຍິງ​ບໍ່​ຖືກ​ກັນ​ກັບ​ແມ່, ແລະ​ລູກ​ໃພ້​ບໍ່​ຖືກ​ກັບ​ແມ່​ຍ່າ​ຂອງ​ຕົນ

36 ແລະຜູ້​ທີ່​ຢູ່​ຮ່ວມ​ເຮືອນ​ດຽວ​ກັນ​ກໍ​ຈະ​ເປັ​ນ​ສັດ​ຕຣູ​ກັນ

37 ຜູ້​ໃດ​ທີ່​ຮັກ​ພໍ່​ແມ່​ຫລາຍ​ກວ່າ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັບ​ເຮົາ ແລະ​ຜູ້​ໃດ​ທີ່​ຮັກ​ລູ​ກຊາຍ​ຍິງ​ຫລາຍກວ່າ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັບ​ເຮົາ​

38 ແລະ​ຜູ້​ໃດ​ທີ່​ບໍ່​ຮັບ​ເອົາ​ໄມ້​ກາງ​ແຂນ​ຂອງ​ຕົນ​ຕິດ​ຕາມ​ເຮົາ​ມາ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັ​ບ​ເຮົາ

39 ຜູ້​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ຕົນ​ໄວ້​ກໍ​ຕ້ອງ​ເສັຽ​ຊີ​ວິດ​ນັ້ນ ແຕ່​ຜູ້​ທີ່​ຍອມ​ເສັຽ​ຊີ​ວິດ​ຂອງ​ຕົນ​ເພາະ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ພົບ​ຊີ​ວິດ

40 “ຜູ້​ທີ່​ຮັບ​ຕ້ອນ​ພວກ​ທ່ານ​ກໍ​ຮັບ​ຕ້ອນ​ເຮົາ ຜູ້​ທີ່​ຮັບ​ຕ້ອນ​ເຮົາ​ກໍ​ຮັບ​ຕ້ອນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

41 ຜູ້​ທີ່​ຮັບ​ຕ້ອນ​ຜູ້​ປະ​ກາດ​ພຣະ​ທັມ​ເພາະ​ເປັນ​ຜູ້​ປະ​ກາດພຣະ​ທັມ​ກໍ​ຈະ​ໄດ້​ບຳ​ເຫນັດ​ເຫມືອນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຜູ້​ທີ່​ຮັບ​ຕ້ອນ​ຄົນ​ສິນ​ທັມ​ເພາະ​ເປັນ​ຄົນ​ສິນ​ທັມ ກໍ​ຈະ​ໄດ້​ບໍາເຫນັດ​ເຫມືອນ​ຄົນ​ສິນ​ທັມ

42 ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ຈະ​ເອົາ​ນ້ຳ​ເຢັນ​ແຕ່​ຈອກ​ດຽວ ໃຫ້​ແກ່ຄົນ​ເລັກ​ນ້ອຍ​ຜູ້​ນຶ່ງ​ໃນ​ຈຳ​ພວກ​ນີ້​ດື່ມ​ເພາະ​ເປັນ​ສິດ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳ​ເຫນັດ​ຂອງ​ຕົນ​ຈັກ​ເທື່ອ”



11

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ສັ່ງ​ພວກ​ສາ​ວົກ​ສິບ​ສອງ​ຄົນ​ຂອງ​ຕົນ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ຈາ​ກທີ່​ນັ້ນ​ໄປ​ສັ່ງ​ສອນ​ແລະ​ປ່າວ​ປະ​ກາດ​ໃນ​ເມືອງ​ທັງ​ຫລາຍ​ຂອງ​ເຂົາ

2 ຝ່າຍໂຢ​ຮັນ, ເມື່ອ​ຢູ່​ໃນ​ຄຸກ ໄດ້​ຍິນ​ຂ່າວ​ກິ​ຈ​ການ​ຂອງ​ພຣະ​ຄຣິດ ກໍໄດ້​ໃຊ້​ສິດ​ໄປ​

3 ທູນ​ຖາມ​ພຣະ​ອົງວ່າ, “ທ່ານ​ເປັນ​ຜູ້​ທີ່ຈະ​ມາ​ນັ້ນ​ຫລື ຫລື​ຈະ​ຕ້ອງ​ຄອງ​ຖ້າ​ຜູ້​ອື່ນ”

4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ໄປ​ແຈ້ງ​ແກ່​ໂຢ​ຮັນ​ຕາມ​ທີ່​ທ່ານ​ໄດ້​ຍິນ​ແລະ​ໄດ້​ເຫັນ

5 ຄື​ຄົນ​ຕາ​ບອດ​ກໍ​ເຫັນ​ຮຸ່ງ, ຄົນ​ຂາ​ເສັ້ງ​ກໍ​ຍ່າງ​ເປັນ​ປົກ​ກະ​ຕິ, ຄົນ​ຂີ້​ທູດ​ກໍ​ດີ​ສະ​ອາດ, ຄົນ​ຫູ​ຫນວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວ​ປະ​ເສີດ​ກໍ​ປະ​ກາດ​ແກ່​ຄົນ​ອະ​ນາ​ຖາ

6 ບຸກ​ຄົນ​ໃດ​ບໍ່​ສະ​ດຸດ​ສົງ​ສັຍ​ເພາະ​ເຮົາ ຜູ້​ນັ້ນ​ກໍ​ເປັນ​ສຸກ”

7 ຄັນ​ສິດ​ເຫລົ່າ​ນັ້ນ​ກຳ​ລັງ​ອອກ​ໄປ ພຣະ​ເຢ​ຊູ​ຊົງຕັ້ງ​ຕົ້ນ​ກ່າວ​ກັບ​ປະ​ຊາ​ຊົນ​ເຖິງ​ເຣື່ອງ​ໂຢ​ຮັນ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ອອກ​ໄປ​ໃນ​ປ່າ​ເພື່ອ​ເບິ່ງ​ຫຍັງ ໄປ​ເບິ່ງ​ຕົ້ນ​ອໍ້​ໄຫວ​ໄປ​ມາ​ດ້ວຍ​ລົມ​ພັດຫລື

8 ແຕ່​ທ່ານ​ທັງ​ຫລາຍ​ອອກ​ໄປ​ເບິ່ງ​ຫຍັງ ໄປ​ເບິ່ງ​ຄົນ​ນຸ່ງ​ຫົ່ມ​ເຄື່ອງ​ລະ​ອຽດ​ອ່ອນນວນ​ຫລື ເບິ່ງ​ແມ໋, ຄົນ​ທີ່​ນຸ່ງ​ເຄື່ອງ​ລະ​ອຽດ​ອ່​ອນນວນ​ກໍ​ຢູ່​ໃນ​ພຣະ​ຣາ​ຊວັງ

9 ແຕ່​ພວກ​ທ່ານ​ອອກ​ໄປ​ເບິ່ງ​ຫຍັງ ໄປ​ເບິ່ງ​ຜູ້​ປະ​ກາດ​ພຣະ​ທັມ​ຫລື ແມ່ນ​ແລ້ວ, ເຮົາ​ບອກ​ທ່ານທັງຫລາຍ​ວ່າ ທ່ານ​ຜູ້​ນັ້ນ​ກໍ​ໃຫຍ່​ກວ່າ​ເຮົາ​ຜູ້​ປະ​ກາດ​ພຣະ​ທັມ​ອີກ

10 ຄື​ໂຢຮັນ​ຜູ້​ນີ້​ແຫລະ, ທີ່​ພຣະ​ຄັມ​ພີ​ຂຽນ​ໄວ້​ເຖິງ​ວ່າ, “ເບິ່ງ​ແມ໋, ເຮົາ​ໃຊ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ກ່ອນ​ຫນ້າ​ທ່ານ ຜູ້ຮັບ​ໃຊ້​ນັ້ນ​ຈະ​ຈັດ​ແຈງ​ຫົນ​ທາງ​ໄວ້​ກ່ອນ​ຫນ້າ​ທ່ານ”

11 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ບັນ​ດາ​ຜູ້​ທີ່​ເກິດ​ຈາກ​ແມ່​ຍິງ ບໍ່​ມີ​ຜູ້​ໃດ​ໃຫຍ່ກວ່າ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແຕ່​ຜູ້​ນ້ອຍ​ທີ່​ສຸດ​ໃນ​ຣາ​ຊອາ​ນາ​ຈັກ​ສວັນ​ກໍ​ໃຫຍ່ກວ່າ​ໂຢ​ຮັນ​ອີກ

12 ຕັ້ງ​ແຕ່​ຄາວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມາ​ເຖິງ​ທຸກວັນ​ນີ້ ຣາ​ຊ​ອາ​ນາ​ຈັກ​ສວັນ​ກໍ​ເປັນ​ທີ່​ຍາດ​ຊິງ​ເອົາ ແລ້ວ​ຜູ້​ທີ່​ມີ​ໃຈ​ຮຸນ​ແຮງ​ກໍ​ເປັນ​ຜູ້​ທີ່​ຍາດ​ເອົາ​ໄດ້

13 ເພາະ​ວ່າ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ກັບ​ພຣະ​ບັນ​ຍັດ​ໄດ້​ທຳນວາຍ​ມາ​ຈົນ​ເຖິງ​ໂຢ​ຮັນ​ນີ້

14 ຖ້າ​ພວກ​ທ່ານ​ພໍ​ໃຈ​ຮັບ​ເອົາ​ຄຳ​ນີ້ ກໍ​ແມ່ນ​ໂຢ​ຮັນ​ນີ້​ແຫລະ​ເປັນ​ເອ​ລິ​ຢາ​ທີ່​ຈະມາ​ນັ້ນ

15 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ເອົາ​ເທີນ

16 “ເຮົາ​ຈະ​ປຽບ​ຄົນ​ສະ​ໄຫມນີ້​ຄື​ກັບ​ອັນ​ໃດ ປຽບ​ເຫມືອນ​ກັບ​ຫມູ່​ເດັກ​ນ້ອຍ​ນັ່ງ​ຢູ່ກາງ​ຕ​ລາດ​ຮ້ອງ​ໃສ່​ກັນ​ວ່າ,

17 “ຕູ​ໄດ້​ເປົ່າ​ປີ່​ໃຫ້​ສູ ແຕ່​ສູ​ບໍ່​ໄດ້​ຟ້ອນ​ລຳ ຕູ​ໄດ້​ຮ້ອງ​ໄຫ້​ຮ່ຳ​ໄຮ ແຕ່​ສູ​ບໍ່​ໄດ້​ຕີ​ເອີກ​ຕ້ອນ​ຮັບ”

18 ເພາະ​ວ່າ​ໂຢ​ຮັນ​ໄດ້​ມາ​ບໍ່​ກິນ​ບໍ່​ດື່ມ ແລ້ວ​ເຂົາ​ເວົ້າ​ວ່າ “ມີ​ຜີ​ສິງ​ຢູ່”

19 ຝ່າຍ​ບຸດ​ມະ​ນຸດ​ໄດ້​ມາ​ທັງ​ກິນ​ແລະ​ດື່ມ ເຂົາ​ກໍ​ເວົ້າ​ວ່າ “ເບິ່ງ​ແມ໋, ນີ້​ເປັນ​ຄົນ​ກິນ​ເກີນ​ສ່ວນ​ແລະ​ມັກ​ເມົາ ເປັນ​ເພື່ອນ​ຂອງ​ຄົນ​ເກັບ​ພາ​ສິ​ແລະ​ຄົນ​ນອກ​ສິນ​ທັມ” ແຕ່​ພຣະ​ປັນ​ຍາ​ກໍ​ປາ​ກົດ​ວ່າ ຖືກ​ຕ້ອງ​ແລ້ວ​ດ້ວຍ​ຜົນ​ແຫ່ງ​ພຣະ​ປັນ​ຍາ​ນັ້ນ”

20 ແລ້ວ​ພຣະ​ອົງ​ກໍ​ຊົງ​ຕັ້ງ​ຕົ້ນ​ຕິ​ຕຽນ​ເມືອງ​ຕ່າງໆ ຄື​ບ່ອນ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ອິດ​ທີ​ຣິດ​ເປັນ​ສ່ວນ​ຫລາຍ​ນັ້ນ ເພາະ​ເຂົາ​ບໍ່​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່

21 “ວິ​ບັດ​ແກ່​ເຈົ້າ, ເມືອງ​ໂຄຣາ​ຊິນ ວິ​ບັດ​ແກ່​ເຈົ້າ, ເມືອງ​ເບດ​ຊາ​ອີ​ດາ​ເຮິຍ ເພາະ​ຖ້າ​ການ​ອີດ​ທິ​ຣິດ​ທີ່​ໄດ້​ກະ​ທຳ​ໃນ​ຖ້າມ​ກາງ​ພວກ​ເຈົ້ານັ້ນ ໄດ້​ກະ​ທຳ​ໃນ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ ຄົນ​ໃນ​ເມືອງ​ທັງ​ສອງ​ຄົງ​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່, ນຸ່ງ​ຫົ່ມ​ຜ້າ​ຫຍາບ​ນັ່ງ​ເທິງ​ຂີ້​ເຖົ່າ​ແຕ່​ດົນ​ນານ​ມາ​ແລ້ວ

22 ແຕ່​ເຮົາ​ບອກ​ພວກ​ເຈົ້າ​ວ່າ ໃນ​ວັນ​ພິ​ພາກ​ສາ ໂທດ​ຂອງ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ​ກໍ​ຈະ​ທົນ​ງ່າຍກວ່າ​ໂທດຂອງ​ພວກ​ເຈົ້າ

23 ແລະ​ຝ່າຍ​ເຈົ້າ, ເມືອງ​ກາ​ເປ​ນາ​ອູມ​ເຮີຍ ເຈົ້າ​ຈະ​ຖືກຍົກ​ຂຶ້ນ​ພຽງ​ຟ້າ​ຫລື ແຕ່​ເຈົ້າຈະ​ຕ້ອງ​ລົງ​ໄປ​ເຖິງ​ແດນ​ມໍ​ຣະ​ນາ ດ້ວຍ​ວ່າ​ການ​ອິດ​ທີ​ຣິດ​ທີ່​ໄດ້​ກະ​ທຳ​ໃນ​ຖ້າມ​ກາງ​ເຈົ້າ​ນັ້ນ ຖ້າ​ໄດ້​ກະ​ທຳ​ໃນ​ເມືອງ​ໂຊ​ໂດມເມືອງ​ນັ້ນ​ຄົງ​ໄດ້​ຕັ້ງ​ຢູ່​ຈົນ​ເຖິງ​ທຸກວັນ​ນີ້

24 ເພາະ​ເຫດ​ນີ້​ເຮົາ​ບອກ​ເຈົ້າວ່າ​ໃນ​ວັນ​ພິ​ພາກ​ສາ ໂທດ​ຂອງ​ເມືອງ​ໂຊ​ໂດມ​ຈະ​ທົນ​ງ່າຍກວ່າ​ໂທດ​ຂອງ​ເຈົ້າ”

25 ໃນ​ເວ​ລາ​ນັ້ນ​ພຣະ​ເຢ​ຊູໄດ້​ກາບ​ທູນ​ວ່າ, “ຂ້າ​ແດ່ພຣະ​ບິ​ດາ​ຜູ້​ເປັນ​ເຈົ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ຂ້າ​ພຣະ​ອົງ​ສັຣ​ເສິນ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ປົກ​ບັງ​ສິ່ງ​ເຫລົ່າ​ນີ້​ໄວ້​ຈາກ​ຜູ້​ມີ​ປັນ​ຍາ​ແລະ​ຜູ້​ສລາດ ແຕ່​ໄດ້​ຊົງ​ສະ​ແດງ​ໃຫ້​ເດັນ​ນ້ອຍ​ຮູ້

26 ຂ້າ​ແດ່​ພຣະ​ບິ​ດາ, ພຣະ​ອົງ​ຊົງ​ເຫັນ​ຊອບ​ດັ່ງ​ນັ້ນ”

27 “ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ມອບ​ສິ່ງ​ສາ​ຣະ​ພັດ​ໃຫ້​ແກ່​ເຮົາ ແລະ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ພຣະ​ບຸດນອກ​ຈາກ​ພຣະ​ບິ​ດາ ແລະ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ພຣະ​ບິ​ດາ​ນອກ​ຈາກ​ພຣະ​ບຸດ ກັບ​ຜູ້​ທີ່​ພຣະ​ບຸດ​ປະ​ສົງ​ຈະ​ສະ​ແດງ​ໃຫ້​ຮູ້

28 “ບັນ​ດາ​ຜູ້​ທີ່​ເຮັກ​ການ​ຫນັກ​ຫນ່ວງ​ແລະ​ແບກ​ພາ​ຣະ​ຫນັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກ​ທ່ານ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ

29 ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້ຈາກ​ເຮົາ ເພາະ​ວ່າ​ເຮົາ​ເປັນ​ຜູ້ໃຈ​ອ່ອນ​ສຸ​ພາບ​ແລະ​ຖ່ອມ​ລົງ ແລ້ວ​ຈິດ​ໃຈ​ຂອງ​ທ່ານ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ

30 ດ້ວຍ​ວ່າ​ແອກ​ຂອງ​ເຮົາ​ກໍ​ພໍ​ເຫມາະ​ ແລະ​ພາ​ຣະ​ຂອງ​ເຮົາ​ກໍ​ເບົາ”



12

1 ໃນ​ເວ​ລາ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຜ່ານ​ທົ່ງ​ນາ​ໄປ​ໃນ​ວັນ​ສະ​ບາ​ໂຕ ສ່ວນ​ພ​ວກ​ສິດ​ຂອງ​ພຣະ​ອົງ​ກໍ​ຫິວ​ເຂົ້າ ຈຶ່ງ​ຕັ້ງ​ຕົ້ນ​ເດັດ​ເອົາ​ຮວງ​ເຂົ້າ​ມາ​ເກັດ​ກິນ

2 ເມື່ອ​ພວກ​ຟາ​ຣີ​ຊາຍ​ເຫັນ​ດັ່ງ​ນັ້ນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋, ພວກ​ສິດ​ຂອງ​ທ່ານ​ເຮັດ​ຜິດ​ຕໍ່​ກົດ​ຂອງວັນ​ສະ​ບາ​ໂຕ”

3 ພຣະ​ອົງຊົງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານຍັງ​ບໍ່​ໄດ້​ອ່ານ​ຫລື ຊຶ່ງ​ດາ​ວິດ​ໄດ້​ເຮັດ​ເມື່ອ​ທ່ານ​ແລະ​ພັກ​ພວກ​ອຶດ​ຫິວ​ນັ້ນ

4 ຄື​ດາ​ວິດ​ໄດ້​ເຂົາ​ໄປ​ໃນ​ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ ຮັບ​ປະ​ທານ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ຕໍ່​ພຣະ​ພັກ ຊຶ່ງ​ທ່ານ​ແລະ​ພັກ​ພວກ​ບໍ່​ມີ​ສິດ​ຈະ​ຮັບ​ປະ​ທານ ຄວນ​ແຕ່​ປະ​ໂຣ​ຫິດ​ພວກ​ດຽວ

5 ພວກ​ທ່ານ​ບໍ່​ໄດ້​ອ່ານ​ໃນ​ພຣະ​ບັນ​ຍັດ​ຫລື​ທີ່​ວ່າ ທຸກວັນ​ສະ​ບາ​ໂຕ​ພວກ​ປະ​ໂຣ​ຫິດ​ເຄີຍ​ລະ​ເມີ​ດຕໍ່​ກົດ​ວັນ​ສະ​ບາ​ໂຕ​ ແຕ່​ບໍ່​ມີ​ຄວາມ​ຜິດ

6 ເຮົາ​ບອກພວກ​ທ່ານ​ວ່າ ຢູ່​ທີ່​ນີ້​ມີ​ສິ່ງ​ນຶ່ງ​ໃຫຍ່ກວ່າ​ພຣະ​ວິ​ຫານ​ອີກ

7 ຖ້າ​ພວກ​ທ່ານ​ໄດ້​ເຂົ້າ​ໃຈ​ຄວາມ​ຫມາຍ​ຂອງ​ພຣະ​ຄັມ​ພີ​ທີ່​ວ່າ “ເຮົາ​ປະ​ສົງ​ຄວາມ​ເມ​ດ​ຕາ ບໍ່​ປະ​ສົງ​ເຄື່ອງ​ບູ​ຊາ” ທ່ານ​ກໍ​ຄົງ​ຈະ​ບໍ່​ກ່າວ​ໂທດ​ໃສ່​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ

8 ເພາະ​ວ່າ​ບຸດ​ມະ​ນຸດ​ເປັນ​ເຈົ້າ​ຂອງວັນ​ສະ​ບາ​ໂຕ”

9 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ຈາກ​ທີ່​ນັ້ນ​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ

10 ເບິ່ງ​ແມ໋, ຢູ່​ທີ່​ນັ້ນ​ມີ​ຄົນ​ມື​ລີບ​ເບື້ອງ​ນຶ່ງ ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຄວນ​ຫລື​ຈະ​ເຮັດ​ໃຫ້​ດີ​ພ​ຍາດ​ໃນ​ວັນ​ສະ​ບາ​ໂຕ” ເພື່ອ​ເຂົາ​ຈະ​ຟ້ອງ​ພຣະ​ອົງ​ໄດ້

11 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ມີ​ຜູ້​ໃດ​ໃນ​ພວກ​ທ່ານ ຖ້າ​ມີ​ແກະ​ໂຕ​ດຽວ​ແລະ​ແກະ​ໂຕ​ນັ້ນ​ຕົກ​ຂຸມ​ໃນ​ວັນ​ສະ​ບາ​ໂຕ ຜູ້​ນັ້ນ​ຈະ​ບໍ່​ດຶງ​ມັນ​ຂຶ້ນ​ຫລື

12 ມະ​ນຸດ​ຄົນ​ນຶ່ງ​ປະ​ເສີດກວ່າ​ໂຕ​ແກະ​ຫລາຍ​ເທົ່າ​ໃດ​ຫນໍ ດ້ວຍ​ເຫດ​ນັ້ນ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ເຮັດ​ການ​ດີ​ໃນ​ວັນ​ສະ​ບາ​ໂຕ”

13 ແລ້ວ​ພຣະ​ອົງ​ຊົງ​ບອກ​ຄົນ​ມື​ລີບ​ວ່າ, “ເຈົ້າ​ຈົ່ງ​ຢຽດ​ມື​ອອກ” ຄົນ​ນັ້ນ​ກໍ​ຢຽດ​ອອກ ແລ້ວ​ມື​ນັ້ນ​ກໍ​ດີ​ປົກ​ກະ​ຕິ​ເຫມືອນ​ມື​ອີກ​ເບື້ອງ​ນຶ່ງ

14 ຝ່າຍ​ພວກ​ຟາ​ຣີ​ຊາຍ​ຈຶ່ງ​ອອກ​ໄປ​ປຶກ​ສາ​ກັນ​ເຖິງ​ເຣື່ອງ​ພຣະ​ອົງ​ວ່າ ຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ຂ້າ​ພຣະ​ອົງ​ໄດ້

15 ແຕ່​ພຣະ​ເຢ​ຊູ​ຊົງ​ຊາບ ຈຶ່ງ​ສະ​ເດັດ​ອອກ​ໄປ​ຈາກ​ທີ່​ນັ້ນ ແລະ​ປະ​ຊາ​ຊົນ​ຫລວງ​ຫລາຍ​ກໍ​ຕິດ​ຕາມພຣະ​ອົງ​ໄປ ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ເຂົາ​ດີ​ພ​ຍາດທຸກ​ຄົນ

16 ແລ້ວ​ພຣະ​ອົງ​ຊົງ​ສັ່ງ​ຫ້າມ​ຢ່າງ​ເດັດ​ຂາດ​ບໍ່​ໃຫ້​ເປິດ​ເຜີຍ​ພຣະ​ນາມ​ຂອງ​ພຣະ​ອົງ

17 ທັງນີ້​ເພື່ອ​ຈະ​ໃຫ້​ສຳ​ເຣັດ​ຕາມ​ຄຳ​ທີ່​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ວ່າ,

18 “ເບິ່ງ​ແມ໋, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຜູ້​ເປັນ​ທີ່​ຮັກ​ແລະ​ຊອບ​ໃຈ​ຂອງ​ເຮົາ. ເຮົາ​ຈະ​ເອົາ​ວິນ​ຍານ​ຂອງ​ເຮົາ​ສວມ​ໃສ່​ໄວ້​ເທິງ​ທ່ານ ເພື່ອ​ຈະ​ປະ​ກາດ​ຄວາມ​ຍຸດ​ຕິ​ທັມ​ແກ່​ບັນ​ດາ​ປະ​ຊາ​ຊາດ

19 ທ່ານຈະ​ບໍ່​ກໍ່​ການ​ວິ​ວາດ​ຜິດ​ຖຽງ​ແລະ​ບໍ່​ຮ້ອງ​ສຽງ​ດັງ ບໍ່​ມີ​ໃຜ​ຈະ​ໄດ້​ຍິນ​ສຳ​ນຽງ​ສຽງ​ຂອງ​ທ່ານຕາມ​ຖ​ນົນ

20 ໄມ້​ອໍ້​ບວບ​ແລ້ວ​ທ່ານ​ຈະ​ບໍ່​ຫັກ ໃສ້​ຕະ​ກຽງ​ເປັນ​ຄວັນ​ຈວນ​ຈະ​ມອດ ​ທ່ານ​ຈະ​ບໍ່​ມອດ ຈົນ​ກວ່າ​ທ່ານ​ຈະ​ໄດ້​ນຳ​ຄວາມ​ຍຸດ​ຕິ​ທັມ​ໃຫ້​ມີ​ຊັຍ ຊະນະ

21 ແລະ​ບັນ​ດາ​ປະ​ຊາ​ຊາດ​ຈະ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ນາມ​ຂອງ​ທ່ານ”

22 ເມື່ອ​ນັ້ນ​ເຂົາ​ໄດ້​ພາຄົນ​ຜູ້​ນຶ່ງ​ທີ່​ມີ​ຜີ​ຮ້າຍ​ເຂົ້າ​ສິງ​ຢູ່ ທັງ​ຕາ​ບອດ​ແລະ​ປາກ​ກືກ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ຊົງ​ໃຫ້​ດີ​ປົກ​ກະ​ຕິ ຄົນ​ນັ້ນ​ຈຶ່ງ​ປາກ​ໄດ້​ເຫັນ​ໄດ້

23 ແລະ​ປະ​ຊາ​ຊົນ​ກໍ​ອັ​ດສະ​ຈັນ​ໃຈ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ບຸດ​ກະ​ສັດ​ດາ​ວິດ​ບໍ່​ແມ່ນ​ຫລື”

24 ແຕ່​ພວກ​ຟາ​ຣິ​ຊາຍ ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ເວົ້າ​ວ່າ, “ຜູ້​ນີ້​ຂັບ​ໄລ່​ຜິ​ອອກ​ໄດ້​ໂດຍ​ໃຊ້​ອຳ​ນາດ​ເບເອນ​ເຊ​ບູນ​ຄື​ນາຍ​ຜີ​ນັ້ນ”

25 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມ​ຄຶດ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ອາ​ນາ​ຈັກ​ໃດໆ ທີ່​ແຕກ​ຈາກ​ກັນ​ແລ້ວ​ກໍ​ຄົງ​ຈິບ​ຫາຍ ເມືອງ​ໃດ​ຫລື ​ເຮືອນ​ໃດໆ ທີ່​ແຕກ​ຈາກ​ກັນ​ແລ້ວ​ຈະ​ຕັ້ງ​ຫມັ້ນ​ຢູ່​ບໍ່​ໄດ້

26 ແລະ​ຖ້າ​ຊາ​ຕານ​ຂັບ​ໄລ່​ຊາ​ຕານ​ອອກ ມັນ​ກໍ​ແຕກ​ແຍ​ກ​ກັນ​ໃນ​ຕົວ​ມັນ​ເອງ ແລ້ວ​ອາ​ນາ​ຈັກ​ຂອງ​ມັນ​ຈະ​ຕັ້ງ​ຫມັ້ນ​ໄດ້​ຢ່າງ​ໃດ

27 ແລະ​ຖ້າ​ເຮົາ​ຂັບໄລ່​ຜີ​ອອກ​ດ້ວຍ​ອຳ​ນາດ​ເບ​ເອນ​ເຊ​ບູນ ພວກ​ລູກ​ຫລານ​ຂອງ​ທ່ານ​ທັງ​ຫລາຍ​ເຄິຍ​ຂັບ​ມັນ​ອອກດ້ວຍ​ອຳ​ນາດ​ຂອງ​ຜູ້​ໃດ ດ້ວຍ​ເຫດ​ນີ້​ແຫລະ, ເຂົາ​ຈະ​ເປັນ​ຜູ້​ຕັດ​ສິນ​ພວກ​ທ່ານ

28 ແຕ່​ຖ້າ​ເຮົາ​ຂັບ​ໄລ່​ຜີ​ອອກ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ດັ່ງນັ້ນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກໍ​ມາ​ເຖິງ​ພວກ​ທ່ານ​ແລ້ວ

29 ຫລື​ໃຜ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ແຂງ​ແຮງ ແລະ​ຈະ​ປຸ້ນ​ເອົາ​ຊັບ​ຂອງ​ເຂົາ​ໄດ້​ຢ່າງ​ໃດ ເວັ້ນ​ໄວ້​ແຕ່​ຈະ​ມັດ​ຄົນ​ແຂງ​ແຮງ​ນັ້ນ​ໄວ້​ເສັຽກ່ອນ ແລ້ວ​ຈຶ່ງ​ຈະ​ປຸ້ນ​ເອົາ​ຊັບ​ໃນ​ເຮືອນ​ຂອງ​ເຂົາ​ໄດ້

30 ຜູ້​ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່​ສູ້​ກັບ​ເຮົາ ແລະ​ຜູ້​ໃດ​ບໍ່​ໂຮມ​ເຂົ້າ​ກັ​ບ​ເຮົາ​ກໍ​ເປັນ​ຜູ້​ເຮັດ​ແຕກ​ກະ​ຈາຍ​ໄປ

31 ດ້ວຍ​ເຫດ​ນີ້​ເຮົາ​ບອກ​ພວກ​ທ່ານ​ວ່າ​ຄວາມ​ຜິດ​ບາບ​ແລະ​ຄວາມ​ຫມິ່ນ​ປມາດ​ທຸກ​ຢ່າງ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້​ມະ​ນຸ​ດໄດ້ ແຕ່​ຄຳ​ຫມິ່ນ​ປມາດ​ພຣະ​ວິນ​ຍານ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້​ບໍ່​ໄດ້

32 ຜູ້​ໃດ​ທີ່​ເວົ້າ​ຄຳ​ຂັດ​ຂວາງ​ຕໍ່​ບຸດ​ມະ​ນຸດ ກໍ​ຈະ​ຊົງ​ໂຜດ​ໃຫ້​ອະ​ພັຍ​ແກ່​ຜູ້​ນັ້ນ​ໄດ້ ແຕ່​ຜູ້​ໃດ​ທີ່​ເວົ້າ​ຄຳ​ຂັດ​ຂວາງ​ຕໍ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ກໍ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້​ແກ່​ຜູ້​ນັ້ນ​ບໍ່​ໄດ້ ທັງ​ໃນ​ໂລກ​ນີ້​ແລະ​ໃນ​ໂລກ​ຫນ້າ

33 “ຕ້ອງ​ມີ​ຕົ້ນ​ໄມ້​ດີ ຫມາກ​ມັນ​ຈຶ່ງ​ດີ ຖ້າ​ຕົ້ນ​ໄມ້​ບໍ່​ດີ ຫມາກນ​ມັນ​ບໍ່​ດີ ເພາະ​ວ່າ​ຈະ​ໄດ້​ຮູ້​ຈັກ​ຕົ້ນ​ໄມ້​ດ້ວຍ​ຫມາກ​ຂອງ​ມັນ

34 ໂອ ຊາດ​ງູ​ຮ້າຍ​ເອີຍ, ພວກ​ຜູ້​ຊົ່ວ​ແລ້ວ ຈະ​ເວົ້າ​ຄວາມ​ດີ​ໄດ້​ຢ່າງ​ໃດ ດ້ວຍ​ວ່າ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ ປາກ​ກໍ​ເວົ້າ​ຕາມ​ສິ່ງ​ນັ້ນ

35 ຄົນ​ດີ​ກໍ​ເອົາ​ຂອງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມ​ດີ​ຂອງ​ຕົນ ຄົນ​ຊົ່ວ​ກໍ​ເອົາ​ຂອງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມ​ຊົ່ວ​ຂອງ​ຕົນ

36 ເຮົາ​ບອກ​ພວກ​ທ່ານ​ວ່າ ຖ້ອຍ​ຄຳ​ເປົ່າໆ ທຸກ​ຄຳ​ທີ່​ມະ​ນຸດ​ເວົ້າ ເຂົາ​ຈະ​ຕ້ອງ​ໃຫ້​ການ​ເພາະ​ຄຳ​ນັ້ນ​ໃນ​ວັນ​ພິ​ພາກ​ສາ

37 ດ້ວຍ​ເຫດວ່າ​ທີ່​ທ່ານ​ຈະ​ພົ້ນ​ໂທດ​ໄດ້​ຫລື​ຈະ​ຕ້ອງ​ຖືກ​ໂທດ​ນັ້ນ ກໍເພາະ​ດ້ວຍ​ຖ້ອຍ​ຄຳ​ຂອງ​ຕົນ”

38 ຄາວ​ນັ້ນ​ມີ​ບາງ​ຄົນ​ໃນ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ​ມາ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ພຣະ​ອົງຢາກ​ເຫັນ​ຫມາຍ​ສຳ​ຄັນ​ຈາກ​ທ່ານ”

39 ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ຄົນ​ສະ​ໄຫມ​ຊົ່ວ​ແລະ​ຄຶດ​ທໍ​ຣະ​ຍົດ​ຕໍ່​ພຣະ​ເຈົ້າ​ສ​ແວງ​ຫາ​ຫມາຍ​ສຳ​ຄັນ ແລະ​ຈະ​ບໍ່​ຊົງ​ໂຜດ​ຫມາຍ​ສຳ​ຄັນ​ໃຫ້​ແກ່​ເຂົາ ເວັ້ນ​ໄວ້​ແຕ່​ຫມາຍ​ສຳ​ຄັນ​ເຣື່ອງ​ໂຢ​ນາ​ຜູ້​ປະ​ກາດ​ພຣະ​ທັມ​

40 ດ້ວຍ​ວ່າ​ໂຢ​ນາ​ໄດ້​ຢູ່​ໃນ​ທ້ອງ​ປາ​ໃຫ​ຍ່​ສາມ​ວັນ​ສາມ​ຄືນ​ສັນ​ໃດ ບຸດ​ມະ​ນຸດ​ຈະ​ຢູ່​ໃນ​ທ້ອງ​ແຜ່ນ​ດິນ​ສາມ​ວັນ​ສາມ​ຄືນ​ສັນ​ນັ້ນ

41 ໄທ​ເມືອງ​ນິນາ​ເວ​ຈະ​ຢືນ​ຂຶ້ນ​ໃນ​ວັນ​ພິ​ພາກ​ສາ ພ້ອມ​ກັບ​ຄົນ​ສະ​ໄຫມ​ນີ້​ກ່າວ​ໂທດ​ໃສ່​ເຂົາ ດ້ວຍ​ວ່າ​ໄທ​ເມືອງ​ນິນາ​ເວ​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ເພາະ​ຄຳ​ປະ​ກາດ​ຂອງ​ໂຢ​ນາ ແລະເບິ່ງ​ແມ໋, ຊຶ່ງ​ໃຫຍ່ກວ່າ​ໂຢ​ນາ​ກໍ​ມີ​ຢູ່​ທີ່​ນີ້

42 ນາງ​ກະ​ສັດ​ຝ່າຍ​ທິດ​ໃຕ້​ຈະ​ລຸກ​ຂຶ້ນ​ໃນ​ວັນ​ພິ​ພາກ​ສາ​ພ້ອມ​ກັບ​ຄົນ​ສະ​ໄຫມ​ນີ້​ກ່າວ​ໂທດ​ໃສ່​ເຂົາ ເພາະພຣະ​ນາງ​ໄດ້​ສະ​ເດັດ​ມາ​ແຕ່​ທີ່​ສຸດ​ໂລກ ເພື່ອ​ຈະ​ຊົງ​ຟັງ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ກະ​ສັດ​ໂຊໂລ​ໂມນ ແລະ​ເບິ່ງ​ແມ໋, ຊຶ່ງ​ໃຫຍ່ກວ່າ​ກະ​ສັດ​ໂຊ​ໂລ​ໂມນ​ກໍ​ມີ​ຢູ່​ທີ່​ນີ້

43 “ເມື່ອ​ຜີ​ຖ່ອຍ​ຮ້າຍ​ອອກ​ມາ​ຈາກ​ຜູ້​ໃດ​ແລ້ວ ມັນ​ກໍ​ທຽວ​ໄປ​ໃນ​ບ່ອນ​ກັນ​ດານ​ເພື່ອ​ສ​ແວງ​ຫາ​ບ່ອນ​ເຊົາ​ເມື່ອຍ ແຕ່​ມັນ​ບໍ່​ພົບ

44 ແລ້ວ​ມັນ​ເວົ້າ​ວ່າ, “ເຮົາ​ຈະ​ຕ່າວ​ຄືນ​ໄປ​ຍັງ​ເຮືອນ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ອອກ​ມາ​ນັ້ນ” ແລະ​ເມື່ອ​ມັນ​ມາ​ເຖິງ​ກໍ​ເຫັນ​ວ່າ​ເຮືອນ​ນັ້ນ​ເປົ່າ​ຫວ່າງກວາດ​ດີ​ແລະ​ຕົກ​ແຕ່ງ​ໄວ້​ແລ້ວ

45 ເມື່ອ​ນັ້ນ​ມັນ​ຈຶ່ງ​ໄປ​ຮັບ​ເອົາ​ຜີ​ອື່ນ​ອີ​ກ​ເຈັດ​ໂຕ​ຮ້າຍກວ່າ​ມັນ​ເອ​ງ ແລ້ວ​ກໍ​ເຂົ້າ​ໄປ​ອາ​ໄສ​ຢູ່​ທີ່​ນັ້ນ ແລະ​ສະ​ພາບ​ບັ້ນ​ປາຍ​ຂອງ​ຄົນ​ນັ້ນ​ກໍ​ຮ້າຍກວ່າ​ບັ້ນ​ຕົ້ນ ຄົນ​ສະ​ໄຫມ​ຊົ່ວ​ນີ້​ກໍ​ຈະ​ເປັນ​ຢ່າ​ງນັ້ນ​ແຫລະ”

46 ຂ​ນະ​ທີ່​ພຣະ​ອົງ​ກຳ​ລັງ​ຊົງ​ກ່າວ​ກັບ​ປະ​ຊາ​ຊົນ​ຢູ່​ນັ້ນ ເບິ່ງ​ແມ໋, ມານ​ດາ​ກັບ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ​ກໍ​ຢືນ​ຢູ່ຂ້າງນອກ ຫາ​ໂອ​ກາດ​ຈະ​ເວົ້າ​ ກັບພຣະ​ອົງ

47 ມີ​ຄົນ​ນຶ່ງ​ທູນ​ພຣະ​ອົງ​ວ່າ, ເບິ່ງ​ແມ໋, ມານ​ດາ​ກັບພວກ​ນ້ອງ​ຊາຍ​ຂອງ​ທ່ານ​ຢືນ​ຢູ່​ຂ້າງນອກ ຫາ​ໂອກາດ​ຈະ​ເວົ້າ​ກັບ​ທ່ານ”

48 ແຕ່​ພຣະ​ອົງ​ຊົງ​ກ່າ​ວກັ​ບ​ຜູ້​ທີ່​ມາ​ທູນ​ນັ້ນ​ວ່າ, “ໃຜ​ເປັນ​ມານ​ດາ​ແລະ​ໃຜ​ເປັນ​ນ້ອງ​ຊາຍ​ຂອງ​ເຮົາ”

49 ແລ້ວ​ພຣະ​ອົງ​ຊົງ​ຊິ້​ໄປ​ທາງ​ພວກ​ສິດ​ຂອງ​ຕົນ ແລະ​ຊົງ​ກ່າວ​ວ່າ, ນີ້​ແຫລະ, ຄື​ມານ​ດາ​ແລະ​ນ້ອງ​ຊາຍ​ຂອງ​ເຮົາ

50 ດ້ວຍ​ວ່າ​ຜູ້​ໃດ​ຈະ​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງສະ​ຖິດ​ໃນ​ສວັນ ຜູ້​ນັ້ນ​ແຫລະ, ເປັນ​ນ້ອງ​ຊາຍ, ເປັນ​ນ້ອງ​ສາວ, ແລະ​ເປັນ​ມານ​ດາ​ຂອງ​ເຮົາ”



13

1 ໃນ​ວັນ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ອອກ​ຈາກ​ເຮືອນ​ໄປ​ປະ​ທັບ​ຢູ່​ແຄມ​ຝັ່ງ​ທະ​ເລ

2 ມີ​ຄົນ​ຫລວງ​ຫລາຍ​ພາ​ກັນ​ມາ​ຫາ​ພຣະ​ອົງ ເພາະ​ເຫດ​ນັ້ນ​ພຣະ​ອົງ​ຈຶ່ງ​ສະ​ເດັດ​ເຂົ້າ​ປະ​ທັບ​ຢູ່​ໃນ​ເຮືອ ແລະ​ຝູງ​ຄົນ​ເຫລົ່າ​ນັ້ນ​ກໍ​ຢືນ​ຢູ່​ແຄມ​ຝັ່ງ

3 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ຫລາຍ​ປະ​ການ​ເປັນຄໍາອຸປ​ມາ​ວ່າ, “ເບິ່ງ​ແມ໋, ມີ​ຄົນ​ນຶ່ງ​ອອກ​ໄປ​ຫວ່ານ​ພືດ

4 ເມື່ອ​ກຳ​ລັງ​ຫວ່ານ​ຢູ່​ນັ້ນ​ລາງ​ເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ນົກ​ກໍ​ມາ​ກິນ​ເສັຽ

5 ລາງເມັດ​ກໍ​ຕົກ​ໃສ່​ບ່ອນ​ຫີນ​ຫລາຍ​ດິນ​ຫນ້ອຍ ຈຶ່ງງອກ​ຂຶ້ນ​ໂລດ​ເພາະ​ດິນ​ບໍ່​ເລິກ

6 ແຕ່​ເມື່ອຕາ​ເວັນ​ອອກ​ມາ​ກໍ​ແຫ້ມ ຈຶ່ງ​ຫ່ຽວ​ແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ

7 ລາງເມັດ​ກໍ​ຕົກ​ກາງພຸ່ມ​ຫນາມ ຫນາມ​ກໍ​ປົ່ງ​ຂຶ້ນ​ຫຸ້ມ​ຮັດ​ເສັຽ

8 ລາງ​ເມັດກໍ​ຕົກ​ໃສ່​ດິນ​ດີ​ແລ້ວ​ກໍ​ເກີ​ດຜົນ ເມັດ​ນຶ່ງ​ຮ້ອຍ​ຕໍ່, ເມັດ​ນຶ່ງ​ຫົກ​ສິບ​ຕໍ່, ເມັດ​ນຶ່ງ​ສາມ​ສິບ​ຕໍ່

9 ຜູ້​ໃດ​ມີ​ຫູ​ ຈົ່ງ​ຟັງ​ເອົາ

10 ຝ່າຍ​ພວກ​ສາ​ວົກ​ຈຶ່ງ​ມາທູນ​ພຣະ​ອົງ​ວ່າ, “ເຫດ​ສັນ​ໃດ​ທ່ານ​ຈຶ່ງ​ກ່າວ​ກັບ​ເຂົາ​ເປັນ​ຄຳ​ອຸປມາ”

11 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຂໍ້​ຄວາມ​ເລິກ​ລັບ​ເຣື່ອງຣາ​ຊອາ​ນາ​ຈັກ​ສວັນ​ຊົງ​ໂຜດ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ໄດ້​ ແຕ່​ຄົນ​ເຫລົ່າ​ນັ້ນ​ບໍ່​ຊົງ​ໂຜດ​ໃຫ້​ຮູ້

12 ດ້ວຍ​ວ່າ​ຜູ້​ໃດ​ມີ​ຢູ່​ແລ້ວ​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ແກ່​ຜູ້​ນັ້ນ​ອີກ ແລະ​ຜູ້​ນັ້ນ​ຈະ​ມີ​ບໍ​ຣິ​ບູນ ແຕ່​ຜູ້​ທີ່​ບໍ່​ມີ​ນັ້ນ ເຖິງ​ແມ່ນ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍ​ຈະ​ຊົງ​ຍົກ​ເອົາ​ໄປ​ຈາກ​ຜູ້​ນັ້ນ​ເສັຽ

13 ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງ​ກ່າວ​ແກ່​ເຂົາ​ເປັນ​ຄຳອຸປມາເພາະ​ເມື່ອ​ເຂົາ​ເບິ່ງ​ກໍ​ບໍ່​ໄດ້​ເຫັນ, ເມື່ອ​ເຂົາ​ຟັງ​ກໍ​ບໍ່​ໄດ້​ຍິນ, ແລະ​ບໍ່​ເຂົ້າ​ໃຈ

14 ຄຳ​ທຳ​ນ​ວາຍ​ຂອງ​ເອ​ຊາ​ຢາ​ກໍ​ຖືກ​ຕ້ອງ​ກັ​ບ​ເຂົາ ຄື​ຄຳ​ທີ່​ວ່າ, “ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຍິນ​ແທ້ ແຕ່​ຈະ​ບໍ່​ເຂົ້າ​ໃຈ​ຈັກ​ເທື່ອ ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ໄດ້​ສັງ​ເກດ​ຈັກ​ເທື່ອ

15 ດ້ວຍ​ວ່າ​ໃຈ​ຂອງ​ພົ​ລ​ເມືອງ​ນີ້​ກໍ​ປຶກ​ຫນາ, ຫູ​ກໍ​ຫນັກ, ຕາ​ຂອງ​ເຂົາ​ກໍ​ຫລັບ​ເສັຽ ຢ້ານ​ວ່າ​ເຂົາ​ຈະ​ສັງ​ເກດ​ດ້ວຍ​ຕາ ແລະ​ຈະ​ໄດ້​ຍິນ​ດ້ວຍ​ຫູ ແລະ​ຈະຮູ້​ດ້ວຍ​ໃຈ ແລ້ວ​ຈະ​ຕ່າວ​ກັບ​ມາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ດີ”

16 ແຕ່​ຕາ​ຂອງ​ພວກ​ທ່ານ​ກໍ​ເປັນ​ສຸກ​ເພາະ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກ​ທ່ານ​ກໍ​ເປັນ​ສຸກ​ເພາະ​ໄດ້​ຍິນ

17 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຜູ້​ປະ​ກາດ​ພຣະ​ທັມ ແລະ​ຜູ້​ມີ​ສິນ​ທັມ​ຫລາຍ​ຄົນ ໄດ້​ປາ​ຖ​ນາ​ເຫັນ​ຊຶ່ງ​ພວກ​ທ່ານ​ເຫັນ​ຢູ່​ນີ້ ແຕ່​ເຂົາ​ບໍ່​ໄດ້​ເຫັນ ເຂົາ​ປາ​ຖ​ນາ​ຢາກ​ໄດ້​ຍິນ​ຊຶ່ງ​ພວກ​ທ່ານ​ໄດ້​ຍິນ ແຕ່​ບໍ່​ໄດ້​ຍິນ

18 “ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ ຈົ່ງ​ຟັງ​ຄຳ​ອຸປມາ​ເຣື່ອງ​ຜູ້​ຫວ່ານ​ພືດ​ນັ້ນ

19 ເມື່ອ​ຜູ້​ໃດ​ໄດ້​ຍິນ​ພຣະ​ທັມ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ນັ້ນ ແຕ່​ບໍ່​ເຂົ້າ​ໃຈ ມານ​ຮ້າຍ​ມາ​ຍາດ​ເອົາ​ເມັດ​ທີ່​ຫວ່ານ​ໃນ​ໃຈຄົນ​ນັ້ນ​ໄປ​ເສັຽ ນັ້ນ​ແຫລະ, ໄດ້​ແກ່​ເມັດ​ທີ່​ຫວ່ານ​ລົງ​ຕາມ​ທາງ

20 ແລະ​ເມັດທີ່​ຫວ່ານ​ຕົກ​ໃນ​ບ່ອນ​ມີ​ຫີນ​ຫລາຍ​ນັ້ນ ໄດ້​ແກ່​ບຸກ​ຄົນ​ທີ່​ໄດ້​ຍິນ​ພຣະ​ທັມ ແລ້ວ​ກໍ​ຮັ​ບ​ເອົາ​ທັນ​ທີ​ດ້ວຍ​ຄວາມ​ຍິນ​ດີ

21 ແຕ່​ບໍ່​ມີ​ຮາກ​ໃນ​ຕົວ​ເອງ​ຈຶ່ງ​ທົນ​ຢູ່​ຊົ່ວ​ຄາວ ແລະ​ເມື່ອ​ເກິ​ດຄວາມ​ຍາກ​ລຳ​ບາກ ຫລື​ການ​ຂົ່ມ​ເຫັງ​ເພາະ​ພຣະ​ທັມ​ນັ້ນ ຕົນ​ກໍ​ທໍ້​ຖອຍ​ໃຈ​ເສັຽ​ທັນ​ທີ

22 ແລະ​ເມັດ​ທີ່​ຫວ່ານ​ຕົກ​ກາງ​ພຸ່ມ​ຫນາມ ໄດ້​ແກ່ບຸກ​ຄົນ​ທີ່​ໄດ້​ຍິນ​ພຣະ​ທັມ ແລ້ວ​ຄວາມ​ກັງ​ວົນ​ຕາມ​ທຳມະ​ດາ​ໂລກ​ ແລະ​ຄວາມ​ຫລອກ​ຫລວງ​ແຫ່ງ​ຊັບ​ສົມ​ບັດ ກໍ​ຫຸ້ມ​ຮັດ​ພຣະ​ທັມ​ນັ້ນ​ເສັຽ​ຈຶ່ງ​ບໍ່​ເກີດ​ຜົນ

23 ສ່ວນ​ເມັດ​ທີ່​ຫວ່ານ​ຕົກ​ລົງ​ໃນ​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ ແລະ​ເຂົ້າ​ໃຈ ຜູ້​ນັ້ນ​ກໍ​ເກີດ​ຜົນ​ໄດ້​ຮ້ອຍ​ຕໍ່​ແດ່,ຫົກ​ສິບ​ຕໍ່​ແດ່, ແລະ​ສາມ​ສິບ​ຕໍ່​ແດ່”

24 ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປມາ​ອີກ​ເຣື່ອງ​ນຶ່ງ​ໃຫ້​ເຂົາ​ທັງ​ຫລາຍ​ຟັງ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ຄົນ​ຜູ້​ນຶ່ງ​ທີ່​ຫວ່ານ​ພືດ​ເມັດ​ດີ​ໃນ​ນາ​ຂອງ​ຕົນ

25 ແຕ່​ເມື່ອ​ຄົນ​ທັງ​ຫລາຍ​ກຳ​ລັງ​ນອນ​ຫລັບ​ຢູ່ ສັດ​ຕຣູ​ຂອງ​ຜູ້​ນັ້ນ​ມາ​ຫວ່ານ​ເຂົ້າ​ນົກ​ໃສ່ ​ຖ້າມ​ກາງ​ເຂົ້າ​ດີ ແລ້ວ​ກໍ​ຫນີ​ໄປ

26 ຄັນ​ເຂົ້າ​ດີນັ້ນ​ງອກ​ຂຶ້ນ​ເປັນ​ຮວງ​ແລ້ວ ເຂົ້າ​ນົກ​ກໍ​ປາ​ກົດ​ຂຶ້ນ​ເຫມືອນ​ກັນ

27 ພວກ​ຂ້ອຍ​ໃຊ້​ຂອງ​ເຈົ້າ​ເຣືອນ​ມາ​ແຈ້ງ​ຄວາມ​ແກ່​ນາຍ​ວ່າ, “ນາຍ​ເອີຍ, ທ່ານ​ໄດ້​ຫວ່ານ​ເຂົ້າ​ດີ​ໃນ​ນາ​ຂອງ​ທ່ານ​ບໍ່​ແມ່ນ​ຫລື ແລ້ວ​ເຂົ້າ​ນົກ​ມາ​ແຕ່​ໃສ”

28 ຝ່າຍ​ນາຍ​ກໍ​ຕອບ​ວ່າ, “ນີ້​ແມ່ນ​ການ​ເຮັດ​ຂອງ​ສັດ​ຕຣູ” ພວກ​ຂ້ອຍ​ໃຊ້​ຈຶ່ງ​ຖາມ​ນາຍ​ວ່າ, “ຖ້າ​ຢ່າງ​ນັ້ນ​ນາຍຢາ​ກ​ໃຫ້​ຫ​ມູ່​ຂ້າ​ນ້ອຍ​ໄປ​ເກັບ​ເຂົ້າ​ນົກນັ້ນ​ຫລື”

29 ນາຍ​ຈຶ່ງ​ຕອບ​ວ່າ, “ ຢ່າ​ຊູ່​ໄປ ເພາະ​ເມື່ອ​ພວກ​ເຈົ້າ​ຫລົກ​ເຂົ້າ​ນົກ​ນັ້ນ​ຢ້ານ​ຈະ​ຫລົກ​ເຂົ້າ​ດີ​ດ້ວຍ

30 ປະ​ໃຫ້​ເຂົ້າ​ທັງ​ສອງ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ຈົ​ນ​ເຖິງ​ຣະ​ດູ​ກ່ຽວ ແລະ​ໃນ​ເວ​ລາ​ດຽວ​ນັ້ນ​ເຮົາ​ຈະ​ສັ່ງ​ພວກ​ກ່ຽວ​ວ່າ: ຈົ່ງ​ເກັບ​ເຂົ້າ​ນົກ​ກ່ອນ, ມັດ​ເປັນ​ຟ່ອນ​ເຜົາ​ໄຟ​ເສັຽ ສ່ວນ​ເຂົ້າ​ດີ​ນັ້ນ​ຈົ່ງ​ໂຮມ​ໄວ້​ໃນ​ເລົ້າ​ຂອງ​ເຮົາ”

31 ພຣະ​ອົງ​ຍັງ​ຊົງ​ກ່າວ​ຄຳ​ອຸປມາ​ອີກ​ເຣື່ອງ​ນຶ່ງ​ໃຫ້​ເຂົາ​ຟັງ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມື​ອ​ນແກ່ນ​ຜັກ​ກາດ​ເມັດ​ນຶ່ງ ທີ່​ຄົນ​ຜູ້​ນຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງ​ຕົນ

32 ເມັດ​ນັ້ນ​ນ້ອຍກວ່າ​ເມັດທັງ​ປວງ ແຕ່​ເມື່ອງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່ກວ່າ​ຜັກ​ອື່ນ ແລະ​ກາຍ​ເປັນ​ຕົ້​ນ​ໄມ້​ຈົນ​ກວ່າ​ນົກ​ປ່າ​ໄດ້​ມາ​ເຮັດ​ຄອນ​ອາ​ໄສຢູ່​ຕາມ​ກິ່ງ​ກ້ານ​ມັນ”

33 ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປມາ​ອີກ​ເຣື່ອງ​ນຶ່ງ​ໃຫ້​ເຂົາ​ຟັງ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ເຊື້ອ​ແປ້ງ​ ທີ່​ຜູ້​ຍິງ​ຄົນ​ນຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງ​ຫມົດ”

34 ຂໍ້​ຄວາມ​ເຫລົ່າ​ນີ້​ພຣະ​ເຢ​ຊູ​ຊົງ​ກ່າວແກ່​ປວງ​ຊົນ​ເປັນ​ຄຳ​ອຸປມາ​ທັງ​ຫມົດ ແລະ​ນອກ​ຈາກ​ຄຳ​ອຸປມາ​ພຣະ​ອົງ​ບໍ່​ໄດ້​ຊົງ​ກ່າວກັບ​ເຂົາ​ຈັກ​ປະ​ການ

35 ທັງນີ້​ເພື່ອ​ຈະ​ໃຫ້​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ດ້ວຍຜູ້​ປະ​ກາດ​ພຣະ​ທັມວ່າ, “ເຮົາ​ຈະ​ອ້າ​ປາກ​ເປັນ​ຄຳ​ອຸປມາ ເຮົາ​ຈະ​ບອກ​ຂໍ້​ຄວາມທີ່​ປົກ​ອຳ​ໄວ້ ຕັ້ງ​ແຕ່​ແຣກ​ສ້າງ​ໂລກ”

36 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ຈາກ​ຄົນ​ເຫລົ່າ​ນັ້ນ​ເຂົ້າ​ໄປ​ໃນ​ເຮືອນ ພວກ​ສາ​ວົກ​ມາ​ເຝົ້າ​ພຣະ​ອົງ​ທູນ​ວ່າ, “ຂໍ​ທ່ານ​ໂຜດ​ອະ​ທິ​ບາຍ​ໃຫ້​ພວກ​ຂ້າ​ພຣະ​ອົງເຂົ້າ​ໃຈ​ຄຳ​ອຸປມາ​ເຣື່ອງ​ເຂົ້າ​ນົກ​ໃນ​ນາ​ນັ້ນ​ແດ່”

37 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຜູ້​ຫວ່ານ​ເມັດ​ດີ​ນັ້ນ​ຄືບຸດ​ມະ​ນຸດ

38 ແລະ​ນາ​ນັ້ນ​ຄື​ແຜ່ນ​ດິນ​ໂລກ ສ່ວນ​ເມັດ​ດີ​ນັ້ນ​ໄດ້​ແກ່​ພົ​ລ​ເມືອງ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ ແຕ່​ເຂົ້າ​ນົກ​ໄດ້​ແກ່ ພົ​ລ​ເມືອງ​ຂອງ​ມານ​ຮ້າຍ

39 ສັດ​ຕຣູ​ຜູ້​ຫວ່ານ​ເຂົ້າ​ນົກ​ຄື​ພ​ຍາ​ມານ ຣະ​ດູ​ກ່ຽວ​ໄດ້​ແກ່​ຄາວ​ສຸດ​ໂລກ ແລະ​ຜູ້​ກ່ຽວ​ນັ້ນ​ຄື​ພວກ​ເທວະ​ດາ

40 ເຫດ​ສັນ​ນັ້ນ​ເຂົາ​ເກັບ​ເຂົ້າ​ນົກ​ເຜົາ​ໄຟ​ເສັຽຢ່າງ​ໃດ ຄາວສຸດ​ໂລກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ

41 ບຸດ​ມະ​ນຸດ​ຈະ​ໃຊ້​ພວກ​ເທວະ​ດາ​ຂອງ​ທ່ານ​ອອກ​ໄປ ເຂົາ​ຈະ​ເກັບ​ກວາດ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ຫລົງ​ຜິດ ກັບ​ບັນ​ດາ​ຜູ້​ທີ່​ເຮັດ​ຊົ່ວ​ອອກ​ໄປ​ຈາກ​ຣາ​ຊ​ແຜ່ນ​ດິນ​ຂອງ​ທ່ານ

42 ແລ້ວ​ຈະ​ເອົາ​ໄປ​ຖິ້ມ​ໃສ່​ເຕົາ​ໄຟ​ຮ້ອນ​ກ້າ ທີ່​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ກັດ​ແຂ້ວ​ຄ້ຽວ​ຟັນ

43 ຄາວ​ນັ້ນ​ພວກ​ສິນ​ທັມ​ຈະ​ຮຸ່ງ​ເຮືອງ​ໃນ​ຣາ​ຊ​ແຜ່ນ​ດິນ​ພຣະ​ບິ​ດາ​ຂອງ​ເຂົາ ເຫມືອນ​ດັ່ງ​ດວງ​ອາ​ທິດ ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ເອົາ

44 “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງ​ນາ ຊຶ່ງ​ມີ​ຜູ້​ນຶ່ງ​ໄດ້​ພົບ​ແລ້ວ​ຈຶ່ງ​ເຊື່ອງ​ໄວ້​ອີກ ແລະ​ເພາະ​ຄວາມ​ຍິນ​ດີ​ຈຶ່ງ​ໄປ​ຂາຍ​ສິ່ງ​ທັງ​ປວງ​ທີ່​ຕົນ​ມີ​ຢູ່​ແລ້ວ​ໄປ​ຊື້​ນາ​ນັ້ນ”

45 “ອີກ​ປະ​ການ​ນຶ່ງ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ພໍ່​ຄ້າ​ຜູ້​ນຶ່ງ​ທີ່​ຊອກ​ຫາ​ໄຂ່​ມຸກ​ຢ່າງ​ດີ

46 ເມື່ອ​ໄດ້​ພົບ​ໄຂ່​ມຸກ​ເມັດ​ນຶ່ງ​ທີ່​ມີ​ຄ່າ​ຫລາຍ ກໍ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ໄປ​ຊື້​ໄຂ່​ມຸກ​ນັ້ນ”

47 “ອີກ​ປະ​ການ​ນຶ່ງ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນມອງ​ທີ່​ຖິ້ມ​ລົງ​ໃນ​ທະ​ເລ ຮວມ​ເອົາ​ປາ​ທຸກ​ຊະ​ນິດ

48 ເມື່ອ​ເຕັມ​ແລ້ວ​ກໍ​ດຶງ​ຂຶ້ນ​ເທິງ​ຝັ່ງ ນັ່ງ​ລົງ​ເລືອກ​ເອົາ​ໂຕ​ດີ​ໃສ່​ໃນ​ກະ​ຕ່າ ສ່ວນ​ໂຕ​ບໍ່​ດີ​ນັ້ນ​ກໍ​ຖິ້ມ​ເສັຽ

49 ໃນ​ຄາວ​ສິ້ນ​ຍຸກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ, ພວກ​ເທວະ​ດາ​ຈະ​ອອກ​ມາ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ສິນ​ທັມ

50 ແລ້ວ​ຈະ​ເອົາ​ໄປ​ຖິ້ມ​ໃສ່​ເຕົາ​ໄປ​ຮ້ອນ​ກ້າ ທີ່​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ກັດ​ແຂ້ວ​ຄ້ຽວ​ຟັ​ນ”

51 “ຂໍ້​ຄວາມ​ເຫລົ່າ​ນີ້​ພວກ​ທ່ານ​ເຂົ້າ​ໃຈ​ແລ້ວ​ຫລື” ເຂົາ​ທູນ​ຕອບ​ວ່າ, “ໂດຍ, ເຂົ້າ​ໃຈ​ແລ້ວ”

52 ຝ່າຍ​ພຣະ​ອົງ​ຊົງ​ກ່າວ​ແກ່ເຂົາ​ວ່າ, “ດ້ວຍ​ເຫດ​ນັ້ນ​ນັກ​ທັມ​ທຸກ​ຄົນ​ທີ່​ໄດ້​ຮຽນ​ຮູ້​ເຖິງ​ຣາ​ຊ​ອາ​ນາ​ຈັກ​ສວັນ ກໍ​ເຫມືອນ​ເຈົ້າ​ເຮືອ​ນທີ່​ເອົາ​ຂອງ​ໃຫ​ມ່​ທັງ​ຂອງ​ເກົ່າ​ອອກ​ມາ​ຈາກ​ສາງ​ຂອງ​ຕົນ”

53 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ອຸປມາ​ເຫລົ່າ​ນີ້​ສິ້ນ​ສຸດ​ລົງ​ແລ້ວ ກໍ​ສະ​ເດັດ​ໄປ​ຈາກ​ທີ່​ນັ້ນ

54 ເມື່ອ​ສະ​ເດັດ​ມາ​ເຖິງ​ເມືອງ​ເດີມ​ຂອງ​ພຣະ​ອົງ​ແ​ລ້ວກໍ​ຊົງ​ສັ່ງ​ສອນ​ຄົນ​ທັງ​ຫລາຍ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ຈົນ​ເຂົາ​ງຶດ​ປ​ລາດ​ໃຈ​ແລ້ວ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ໄດ້​ສະ​ຕິ​ປັນ​ຍາ​ແລະ​ການອິດ​ທິ​ຣິດ​ຢ່າງ​ນີ້​ມາ​ແຕ່​ໃສ”

55 ຄົນ​ຜູ້​ນີ້​ເປັນ​ລູກ​ຊ່າງ​ໄມ້​ນັ້ນ​ບໍ່​ແມ່ນ​ຫລື ມານ​ດາ​ຂອງລາວ​ຊື່​ມາ​ຣິ​ອາ​ບໍ່​ແມ່ນ​ຫລື? ແລະ​ນ້ອງ​ຊາຍ​ຂອງ​ລາວ​ຊື່​ຢາ​ໂກ​ໂບ ໂຢ​ເຊບ ຊີ​ໂມນ ແລະ​ຢູ​ດາ​ບໍ່​ແມ່ນ​ຫລື?

56 ແລະ​ນ້ອງ​ສາວ​​ຂອງ​ລາວກໍ​ຢູ່​ກັບ​ຫມູ່​ເຮົາ​ບໍ່​ແມ່ນ​ຫລື ລາວຈຶ່ງ​ໄດ້​ສິ່ງ​ທັງ​ປວງເຫລົ່າ​ນີ້​ມາ​ແຕ່​ໃສ”

57 ເຂົາ​ຈຶ່ງມີ​ໃຈ​ຫນ່າຍ​ແຫນງ​ພຣະ​ອົງ ແຕ່​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຜູ້​ປະ​ກາດ​ພຣະ​ທັມ​ຈະ​ບໍ່​ຂາດ​ຄວາມ​ນັບ​ຖື ເວັ້ນ​ໄວ້​ແຕ່​ໃນ​ເມືອງ​ເດີມ ​ແລະ​ໃນ​ຄົວ​ເຮືອນ​ຂອງ​ຕົນ”

58 ໃນ​ທີ່​ນັ້ນ ພຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທໍາ​ການ​ອິດ​ທິ​ຣິດ​ຫລາຍ​ເພາະ​ເຂົາ​ບໍ່​ມີ​ຄວາມ​ເຊື່ອ



14

1 ໃນ​ເວ​ລາ​ນັ້ນ ເຮ​ໂຣດ​ຜູ້​ປົກ​ຄອງໄດ້​ຍິນ​ກິດ​ຕິ​ສັບ​ຂອງ​ພຣະ​ເຢ​ຊູ

2 ຈຶ່ງ​ກ່າວ​ແກ່​ພວກ​ຄົນ​ໃຊ້​ວ່າ, “ຜູ້ນີ້​ແຫລະ, ແມ່ນ​ໂຢ​ຮັນ​ບັບ​ຕິ​ສະໂຕ ທ່ານໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ດ້ວຍ​ເຫດ​ນີ້ ຣິດ​ອຳ​ນາດ​ນີ້​ຈຶ່ງ​ສະ​ແດງ​ອອກ​ມາ​ໃນ​ຕົວ​ທ່ານ”

3 ດ້ວຍ​ວ່າ​ເຮ​ໂຣດ​ໄດ້​ຈັບ​ໂຢ​ຣັນ​ຜູກ​ມັດ ​ແລະ​ຂັງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮ​ໂຣເດັຽ​ພັຣ​ຍາ​ຂອງ​ຟິ​ລິບ​ນ້ອງ​ຊາຍ​ຂອງ​ຕົນ

4 ເພາະ​ໂຢ​ຮັນ​ເຄິຍ​ທູນ​ຕໍ່​ເຮ​ໂຣດ​ວ່າ, “ທີ່​ທ່ານ​ຈະ​ເອົາ​ນາງ​ນັ້ນ​ມາ​ເປັນ​ພັຣ​ຍາ​ກໍ​ຜິດ​ຕໍ່​ກົດ​ແລ້ວ”

5 ເຖິງ​ແມ່ນ​ເຮ​ໂຣດ​ມີ​ໃຈ​ຢາກ​ຂ້າ​ໂຢ​ຮັນ ແຕ່​ກໍ​ຢ້ານ​ປະ​ຊາ​ຊົນ ເພາະ​ເຂົາ​ຖື​ວ່່າໂຢ​ຮັນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ

6 ແຕ່​ເມື່ອ​ວັນ​ສລອງວັນ​ກຳ​ເນິດ​ຂອງ​ເຮໂຣດ​ມາ​ເຖິງ ບຸດຍິງ​ຂອງ​ນາງ​ເຮ​ໂຣ​ເດັຽ​ໄດ້​ຟ້ອນ​ລຳ​ຖ້າມ​ກາງ​ບັນ​ດາ​ແຂກ​ເຮັດ​ໃຫ້​ເຮ​ໂຣດ​ຊອບ​ໃຈ

7 ເຫດ​ສັນ​ນັ້ນ​ເຮ​ໂຣດ​ຈຶ່ງ​ສັນ​ຍາ​ດ້ວຍ​ສາ​ບານ​ຕົນ​ວ່າ, “ນາງ​ຈະ​ຂໍ​ສິ່ງ​ໃດ​ກໍ​ຈະ​ໃຫ້​ສິ່ງ​ນັ້ນ”

8 ຍິງ​ສາວ​ຈຶ່ງ​ທູນ​ຕາມ​ທີ່​ມານ​ດາ​ແນະ​ນຳ​ໄວ້​ວ່າ, “ຂໍ​ຫົວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໃສ່​ຖາດ​ມາ​ໃຫ້​ຂ້າ​ພຣະ​ອົງທີ່​ນີ້”

9 ຝ່າຍ​ເຮ​ໂຣດ​ຜູ້​ປົກ​ຄອງ​ກໍ​ທຸກ​ໃຈ ແຕ່​ເພາະ​ເຫດ​ທີ່​ໄດ້​ສາ​ບານ​ຕົນ ແລະ​ເພາະ​ເຫັນ​ແກ່​ຄົນ​ທັງ​ປວງ​ທີ່​ນັ່ງ​ຮ່ວມ​ຮັບ​ປະ​ທານ​ຢູ່​ນັ້ນ ຈຶ່ງ​ອອກ​ຄຳ​ສັ່ງ​ອະ​ນຸ​ຍາດ​ໃຫ້

10 ແລ້ວ​ກໍ​ໃຊ້​ຄົນ​ໄປ​ຕັດ​ເອົາ​ຫົວ​ໂຢ​ຮັນ​ໃນ​ຄຸກ

11 ເຂົາ​ຈຶ່ງ​ເອົາຫົວ​ໃສ່​ຖາດ​ມາ​ໃຫ້​ຍິງ​ສາວ​ນັ້ນ ແລະ​ນາງ​ກໍ​ໄປ​ສົ່ງ​ໃຫ້​ມານ​ດາ​ຂອງ​ຕົນ

12 ຝ່າຍ​ພວກ​ສິດ​ຂອງ​ໂຢ​ຮັນ​ກໍ​ພາ​ກັນ​ມາ​ຮັບ​ເອົາ​ສົບ​ໄປ​ສົ່ງ​ສະ​ການ​ແລ້ວ​ກໍ​ມາ​ທູນ​ພຣະ​ເຢ​ຊູ​ໃຫ້​ຊົງ​ຊາບ

13 ເມື່ອ​ພຣະ​ເຢ​ຊູ​ໄດ້​ຊາບ​ແລ້ວ ຈຶ່ງ​ລົງ​ເຮືອ​ສະ​ເດັດ​ຈາກ​ບ່ອນນັ້ນ​ໄປ​ຍັງ​ປ່າສ​ງັດ​ຢູ່​ຕ່າງ​ຫາກ ເມື່ອ​ປະ​ຊາ​ຊົນ​ທັງ​ປວງ​ໄດ້​ຍິນຂ່າວ​ນັ້ນ ເຂົາ​ກໍ​ອອກ​ຈາກ​ເມືອງ​ຕ່າງໆ​ຍ່າງ​ຕິດ​ຕາມ​ພຣະ​ອົງ​ໄປ

14 ເມື່ອ​ພຣະ​ເຢ​ຊູສະ​ເດັດ​ອອກ​ຈາກ​ເຮືອ​ແລ້ວ​ກໍ​ຊົງ​ເຫັນ​ປະ​ຊາ​ຊົນ​ຫມູ່​ໃຫ​ຍ່ ພຣະ​ອົງ​ຊົງ​ສົງ​ສານ​ເຂົາ ຈຶ່ງ​ຊົງ​ໂຜດ​ຄົນ​ປ່ວຍ​ທັງ​ຫລາຍ​ໃນ​ພວກ​ເຂົາ​ໃຫ້​ດີ

15 ຄັນ​ເວ​ລາ​ແລງ​ມາ​ພວກ​ສາ​ວົກ​ໄດ້​ມາ​ທູນ​ພຣະ​ອົງ​ວ່າ, “ບ່ອນ​ນີ້​ເປັນ​ປ່າ ແລະ​ບັດ​ນີ້ຄ່ຳ​ແລ້ວ ສັນ​ນັ້ນ​ຂໍ​ທ່ານ​ຈົ່ງ​ໃຫ້​ປະ​ຊາ​ຊົນ​ເລິກ​ໄປ​ເສັຽ ເພື່ອ​ເຂົາ​ຈະ​ໄດ້​ໄປ​ຊື້​ອາ​ຫານ​ຮັບ​ປະ​ທານ​ຕາມ​ບ້ານ​ຕ່າງໆ​“

16 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຂົາ​ບໍ່​ຈຳ​ເປັນ​ຕ້ອງ​ໄປ ພວກ​ທ່ານ​ຈົ່ງ​ລ້ຽງ​ເຂົາ​ສາ”

17 ພວກ​ສາ​ວົກ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຢູ່​ນີ້​ພວກ​ຂ້າ​ພຣະ​ອົງ​ບໍ່​ມີ​ຫຍັງ ເວັ້ນ​ແຕ່​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ເທົ່າ​ນັ້ນ”

18 ພຣະ​ອົງ​ຊົງ​ບອກວ່າ, “ເອົາ​ອັນ​ນີ້​ມາ​ໃຫ້​ເຮົາ​ທີ່​ນີ້”

19 ແລ້ວ​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ນັ່ງ​ລົງ​ຕາມ​ປ່າ​ຫຍ້າ ເມື່ອ​ຊົງ​ຮັບ​ເອົາ​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ​ແລ້ວ ກໍ​ຊົງ​ເງິຍ​ພຣະ​ພັກ​ເບິ່ງ​ຟ້າ​ຂໍ​ພຣະ​ພອນ ເມື່ອ​ຊົງ​ຫັກ​ເຂົ້າ​ຈີ່​ແລ້ວ​ກໍ​ຍື່ນ​ໃຫ້​ພວກສາ​ວົກ ພວກ​ສາ​ວົກ​ກໍ​ແຈກ​ໃຫ້​ຄົນ​ທັງ​ປວງ

20 ເຂົາ​ໄດ້​ກິນ​ອີ່ມ​ທຸກ​ຄົນ ສ່ວນ​ຕ່ອນ​ຫັກ​ທີ່​ເຫ​ລືອ​ນັ້ນ​ເຂົາ​ເກັ​ບ​ໄດ້​ເຕັມ​ສິບ​ສອງ​ບຸງ

21 ຝ່າຍ​ຄົນ​ທີ່​ກິນ​ນັ້ນ​ມີ​ຜູ້​ຊາຍ​ຫ້າ​ພັນ​ຄົນ ບໍ່​ນັບ​ແມ່​ຍິງ​ແລະ​ເດັກ​ນ້ອຍ

22 ຫລັງ​ຈາກ​ນັ້ນ​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ພວກ​ສາ​ວົກ​ລົງ​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ຂ​ນະ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ເລີກ​ໄປ

23 ແລະ​ເມື່ອ​ຊົງ​ໃຫ້​ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ເລີກ​ໄປ​ຫມົດ​ແລ້ວ ພຣະ​ອົງ​ຈຶ່ງ​ສະ​ເດັດ​ຂຶ້ນ​ພູ​ຢູ່​ຕ່າງ​ຫາກ​ເພື່ອ​ໄຫວ້ວອນ ແລະ​ເມື່ອ​ຄ່ຳ​ມາ​ແລ້ວ​ພຣະ​ອົງ​ກໍ​ຍັງ​ຊົງ​ຢູ່​ທີ່​ນັ້ນ​ແຕ່​ຜູ້​ດຽວ

24 ສ່ວ​ນ​ເຮືອ​ນັ້ນ​ກໍ​ຢູ່​ໄກ​ຈາກ​ຝັ່ງ​ຫລາຍ​ຮ້ອຍ​ວາ​ແລະ​ຖືກ​ຟອງ​ນ້ຳ​ຕີ​ໄປ​ມາ​ເພາະ​ທວນ​ລົມ​ຕ້ານ​ຢູ່

25 ຄັນ​ເຖິງ​ຍາມ​ສີ່​ກາງ​ຄືນ ພຣະ​ອົງ​ຊົງ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ພວກ​ສາ​ວົກ

26 ແຕ່​ເມື່ອ​ສາ​ວົກ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຍ່າງ​ມາ​ເທິງ​ນ້ຳ ເຂົາ​ກໍ​ຕົກ​ໃຈ​ເວົ້າ​ກັນ​ວ່າ, “ຜີ” ເຂົາ​ຈຶ່ງ​ຮ້ອງຂຶ້ນ​ເພາະ​ຄວາມ​ຢ້ານ

27 ໃນ​ທັນ​ໃດ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ອອກ​ພຣະ​ໂອດ​ກ່າວ​ກັບ​ເຂົາ​ວ່າ, “ຢ່າ​ນ້ອຍ​ໃຈ​ເທາະ, ແມ່ນ​ເຮົາ​ເອງ ຢ່າ​ຢ້ານ”

28 ຝ່າຍ​ເປ​ໂຕ​ຈຶ່ງ​ທູ​ນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ແມ່ນ​ທ່ານ​ແນ່​ແລ້ວ ຂໍ​ສັ່ງ​ໃຫ້​ຂ້າ​ພຣະ​ອົງ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ທ່ານ”

29 ພຣະ​ອົງ​ຊົງ​ບອກວ່າ, “ມາ​ສາ” ເປ​ໂຕ​ຈຶ່ງ​ອອກ​ຈາກ​ເຣືອ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ພຣະ​ເຢ​ຊູ

30 ແຕ່​ເມື່ອ​ເຫັນ​ລົມ​ກໍ​ຢ້ານ​ແລະ​ເມື່ອ​ກຳ​ລັງ​ຈະ​ຈົມກໍ​ຮ້ອງວ່າ, “ນາຍ​ເອີຍ, ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນ​ແດ່​ທ້ອນ”

31 ໃນ​ທັນ​ໃດ​ນັ້ນ​ພຣະ​ເຢ​ຊູ​ຊົງ​ຢື້​ພຣະ​ຫັດ​ຈັບ​ເປ​ໂຕ​ໄວ້​ແລ້ວ​ຊົງ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມ​ເຊື່ອ​ນ້ອຍ ເປັ​ນ​ຫຍັງ​ຈຶ່ງ​ສົງສັຍ”

32 ເມື່ອ​ພຣະ​ອົງ​ກັບ​ເປ​ໂຕ​ຂຶ້ນ​ເຮືອ​ແລ້ວ​ລົມ​ກໍ​ງຽບ​ລົງ

33 ພວກ​ທີ່​ຢູ່​ໃນ​ເຮືອ​ໄດ້​ມາ​ກົ້ມ​ຂາບ​ໃສ່​ພຣະ​ອົງ​ແລ້ວ​ທູນ​ວ່າ, “ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈິງ​ແທ້”

34 ເມື່ອ​ຂ້າມ​ຟາກ​ໄປ​ເຖິງ​ແລ້ວ​ກໍ​ຈອດ​ເຮືອ​ທີ່​ທາ​ເມືອງ​ເຄນ​ເນ​ຊາ​ເຣັດ

35 ເມື່ອ​ຄົນ​ໃນ​ເຂ​ດ​ນັ້ນ​ໄດ້​ຮູ້​ຈັກ​ພຣະ​ອົງ​ແລ້ວ ກໍ​ໃຊ້​ຄົນ​ໄປ​ບອກ​ກ່າວ​ທົ່ວ​ຕລອດ​ເຂດ​ນັ້ນ ເຂົາ​ຈຶ່ງ​ພາ​ບັນ​ດາຄົນ​ເຈັບ​ປ່ວຍ​ມາ​ຫາ​ພຣະ​ອົງ

36 ທູນ​ຂໍ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບ​ປ່ວຍ ພໍ​ແຕ່​ບາຍ​ແຄມ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ແລະ​ຜູ້​ໃດ​ໄດ້​ບາຍ​ແລ້ວກໍ​ຖືກ​ຊົງ​ໃຫ້​ດີ​ປົກ​ກະ​ຕິ



15

1 ເມື່ອ​ນັ້ນ​ພວກ​ຟາ​ຣິ​ຊາຍ ແລະ​ນັກ​ທັມ​ອອກ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ຈຶ່ງ​ທູນ​ພຣະ​ເຢ​ຊູ​ວ່າ,

2 “ເປັນ​ຫຍັງ​ພວກ​ສິດ​ຂອງ​ທ່ານ​ຈຶ່ງ​ລະ​ເມີດ​ຕໍ່​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ​ນັ້ນ ດ້ວຍ​ວ່າ​ເຂົາ​ບໍ່​ລ້າງ​ມື​ກ່ອນ​ຮັ​ບ​ປະ​ທານ​ອາ​ຫານ”

3 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເຫດ​ສັນ​ໃດ​ພວກ​ທ່ານ​ຈຶ່ງ​ລະ​ເມີດ​ຕໍ່​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ດ້ວຍ​ເຫັນ​ແກ່​ຄຳ​ສອນ​ທີ່​ຕົກ​ທອດ​ສືບ​ຕໍ່​ກັນ​ມາ​ນັ້ນ

4 ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ຍັດ​ໄວ້​ວ່າ, “ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ເຈົ້າ ແລະ ຜູ້​ໃດ​ຫມິ່ນ​ປ​ມາດ​ບິ​ດາ​ມານ​ດາ ຜູ້​ນັ້ນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ”

5 ແຕ່​ຝ່າຍພວກ​ທ່ານ​ກັບ​ເວົ້າ​ວ່າ “ຜູ້​ໃດ​ທີ່​ຈະ​ເວົ້າ​ກັບ​ບິ​ດາ​ມານ​ດາ​ວ່າ, “ສິ່ງ​ໃດ​ຂອງ​ຂ້ອຍ​ທີ່​ອາດ​ຊ່ອຍ​ເຫລືອ​ເຈົ້າ​ໄດ້ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຖວາຍ​ແດ່​ພຣະ ເຈົ້າແລ້ວ” ຜູ້​ນັ້ນ​ຈຶ່ງ​ບໍ່​ຕ້ອງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ຕົນ”

6 ດັ່ງ​ນັ້ນ​ແຫລະ, ພວກ​ທ່ານ​ໄດ້​ລຶບ​ລ້າງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ເພາະ​ເຫັນ​ແກ່​ຄຳ​ສອນ​ທີ່​ຕົກ​ທອດ​ສືບ​ຕໍ່​ກັນ​ມາ​ນັ້ນ

7 ໂອ​ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ເອ​ຊາ​ຢາ​ໄດ້​ທຳ​ນ​ວາຍ​ຄັກ​ແນ່​ເຖິງ​ພວກ​ທ່ານ​ວ່າ,

8 “ພົ​ລ​ເມືອງ​ເຫລົ່າ​ນີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ ສ່ວນ​ໃຈ​ຂອງ​ເຂົາ​ຫ່າງ​ໄກຈາກ​ເຮົາ

9 ເຂົາ​ນະ​ມັ​ສ​ການ​ເຮົາ​ໂດຍ​ອັ​ບ​ປ​ໂຍດ ດ້ວຍ​ເອົາ​ບົດ​ບັນ​ຍັດ​ຂອງ​ມະ​ນຸດ​ມາ​ຕູ່​ວ່າ​ເປັນ​ພຣະ​ໂອວາດ”

10 ແລ້ວ​ພຣະ​ອົງ​ຊົງ​ເອີ້ນ​ເອົາ​ປະ​ຊາ​ຊົນ​ແລະ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຟັງ​ແລະ​ເຂົ້າ​ໃຈ​ສາ

11 ບໍ່​ແມ່ນ​ສິ່ງ​ທີ່​ເຂົ້າ​ໄປ​ໃນ​ປາກ​ນັ້ນ ທີ່​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ນັ້ນ​ແຫລະ, ທີ່​ເຮັດ​ມະ​ນຸດ​ຊົ່ວ​ມົວ​ຫມອງ”

12 ຂນະ​ນັ້ນ​ພວກ​ສາ​ວົກ​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ຊາບ​ແລ້ວ​ຫລື​ວ່າ ເມື່ອ​ພວກ​ຟາ​ຣີ​ຊາຍ​ໄດ້​ຍິນ​ຄຳ​ກ່າວ​ນັ້ນ ເຂົາ​ກໍ​ເສັຽ​ໃຈ”

13 ພຣະ​ອົງ​ຊົງ​ຕອບ​ວ່າ, “ໄມ້​ທຸກ​ຕົ້ນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ ບໍ່​ໄດ້​ຊົງ​ປູ​ກໄວ້​ຈະ​ຕ້ອງ​ຫລົກ​ເສັຽ”

14 ຊ່າງ​ເຂົາ​ເທາະ ເຂົາ​ເປັນ​ຄົນ​ນຳ​ທາງ​ຄົນ​ຕາ​ບອດ ຖ້າ​ຄົນ​ຕາ​ບອດ​ຈູງ​ຄົນ​ຕາ​ບອດ​ໄປ ເຂົາ​ທັງ​ສອງກໍ​ຈະ​ຕົກ​ໃນ​ຂຸມ”

15 ຝ່າຍ​ເປ​ໂຕ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຂໍ​ໂຜ​ດທ່ານ​ແກ້​ໄຂ​ຄຳ​ອຸປມາ​ນີ້​ໃຫ້​ພວກ​ຂ້າ​ພຣະ​ອົງແດ່”

16 ພຣະ​ອົງ​ຊົງ​ຕອບ​ວ່າ, “ພວກ​ທ່ານ​ກໍ​ຍັງ​ຂາດ​ຄວາມ​ເຂົ້າ​ໃຈ​ເຫມືອນ​ກັນ​ຫລື

17 ພວກ​ທ່ານ​ບໍ່​ໄດ້​ສັງ​ເກດ​ຫລື​ວ່າ ສິ່ງ​ທີ່​ເຂົ້າ​ໄປ​ໃນ​ປາກ​ກໍ​ລົງ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ

18 ແຕ່​ສິ່ງ​ທີ່​ອອກ​ຈາກ​ປາກ​ກໍ​ອອກ​ມາ​ຈາກ​ໃຈ ສິ່ງ​ນັ້ນ​ແຫລະ, ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

19 ເພາະ​ວ່າ​ຄວາມ​ຄຶດ​ຊົ່ວ​ຮ້າຍ, ການ​ຂ້າ​ຄົນ, ການ​ຫລິ້ນ​ຊູ້​ຈາກ​ຜົວ​ເມັຽ, ການ​ຜິດ​ຊາຍ​ຍິງ, ການ​ລັກ​ຊັບ, ການ​ເປັນ​ພຍານ​ບໍ່​ຈິງ, ແລະ​ການ​ນິນທາ ກໍ​ອອກ​ມາ​ຈາກ​ໃຈ

20 ສິ່ງ​ເຫລົ່າ​ນີ້​ແຫລະ, ທີ່​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ ແຕ່​ການ​ຮັບ​ປະ​ທານ​ອາ​ຫານ​ບໍ່​ລ້າງ​ມື​ກ່ອນ​ນັ້ນ ບໍ່​ໄດ້​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ”

21 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ບ່ອນ​ນັ້ນ​ເຂົ້າ​ໄປ​ໃນ​ເຂດ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ

22 ມີ​ຍິງ​ຊາວ​ການາອານ​ຄົນ​ນຶ່ງ​ມາ​ຈາກ​ເຂດ​ນັ້ນ​ຮ້ອງ​ທູນ​ພຣະ​ອົງ​ວ່າ, “ນາຍ​ຜູ້​ເປັນ​ບຸດ​ດາ​ວິດ​ເອີຍ, ຂໍ​ໂຜ​ດ​ເມດ​ຕາ​ຂ້າພຣະ​ອົງ​ແດ່​ທ້ອນ ລູກ​ສາວ​ຂອງ​ຂ້າພຣະ​ອົງ​ມີ​ຄວາມ​ລຳ​ບາກ​ຫລາຍ​ຍ້ອນ​ຜິ​ຮ້າຍ​ບັງ​ຄັບ”

23 ຝ່າຍ​ພຣະ​ອົງ​ບໍ່​ໄດ້​ຊົງ​ຕອບ​ຍິງ​ນັ້ນ​ຈັກ​ຄຳ ແລ້ວ​ພວກ​ສາ​ວົກ​ໄດ້​ມາ​ທູນ​ພຣະ​ອົງ​ວ່າ, “ຂໍ​ບອກ​ໃຫ້​ເຂົາ​ເມືອ​ເສັຽ ເພາະ​ເຂົາ​ຮ້ອງ​ຕາມ​ເຮົາ​ມາ”

24 ພຣະ​ອົງ​ຊົງ​ຕອບ​ວ່າ, “ເຮົາ​ບໍ່​ໄດ້​ຮັບ​ໃຊ້​ມາ​ຫາ​ຜູ້​ໃດ ເວັ້ນ​ແຕ່​ຝູງ​ແກະ​ທີ່​ເສັຽ​ແລ້ວ ຄື​ຕະ​ກູນອິ​ສ​ຣາ​ເອນ”

25 ຝ່າຍ​ຍິງ​ນັ້ນ​ໄດ້​ມາ​ຂາບ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ຊ່ອຍ​ຂ້າ​ພຣະ​ອົງ​ແດ່​ທ້ອນ”

26 ພຣະ​ອົງ​ຊົງ​ຕອບ​ວ່າ,”ບໍ່​ສົມ​ຄວນ​ຈະ​ເອົາ​ອາ​ຫານ​ຂອງ​ລູກ​ໂຍນ​ໃຫ້​ແກ່​ຫມາ​ນ້ອຍ”

27 ຍິງ​ນັ້ນ​ທູນ​ຕອບ​ວ່າ, “ຈິງຢູ່ເຈົ້າ​ຂ້າ ແຕ່​ເຖິງ​ແມ່ນ​ຫມາ​ນ້ອຍ​ກໍ​ເຄີຍ​ກິນ​ເມັດ​ທີ່​ຕົກ​ຈາກ​ໂຕະນາຍ​ຂອງ​ມັນ”

28 ແລ້ວ​ພຣະ​ເຢ​ຊູຊົງ​ຕອບ​ຍິງ​ນັ້ນ​ວ່າ, “ນາງ​ເອີຍ, ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ໃຫຍ່ ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ເຈົ້າ​ເທີນ” ລູກສາວ​ຂອງ​ຍິງ​ນັ້ນ​ກໍ​ດີ​ເປັນ​ປົກກະ​ຕິ​ຕັ້ງ​ແຕ່​ໂມງ​ນັ້ນ

29 ພຣະ​ເຢ​ຊູ​ໄດ້ສະ​ເດັດ​ອອກ​ຈາກ​ທີ່​ນັ້ນ​ລຽບ​ຝັ່ງ​ທະ​ເລ​ສາບຄາ​ລິ​ເລ​ໄປ ແລ້ວ​ສະ​ເດັດ​ຂຶ້ນ​ພູ​ຊົງ​ປະ​ທັບ​ນັ່ງ​ລົງ​ທີ່​ນັ້ນ

30 ແລະ​ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ມາ​ຫາພຣະ​ອົງ ເຂົາ​ພາ​ຄົນ​ຂາ​ເສັ້ງ, ຄົນ​ແຂນ​ຂາ​ພິ​ການ, ຄົນ​ຕາ​ບອດ, ຄົນ​ປາກ​ກືກ, ແລະ​ຄົນ​ເຈັບ​ອື່ນໆ ຫລາຍຄົນ​ມາ​ວາງ​ໄວ້​ແທບ​ພຣະ​ບາດ​ຂອງ​ ພຣະ​ເຢ​ຊູ ແລ້ວ ພຣະ​ອົງໄດ້​ຊົງ​ໂຜດ​ໃຫ້​ເຂົາ​ດີ

31 ຈົນ​ຝູງ​ຄົນ​ເຫລົ່າ​ນັ້ນ​ງຶດ​ອັ​ດສະ​ຈັນ​ໃຈ ເມື່ອ​ເຫັນ​ຄົນ​ປາກ​ກືກ​ປາກ​ໄດ້, ຄົນ​ແຂນ​ຂາ​ພິ​ການ​ດີ​ປົກ​ກະ​ຕິ, ຄົນ​ຂາ​ເສັ້ງ​ຍ່າງ​ໄປ​ໄດ້, ແ​ລະ​ຄົນ​ຕາ​ບອດ​ເຫັນ​ໄດ້ ແລ້ວ​ເຂົາ​ຈຶ່ງ​ສັຣ​ເສິນ​ພຣະ​ເຈົ້າ​ຂອງ​ຊາດ​ອິ​ສ​ຣາ​ເອນ

32 ຝ່າຍ​ພຣະ​ເຢ​ຊູ​ຊົງ​ເອີ້ນ​ພວກ​ສາ​ວົກ​ຂອງ​ຕົນ​ມາ ແລ້ວ​ຊົງ​ກ່າວ​ວ່າ, “ເຮົາ​ສົງ​ສານ​ຄົນ​ເຫລົ່າ​ນີ້ ເພາະ​ເຂົາ​ຄ້າງ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ​ບໍ່​ມີ​ອາ​ຫານ​ກິນ ເຮົາ​ບໍ່​ຢາກ​ໃຫ້​ເຂົາ​ກັບ​ໄປ​ໃນ​ຂ​ນະ​ທີ່​ຍັງ​ຫິວ​ຢູ່ ເພາະ​ຢ້ານ​ວ່າ​ເຂົາ​ຈະ​ເມື່ອຍ​ອິດ​ອ່ອນ​ຕາມ​ທາງ”

33 ພວກ​ສາ​ວົກ​ທູນ​ຖາມ​ພຣະ​ອົງ​ວ່າ, “ໃນ​ປ່າ​ຢ່າງ​ນີ້​ພວກ​ຂ້າ​ພຣະ​ອົງ​ຈະ​ຊອກ​ອາ​ຫານ​ທີ່​ໃດ​ພໍ​ລ້ຽງ​ຄົນ​ເຫລົ່າ​ນີ້​ໃຫ້​ອີ່ມ​ໄດ້”

34 ພຣະ​ເຢ​ຊູ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ມີ​ເຂົ້າ​ຈີ່​ຈັກ​ກ້ອນ” ເຂົາ​ທູນ​ຕອບ​ວ່າ, “ມີ​ເຈັດ​ກ້ອນ​ກັບ​ປາ​ນ້ອຍ​ສອງ​ສາມ​ໂຕ”

35 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ນັ່ງ​ລົງ​ຕາມ​ດິນ

36 ແລ້ວ​ຊົງ​ຮັບ​ເຂົ້າ​ຈີ່​ເຈັດ​ກ້ອນ​ກັບ​ປາ​ເຫລົ່າ​ນັ້ນ​ມາ​ໂມ​ທະ​ນາ​ພຣະ​ຄຸນ ຈຶ່ງ​ຊົງ​ຫັກ​ຍື່ນ​ໃຫ້​ພວກ​ສາ​ວົກ​ຂອງ​ຕົນ ພວກ​ສາ​ວົກ​ກໍ​ໄດ້​ແຈກ​ຢາຍ​ໃຫ້​ປະ​ຊາ​ຊົນ

37 ແລະ​ຄົນ​ທັງ​ປວງ​ໄດ້​ກິນ​ອີ່ມ​ຫມົດ​ທຸກ​ຄົນ ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ເຂົາ​ເກັບ​ໄດ້ເຕັມ​ເຈັດ​ບຸງ

38 ສ່ວນ​ຄົນ​ທີ່​ໄດ້​ກິນ​ນັ້ນ​ມີ​ຜູ້​ຊາຍ​ເຖິງ​ສີ່​ພັນ​ຄົນ ບໍ່​ນັບ​ແມ່​ຍິງ​ກັບ​ເດັກ​ນ້ອຍ

39 ເມື່ອ​ຊົງ​ສັ່ງ​ໃຫ້​ເຂົາ​ເລີກ​ໄປ​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ລົງ​ເຮືອ​ໄປ​ຍັງ​ເຂດ​ເມືອງ​ມາ​ຄາ​ດານ



16

1 ພວກ​ຟາ​ຣິ​ຊາຍ​ກັບ​ພວກ​ຊາ​ດູ​ກາຍ​ໄດ້​ມາ​ທົດ​ລອງ​ພຣະ​ອົງ ໂດຍ​ຂໍ​ໃຫ້​ພຣະ​ອົງ​ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ​ຢ່າງ​ນຶ່ງ​ຈາກ​ສວັນ​ໃຫ້​ເຂົາ​ເຫັນ

2 ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ເມື່ອ​ຄ່ຳ​ມາ​ພວກ​ທ່ານ​ເຄິຍ​ເວົ້າ​ວ່າ “ອາກາດ​ຈະ​ດີ​ເພາະ​ຟ້າ​ສິ​ແດງ”

3 ແລະ​ເວ​ລາ​ເຊົ້າ​ພວກ​ທ່ານ​ກໍ​ເວົ້າ​ວ່າ, “ມື້​ນີ້​ຈະ​ເກິດ​ພະ​ຍຸ​ເພາະ​ຟ້າ​ສິ​ແດງ​ແລະ​ມືດ​ມົວ” ທ້ອງ​ຟ້າ​ນັ້ນ​ພວກ​ທ່ານ​ຍັງ​ຊ່າງ​ສັງ​ເກດ​ຮູ້ ແຕ່​ຫມາຍ​ສຳ​ຄັນ​ແຫ່ງ​ສະ​ໄຫມ​ຕ່າງ​ໆ ພວກ​ທ່ານ​ບໍ່​ອາດ​ສັງ​ເກດ​ໄດ້”

4 ຄົນ​ສະ​ໄຫມ​ຊົ່ວ​ຄຶດ​ຄົດ​ທໍ​ຣະ​ຍົດ​ຕໍ່​ພຣະ​ເຈົ້າ​ສ​ແວງ​ຫາ​ຫມາຍ​ສຳ​ຄັນ ແຕ່​ຈະ​ບໍ່​ຊົງ​ໂຜດ​ຫມາຍ​ສຳ​ຄັນ​ໃຫ້​ແກ່ເຂົາ ເວັ້ນ​ໄວ້​ແຕ່​ຫມາຍ​ສຳ​ຄັນ​ເຣື່ອງ​ໂຢ​ນາ” ແລ້ວ​ພຣະ​ອົງ​ກໍ​ສະ​ເດັດ​ຈາກ​ເຂົາ​ໄປ

5 ຝ່າຍ​ພວກ​ສາ​ວົກ​ເມື່ອ​ຂ້າມ​ໄປ​ຟາກ​ນັ້ນ​ກໍ​ໄດ້​ລືມ​ເອົາ​ເຂົ້າ​ຈີ່​ໄປ​ນຳ

6 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ສັງ​ເກດ​ແລະ​ລະ​ວັງ​ເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ​ໃຫ້​ດີ”

7 ພວກ​ສາ​ວົກ​ກໍ​ເວົ້າ​ກັນ​ຢູ່​ວ່າ,”ເຫັນ​ຈະ​ເປັນ​ເພາະ​ຫມູ່​ເຮົາ​ບໍ່​ໄດ້​ເອົາ​ເຂົ້າ​ຈີ່​ມາ​ນຳ”

8 ແຕ່​ພຣະ​ເຢ​ຊູ​ຊົງຊາບ​ຈຶ່ງ​ຊົງ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມ​ເຊື່ອ​ນ້ອຍ ເຫດ​ໃດ​ພວກ​ທ່ານ​ຈຶ່ງ​ເວົ້າ​ກັນ​ແລະ​ກັນ​ເຖິງ​ເຣື່ອງ​ບໍ່​ໄດ້​ເອົາ​ເຂົ້າ​ຈີ່​ມາ​ນຳ

9 ພວກ​ທ່ານ​ຍັງ​ບໍ່​ທັນ​ສັງ​ເກດ​ແລະ​ຈື່​ບໍ່​ໄດ້​ຫລື ເຣື່ອງ​ເຂົ້າ​ຈີ່​ຫ້າ​ກ້ອນ​ສຳ​ລັບ​ຄົນ​ຫ້າ​ພັນ​ນັ້ນ ພວກ​ທ່ານ​ເກັບ​ໄດ້​ຈັກ​ບຸງ

10 ຫລື​ເຣື່ອງ​ເຂົ້າ​ຈີ່​ເຈັດ​ກ້ອນ​ສຳ​ລັບ​ຄົນສີ່​ພັນ​ນັ້ນ ພວກ​ທ່ານ​ເກັບ​ໄດ້​ຈັກ​ບຸງ

11 ເປັນ​ສັນ​ໃດ​ພວກ​ທ່ານ​ຈຶ່ງ​ບໍ່​ສັງ​ເກດ​ຮູ້​ວ່າ ເຮົາ​ບໍ່​ໄດ້​ເວົ້າ​ກັບ​ພວກ​ທ່ານດ້ວຍ​ເຣື່ອງ​ເຂົ້າ​ຈີ່ ແຕ່​ໃຫ້​ລະ​ວັງເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ”

12 ແລ້ວ​ພວກ​ສາ​ວົກ​ກໍ​ເຂົ້າ​ໃຈ​ວ່າ ພຣະ​ອົງ​ບໍ່​ໄດ້​ຊົງ​ສັ່ງ​ເຂົາ​ໃຫ້​ລະ​ວັງ​ເຊື້ອ​ແປ້ງ​ນັ້ນ ແຕ່​ໃຫ້​ລະ​ວັງ​ຄຳ​ສອນ​ຂອງ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ

13 ຄັນ​ພຣະ​ເຢ​ຊູ​ສະ​ເດັດ​ເຂົ້າ​ໄປ​ໃນ​ເຂດ​ເມືອງ​ກາຍ​ຊາ​ເຣັຽ​ຟິ​ລິບ​ປອຍ ພຣະ​ອົງ​ຊົງ​ຖາມ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, “ຄົນ​ທັງ​ຫລາຍ​ເວົ້າ​ກັນ​ວ່າ​ບຸດ​ມະ​ນຸດ​ແມ່ນ​ຜູ້​ໃດ”

14 ເຂົາ​ທູນ​ຕອບ​ວ່າ, “ຜູ້​ລາ​ງຄົນ​ວ່າ​ເປັນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແລະ​ຄົນ​ອື່ນ​ວ່າ​ເປັນ​ເອ​ລິ​ຢາ ແຕ່​ຄົນ​ອື່ນອີກວ່າ​ເປັນ​ເຢ​ເຣ​ມີຢາ ຫລື​ເປັນ​ຄົນ​ນຶ່ງ​ໃນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ”

15 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ແລ້ວ​ຝ່າຍ​ພວກ​ທ່ານ​ເດ, ວ່າ​ເຮົາ​ເປັນ​ໃຜ”

16 ຊີ​ໂມນເປ​ໂຕ​ທູນ​ຕອບ​ວ່າ, “ທ່ານ​ເປັນ​ພຣະ​ຄຣິດ ພຣະ​ບຸດຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່”

17 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເປ​ໂຕວ່າ, “ຊີ​ໂມນ ລູກ​ໂຢ​ນາ​ເອີຍ, ທ່ານ​ກໍ​ເປັນ​ສຸກ ເພາະ​ວ່າ​ບໍ່​ແມ່ນ​ມະ​ນຸດ​ທີ່​ໄດ້​ສະ​ແດງ​ຄຳ​ນີ້​ແກ່​ທ່ານ ແຕ່​ແມ່ນ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ໃນ​ສວັນ​ຊົງ​ໃຫ້​ຊາບ

18 ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ວ່າ​ທ່ານ​ຄື​ເປ​ໂຕ ເທິງ​ສີ​ລາ​ກ້ອນ​ນີ້ ເຮົາ​ຈະ​ສ້າງ​ຄ​ຣິ​ສ​ຕະ​ຈັກ​ຂອງ​ເຮົາ​ຂຶ້ນ ແລະ​ປະ​ຕູ​ແຫ່ງ​ແດນ​ມໍ​ຣະ​ນາ​ຈະ​ມີ​ຊັຍ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ນັ້ນ​ບໍ່​ໄດ້

19 ເຮົາ​ຈະ​ມອບ​ຂໍ​ກະ​ແຈ​ແຫ່ງ​ແຜ່ນ​ດິນ​ສວັນ​ໄວ້​ໃຫ້​ທ່ານ ທ່ານ​ຈະ​ຜູກ​ມັດສິ່ງ​ໃດ​ໄວ້​ໃນ​ໂລກ ສິ່ງ​ນັ້ນ​ກໍ​ຈະ​ຊົງ​ຜູກ​ມັດ​ໄວ້​ແລ້ວ​ໃນ​ສວັນ ທ່ານ​ຈະ​ແກ້​ສິ່ງ​ໃດ​ໃນ​ໂລກ ສິ່ງ​ນັ້ນ​ກໍ​ຈະ​ຊົງ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສວັນ”

20 ແລ້ວ​ພຣະ​ອົງ​ຊົງ​ຫ້າມ​ສາ​ວົກ ບໍ່​ໃຫ້​ບອກ​ຜູ້​ໃດ​ວ່າ​ຕົນ​ຊົງ​ເປັນ​ພຣະ​ຄຣິດ

21 ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ສະ​ແດງ​ແກ່​ພວກ​ສາ​ວົກ​ຂອງ​ຕົນ​ວ່າ ພຣະ​ອົງ​ຈະ​ຕ້ອງ​ສະ​ເດັດ​ໄປ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຫລາຍ​ປະ​ການ​ຈາກ​ພວກ​ເຖົ້າ​ແກ່, ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່, ແລະ​ຈາກ​ພວກ​ນັກ​ທັມ​ເຂົາ​ຈະ​ໄດ້​ຂ້າ​ພຣະ​ອົງ​ເສັຽ ແລະ​ໃນ​ວັນ​ຖ້ວນ​ສາມ​ພຣະ​ອົງ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ

22 ຝ່າຍ​ເປ​ໂຕ​ໄດ້​ພາ​ພຣະ​ອົງ​ໄປ​ຕ່າງ​ຫາກ ແລ້ວ​ຕັ້ງ​ຕົ້ນ​ທູນ​ຫ້າມ​ພຣະ​ອົງ​ຢ່າງ​ແຂງ​ແຮງວ່າ, “ນາຍ​ເອີຍ, ຂໍ​ທ່ານ​ຈົ່ງ​ໄດ້​ຮັບ​ຄວາມ​ເມດ​ຕາ ການ​ນີ້​ຈະ​ບໍ່​ເກິດ​ມີ​ແກ່​ທ່ານ​ຈັກ​ເທື່ອ”

23 ພຣະ​ອົງ​ຊົງ​ຫັນ​ພຣະ​ພັກ​ໄປ​ຫາ​ເປ​ໂຕ​ແລ້ວ​ຊົງ​ກ່າວ​ວ່າ, “ອ້າຍ​ຊາ​ຕານ​ເຮິຍ, ຈົ່ງ​ຖອຍ​ຫນີ​ຈາກ​ເຮົາ​ເສັຽ ເຈົ້າ​ເປັນ​ສິ່ງ​ກິດ​ຂວາງ​ເຮົາ ເພາະ​ເຈົ້າ​ຄຶດ​ຢ່າງ​ມະ​ນຸດ ບໍ່​ຄຶດ​ຢ່າງ​ພຣະ​ເຈົ້າ”

24 ຂ​ນະ​ນັ້ນ​ພຣະ​ເຢ​ຊູ​ຊົງ​ບອກ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, “ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ​ໃຫ້​ຜູ້​ນັ້ນ​ຕັດ​ສິດ​ຂອງ​ຕົນ​ເສັຽ ແລະ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ ແລ້ວ​ຕິດ​ຕາມ​ເຮົາ​ມາ

25 ເພາະ​ວ່າ​ຜູ້​ໃດ​ຢາກ​ຊ່ອຍ​ຊີ​ວິດ​ຂອ​ງຕົນ​ໃຫ້​ພົ້ນ ຜູ້​ນັ້ນ​ຈະ​ເສັຽ​ຊີ​ວິດ ແຕ່​ຜູ້​ໃດ​ຈະ​ເສັຽ​ຊີ​ວິດ​ເພາະ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ກໍ​ຈະ​ພົ້ນ​ຊິ​ວິດ

26 ເຫດ​ວ່າ​ຖ້າ​ຜູ້​ໃດ​ຈະ​ໄດ້​ສິ່ງ​ຂອງຫມົດ​ທັງ​ໂລກ ແຕ່​ຕ້ອງ​ເສັຽ​ຊີ​ວິດ​ອັນ​ແທ້​ຂອງ​ຕົນ ຜູ້​ນັ້ນ​ຈະ​ໄດ້​ປ​ໂຍດ​ອັນ​ໃດ ຫລື​ຜູ້​ນັ້ນ​ຈະ​ນຳ​ເອົາ​ສິ່ງ​ໃດ​ໄປ​ແລກ​ເອົາ​ຊີ​ວິດ​ອັນ​ແທ້​ຂອງ​ຕົນ​ກັບ​ຄືນ​ມາ

27 ເພາະ​ບຸດ​ມະ​ນຸດ​ຈະ​ມາ​ດ້ວຍ​ສະ​ງ່າ​ຣາ​ສິ​ແຫ່ງ​ພຣະ​ບິ​ດາ​ຂອງ​ຕົນ ແລະ​ພ້ອມ​ດ້ວຍ​ພວກ​ເທວະ​ດາ​ຂອງ​ພຣະ​ອົ​ງ ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ບຳ​ເຫນັດ​ໃຫ້​ແກ່​ທຸກ​ຄົນ​ຕາມ​ການ​ທີ່​ເຂົາ​ເຮັດ​ນັ້ນ​

28 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ພວກ​ຄົນ​ທີ່​ຢືນ​ຢູ່​ນີ້​ມີ​ລາງ​ຄົນ​ທີ່​ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ ຈົນ​ກວ່າ​ຈະ​ໄດ້​ເຫັນ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ດ້ວຍ​ຣາ​ຊ​ອຳ​ນາດ​ຂອງ​ພຣະ​ອົງ”



17

1 ຄັນ​ລ່ວງ​ໄປ​ໄດ້​ຫົກ​ວັນ​ແລ້ວ ພຣະ​ເຢ​ຊູ​ຊົງ​ພາ​ເປ​ໂຕ ຢາ​ໂກ​ໂບ ແລະ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຢາ​ໂກ​ໂບ ຂຶ້ນ​ພູ​ສູງ​ຢູ່​ຕ່າງ​ຫາກ

2 ແລ້ວ​ລັກ​ສະນະ​ພຣະ​ກາຍ​ຂອງ​ພຣະ​ອົງ​ກໍ​ປ່ຽນ​ໄປ​ຕໍ່​ຫນ້າ​ເຂົາ ພຣະ​ພັກ​ຂອງ​ພຣະ​ອົງ​ກໍ​ເຫມືອນ​ແສງ​ອາ​ທິດ​ສ່ອງ​ແລະ​ເຄື່ອ​ງທົງ​ຂອງ​ພຣະ​ອົງ​ກໍ​ຂາວ​ຜ່ອງ​ເຫມືອນ​ດັ່ງ​ແສງ​ສວ່າງ

3 ແລະ​ເບິ່ງ​ແມ໋, ໂມ​ເຊ​ ແລະ​ເອ​ລີ​ຢາ​ກໍ​ມາ​ປາ​ກົດ​ແກ່​ສາ​ວົກ​ເຫລົ່າ​ນັ້ນ ເຝົ້າ​ສົນ​ທະ​ນາ​ຢູ່​ກັບ​ພຣະ​ອົງ

4 ຝ່າຍ​ເປ​ໂຕທູນ​ພຣະ​ເຢ​ຊູ​ວ່າ, “ນາຍ​ເອີຍ, ຊຶ່ງ​ພວກ​ຂ້າ​ພຣະ​ອົງຢູ່​ທີ່​ນີ້​ກໍ​ດີ​ຢູ່ ຖ້າ​ທ່ານ​ປະ​ສົງ, ຂ້າ​ພຣະ​ອົງ​ຈະ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ​ທີ່​ນີ້ ສຳ​ລັບ​ທ່າ​ນຫລັງ​ນຶ່ງ, ສຳ​ລັບ​ໂມ​ເຊ​ຫລັງ​ນຶ່ງ, ແລະ​ຫລັງ​ນຶ່ງ​ສຳ​ລັບ​ເອ​ລິ​ຢາ”

5 ເມື່ອ​ເປ​ໂຕ​ທູນ​ຍັງ​ບໍ່​ທັນ​ຂາດ​ຄຳ ເບິ່ງ​ແມ໋, ມີ​ເມກ​ສຸກ​ໃສ​ມາ​ປົກ​ຫຸ້ມ​ເຂົາ​ໄວ້ ແລະ​ເບິ່ງ​ແມ໋, ມີ​ພຣະ​ສຸ​ຣະ​ສຽງ​ອອກ​ມາ​ຈາກ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫລະ, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ຊຶ່ງ​ເຮົາ​ຊອບ​ໃຈ​ຫລາຍ ພວກ​ເຈົ້າ​ຈົ່ງ​ເຊື່ອ​ຟັງ​ທ່ານ”

6 ຝ່າຍ​ພວກ​ສາ​ວົກ​ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ກົ້ມ​ຂາບ​ລົງ​ແລະ​ຢ້ານ​ຫລາຍ

7 ພຣະ​ເຢ​ຊູ​ຈຶ່ງ​ສະ​ເດັດ​ມາ​ຖືກ​ຕ້ອງ​ເຂົາ​ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຢ່າ​ຊູ່​ຢ້ານ”

8 ເມື່ອ​ເງີຍ​ຫນ້າ​ຂຶ້ນ​ແລ້ວ​ເຂົາ​ກໍ​ບໍ່​ເຫັນ​ຜູ້​ໃດ ເຫັນ​ແຕ່​ພຣະ​ເຢ​ຊູ​ຜູ້​ດຽວ

9 ເມື່ອ​ເຂົາ​ກຳ​ລັງ​ລົງ​ມາ​ຈາກ​ພູ​ນັ້ນ​ພຣະ​ເຢ​ຊູ​ຊົງ​ສັ່ງ​ເຂົາ​ໄວ້​ວ່າ, “ນິມິດ​ຊຶ່ງ​ພວກ​ທ່ານ​ໄດ້​ເຫັນ​ນັ້ນ ຢ່າ​ໄດ້​ບອກ​ແກ່ຜູ້​ໃດ ຈົນ​ກວ່າ​ບຸດ​ມະ​ນຸດ​ຈະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ”

10 ພວກ​ສາ​ວົກ​ກໍ​ທູນ​ຖາມ​ພຣະ​ອົງ​ວ່າ, “ຖ້າ​ຢ່າງ​ນັ້ນ ເຫດ​ສັນ​ໃດ​ພວ​ກ​ນັກ​ທັມ​ເຄິຍ​ເວົ້າ​ວ່າ ເອ​ລິ​ຢາ​ຈະ​ຕ້ອງ​ມາ​ກ່ອນ”

11 ພຣະ​ອົງ​ທູນ​ຕອບ​ວ່າ, “ຈິງ​ຢູ່ ເອ​ລິ​ຢາ​ຈະ​ມາ​ກ່ອນ ແລະ​ເຮັດ​ໃຫ້​ສິ່ງ​ທັງ​ປ​ວງ​ຄືນ​ສູ່​ສະ​ພາບ​ເດີມ

12 ແຕ່​ເຮົາ​ບອກ​ພວກ​ທ່ານ​ວ່າ ເອ​ລິ​ຢາ​ນັ້ນ​ໄດ້​ມາ​ແລ້ວ ແລະ​ເຂົາ​ບໍ່​ຮູ້​ຈັກ​ທ່ານ ແຕ່​ເຂົາ​ໄດ້​ເຮັດ​ແກ່​ທ່ານຕາມ​ໃຈ​ຊອບ ສ່ວນ​ບຸດ​ມະ​ນຸດ​ກໍຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ດ້ວຍ​ມື​ຂອງ​ເຂົາ​ເຫມືອນ​ກັນ”

13 ແລ້​ວ​ພວກ​ສາ​ວົກ​ຈຶ່ງ​ເຂົ້າ​ໃຈ​ວ່າ ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ເຖິງ​ເຣື່ອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

14 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ພ້ອມ​ກັບ​ສາ​ວົກ​ສາມ​ຄົນ​ມາ​ເຖິງປະ​ຊາ​ຊົນ​ທັງ​ຫລາຍ​ແລ້ວ ມີ​ຊາຍຄົນ​ນຶ່ງ​ມາ​ຫາ​ພຣະ​ອົງ​ຄຸ​ເຂົ່າລົງ

15 ທູນ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ເມດ​ຕາ​ບຸດ​ຂອງ​ຂ້າພຣະ​ອົງແດ່​ທ້ອນ ດ້ວຍ​ວ່າ​ເຂົາ​ເປັນ​ບ້າ​ຫມູ ມີ​ຄວາມ​ທຸກ​ລຳ​ບາກ​ຫລາຍ​ເພາະ​ມັນ​ຕົກ​ໃສ່​ໄຟ​ໃສ່​ນ້ຳ​ຫລາຍ​ເທື່ອ

16 ຂ້າ​ພຣະ​ອົງໄດ້​ພາ​ບຸດມາ​ຫາ​ພວກ​ສິດ​ຂອງ​ທ່ານ​ແລ້ວ ແຕ່​ເຂົາ​ເຮັດ​ໃຫ້​ເຂົາດີ​ບໍ່​ໄດ້”

17 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ໂອ ຄົນ​ໃນ​ສະ​ໄຫມ​ທີ່​ຂາດ​ຄວາມ​ເຊື່ອ​ແລະ​ຊົ່ວ​ຊ້າ​ເຮິຍ ເຮົາ​ຈະ​ຕ້ອງ​ຢູ່ກັບ​ພວກ​ເຈົ້າ​ເຫິງ​ປານ​ໃດ ເຮົາ​ຈະ​ຕ້ອງ​ອົດ​ທົນ​ກັບ​ພວກ​ເຈົ້າ​ນານ​ປານ​ໃດ ຈົ່ງ​ພາ​ເຂົາ​ມາ​ຫາ​ເຮົາ​ທີ່​ນີ້​ສາ”

18 ພຣະ​ເຢ​ຊູ​ຊົງ​ກ່າ​ວ​ຊຳ​ຮະ​ຜິ​ຮ້າຍ​ນັ້ນ ແລ້​ວ​ມັນ​ໄດ້​ອອກ​ຫນີ​ໄປ ຕັ້ງ​ແຕ່​ໂມງ​ນັ້ນ​ໄປ​ເດັກ​ນ້ອຍ​ນັ້ນ​ກໍ​ດີ​ປົກ​ກະ​ຕິ

19 ຕໍ່​ມາ​ພວກ​ສາ​ວົກ​ໄດ້​ເຂົ້າ​ມາ​ຫາ​ພຣະ​ເຢ​ຊູ​ຕ່າງ​ຫາກ​ທູນ​ຖາມ​ວ່າ, “ເພາະ​ເຫ​ດ​ໃດ​ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ຂັບ​ໄລ່​ຜີ​ນັ້ນ​ອອກ​ບໍ່​ໄດ້”

20 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເພາະ​ເຫດ​ພວກ​ທ່ານ​ມີ​ຄວາມ​ເຊື່ອ​ນ້ອຍ ດ້ວຍ​ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ທ່ານ​ມີ​ຄວາມ​ເຊື່ອ​ທໍ່​ເມັດ​ຜັກ​ກາດ​ເມັດ​ນຶ່ງ ພວກ​ທ່ານ​ຈະ​ສັ່ງ​ພູ​ຫນ່ວຍ​ນີ້ວ່າ “ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ” ມັນ​ກໍ​ຈະ​ເຄື່ອນ​ໄປ ບໍ່​ມີ​ສິ່ງ​ໃດ​ທີ່​ທ່ານ​ເຮັດ​ບໍ່​ໄດ້

21 (ແຕ່​ຜິ​ແນວ​ນີ້​ບໍ່​ເຄີຍ​ຖືກ​ຂັບ​ອອກ ເວັ້ນ​ແຕ່​ດ້ວຍ​ການ​ອ້ອນວອນ​ແລະ​ການ​ຖື​ສິນ​ອົດ​ອາ​ຫານ)

22 ຄັນ​ພຣະ​ເຢ​ຊູ​ຊົງ​ປະ​ຊຸມ​ກັບ​ພວກ​ສາ​ວົກ​ໃນ​ແຂວງ​ຄາ​ລີ​ເລ ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກມອບ​ໄວ້​ໃນ​ມື​ມະ​ນຸດ

23 ເຂົາ​ຈະ​ຂ້າ​ທ່ານ​ເສັຽ ໃນ​ວັນ​ຖ້ວນ​ສາມ​ທ່ານຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ” ພວກ​ສາ​ວົກ​ກໍ​ມີ​ຄວາມ​ທຸກ​ຫນັກ​ໃຈ

24 ເມື່ອ​ມາ​ເຖິງ​ເມືອງ​ກາ​ເປ​ນາ​ອູມ​ແລ້ວ ມີ​ພວກ​ເກັບ​ຄ່າ​ບຳ​ຣຸງ​ພຣະ​ວິ​ຫານ​ມາ​ຫາເປ​ໂຕ​ຖາມ​ວ່າ, “ອາ​ຈານ​ຂອງ​ພວກ​ທ່ານ​ບໍ່​ເສັຽ​ເງິນ​ບຳ​ຣຸງ​ພຣະ​ວິ​ຫານ​ຫລື”

25 ເປ​ໂຕ​ຕອບ​ວ່າ, “ເສັຽ” ເມື່ອ​ເປ​ໂຕ​ເຂົ້າ​ໄປ​ໃນ​ເຮືອນ ພຣະ​ເຢ​ຊູ​ຊົງ​ກ່າວ​ຂຶ້ນ​ກ່ອນ​ຖາມ​ວ່າ, “ຊີ​ໂມນ​ເອີຍ, ທ່ານ​ຄຶດ​ຢ່າງ​ໃດ ພວກ​ເຈົ້າ​ແຜ່ນ​ດິນ​ເຄີຍ​ເກັບ​ພາ​ສິ​ແລະ​ເງິນ​ສ່ວຍ​ຈາກ​ຜູ້​ໃດ ຈາກ​ໂອ​ຣົດ​ຫລື​ຈາກ​ຜູ້​ອື່ນ”

26 ເປ​ໂຕ​ທູນ​ຕອບ​ວ່າ, “ເຄີຍ​ເກັ​ບ​ຈາກ​ຜູ້​ອື່ນ” ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຖ້າ​ຢ່າງ​ນັ້ນ ໂອ​ຣົດ​ກໍ​ບໍ່​ຕ້ອງ​ເສັຽ”

27 ແຕ່​ເພື່ອ​ບໍ່​ໃຫ້​ເຂົາ​ເສັຽ​ໃຈ ທ່ານ​ຈົ່ງ​ໄປ​ຕຶກ​ເບັດ​ທີ່​ທະ​ເລ ເມື່ອ​ໄດ້​ປາ​ໂຕ​ແຣກ​ຂຶ້ນ​ມາ​ໃຫ້​ງະ​ປາກ​ມັນ ແລ້ວ​ທ່ານ​ຈະ​ພົບ​ເງິນ​ຫລຽນ​ນຶ່ງ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ເສັຽ​ຄ່າ​ບຳ​ຣຸງ​ພຣະ​ວິ​ຫານ​ສຳ​ລັບ​ເຮົາ​ກັ​ບ​ທ່ານ”



18

1 ໃນ​ເວ​ລາ​ນັ້ນ​ພວກ​ສາ​ວົກ​ມາ​ຫາ​ພຣະ​ເຢ​ຊູ​ທູນ​ວ່າ, “ໃຜ​ເປັນ​ໃຫຍ່​ໃນຣາ​ຊ​ອາ​ນາ​ຈັກ​ສວັນ”

2 ພຣະ​ເຢ​ຊູ​ຊົງ​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ນຶ່ງ​ມາ​ໃຫ້​ຢືນ​ຖ້າມ​ກາງ​ເຂົາ

3 ແລ້ວ​ຊົງ​ກ່າວ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ທ່ານ​ບໍ່​ກັບ​ໃຈ ​ແລະ​ກາຍ​ເປັນ​ເຫມືອນ​ເດັກ​ນ້ອຍ ທ່ານ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ສວັນ​ບໍ່​ໄດ້​ຈັກ​ເທື່ອ

4 ເຫດ​ສັນ​ນັ້ນ​ຖ້າ​ຜູ້​ໃດ​ຖ່ອມ​ຕົວ​ລົງ​ເຫມືອນ​ເດັກ​ນ້ອຍຜູ້​ນີ້ ຜູ້​ນັ້ນ​ແຫລະ​, ເປັນ​ໃຫຍ່​ໃນ​ຣາ​ຊ​ອາ​ນາ​ຈັກ​ສວັນ

5 ຖ້າ​ຜູ້​ໃດ​ຈະ​ຮັບ​ເດັກ​ນ້ອຍ​ຜູ້​ນຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ໄດ້​ຮັບ​ເຮົາ”

6 “ຖ້າ​ຜູ້ໃດ​ເຮັດ​ໃຫ້​ຄົນ​ນຶ່ງ​ໃນ​ຫມູ່​ເດັກ​ນ້ອຍ​ເຫລົ່າ​ນີ້​ທີ່​ເຊື່ອ​ໃນ​ເຮົາ​ຫລົງ​ຜິດ ຖ້າເອົາ​ຫີນ​ໂມ້​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ​ຈົມ​ລົງ​ນ້ຳ​ທະ​ເລ​ເລິກ​ເສັຽກໍ​ດີກວ່າ

7 ວິ​ບັດ​ແກ່​ໂລກ​ນີ້ ເພາະ​ເຫດ​ທີ່​ໃຫ້​ເກິ​ດການ​ຫລົງ​ຜິດ ເພາະ​ວ່າ​ຈຳ​ເປັນ​ຕ້ອງ​ມີ​ເຫດ​ໃຫ້​ຫລົງ​ຜິດ ແຕ່​ວິ​ບັດ​ແກ່​ຜູ້ທີ່​ກໍ່​ເຫດ​ໃຫ້​ເກິດ​ການ​ຫລົງ​ຜິດ​ນັ້ນ

8 ຖ້າ​ມື​ຫລື​ຕີນ​ຂອງ​ທ່ານ​ເຮັດ​ໃຫ້​ຕົນ​ຫລົງ​ຜິດ ຈົ່ງ​ຕັດ​ຖິ້ມ​ເສັຽ ທີ່​ຈະ​ເຂົ້າ​ໃນ​ຊີ​ວິດ​ດ້ວຍ​ມື​ແລະ​ຕີນ​ກຸດ​ຫລື​ພິ​ການ ຍັງ​ດີກວ່າ​ມີ​ມື​ແລະ​ຕິນ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ຖິ້ມ​ໃສ່​ໄຟ​ທີ່​ໄຫມ້​ຢູ່​ເປັນ​ນິດ

9 ຖ້າ​ຕາ​ຂອງ​ທ່ານ​ເຮັດ​ໃຫ້​ຕົນ​ຫລົງ​ຜິດ ຈົ່ງ​ຄວັດ​ອອກ​ຖິ້ມ​ເສັຽ ທີ່​ຈະ​ເຂົ້າ​ໃນ​ຊີ​ວິດ​ດ້ວຍ​ຕາ​ເບື້ອງ​ດຽວ ຍັງ​ດີກວ່າ​ມີ​ຕາ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ຖິ້ມ​ໃສ່​ໄຟ​ນະ​ຮົກ​“

10 “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ຄຶດ​ດູ​ຫມິ່ນ​ເດັກ​ນ້ອຍ​ຫມູ່​ນີ້​ຈັກ​ຄົນ​ນຶ່ງ ດ້ວຍ​ເຮົາ​ບອກ​ພວກ​ທ່ານ​ວ່າ ເທວະ​ດາ​ປະ​ຈຳ​ຂອງ​ເຂົາ​ໃນ​ສວັນ​ເຝົ້າ​ສເມີ ຕໍ່​ພຣະ​ພັກ​ພຣະ​ບິດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

11 ດ້ວຍ​ວ່າ​ບຸດ​ມະ​ນຸດ​ໄດ້​ມາ​ໂຜດ​ເອົາ​ອັນ​ທີ່​ຫລົງ​ເສັຽ​ໄປ​ນັ້ນ​ໃຫ້​ພົ້ນ

12 ພວກ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ ຖ້າ​ຜູ້​ນຶ່ງ​ມີ​ແກະຢູ່​ຮ້ອຍ​ໂຕ ແລະ​ໂຕ​ນຶ່ງ​ຫລົງເສັຽ​ໄປຈາກ​ຝູງ ຜູ້​ນັ້ນ​ຈະ​ບໍ່​ປະ​ແກະ​ເກົ້າ​ສິບ​ເກົ້າ​ໂຕ​ໄວ້​ຢູ່​ພູ ແລ້ວ​ໄປ​ຊອກ​ຫາ​ໂຕ​ທີ່​ຫລົງ​ເສັຽໄປ​ນັ້ນ​ຫລື

13 ເຮົາ​ບອກພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພົບ​ແກະ​ໂຕ​ທີ່​ເສັຽ ຜູ້​ນັ້ນ​ຄົງ​ຊົມ​ຊື່ນ​ຍິນ​ດີ​ໃນ​ແກະ​ໂຕ​ນັ້ນ ຫລາຍກວ່າ​ແກະ​ເກົ້າ​ສິບ​ເກົ້າ​ໂຕ​ທີ່​ບໍ່​ຫລົງ​ເສັຽ​ໄປ

14 ດັ່ງ​ນັ້ນ​ແຫລະ, ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ ຈຶ່ງ​ບໍ່​ຊົງ​ປາ​ຖ​ນາ​ໃຫ້​ຜູ້​ນ້ອຍ​ເຫລົ່າ​ນີ້​ຈິບ​ຫາຍ​ແມ່ນ​ແຕ່​ຜູ້​ດຽວ”

15 “ຖ້າ​ພີ່​ນ້ອງ​ຂອງ​ທ່ານ​ເຮັດ​ຜິດ​ບາບ (ຕໍ່​ທ່ານ) ຈົ່ງ​ໄປ​ແຈ້ງ​ຄວາມ​ຜິດ​ນັ້ນ​ແກ່​ເຂົາ​ສອງ​ຕໍ່​ສອງ​ເທົ່າ​ນັ້ນ ຖ້າ​ເຂົາຍອມ​ຟັງ ທ່ານ​ກໍ​ໄດ້​ພີ່​ນ້ອງ​ຄືນ​ມາ

16 ແຕ່​ຖ້າ​ເຂົາ​ບໍ່​ຍອມ​ຟັງ ທ່ານ​ຈົ່ງ​ເອົາ​ຄົນ​ນຶ່ງ​ຫ​ລື​ສອງ​ຄົນ​ໄປ​ນຳ​ໃຫ້​ເປັນ​ພຍານ​ສອງ​ສາມ​ປາກ ເພື່ອ​ທຸກ​ຄຳ​ຈະ​ຖື​ເປັນ​ຫລັກ​ຖານ​ໄດ້

17 ຖ້າ​ເຂົາບໍ່​ຍອມ​ຟັງ​ຄົນເຫລົ່າ​ນັ້ນ ຈົ່ງ​ໄປ​ແຈ້ງຄວາມ​ຕໍ່​ຄ​ຣິ​ສ​ຕະ​ຈັກ ແລະ​ຖ້າ​ເຂົາ​ບໍ່​ຍອມ​ຟັງຄ​ຣິ​ສ​ຕະ​ຈັກ​ອີກ​ກໍ​ໃຫ້​ຖື​ເສັຽວ່າ​ເຂົາ​ເປັນ​ເຫມືອນ​ຄົນ​ນອກ​ສາສ​ນາ​ແລະ​ຄົນ​ເກັບ​ພາ​ສິ

18 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ສິ່ງ​ໃດໆ​ທີ່​ພວກ​ທ່ານ​ຈະ​ຜູກ​ມັດ​ໄວ້​ໃນ​ໂລກ ກໍ​ຈະ​ຊົງ​ຜູກ​ມັດ​ໄວ້​ແລ້ວ​ໃນ​ສວັນ ແລະ​ສິ່ງ​ໃດໆ​ທີ່​ພວກ​ທ່ານ​ຈະ​ແກ້​ໃນໂລກ ກໍ​ຈະ​ຊົງ​ແກ້​ໃຫ້​ຫລຸດ​ເສັຽ​ແລ້ວ​ໃນ​ສວັນ​ເຫມືອນ​ກັນ

19 ເຮົາ​ບອກ​ແກ່​ພວກ​ທ່ານ​ອີກວ່າ ຖ້າ​ໃນ​ພວກ​ທ່ານ​ທີ່​ຢູ່​ໃນ​ໂລກສອງ​ຄົນ​ຈະ​ຮ່ວ​ມ​ການ​ຂໍ​ສິ່ງ​ນຶ່ງ​ສິ່ງ​ໃດ ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດຢູ່ໃນ​ສວັນ​ກໍ​ຈະ​ຊົງ​ກະ​ທຳ​ໃຫ້

20 ດ້ວຍ​ວ່າ​ມີ​ສອງ​ຫລື​ສາມ​ຄົນ​ປະ​ຊຸມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່ບ່ອນ​ໃດ ເຮົາ​ກໍ​ຢູ່​ຖ້າມ​ກາງ​ເຂົາ​ບ່ອນ​ນັ້ນ​ແຫລະ”

21 ເມື່ອ​ນັ້ນ​ເປ​ໂຕ​ໄດ້​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ພີ່​ນ້ອງ​ຂອງ​ຂ້າ​ພຣະ​ອົງ​ເຮັດ​ຜິດ​ຕໍ່​ຂ້າ​ ພຣະ​ອົງ​ຫລາຍ​ເທື່ອ ຂ້າ​ພຣະ​ອົງ​ຕ້ອງ​ຍົກ​ຜິດ​ໃຫ້​ເຂົາ​ເຖິງ​ຈັກ​ເທື່ອ ເຖິງ​ເຈັດ​ເທື່ອ​ຫລື”

22 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບໍ່​ໄດ້​ບອກ​ພຽງ​ເຈັດ​ເທື່ອ​ເທົ່າ​ນັ້ນ ແຕ່​ເຖິງ​ເຈັດ​ສິບ​ເທື່ອ​ຄູນ​ກັບ​ເຈັດ

23 ເຫດ​ສັນ​ນັ້ນ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ເຈົ້າ​ກະ​ສັດ​ອົງນຶ່ງ ຊົງ​ປະ​ສົງ​ຢາກ​ຄິດ​ບັນ​ຊິ​ເງິນ​ທີ່​ພວກ​ຂ້າ​ໃຊ້​ເປັນ​ຫນີ້

24 ເມື່ອ​ຊົງ​ຕັ້ງ​ຕົ້ນຄິດ​ບັນ​ຊິ​ຢູ່​ນັ້ນ ເຂົາ​ພາ​ຄົນ​ຜູ້ນຶ່ງ​ທີ່​ເປັນ​ຫນີ້​ຫມື່ນ​ຕາ​ລັນ​ຕົນ​ມາ​ເຝົ້າ

25 ເມື່ອ​ຜູ້​ນັ້ນ​ບໍ່​ມີ​ສິ່ງ​ໃດ​ຈະ​ໃຊ້ ທ່ານ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ຕົວ​ກັບທັງ​ເມັຽ​ແລະ​ລູກ ແລະ​ບັນ​ດາ​ສິ່ງ​ຂອງ​ທີ່​ເຂົາ​ມີຢູ່ເອົາ​ມາ​ໃຊ້​ຫນີ້​ເສັຽ

26 ຄົນ​ໃຊ້​ຜູ້​ນັ້ນ​ຈຶ່ງ​ຂາບ​ລົງ​ວອນ​ຕໍ່​ທ່ານ​ວ່າ, “ໂອຍ​ທ່ານເອີຍ, ຂໍ​ຊົງ​ໂຜດ​ຜ່ອນ​ຜັນ​ຂ້າ​ພະ​ເຈົ້າ​ກ່ອນ ແລ້ວ​ຂ້າ​ພະ​ເຈົ້າຈະ​ຫາ​ໃຊ້​ແທນ​ໃຫ້​ຫມົດ”

27 ເຈົ້າ​ອົງ​ນັ້ນ​ມີ​ພຣະ​ທັຍ​ເມດ​ຕາ ຈຶ່ງ​ປ່ອຍ​ຕົວ​ມັນ​ໄປ​ແລະ​ຍົກ​ຫນີ້​ໃຫ້​ດ້ວຍ

28 ແຕ່​ເມື່ອ​ຂ້າ​ໃຊ້​ຜູ້​ນັ້ນ​ອອກ​ໄປ ກໍ​ພົບ​ເພື່ອນ​ຜູ້​ນຶ່ງ​ທີ່​ເປັນ​ຂ້າ​ໃຊ້​ດ້ວຍ​ກັນ​ຊຶ່ງ​ເປັນ​ຫນີ້​ຕົນ​ນຶ່ງ​ຮ້ອຍ​ເດ​ນາ​ຣິ​ອົນ ມັນ​ຈຶ່ງ​ຈັບ​ເພື່ອນ​ຄົນ​ນັ້ນ​ບີບ​ຄໍ​ວ່າ, “ເງິນທີ່​ມຶງ​ເປັນ​ຫນີ້​ກູ​ນັ້ນ​ເອົາ​ມາ​ແທນ​ເສັຽ​ແມ໋”

29 ເພື່ອນ​ຄົນ​ນັ້ນ​ຈຶ່ງ​ຂາບ​ລົງ​ອ້ອນວອນ​ວ່າ, “ຂໍ​ຜ່ອນ​ຜັນ​ໃຫ້​ເຮົາ​ເສັຽກ່ອນ​ທ້ອນ ແລ້ວ​ເຮົາ​ຈະ​ໃຊ້​ໃຫ້​ທັງ​ຫມົດ”

30 ແຕ່​ມັນ​ບໍ່​ຍອມ​ຈຶ່ງ​ຈັບ​ລູກ​ຫນີ້​ຜູ້​ນັ້ນ​ຂັງ​ໄວ້​ຈົນ​ກວ່າ​ຈະ​ໃຊ້​ຫນີ້​ນັ້ນ

31 ຝ່າຍ​ພວກ​ເພື່ອນ​ຂ້າ​ໃຊ້​ດ້ວຍ​ກັນ ເມື່ອ​ໄດ້​ເຫັນ​ເຫດ​ການ​ຢ່າງ​ນັ້ນ​ກໍ​ພາ​ກັນ​ທຸກ​ໃຈ​ຫລາຍ ຈຶ່ງ​ນຳ​ເຫດ​ການ​ທັງ​ປ​ວງ​ໄປ​ກາບ​ທູນ​ຕໍ່​ເຈົ້າ​ອົງ​ນັ້ນ

32 ທ່ານຈຶ່ງ​ເອີ້ນ​ຂ້າ​ໃຊ້​ຜູ້​ນັ້ນ​ມາ​ເຝົ້າ​ແລ້ວ​ຊົງ​ກ່າວ​ວ່າ, “ອ້າຍ​ຂີ້​ຂ້າ​ຊາດ​ຊົ່ວ​ເຮິຍ, ກູ​ໄດ້​ຍົກ​ຫນີ້​ໃຫ້​ມຶງ​ທັງ​ຫມົດ​ເພາະ​ມຶງ​ໄດ້​ອ້ອນວອນ​ຂໍ​ນຳ​ກູ

33 ມຶງ​ຄວນ​ຈະ​ສົງ​ສານ​ເພື່ອນ​ຂອງ​ມຶງ​ເຫມືອນ​ດັ່ງ​ກູ​ໄດ້​ສົງ​ສານ​ມຶງ ບໍ່​ແມ່ນ​ຫລື”

34 ແລ້ວ​ເຈົ້າ​ອົງ​ນັ້ນ​ກໍ​ຮ້າຍ ຈຶ່ງມອບ​ເຂົາ​ໄວ້​ແກ່​ເຈົ້າ​ຫນ້າ​ທີ່​ໃຫ້ທໍ​ຣະ​ມານ​ຈົນ​ກວ່າ​ຈະ​ໃຊ້​ຫນີ້​ໃຫ້​ຫມົດ

35 ຢ່າງ​ນັ້ນ​ແຫລະ​, ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດຢູ່​ໃນ​ສວັນ ກໍ​ຈະ​ເຮັດ​ດັ່ງ​ນັ້ນ​ແກ່​ພວກ​ທ່ານ​ທຸກ​ຄົນ ຖ້າ​ພວກ​ທ່ານ​ບໍ່​ຍົກ​ຄວາມ​ຜິດ​ໃຫ້​ພີ່​ນ້ອງ​ຂອງ​ຕົນ​ດ້ວຍ​ສຸດ​ໃຈ”



19

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ຈົບ​ລົງ​ແລ້ວພຣະ​ອົງ​ໄດ້​ໄດ້​ສະ​ເດັດ​ຈາກ​ແຂວງຄາ​ລີ​ເລ ເຂົ້າ​ໄປ​ໃນ​ເຂດ​ແດນ​ແຂວງ​ຢູ​ດາຍ​ຟາກ​ແມ່​ນ້ຳ​ຈໍ​ແດນເບື້ອງ​ນັ້ນ

2 ມີ​ປະ​ຊາ​ຊົນ​ຫລວງ​ຫລາຍ​ຕິດ​ຕາມ​ພຣະ​ອົງ​ໄປ ແລ້ວ​ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ເຂົາ​ດີ​ພ​ຍາດ​ໃນ​ທີ່​ນັ້ນ

3 ຝ່າຍ​ພວກ​ຟາ​ຣິ​ຊາຍ​ໄດ້​ເຂົ້າ​ມາ​ທົດ​ລອງ​ພຣະ​ອົງ​ທູນ​ວ່າ, “ທີ່​ຜູ້​ຊາຍ​ຈະ​ຢ່າ​ຮ້າງ​ກັບ​ເມັຽ​ເພາະ​ເຫດ​ໃດ​ກໍ​ຕາມ ຈະ​ຖືກ​ຕ້ອງ​ຕາມ​ກົດ​ບັນ​ຍັດ​ຫລື”

4 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພ​ວກ​ທ່ານ​ບໍ່​ໄດ້​ອ່ານ​ຫລື​ວ່າ “ພຣະ​ຜູ້​ຊົງ​ສ້າງ​ມະ​ນຸດ​ແຕ່​ເດີມ​ໄດ້​ຊົງ​ສ້າງ​ໃຫ້​ເປັ​ນ​ຊາຍ​ແລະ​ຍິງ”

5 ໂດຍ​ຊົງ​ກ່າວ​ວ່າ, “ດ້ວຍ​ເຫດ​ນັ້ນ​ຜູ້​ຊາຍ​ຈຶ່ງ​ລະ​ບິ​ດາ​ມານ​ດາຂອງ​ຕົນ​ໄປ​ຜູກ​ພັນ​ຢູ່​ກັບ​ເມັຽ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ກາຍ​ອັນ​ດຽວ​ກັນ

6 ເຂົາ​ຈຶ່ງ​ບໍ່​ເປັນ​ສອງ​ຕໍ່​ໄປ​ແຕ່​ເປັນ​ກາຍ​ອັນ​ດຽວ” ເຫດ​ສັນ​ນັ້ນ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ເຂົ້າ​ຮ່ວມ​ແອກ​ກັນ​ແລ້ວ​ນັ້ນ ຢ່າ​ໃຫ້​ມະ​ນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ”

7 ເຂົາ​ຈຶ່ງ​ຍ້ອນ​ຖາມ​ພຣະ​ອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເປັນ​ຫຍັງ​ໂມ​ເຊ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຫນັງ​ສື​ຢ່າ​ຮ້າງ ແລ້ວ​ໃຫ້​ປະ​ໄດ້”

8 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ທີ່​ໂມ​ເຊ​ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ທ່ານ​ປະ​ເມັຽ​ຂອງ​ຕົນ​ໄດ້ ກໍ​ເພາະ​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ ແຕ່​ເມື່ອ​ເດີມ​ບໍ່​ເປັນ​ຢ່າງ​ນັ້ນ

9 ຝ່າຍ​ເຮົາ​ບອກ​ພວກ​ທ່ານ​ວ່າ ຜູ້​ໃດ​ຈະ​ປະ​ເມັຽ​ຂອງ​ຕົນ​ໂດຍ​ເມັຽບໍ່​ເປັນ​ຊູ້​ກັບ​ຊາຍ​ອື່ນ​ແລ້ວ​ໄປ​ເອົາ​ເມັຽ​ໃຫມ່ ຜູ້​ນັ້ນ​ມີ​ຜິດ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ຜູ້ໃດ​ຈະ​ເອົາ​ແມ່​ຮ້າງ​ນັ້ນ​ມາ​ເປັນ​ເມັຽ ກໍ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​ເຫມືອນ​ກັນ”

10 ພວກ​ສາ​ວົກ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຖ້າ​ລັກ​ສະນະ​ຜົວ​ເມັຽ​ເປັນ​ຢ່າງ​ນັ້ນ ການ​ເອົາ​ຜົວ​ເມັຽ​ກໍ​ບໍ່​ເປັນປ​ໂຍດ”

11 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ບໍ່​ແມ່ນ​ຫມົດ​ທຸກ​ຄົນ​ທີ່​ຈະ​ຮັບ​ປະ​ຕິ​ບັດ​ຕາມ​ຂໍ້​ນີ້​ໄດ້ ເວັ້ນ​ແຕ່​ຜູ້​ທີ່​ຊົງ​ໂຜດ​ເທົ່າ​ນັ້ນ

12 ດ້ວຍ​ຜູ້​ທີ່​ເປັນ​ເທືອຍ​ແຕ່​ກຳ​ເນິດ​ກໍ​ມີ ຜູ້​ທີ່​ມະ​ນຸດ​ເຮັດ​ໃຫ້​ເປັ​ນ​ເທືອຍ​ກໍ​ມີ ຜູ້​ທີ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ເທືອຍ​ເພາະ​ເຫັນ​ແກ່​ຣາ​ຊ​ອາ​ນາ​ຈັກ​ກໍ​ມີ ໃຜ​ຮັ​ບ​ປະ​ຕິ​ບັດ​ໄດ້​ກໍ​ໃຫ້​ຮັບ​ເອົາ”

13 ຂ​ນະ​ນັ້ນ​ເຂົາ​ໄດ້​ພາ​ພວກ​ເດັກ​ນ້ອຍ​ມາ​ຫາ​ພຣະ​ອົງ ເພື່ອ​ຈະ​ໃຫ້​ພຣະ​ອົງ​ຊົງ​ວາງ​ພຣະ​ຫັດ ​ແລະ​ອ້ອນວອນ​ເພື່ອ​ເຂົາ ແຕ່​ພວກ​ສາ​ວົກ​ໄດ້​ຫ້າມ​ປາມ​ໄວ້

14 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກ​ນ້ອຍ​ມາ​ຫາ​ເຮົາ ຢ່າ​ຊູ່​ຫ້າມ​ເຂົາ ເພາະ​ຣາ​ຊ​ແຜ່ນ​ດິນເປັນ​ຂອງຄົນ​ທີ່​ເຫມືອນ​ເດັກ​ນ້ອຍ​ເຫລົ່າ​ນີ້​ແຫລະ”

15 ເມື່ອ​ພຣະ​ອົງ​ຊົງ​ວາງ​ພຣະ​ຫັດ​ໃສ່​ພວກ​ເດັກ​ນ້ອຍ​ແລ້ວ ກໍ​ໄດ້​ສະ​ເດັດ​ໄປ​ຈາກບ່ອນນັ້ນ

16 ແລະ​ເບິ່ງ​ແມ໋, ມີ​ຄົນ​ນຶ່ງ​ເຂົ້າ​ມາ​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ຂ້າ​ພຣະ​ອົງຈະ​ຕ້ອງ​ເຮັດ​ດີ​ປະ​ການ​ໃດຈຶ່ງ​ຈະ​ໄດ້​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ”

17 ພຣະ​ອົງ​ຊົງ​ຕອບ​ວ່າ, “ເປັນ​ຫຍັງ​ທ່ານ​ຖາມ​ເຮົາ​ເຖິງ​ສິ່ງ​ທີ່​ດີ ຜູ້​ດີ​ມີ​ພຽງ​ຜູ້​ດຽວ ຖ້າ​ທ່ານ​ປາ​ຖ​ນາ​ຈະ​ເຂົ້າ​ໃນ​ຊີ​ວິດ ໃຫ້​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ທັງ​ຫລາຍ​ໄວ້”

18 ຜູ້​ນັ້ນ​ທູນ​ຖາມ​ວ່າ, “ພຣະ​ບັນ​ຍັດ​ຂໍ້​ໃດ?” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຄື​ຂໍ້​ທີ່​ວ່າ ຢ່າ​ຂ້າ​ຄົນ ຢ່າ​ມິດ​ສາ​ຈານ​ຈາກ​ຜົວ​ຈາກ​ເມັຽ ຢ່າ​ລັກ​ຊັບ ຢ່າ​ເປັນ​ພຍານ​ບໍ່​ຈິງ

19 ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ຕົນ ແລະ​ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ”

20 ຄົນ​ຫນຸ່ມ​ນັ້ນ​ທູນ​ຖາມ​ພຣະ​ອົງ​ອີກວ່າ, “ຂໍ້​ເຫລົ່າ​ນັ້ນ​ຂ້າ​ພຣະ​ອົງໄດ້​ຖື​ຮັກ​ສາ​ມາ​ແລ້ວ ຂ້າພຣະ​ອົງ​ຍັງ​ຂາດ​ສິ່ງ​ໃດ​ອີກ”

21 ພຣະ​ເຢ​ຊູ​ຊົງ​ຕອ​ບ​ວ່າ, “ຖ້າ​ທ່ານ​ປາ​ຖ​ນາ​ຢາກ​ເປັນ​ຜູ້​ດີ​ຄົບ​ຖ້ວນ ຈົ່ງ​ໄປ​ຂາຍ​ບັນ​ດາ​ສິ່ງ​ຂອງ​ຊຶ່ງ​ທ່ານ​ມີ​ຢູ່ ແຈກ​ທານ​ແກ່​ຄົນ​ອາ​ນາ​ຖາ ແລ້ວ​ທ່ານ​ຈະ​ມີ​ຊົບ​ສົມ​ບັດ​ໃນ​ສວັນ ແລະ​ຈົ່ງ​ຕາມ​ເຮົາ​ມາ​ເສັຽ”

22 ເມື່ອ​ຄົນ​ຫນຸ່ມ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ອອກ​ໄປ​ເປັນ​ທຸກ​ຫນັກ​ໃຈ​ເພາະ​ຕົນ​ມີ​ຊັບ​ສິ່ງ​ຂອງ​ຈຳ​ນວນ​ຫລາຍ

23 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ຮັ່ງ​ມີ​ຈະ​ ເຂົ້າ​ໄປ​ໃນ​ຣາ​ຊ​ແຜ່ນ​ດິນ​ສວັນ​ກໍ​ຍາກ

24 ເຮົາ​ບອກ​ພວກ​ທ່ານ​ອີກວ່າ ໂຕ​ໂອດ​ໂອ​ຈະ​ລອດ​ຮູ​ເຂັມ​ກໍ​ງ່າຍ​ກວ່າ​ຄົນ​ຮັ່ງ​ມີ​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ”

25 ເມື່ອ​ພວ​ກສາ​ວົກ​ໄດ້​ຍິ​ນ​ດັ່ງ​ນັ້ນ​ກໍ​ປ​ລາດ​ໃຈ​ຫລາຍ ຈຶ່ງເວົ້າ​ວ່າ, “ຖ້າ​ຢ່າງ​ນັ້ນ​ໃຜ​ຈະ​ລອດ​ພົ້ນ​ໄດ້”

26 ພຣະ​ເຢ​ຊູ​ທອດ​ພຣະ​ເນດ​ພວກ​ສາ​ວົກ​ແລ້ວ​ຊົງ​ກ່າວ​ວ່າ, “ຝ່າຍ​ມະ​ນຸດ​ກໍ​ເຫລືອ​ກຳ​ລັງ​ທີ່​ຈະ​ເຮັດ​ໄດ້ ແຕ່​ຝ່າຍ​ພຣະ​ເຈົ້າ​ຊົງ​ເຮັດ​ໄດ້​ທຸກ​ສິ່ງ”

27 ແລ້ວ​ເປ​ໂຕ​ທູນ​ຕອບ​ວ່າ, “ເບິ່ງ​ແມ໋, ຂ້າພຣະ​ອົງ​ທັງ​ຫລາຍ​ໄດ້​ສ​ລະ​ຫ​ມົດ​ທຸກ​ສິ່ງ​ແລ້ວ ແລະ​ໄດ້​ຕິດ​ຕາມ​ທ່ານ​ມາ ພວກ​ຂ້າ​ພຣະ​ອົງ​ຈະ​ໄດ້​ຫຍັງ​ແດ່”

28 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ໂລ​ກ​ໃຫມ່ ຄາວ​ເມື່ອ​ບຸດ​ມະ​ນຸດ​ຈະ​ນັ່ງ​ເທິງ​ພຣະ​ທີ່​ນັ່ງ​ອັນ​ຮຸ່ງ​ເຮືອງ​ຂອງ​ຕົນ​ນັ້ນ ຝ່າຍ​ພວກ​ທ່ານ​ທີ່​ຕິດ​ຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງບັນ​ລັງ​ສິບສອງບ່ອນພິ​ພາກ​ສາ​ອິ​ສ​ຣາເອນ ສິບ​ສອງ​ຕະ​ກູນ​ເຫມືອນ​ກັນ

29 ຜູ້​ໃດ​ສະລະ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ບິ​ດາ​ມານ​ດາ ຫລື​ລູກ ຫລື​ໄຮ່​ນາ ເພາະ​ເຫັນ​ແກ່​ນາມ​ຂອ​ງ​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ທໍ່ ແລະ​ຈະ​ໄດ້​ຮັບ​ມໍ​ຣະ​ດົກ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

30 ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຕົ້ນ​ຈະ​ກັບ​ເປັນ​ປາຍ ແລະ​ຜູ້​ທີ່​ເປັນ​ປາຍ​ຈະ​ກັບ​ເປັນ​ຕົ້ນ”



20

1 “ເພາະ​ໃນ​ຣາ​ຊ​ອາ​ນາ​ຈັກສວັນ​ປຽບ​ເຫມືອນ​ພໍ່​ເຮືອນ​ຜູ້​ນຶ່ງ​ທີ່​ອອກ​ໄປ​ແຕ່​ເຊົ້າໆ ເພື່ອຈ້າງ​ຄົນ​ມາ​ທຳ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ຕົນ

2 ຄັນ​ຕົກ​ລົງ​ກັບ​ລູກ​ຈ້າງວັນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ​ແລ້ວ ຈຶ່ງ​ໃຊ້​ໃຫ້​ໄປ​ທຳ​ງານ​ໃນ​ສວນ​ຂອງ​ຕົນ

3 ພໍ​ສາມ​ໂມງ​ເຊົ້າ ເຈົ້າ​ຂອງ​ສວນກໍ​ອອກ​ໄປ​ອີກແລະ​ພົບ​ຄົນອື່ນ​ຢືນຢູ່​ລ້າໆ ກາງຕ​ລາດ

4 ທ່ານ​ຈຶ່ງ​ເວົ້າ​ກັ​ບ​ເຂົາ​ວ່າ “ພວກ​ເຈົ້າ​ຈົ່ງ​ໄປ​ທຳ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ຂ້ອຍ​ເຫມືອນ​ກັນ ແລະ​ຂ້ອຍ​ຈະ​ໃຫ້​ຄ່າ​ຈ້າງ​ແກ່​ພວກ​ເຈົ້າ​ຕາມ​ສົມ​ຄວນ” ແລ້ວ​ເຂົາ​ກໍ​ພາ​ກັນ​ໄປ

5 ພໍ​ເວ​ລາ​ຫົກ​ໂມງ ແລະ​ເວ​ລາ​ເກົ້າ​ໂມງ ທ່ານ​ກໍ​ອອກ​ໄປ​ອີກເຮັດ​ເຫມືອນ​ແຕ່​ກ່ອນ

6 ປະ​ມານ​ສິບ​ເອັດ​ໂມງ ທ່ານ​ກໍ​ອອກ​ໄປ​ອີກ​ເທື່ອນຶ່ງ ພົ​ບ​ອີກ​ພວກ​ນື່ງ​ຢືນ​ຢູ່​ຈຶ່ງ​ຖາມ​ເຂົາ​ວ່າ “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢືນ​ຢູ່​ຫມົດ​ມື້​ລ້າໆ “

7 ເຂົາ​ຕອບ​ວ່າ “ເພາະ​ບໍ່​ມີ​ຜູ້​ໃດ​ຈ້າງ” ທ່ານ​ຈຶ່ງບອກ​ເຂົາ​ວ່າ, “ພວກ​ເຈົ້າ​ຈົ່ງ​ໄປ​ທຳ​ງານ​ໃນ​ສວນ​ອະ​ງຸ່ນ​ເຫມືອນ​ກັນ”

8 ຄັນ​ເຖິງ​ເວ​ລາ​ຄ່ຳ​ແລ້ວ ເຈົ້າ​ຂອງ​ສວນ​ຈຶ່ງບອກ​ເຈົ້າ​ພະ​ນັກ​ງານ​ວ່າ “ຈົ່ງ​ເອີ້ນ​ພວກ​ຄົນ​ງານ​ມາ ແລ້ວ​ໃຫ້​ຄ່າ​ຈ້າງ​ແກ່​ເຂົາ​ຕັ້ງ​ແຕ່ຜູ້ທຳ​ງານ​ສຸດ​ທ້າຍ​ຈົນ​ເຖິງ​ຜູ້​ມາ​ກ່ອນ”

9 ເມື່ອ​ພວກ​ທີ່​ເຂົ້າ​ການ​ແຕ່​ສິບ​ເອັດ​ໂມງ​ນັ້ນ​ໄດ້​ມາ​ແລ້ວ ເຂົາ​ກໍ​ໄດ້​ຮັບ​ຄົນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ

10 ສວ່ນ​ພວກ​ທີ່​ເຂົ້າ​ການ​ກ່ອນ ເມື່ອ​ມາ​ແລ້ວ​ກໍ​ນຶກວ່າ​ຄົງ​ຈະ​ໄດ້​ຮັ​ບຫ​ລາຍກວ່າ​ນັ້ນ ແຕ່​ກໍ​ໄດ້​ຮັບ​ຄົນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ​ເຫມືອນ​ກັນ

11 ເມື່ອ​ໄດ້​ຮັບເງິນ​ແລ້ວ​ເຂົາ​ກໍ​ຈົ່ມ​ຕໍ່​ພໍ່​ເຮືອນ

12 ວ່າ “ພວກ​ທີ່​ເຂົ້າ​ການ​ສຸດ​ທ້າຍ​ໄດ້​ເຮັດ​ວ​ຽກ​ແຕ່​ຊົ່ວ​ໂມງ​ດຽວ ແລະ​ທ່ານ​ໄດ້​ໃຫ້​ເຂົາ​ທໍ່​ກັນ​ກັບ​ພວກ​ຂ້າ​ນ້ອຍ ທີ່​ອົດ​ທຳ​ງານ​ຫນັກ​ຕາກ​ແດດ​ຮ້ອນ​ຕລອດ​ວັນ”

13 ທ່ານຈຶ່ງ​ຕອບ​ຜູ້​ນຶ່ງ​ໃນ​ຫມູ່​ນັ້ນ​ວ່າ, “ສະ​ຫາຍ​ເອີຍ, ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ​ດອກ ເຈົ້າ​ໄດ້​ຕົກ​ລົງ​ກັນ​ແລ້ວ​ກັບ​ຂ້ອຍ​ວັນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ ບໍ່​ແມ່ນ​ຫລື

14 ສວ່ນ​ທີ່​ຕົກ​ເປັນ​ຂອງ​ເຈົ້າ​ຈົ່ງ​ເອົາ​ໄປ​ເສັຽ ຂ້ອຍ​ພໍ​ໃຈ​ຈະ​ໃຫ້​ຄົນ​ທີ່​ເຂົ້າ​ການ​ສຸດ​ທ້າຍ​ນີ້​ທໍ່​ກັນ​ກັບ​ເຈົ້າ

15 ຂ້ອຍ​ມີ​ສິດທີ່​ຈະ​ໃຊ້​ເງິນ​ຄຳ​ຂອງ​ຂ້ອຍ​ຕາມ​ໃຈ​ຂອງ​ຂ້ອຍບໍ່​ຄວນ​ຫລື ເປັນ​ຫຍັງ​ເຈົ້າ​ອິດ​ສາ​ເມື່ອ​ເຫັນ​ຂ້ອຍ​ໃຈ​ດີ”

16 ຢ່າງນັ້ນ​ແຫລະ, ຜູ້​ທີ່​ເປັນ​ປາຍ​ຈະ​ກັບ​ເປັນ​ຕົ້​ນ ແລະ​ຜູ້​ເປັນ​ຕົ້​ນ​ຈະ​ກັບ​ເປັນ​ປາຍ”

17 ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ກໍ​ຊົງ​ພາ​ພວກ​ສາ​ວົກ​ສິບ​ສອງ​ຄົນ​ໄປ​ເປັນ​ຫມຸ່​ຕ່າງ​ຫາກ ຕາມ​ທາງ​ນັ້ນ​ພຣະ​ອົງ​ຊົງ​ບອກ​ພວກ​ເຂົາ​ວ່າ,

18 “ເບິ່ງ​ແມ໋, ພວກ​ເຮົາ​ກໍາ​ລັງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ຈະ​ມອບ​ບຸດ​ມະ​ນຸດ​ໄວ້​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນັກ​ທັມ ພວກ​ເຫລົ່າ​ນີ້​ຈະ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ທ່ານ

19 ແລ້ວ​ຈະ​ມອບ​ໄວ້​ກັ​ບ​ຄົນ​ຕ່າງ​ຊາດ ໃຫ້​ເຍາະ​ເຍີ້ຍ​ຂ້ຽ​ນ​ຕີ​ແລະ​ຕອກ​ຕິດ​ແຂນ​ໄວ້​ທີ່​ໄມ້​ກາງ​ແຂນ ແລ້ວ​ໃນ​ວັນ​ຖ້ວນ​ສາມທ່ານ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃຫມ່”

20 ຂ​ນະ​ນັ້ນ​ມານ​ດາ​ຂອງ​ບຸດຊາຍ​ເຊ​ເບ​ດີ ພາ​ບຸດ​ທັງ​ສອງ​ຂອງ​ຕົນ​ມາ​ຫາ​ພຣະ​ອົງ​ຂາບ​ໄຫວ້​ທູນ​ຂໍ​ສິ່ງ​ນຶ່ງ​ຈາກ​ພຣະ​ອົງ

21 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ນາງວ່າ, “ນາງ​ປາ​ຖ​ນາ​ສິ່ງ​ໃດ” ນາງ​ທູນ​ຕອບ​ວ່າ, “ຂໍ​ທ່ານ​ຮັບ​ສັ່ງ​ໃຫ້​ບຸດ​ຂອງຂ້າ​ພຣະ​ອົງ​ສອງ​ຄົນນີ້​ນັ່ງ​ໃນ​ອາ​ນາ​ຈັກ​ຂອງ​ທ່ານ ເບື້ອງ​ຂວາ​ຜູ້​ນຶ່ງ ເບື້ອງ​ຊ້າຍ​ຜູ້​ນຶ່ງ”

22 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທີ່​​ພວກທ່ານ​ຂໍ​ນັ້ນ​ພວກ​ທ່ານ​ບໍ່​ເຂົ້າ​ໃຈ ຈອກ​ທີ່​ເຮົາ​ຈວນ​ຈະ​ດື່ມ​ນັ້ນ ທ່ານ​ຈະ​ດື່ມ​ໄດ້​ຫລື” ເຂົາ​ທູນ​ຕອບ​ວ່າ, “ໄດ້​ຢູ່​ຂ້າ​ນ້ອຍ”

23 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ພວກ​ທ່ານ​ຈະ​ດື່ມຈອກ​ຂອງ​ເຮົາກໍ​ຈິງ​ຢູ່ ແຕ່​ທີ່​ຈະ​ນັ່ງ​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ​ຂອງ​ເຮົາ​ນັ້ນ ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ເຮົາ​ຈະ​ຈັດ​ໃຫ້ ແຕ່​ພຣະ​ບິ​ດາ​ຂອງ​ເຮົາ​ຊົງ​ຈັດ​ແຈ່ງ​ໄວ້​ສຳ​ລັ​ບ​ຜູ້​ໃດ​ກໍ​ເປັນ​ຂອງ​ຜູ້​ນັ້ນ”

24 ເມື່ອ​ພວກ​ສາ​ວົກ​ສິບ​ຄົນ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ ກໍມີ​ຄວາມ​ເຄືອງ​ໃຈ​ເພາະ​ອ້າຍ​ນ້ອງ​ສອງ​ຄົນ​ນັ້ນ

25 ພຣະ​ເຢ​ຊູ​ຊົງ​ເອີ້ນ​ເຂົາ​ມາ​ແລ້ວ​ກ່າວ​ວ່າ, “ພວກ​ທ່ານ​ຮູ້​ຢູ່​ວ່າ​ພວກ​ຜູ້​ຄຸ້ມ​ຄອງ​ຄົນ​ຕ່າງ​ຊາດ​ກໍ​ບັງ​ຄັບ​ບັນ​ຊາ​ເຂົາ ແລະ​ພວກ​ຜູ້​ໃຫຍ່​ກໍ​ໃຊ້​ອຳ​ນາດ​ເຫນືອ​ເຂົາ

26 ແຕ່​ໃນ​ລະ​ຫວ່າງ​ພວກ​ທ່ານ​ບໍ່​ເປັນ​ດັ່ງ​ນັ້ນ ຖ້າ​ຜູ້​ໃດ​ຢາກ​ເກິດ​ເປັນ​ໃຫຍ່​ໃນ​ພວກ​ທ່ານ ຜູ້​ນັ້ນ​ຈະ​ຕ້ອງ​ເປັນ​ຜູ້​ຮັ​ບ​ໃຊ້​ທ່ານ​ທັງ​ຫລາຍ

27 ແລະ​ຖ້າ​ຜູ້​ໃດ​ຢາກ​ເປັນ​ເອກ​ເປັນ​ຕົ້ນ​ໃນ​ພວກ​ທ່ານ ຜູ້​ນັ້ນ​ຈະ​ຕ້ອງ​ເປັນ​ຂ້ອຍ​ໃຊ້​ຂອງ​ພວກ​ທ່ານ

28 ເຫມືອນ​ຢ່າງ​ບຸດ​ມະ​ນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນບົວ​ລະ​ບັດ​ຕົນ ແຕ່​ໄດ້​ມາ​ເພື່ອ​ຈະ​ບົວ​ລະ​ບັດ​ເຂົາ ແລະ​ປະ​ທານ​ຊີ​ວິດ​ຂອງ​ຕົນ​ໃຫ້​ເປັນ​ຄ່າ​ໄຖ່​ຄົນ​ຈຳ​ນວ​ນ​ຫລາຍ”

29 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ພ້ອມ​ດ້ວຍ​ພວກ​ສາ​ວົກ​ອອກ​ໄປ​ຈາກ​ເມືອງ​ເຢ​ຣີ​ໂກ ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ໄດ້​ຕາມ​ພຣະ​ອົງ​ໄປ

30 ແລະ​ເບິ່ງ​ແມ໋, ມີ​ຄົນ​ຕາ​ບອດ​ສອງ​ຄົນ​ນັ່ງ​ຢູ່​ແຄມ​ທາງ ເມື່ອ​ໄດ້​ຍິນ​ວ່າ​ພຣະ​ເຢ​ຊູ​ສະ​ເດັດ​ກາຍ​ມາ​ເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ຜູ້​ເປັນ​ບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ”

31 ຝ່າຍ​ປະ​ຊາ​ຊົ​ນ​ກໍ​ຫ້າມ​ເຂົາ​ໃຫ້​ມິດຢູ່ ແຕ່​ເຂົາ​ແຮ່ງ​ຊ້ຳ​ຮ້ອງ​ດັງ​ຂຶ້ນ​ວ່າ, “ທ່ານ​ຜູ້​ເປັນ​ບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ພວກ​ຂ້າ​ພຣະ​ອົງແດ່​ທ້ອນ”

32 ພຣະ​ເຢ​ຊູ​ຊົງ​ຢຸດ​ຢູ່ ແລະ​ເອີ້ນ​ເຂົາ​ມາ ແລ້ວ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ເພື່ອ​ເຈົ້າ”

33 ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ທ່ານ​ເອີຍ, ຂໍ​ໂຜດ​ເຮັດ​ໃຫ້​ຕາ​ຂອງ​ພວກ​ຂ້າ​ພຣະ​ອົງມືນ​ເຫັນ​ຮຸ່ງ​ແດ່​ທ້ອນ”

34 ພຣະ​ເຢ​ຊູ​ຊົງ​ມີ​ພຣະ​ທັຍ​ຄຶ​ດສົງ​ສານ ຈຶ່ງ​ຊົງ​ບາຍ​ຕາ​ຂອງ​ເຂົາ ໃນ​ທັນ​ໃດ​ນັ້ນ​ເຂົາ​ກໍ​ເຫັນ​ຮຸ່ງ ຈຶ່ງ​ໄດ້​ຕິດ​ຕາມ​ພຣະ​ອົງ​ໄປ



21

1 ເມື່ອ​ພຣະ​ອົງ​ສະ​ເດັດ​ພ້ອມ​ດ້ວຍ​ພວກ​ສາ​ວົກ​ມາ​ໃກ້​ກຸງ​ເຢ​ຣູ​ຊາ​ເລັມ ເຖິງ​ບ້ານເບັດ​ຟາ​ເກ​ທີ່​ພູ​ຫມາກ ກອກ​ເທດ ພຣະ​ເຢ​ຊູ​ໄດ້​ຊົງ​ໃຊ້​ສາ​ວົກ​ສອງ​ຄົນ​ໄປ

2 ໂດຍ​ຊົງ​ສັ່ງ​ເຂົາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່​ຫນ້າ​ທ່ານ ແລະ​ບັດ​ນັ້ນ​ທ່ານ​ຈະ​ພົບ​ລໍ​ແມ່​ໂຕ​ນຶ່ງ​ຜູກ​ຢູ່​ກັບ​ລູກ​ມັນ ຈົ່ງ​ແກ້​ຈູງ​ມາ​ໃຫ້​ເຮົາ

3 ຖ້າ​ມີ​ໃຜ​ເວົ້າ​ອັນ​ໃດ​ແກ່​ທ່ານ​ຈົ່ງ​ຕອບ​ເຂົາ​ວ່າ “ນາຍ​ຕ້ອງ​ການ” ແລ້ວ​ເຂົາຈະ​ປ່ອຍ​ໃຫ້​ມາ​ໂລດ”

4 ເຫດ​ການ​ນີ້​ເກີດ​ຂຶ້ນ​ເພື່ອ​ຈະ​ສຳ​ເຣັດຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ,

5 “ຈົ່ງ​ບອກ​ແກ່​ລູກ​ສາວ​ຂອງ​ເມືອງ​ຊີ​ໂອນ​ວ່າ “ເບິ່ງ​ແມ໋, ກະ​ສັດ​ຂອງ​ທ່ານ​ສະ​ເດັດ​ມາ​ຫາ​ທ່ານ​ໂດຍພຣະ​ທັຍ​ອ່ອນ​ສຸ​ພາບ ປະ​ທັບ​ເທິງ​ຫລັງ​ລໍ ຄື​ລໍ​ນ້ອຍ​ລູກ​ສັດ​ໃຊ້​ໂຕ​ນຶ່ງ”

6 ສາ​ວົກ​ສອງ​ຄົນ​ນັ້ນ​ກໍ​ໄປ​ເຮັດ​ຕາມ​ທີ່​ພຣະ​ເຢ​ຊູ​ສັ່ງ

7 ຈຶ່ງ​ຈູງ​ລໍ​ແມ່ກັ​ບ​ລູກ​ມັນ​ມາ ແລະ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ປູ​ເທິງ​ຫລັງມັນ ແລ້ວ​ພຣະ​ອົງ​ໄດ້​ຊົງ​ຂຶ້ນ​ປະ​ທັບ

8 ແລະ​ປະ​ຊາ​ຊົນ​ສ່ວນ​ຫລາຍ​ໄດ້​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ປູ​ຕາມ​ຫົນ​ທາງ ບາງ​ຄົນ​ກໍ​ຕັດ​ຟົດ​ໄມ້​ມາ​ປູ​ຕາມ​ທາງ

9 ຝ່າຍ​ຝູງ​ຄົນ​ທີ່​ຍ່າງ​ໄປ​ກ່ອນ​ກັບ​ຜູ້​ທີ່​ມາ​ຕາມ​ຫລັງ​ໄດ້​ໂຮ່​ຮ້ອງວ່າ, “ໂຮ​ຊັນ​ນາ​ແກ່​ພຣະ​ຣາ​ຊບຸດ​ຂອງ​ດາ​ວິດ ຂໍ​ໃຫ້​ທ່ານ​ຜູ້​ທີ່​ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຊົງ​ພຣະ​ຈະ​ເຣິນ ໂຮ​ຊັນ​ນາ​ໃນ​ທີ່​ສູງ​ສຸດ”

10 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ປະ​ຊາ​ຊົນ​ທົ່ວ​ທັງ​ກຸງ​ກໍ​ພາ​ກັນ​ແຕກ​ຕື່​ນ​ຖາມ​ກັນ​ວ່າ, “ຄົນ​ນີ້​ແມ່ນ​ຜູ້​ໃດ”

11 ຝູງ​ຊົນ​ກໍ​ຕອບ​ວ່າ, “ນີ້​ຄື​ເຢ​ຊູ​ ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງ​ມາ​ຈາກ​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ”

12 ເມື່ອ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນພຣະ​ວິ​ຫານ ຊົງ​ຂັບ​ໄລ່​ບັນ​ດາ​ຜູ້​ຊື້​ຂາຍ​ໃນ​ບໍ​ຣິ​ເວ​ນ​ພຣະ​ວິ​ຫານ​ນັ້ນ​ອອກ​ເສັຽ ແລະ​ຂວ້ຳ​ໂຕະ​ຜູ້​ແລກ​ເງິນ​ກັບ​ທັງ​ບ່ອນ​ນັ່ງ​ຂອງ​ຜູ້​ຂາຍ​ນົກ​ ເຂົາ​ເສັຽ

13 ແລ້ວ​ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ວິ​ຫານ​ຂອງ​ເຮົາ ເຂົາ​ຈະ​ເອີ້ນ​ວ່າ​ເປັນ​ສະ​ຖານ​ທີ່​ໄຫວ້ວອນ” ແຕ່​ຝ່າຍ​ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ເປັນ “​ຖ້ຳ​ຂອງໂຈນ​“

14 ພວກ​ຄົນ​ຕາ​ບອດ​ແລະ​ຄົນ​ຂາ​ເສັ້ງ​ກໍ​ໄດ້​ພາ​ກັນ​ມາ​ຫາ​ພຣະ​ອົງ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ເຂົາ​ດີ​ຫມົດ

15 ແຕ່​ເມື່ອ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ແລະ​ພວກ​ນັກ​ທັມ​ໄດ້​ເຫັນ​ການ​ອັດ​ສະຈັນ​ທີ່​ພຣະ​ອົງ​ຊົງ​ເຮັດ​ນັ້ນ​ ທັງ​ໄດ້​ຍິນ​ພວກ​ເດັກ​ນ້ອຍ​ຮ້ອງ​ຂຶ້ນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ວ່າ, “ໂຮ​ຊັນ​ນາ​ແກ່​ພຣະ​ຣາ​ຊ​ບຸດ​ຂອງ​ດາ​ວິດ” ເຂົາ​ກໍ​ພາ​ກັນ​ເຄືອງ​ໃຈ

16 ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ທີ່​ເຂົາ​ຮ້ອງ​ຢູ່​ຫລື” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ໄດ້​ຍິນ​ແລ້ວ ພວກ​ເຈົ້າ​ບໍ່​ໄດ້​ອ່ານ​ຈັກ​ເທື່ອ​ຫລື​ຄຳ​ທີ່​ວ່າ, “ພຣະ​ອົງ​ຊົງ​ຈັດ​ໃຫ້​ຄຳ​ສັຣເສີນ​ອັນ​ແທ້​ຈິງ ອອກ​ມາ​ຈາກ​ປາກ​ຂອງ​ເດັກ​ນ້ອຍ​ອ່ອນ​ແລະ​ຜູ້​ທີ່​ຍັງ​ກິນ​ນົມ​ຢູ່”

17 ເມື່ອ​ພຣະ​ອົງ​ຊົງ​ລະ​ຈາກ​ເຂົາ​ແລ້ວ ກໍ​ສະ​ເດັດ​ອອກ​ຈາກ​ກຸງ​ໄປ​ປະ​ທັບ​ຢູ່​ບ້ານ​ເບັດ​ທາ​ເນັຽ

18 ຄັນ​ຕອນ​ເຊົ້າ ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ຄືນ​ໄປ​ຍັງ​ກຸງ ພຣະ​ອົງ​ຊົງ​ຫິວ​ອາ​ຫານ

19 ເມື່ອ​ທອດ​ພຣະ​ເນດ​ເຫັນ​ຕົ້ນ​ເດື່ອ​ເທດ​ຕົ້ນ​ນຶ່ງ​ຢູ່​ແຄມ​ທາງ ພຣະ​ອົງ​ກໍ​ສະ​ເດັດ​ເຂົ້າ​ໄປ​ໃກ້ ເມື່ອ​ຊົງ​ເຫັນ​ບໍ່​ມີ​ຫມາກ​ມີ​ແຕ່​ໃບ​ເທົ່າ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ຕົ້ນ​ນັ້ນວ່າ, “ມຶງ​ຢ່າ​ໄດ້​ເກິດ​ຫມາກ​ຕໍ່​ໄປ​ຈັກ​ເທື່ອ” ໃນ​ທັນ​ໃດ​ນັ້ນ​ຕົນ​ເດື່ອ​ເທດ​ກໍ​ຫ່ຽວ​ແຫ້ງ​ລົງ

20 ເມື່ອ​ສາ​ວົກ​ເຫັນ​ດັ່ງ​ນັ້ນ​ກໍ​ປ​ລາດ​ໃຈ ເວົ້າ​ກັນ​ວ່າ, “ເປັນ​ຢ່າງ​ໃດ​ຫນໍ ຕົ້ນ​ເດື່ອ​ນັ້ນ​ຈຶ່ງ​ຫ່ຽວ​ແຫ້ງ​ໄປ​ໃນ​ທັນ​ທີ”

21 ພຣະ​ເຢ​ຊູ​ຊົງ​ກ່າວ​ກັ​ບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ທ່ານ​ຫາກ​ມີ​ຄວາມ​ເຊື່ອ​ແລະ​ບໍ່​ສົງ​ສັຍ ທ່ານ​ຈະ​ເຮັດ​ໄດ້​ຢ່າງ​ທີ່​ເຮົາ​ໄດ້​ເຮັດ​ແກ່​ຕົ້ນ​ເດື່ອ​ນີ້ ແລະ​ບໍ່​ພຽງ​ເທົ່າ​ນັ້ນ ແຕ່​ວ່າ​ທ່ານ​ຈະ​ບອກ​ພູ​ນີ້​ວ່າ “ຈົ່ງ​ຍ້າຍ​ໄປ​ຕົກ​ລົງ​ນ້ຳ​ທະ​ເລ​ເສັຽ” ກໍ​ຈະ​ເປັນ​ດັ່ງ​ນັ້ນ

22 ສິ່ງ​ສາ​ຣະ​ພັດ​ທີ່​ພວກທ່ານ​ທູນ​ຂໍ​ໃນ​ການ​ອ້ອນວອນ ຖ້າ​ມີ​ຄວາມ​ເຊື່ອ​ທ່ານ​ກໍ​ຈະ​ໄດ້​ສິ່ງ​ນັ້ນ”

23 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ໃນ​ເວ​ລາ​ທີ່​ຊົງ​ສັ່ງ​ສອນ​ຢູ່​ນັ້ນ ພວກ​ປະໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່​ແຫ່ງ​ພົ​ລ​ເມືອງ​ໄດ້​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ມີ​ສິດ​ອັນ​ໃດ​ຈຶ່ງ​ໄດ້​ເຮັດ​ການ​ເຫລົ່າ​ນີ້ ໃຜ​ໃຫ້​ສິດ​ນີ້​ແກ່​ເຈົ້າ”

24 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ຖາມ​ພວກ​ທ່ານ​ຈັກ​ຂໍ້​ນຶ່ງ​ເຫມືອນ​ກັນ ຖ້າ​ທ່ານ​ຕອບ​ໄດ້ ຝ່າຍ​ເຮົາ​ຈະ​ບອກ​ພວກ​ທ່ານ​ວ່າ ເຮົາ​ເຮັດ​ການ​ນີ້​ດ້ວຍ​ສິດ​ອັນ​ໃດ

25 ຄື​ບັບ​ຕິ​ສະມາ​ຂອງ​ໂຢ​ຮັນ​ນັ້ນ​ມາ​ຈາກ​ໃສ ມາ​ຈາກ ສວັນ​ຫລື​ມາ​ຈາກ​ມະ​ນຸດ” ເຂົາ​ໄດ້​ປຶກ​ສາ​ກັນ​ວ່າ, “ຖ້າ​ເຮົາ​ຈະ​ຕອບວ່າ “ມາ​ຈາກ​ສວັນ” ເຂົາ​ຄົງ​ຈະ​ຖາມ​ເຮົາ​ວ່າ “ດ້ວຍ​ເຫດ​ໃດ ພວກ​ທ່ານ​ບໍ່​ເຊື່ອ​ໂຢ​ຮັນ”

26 ແຕ່​ຖ້າ​ເຮົາ​ຈະ​ວ່າ “ມາ​ຈາກ​ມະ​ນຸດ” ກໍ​ຢ້ານ​ປະ​ຊາ​ຊົນ ເພາະ​ປະຊາ​ຊົນ​ທັງ​ປວງ​ຖື​ວ່າ​ໂຢ​ຮັນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ”

27 ເຂົາ​ຈຶ່ງ​ທູນ​ຕອບ​ພຣະ​ເຢ​ຊູ​ວ່າ, “ພວກ​ເຮົາ​ບໍ່​ຮູ້” ພຣະ​ອົງ​ຈຶ່ງຊົງ​ບອກ​ເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ບໍ່​ບອກ​ພວກ​ທ່ານ​ເຫມືອນ​ກັນ​ວ່າ ເຮົາ​ເຮັດ​ການ​ນີ້​ດ້ວຍ​ສິດ​ອັນ​ໃດ”

28 “ແຕ່​ທ່ານ​ທັງ​ຫລາຍ​ຄຶດ​ເຫັນ​ຢ່າງ​ໃດ ຜູ້​ນຶ່ງ​ມີ​ລູກ​ຊາຍ​ສອງ​ຄົນ ພໍ່​ໄປ​ຫາ​ລູກ​ກົກ​ບອກວ່າ, “ລູກ​ເອີຍ, ຈົ່ງ​ໄປ​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນ​ມື້​ນີ້​ເນິ”

29 ລູກ​ຜູ້​ນັ້ນຕອບ​ວ່າ “ບໍ່​ໄປ” ພາຍ​ລຸນ​ມາ​ໄດ້​ປ່ຽນ​ໃຈ​ແລ້ວ​ກໍ​ໄປ

30 ພໍ່​ຈຶ່ງ​ໄປ​ຫາ​ລູກ​ຜູ້​ທີ່​ສອງ​ເວົ້າ​ຢ່າງ​ດຽວກັນ ລູກ​ຜູ້​ນີ້​ຕອບ​ວ່າ “ຂ້າ​ນ້ອຍ​ຈະ​ໄປ” ແຕ່​ບໍ່​ໄປ

31 ໃນ​ລູກ​ຊາຍ​ສອງ​ຄົນ​ນີ້​ແມ່ນ​ຜູ້​ໃດ​ເຮັດ​ຕາມ​ໃຈ​ຂອງ​ພໍ່” ເຂົາ​ທູນ​ຕອບ​ວ່າ, “ແມ່ນ​ລູກ​ກົກ​ນັ້ນ” ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ພວກ​ເກັບ​ພາ​ສິ​ແລະ​ຍິງ​ແມ່​ຈ້າງ​ກໍ​ກຳ​ລັງ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ກ່ອນ​ພວກ​ທ່ານ

32 ເພາະ​ວ່າ​ໂຢ​ຮັນ​ໄດ້​ມາ​ຫາ​ພວກ​ທ່ານ​ສອນ​ທາງ​ສິນ​ທັມ ແຕ່​ພວກ​ທ່ານ​ບໍ່​ໄດ້​ເຊື່ອ ສ່ວນ​ພວກ​ເກັບ​ພາ​ສິ​ແລະ​ຍິງ​ແມ່​ຈ້າງໄດ້​ເຊື່ອ​ທ່ານ ຝ່າຍ​ພວກ​ທ່ານ ເຖິງ​ແມ່ນ​ໄດ້​ເຫັ​ນ​ດັ່ງ​ນັ້ນ​ແລ້ວ ພາຍ​ຫລັງ​ກໍ​ບໍ່​ໄດ້​ຫລົບ​ໃຈ​ເຊື່ອ​ທ່ານ”

33 “ຈົ່ງ​ຟັງ​ຄຳ​ອຸປມາ​ເຣື່​ອງ​ນຶ່ງ​ອີກ ຄືມີ​ພໍ່​ເຮືອນ​ຜູ້​ນຶ່ງ​ໄດ້​ເຮັດ​ສວນ​ອະ​ງຸ່ນ ແລ້ວ​ລ້ອມ​ຮົ້ວ​ໄວ້ ທ່ານໄດ້​ສະ​ກັດ​ອ່າງ​ຢຽບ​ຫມາກ​ອະ​ງຸ່ນ​ເອົາ​ນ້ຳ ແລະ​ສ້າງ​ຫໍ​ເຝົ້າ​ໃຫ້​ຊາວ​ສວນ​ເຊົ່າ ແລ້ວ​ຕົນ​ກໍ​ອອກ​ໄປ​ຕ່າງ​ປະ​ເທດ

34 ຄັນ​ເຖິງ​ຣະ​ດູ​ຫມາກ​ອະ​ງຸ່ນ ທ່ານ​​ຈຶ່ງ​ໃຊ້​ຂ້ອຍ​ໃຊ້​ແຫ່ງ​ຕົນ​ມາ​ຫາ​ພວກ​ເຊົ່າ​ສວນ​ນັ້ນ ເພື່​ອ​ຈະ​ຮັບ​ຜົນ​ຂອງ​ຕົນ

35 ແຕ່​ຝ່າຍ​ຄົນ​ເຊົ່າ​ສວນ​ນັ້ນ​ໄດ້​ຈັບ​ຂ້ອຍ​ໃຊ້​ຂອງ​ທ່ານຂ້ຽນ​ຜູ້​ທີ່​ນຶ່ງ ຂ້າ​ເສັຽ​ຜູ້​ນຶ່ງ ແລະ​ເອົາ​ຫີນ​ຄວ່າງ​ໃສ່​ຜູ້​ນຶ່ງ

36 ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ຂ້ອຍ​ໃຊ້​ອີກ​ຫລາຍກວ່າ​ເທື່ອ​ກ່ອນ ແຕ່​ຊາວ​ສວນ​ໄດ້​ເຮັດແກ່​ເຂົາຢ່່າງ​ດຽວ​ກັນ

37 ພາຍ​ຫລັງ​ນັ້ນ​ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ລູກ​ຊາຍ​ຂອງ​ຕົນ​ມາ ໂດຍ​ຄຶດ​ວ່າ “ເຂົາ​ຄົງ​ຈະ​ນັບ​ຖື​ລູກ​ຂອງ​ກູ”

38 ແຕ່​ເມື່ອ​ພວກ​ເຊົ່າ​ສວນ​ເຫັນ​ລູກ​ຊາຍ​ຂອງ​ທ່ານ​ມາ​ກໍ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ແຫລະ, ເປັນ​ເຈົ້າ​ມໍ​ຣະ​ດົກພວກ​ເຮົາ​ຈົ່ງ​ຂ້າ​ມັນ​ເສັຽ ແລ້ວ​ຍຶດ​ເອົາ​ມໍ​ຣະ​ດົກ​ຂອງ​ມັນ”

39 ເຂົາ​ຈຶ່ງ​ພາ​ກັນ​ຈັບ​ເອົາ​ລູກ​ນັ້ນ​ຖິ້ມ​ອອກນອກ​ສວນ​ແ​ລ້ວ​ຂ້າ​ເສັຽ

40 ເຫດ​ສັນ​ນັ້ນ​ເມື່ອ​ເຈົ້າ​ຂອງ​ສວນ​ມາ ທ່ານ​ຈະ​ເຮັດ​ຢ່າງ​ໃດ​ແກ່​ຄົນ​ເຊົ່າ​ສວນ​ເຫລົ່າ​ນັ້ນ”

41 ເຂົາ​ທູນ​ຕອບ​ພຣະ​ອົງ​ວ່າ, “ທ່ານ​ຈະ​ລົງ​ໂທດ​ຢ່າງ​ຮ້າຍ​ແຮງ​ໃສ່​ຄົນ​ຊົ່ວ​ເຫລົ່າ​ນັ້ນ​ດ້ວຍ​ຂ້າ​ເຂົາ​ເສັຽ ແລ້ວ​ຈະ​ເອົາ​ສວນອະ​ງຸ່ນ​ນັ້ນ​ໃຫ້​ຜູ້​ອື່ນ​ເຊົ່າ ຊຶ່ງຈະ​ນໍາ​ຜົນ​ມາ​ສົ່ງ​ໃຫ້​ທ່ານ​ຕາມ​ຣະ​ດູ​ຕໍ່​ໄປ”

42 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ບໍ່​ໄດ້​ອ່ານ​ໃນ​ພຣະ​ຄັມ​ພີ​ຫລື​ທີ່​ວ່າ, “ຫີນ​ທີ່​ນາຍ​ຊ່າງ​ໄດ້​ຖອດ​ຖິ້ມ​ເສັຽ ຫີນ​ນັ້ນ​ແຫລະ, ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ ການ​ນີ້​ເປັນ​ມາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ການ​ປ​ລາດ​ແກ່​ຕາ​ຂອງ​ເຮົາ”

43 ເຫດ​ສັນ​ນັ້ນ​ເຮົາ​ບອກ​ພວກ​ທ່ານ​ວ່າ ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ຈະ​ຊົງ​ຍົກ​ເອົາ​ໄປ​ຈາກ​ພວກ​ທ່ານ ແລ້ວ​ຊົງ​ປະ​ທານ​ແກ່ຊົນ​ຊາດ​ນຶ່ງ​ທີ່​ຈະ​ໃຫ້​ຜົນ​ຈະ​ເຣິນ​ສົມ​ກັບ​ແຜ່ນ​ດິນ​ນັ້ນ”

44 ( ຜູ້​ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້​ໃດ ຜູ້​ນັ້ນ​ຈະ​ແຫລກ​ຫມຸ່ນ​ໄປ)”

45 ເມື່​ອພວກ​ປະໂຣ​ຫິດ​ຕົນ​ໃຫຍ່​ກັ​ບ​ພວກ​ຟາ​ຣິ​ຊາຍ​ ໄດ້​ຍິນ​ຄຳ​ອຸປມາ​ຂອງ​ພຣະ​ອົງ​ແລ້ວ ເຂົາ​ກໍ​ຮູ້​ວ່າພຣະ​ອົງ​ຊົງ​ກ່າວ​ເຖິງ​ເຂົາ

46 ແມ່ນ​ວ່າ​ເຂົາ​ພ​ຍາ​ຍາມ​ຈະ​ຈັບ​ພຣະ​ອົງ​ແຕ່​ກໍ​ຢ້ານ​ປະ​ຊາ​ຊົນ ເພາະ​ປະ​ຊາ​ຊົນ​ຖື​ວ່າ​ພຣະ​ອົງ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ



22

1 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ເປັນ​ຄຳ​ອຸປມາ​ອີກວ່າ,

2 “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ກະ​ສັດ​ອົງ​ນຶ່ງ​ໄດ້​ຊົງ​ຈັດ​ການ​ລ້ຽງ ເນື່ອງ​ໃນ​ພິ​ທີ​ອະ​ພິ​ເສກ​ມະ​ເຫ​ສີ​ໃຫ້​ຣາ​ຊ​ບຸດ​ຂອງ​ຕົນ

3 ພຣະ​ອົງ​ຊົງ​ໃຊ້​ພວກ​ຂ້າ​ໃຊ້​ໄປ​ເອີ້ນ​ຜູ້​ທີ່​ຮັບ​ເຊີ​ນ​ໃນ​ງານ​ນີ້ ແຕ່​ເຂົາ​ບໍ່​ຢາກ​ມາ

4 ພຣະ​ອົງ​ຈຶ່ງ​ຊົງ​ໃຊ້​ຂ້າ​ໃຊ້​ໄປ​ຕື່ມ​ອີກ ສັ່ງ​ເຂົາ​ວ່າ “ຈົ່ງ​ບອກ​ພວກ​ຮັບ​ເຊີນ​ນັ້ນ​ວ່າ “ເບິ່ງ​ແມ໋, ເຮົາ​ໄດ້​ຈັດ​ການ​ລ້ຽງ​ໄວ້​ແລ້ວ ງົວ​ແລະ​ສັດ​ອ້ວນ​ພີ​ກໍ​ໄດ້​ຂ້າ​ໄວ້​ແລ້ວ ສິ່ງ​ສາ​ຣະ​ພັດ​ກໍ​ຕຽມ​ໄວ້​ພ້ອມ​ແລ້ວ ຈົ່ງ​ມາ​ໃນ​ງານ​ອະ​ພິ​ເສກ​ນີ້​ເທີນ”

5 ແຕ່​ເຂົາ​ກໍ​ເພີກ​ເສີຍ​ແລະ​ຫນີ​ເສັຽ ຜູ້ນຶ່ງ​ໄປ​ໄຮ່​ໄປ​ນາ ແລະ​ຜູ້​ນຶ່ງ​ໄປ​ຄ້າ​ຂາຍ

6 ສ່ວນ​ພວກ​ອື່ນ​ນັ້ນ​ກໍ​ຈັບ​ພວກ​ຂ້າ​ໃຊ້​ເຮັດການ​ຫຍາບ​ຊ້າ​ແລ້ວ​ຂ້າ​ເຂົາ​ເສັຽ

7 ກະ​ສັດ​ອົງ​ນັ້ນ​ກໍ​ຊົງ​ພຣະ​ພິ​ໂຣດ ຈຶ່ງ​ຊົງ​ຮັບ​ສັ່ງ​ໃຫ້​ກອງ​ທະ​ຫານ​ໄປ​ປະ​ຫານ​ຊີ​ວິດ​ຄາ​ຕະ​ກອນ​ເຫລົ່າ​ນັ້ນ ແລະ​ໃຫ້​ເຜົາ​ບ້ານ​ເມືອງ​ຂອງ​ເຂົາ​ເສັຽ

8 ແລ້ວ​ພຣະ​ອົງ​ຈຶ່ງ​ຊົງ​ຮັບ​ສັ່ງ​ຂ້າ​ໃຊ້​ວ່າ, “ງານ​ສົມ​ຣົດ​ກໍ​ພ້ອມ​ຢູ່​ແລ້ວ ແຕ່​ຜູ້​ຖືກ​ເຊີນ​ນັ້ນ​ບໍ່​ສົມ​ກັບ​ງານ

9 ເຫດ​ສັນ​ນີ້ ຈົ່ງ​ອອກ​ໄປ​ທີ່​ທາງ​ຄົບ ເມື່ອ​ພົບ​ຄົນ​ໃດ​ກໍ​ໃຫ້​ເຊີນ​ມາ​ໃນ​ງານ​ນີ້”

10 ພວກ​ຂ້າ​ໃຊ້​ນັ້​ນ​ຈຶ່ງ​ອອກ​ໄປ​ຕາມ​ຖ​ນົນ​ຫົນ​ທາງ ພາ​ຄົນ​ທັງ​ປວງ​ທັງ​ດີ​ແລະ​ຊົ່ວ​ທີ່​ເຂົາ​ໄດ້​ພົບ​ໃຫ້​ເຂົ້າ​ມາ​ໃນ​ງານ​ນີ້ ຈົນ​ຫ້ອງ​ພິ​ທີ​ສົມ​ຣົດ​ເຕັມ​ດ້ວຍ​ແຂກ

11 “ແຕ່​ເມື່ອ​ກະ​ສັດ​ອົງ​ນັ້ນ​ສະ​ເດັດ​ເຂົ້າ​ມາ​ທອດ​ພຣະ​ເນດ​ແຂກ ກໍ​ຊົງ​ເຫັນ​ຜູ້​ນຶ່ງ​ຢູ່​ທີ່​ນັ້ນ​ບໍ່​ໄດ້​ນຸ່ງ​ເຄື່ອງ​ສຳ​ລັບ​ງານ

12 ພຣະ​ອົງ​ຊົງ​ຖາມ​ຜູ້​ນັ້ນ​ວ່າ, “ສະ​ຫາຍ​ເອີຍ, ເຫດ​ໃດ​ທ່ານ​ຈຶ່ງ​ອາດ​ເຂົ້າ​ມາ​ທີ່​ນີ້​ໂດຍ​ບໍ່​ນຸ່ງ​ເຄື່ອງ​ສຳ​ລັບ​ງານ​ສົມ​ຣົດ” ສ່ວນ​ຄົນ​ນັ້ນ​ກໍ​ມິດ​ຢູ່​ປາກ​ບໍ່​ອອກ

13 ກະ​ສັດ​ຈຶ່ງ​ຊົງ​ສັ່ງ​ແກ່​ພວກ​ຂ້າ​ໃຊ້​ວ່າ “ຈົ່ງ​ມັດ​ຕີນ​ມັດ​ມື​ຄົນ​ນີ້​ເອົາ​ໄປ​ຖິ້ມ​ເສັຽບ່ອນ​ມືດ​ພາຍນອກ ທີ່​ນັ້ນ​ມີ​ການ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່

14 ດ້ວຍ​ວ່າ ຜູ້​ຮັບ​ເຊີນ​ກໍ​ມີ​ຫລາຍ ແຕ່​ຜູ້​ທີ່​ຊົງ​ເລືອກໄວ້​ກໍ​ມີ​ຫນ້ອຍ”

15 ເມື່ອນັ້ນ​ພວກ​ຟາ​ຣີ​ຊາຍ​ໄປ​ປຶກ​ສາ​ກັນ ເພື່ອ​ຈະ​ຈັບ​ຜິດ​ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ໃຫ້​ໄດ້

16 ເຂົາ​ຈຶ່ງ​ໃຊ້​ພວກ​ສິດ​ຂອງ​ຕົນ​ກັບ​ພວກ​ເຮ​ໂຣດ​ໄປ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ພະ​ເຈົ້າ​ຊາບຢູ່ວ່າ​ທ່ານ​ເປັນ​ຜູ້​ສັດ​ຊື່ ໄດ້​ສັ່ງ​ສອນ​ໃນ​ທາງ​ຂອງ​ພຣະ​ເຈົ້າ​ຢ່າງ​ສັດ​ຊື່​ໂດຍ​ບໍ່​ໄດ້​ເອົາ​ໃຈ​ຜູ້​ໃດ ເພາະ​ທ່ານ​ບໍ່​ເຫັນ​ແກ່​ຫນ້າ​ຜູ້​ໃດ

17 ເຫດ​ສັນ​ນັ້ນ​ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຊາບ​ແດ່​ວ່າ ທ່ານ​ຄຶດ​ເຫັນ​ຢ່າງໃດ ການ​ທີ່​ເສັຽ​ສ່ວຍ​ໃຫ້​ແກ່​ກາຍ​ຊາ​ນັ້ນ​ສົມ​ຄວນ​ຫລື​ບໍ່”

18 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ເຈ​ຕ​ນາ​ຮ້າຍ​ຂອງ​ເຂົາ ຈຶ່ງ​ຊົງ​ກ່າວ​ວ່າ, “ໂອ​ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ຈະ​ມາ​ທົດ​ລອງ​ເຮົາ​ເຮັດ​ຫຍັງ

19 ຈົ່ງ​ເອົາ​ເງິນ​ທີ່​ຈະ​ເສັຽ​ສ່ວຍ​ນັ້ນ​ໃຫ້​ເຮົາ​ເບິ່ງ” ເຂົາ​ຈຶ່ງ​ເອົາ​ເງິນ​ນຶ່ງ​ເດ​ນາ​ຣິ​ອົນ​ມາ​ໃຫ້​ພຣະ​ອົງ

20 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຮູບ​ແລະ​ຄຳ​ຈາ​ຣຶກ​ນີ້​ເປັນ​ຂອງ​ໃຜ”

21 ເຂົາ​ທູນ​ວ່າ, “ເປັນ​ຂອງ​ກາຍ​ຊາ” ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຫດ​ສັນ​ນັ້ນ​ສິ່ງ​ທີ່​ເປັນ​ຂອງ​ກາຍ​ຊາ ຈົ່ງ​ຄືນ​ຖວາຍ​ແກ່​ກາ​ຍ​ຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະ​ເຈົ້າ”

22 ເມື່ອ​ເຂົາ​ໄດ້​ຍິນ​ດັ່ງ​ນີ້​ກໍ​ມີ​ຄວາມ​ປ​ລາດ​ໃຈ​ຈຶ່ງ​ພາ​ກັນ​ຫນີ​ຈາກ​ພຣະ​ອົງ​ໄປ

23 ໃນ​ວັນ​ດຽວກັນ​ນັ້ນ​ມີ​ພວກ​ຊາ​ດູ​ກາຍ​ມາ​ຫາ​ພຣະ​ອົງ ພວກ​ນີ້​ເຄີຍ​ເວົ້າ​ວ່າ ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ ເຂົາ​ທູນ​ຖາມ​ພຣະ​ອົງ​ວ່າ,

24 “ອາ​ຈານ​ເອີຍ, ໂມ​ເຊ​ໄດ້​ສັ່ງ​ໄວ້​ວ່າ “ຖ້າ​ຜູ້​ໃດ​ຕາຍ​ໃນ​ເມືອຍັງ​ບໍ່​ມີ​ລູກ ກໍ​ໃຫ້​ນ້ອງ​ຊາ​ຍ​ຂອງ​ຜູ້​ນັ້ນ​ເອົາ​ເອື້ອຍ​ໃພ້​ໄວ້​ເປັນພັຣ​ຍາ​ ເພື່ອ​ສືບ​ເຊື້ອ​ສາຍ​ອ້າຍ​ຂອງ​ຕົນ”

25 ໃນ​ພວກ​ເຮົາ​ມີ​ເຈັດ​ຊາຍ​ອ້າຍ​ນ້ອງ​ນຳ​ກັນ ອ້າຍ​ກົກ​ເອົາ​ເມັຽ​ແລ້ວ​ໄດ້​ຕາຍ​ໄປ​ເມື່ອ​ຍັງ​ບໍ່​ມີ​ລູກ ກໍ​ປະ​ເມັຽ​ໄວ້​ໃຫ້​ແກ່​ນ້ອງ​ຊາຍ

26 ສ່ວນ​ນ້ອງ​ຜູ້​ຖ້ວນ​ສອງ​ແລະ​ຖ້ວນ​ສາມ​ກໍ​ຢ່າງ​ດຽວ​ກັນ ຈົນ​ເຖິງ​ຜູ້​ຖ້ວນ​ເຈັດ

27 ພາຍ​ຫລັງເຂົາ​ທັງ​ເຈັດ ຍິງ​ນັ້ນ​ກໍ​ຕາຍ

28 ສັນ​ນັ້ນ​ໃນ​ວັນ​ຄືນ​ມາ​ຈາກ​ຕາຍ ຍິງ​ນັ້ນ​ຈະ​ເປັນ​ເມັຽ​ຜູ້​ໃດ​ໃນ​ເຈັດ​ຄົນ​ນັ້ນ ດ້ວຍ​ວ່າ​ນາງ​ໄດ້​ເປັນ​ຂອງ​ຊາຍ​ທັງ​ເຈັດ​ຄົນ​ແລ້ວ”

29 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຫລົງ​ຜິດ​ແລ້ວ ເພາະ​ບໍ່​ຮູ້​ຈັກ​ພຣະ​ຄັມ​ພີ​ ຫລື​ຣິດ​ເດດ​ຂອງ​ພຣະ​ເຈົ້າ

30 ເພາະ​ເມື່ອ​ມະ​ນຸດ​ເປັນ​ຄືນ​ມາ​ນັ້ນ​ຈະ​ບໍ່​ມີ​ການ​ແຕ່ງງານ ຫລື​ຍົກ​ໃຫ້​ເປັນ​ຜົວ​ເມັຽກັນ​ອີກ ແຕ່​ເຂົາ​ຈະ​ເປັນ​ເຫມືອນ​ເທວະ​ດາ​ໃນ​ສວັນ

31 ແຕ່​ເຣື່ອງ​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ທ່ານ​ທັງ​ຫລາຍ​ຍັງ​ບໍ່​ໄດ້​ອ່ານ​ຫລື​ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ກັບ​ພວກ​ທ່ານ​ວ່າ,

32 “ຝ່າຍ​ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ພຣະ​ເຈົ້າ​ຂອງ​ອີ​ຊາກ, ແ​ລະ​ພຣະ​ເຈົ້າຂອງ​ຢາ​ໂຄບ” ພຣະ​ອົງ​ບໍ່​ໄດ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕາຍ ແຕ່​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ເປັນ”

33 ເມື່ອ​ຄົນ​ທັງ​ປວງ​ໄດ້​ຍິນ​ດັ່ງ​ນີ້​ກໍ​ປ​ລາດ​ໃຈ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ

34 ຝ່າຍ​ພວກ​ຟາ​ຣິ​ຊາຍ ເມື່ອ​ໄດ້​ຍິນ​ວ່າ​ພຣະ​ອົງ​ຊົງ​ເຮັດ​ໃຫ້​ພວກ​ຊາ​ດູ​ກາຍ​ມິດ​ຢູ່​ເຂົາ​ຈຶ່ງ​ປະ​ຊຸມ​ກັນ

35 ໃນ​ຈຳ​ພວກ​ເຂົາມີ​ທັມ​ບັນ​ດິດ​ຜູ້​ນຶ່ງທົດ​ລອງຖາມ​ພຣະ​ອົງ​ວ່າ,

36 “ອາ​ຈານ​ເອີຍ, ໃນ​ພຣະ​ບັນ​ຍັດ​ຂໍ້​ໃດ​ເປັນ​ຂໍ້​ໃຫຍ່”

37 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ”

38 ນັ້ນ​ແຫລະ, ເປັນ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ແລະ​ຂໍ້​ຕົ້ນ.

39 ຂໍ້​ທີ່​ສອງ​ກໍ​ເຫມືອນ​ກັນ​ຄື “ຈົ່ງ​ຮັກ​ເພື່​ອນບ້ານ​ເຫມືອນ​ຮັກ​ຕົນ​ເອງ”

40 ພຣະ​ບັນ​ຍັດ​ແລະ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫມົດ ກໍ​ຂຶ້ນ​ຢູ່​ກັບ​ພຣະ​ບັນ​ຍັດ​ສອງ​ຂໍ້​ນີ້”

41 ເມື່ອ​ພວກ​ຟາ​ຣິ​ຊາຍ​ຍັງ​ປະ​ຊຸມ​ກັນ​ຢູ່ ພຣະເຢ​ຊູ​ຊົງ​ຖາມ​ເຂົາ

42 ວ່າ, “ພວກ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ​ດ້ວຍ​ເຣື່ອງ​ພຣະ​ຄຣິດ ທ່ານ​ເປັນ​ເຊື້ອ​ສາຍ​ຂອງ​ຜູ້​ໃດ” ເຂົາ​ທູນ​ຕອບ​ວ່າ, “ເປັນ​ເຊື້​ອສາຍ​ຂອງ​ດາ​ວິດ”

43 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຫດ​ສັນ​ໃດ​ດາ​ວິດ ໂດຍ​ເດດ​ພຣະ​ວິນ​ຍານ​ຈຶ່ງ​ໄດ້​ເອີ້ນ​ພຣະອົງ​ວ່າ “ອົງ​ພຣະ​ຜູ້​ເປັນ​ເຈົ້າ” ດ້ວຍ​ໄດ້​ກ່າວ​ວ່າ,

44 “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບອກ​ຕໍ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ວ່າ “ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕຣູ​ຂອງ​ທ່ານ​ໃຫ້​ຢູ່​ໃຕ້​ຕີນຂອງ​ທ່ານ”

45 ເຫດ​ສັນ​ນີ້​ ຖ້າ​ດາ​ວິດ​ເອີ້ນ​ພຣະ​ຄຣິດ​ວ່າ “ອົງພຣະ​ຜູ້​ເປັນ​ເຈົ້າ” ແລ້ວ​ພຣະ​ຄຣິດ​ຈະ​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດໄດ້​ຢ່າງ​ໃດ”

46 ບໍ່​ມີ​ຜູ້​ໃດ​ອາດ​ຈະ​ຕອບ​ພຣະ​ອົງ​ໄດ້​ຈັກ​ຄຳ ຕັ້ງ​ແຕ່​ວັນ​ນັ້ນ​ມາ​ບໍ່​ມີ​ຜູ້​ໃດ​ກ້າ​ຖາມ​ພຣະ​ອົງ​ອີກ



23

1 ເມື່ອ​ນັ້ນ​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ປະ​ຊາ​ຊົນ​ແລະ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ,

2 “ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ​ເຄິຍ​ນັ່ງ​ບ່ອນ​ນັ່ງ​ຂອງ​ໂມ​ເຊ

3 ເຫດ​ສັນ​ນັ້ນ​ທຸກ​ສິ່ງ​ທີ່​ເຂົາ​ບອກ​ພວກ​ທ່ານ ຈົ່ງ​ເຮັດ​ຕາມ ແຕ່​ຢ່າ​ໄດ້​ເຮັດ​ຕາມ​ກິ​ຈ​ການ​ຂອງ​ເຂົາ ເພາະ​ເຂົາ​ບອກ​ໄວ້​ແຕ່ບໍ່​ໄດ້​ເຮັດ​ຕາມ

4 ເຂົາ​ມັດ​ຂອງ​ຫນັກ​ມາ​ວາງ​ໃສ່​ບ່າ​ມະ​ນຸດ ສ່ວນ​ເຂົາ​ເອງ ແມ່ນ​ແຕ່ນີ້ວ​ມື​ດຽວ​ກໍ​ບໍ່​ຍອມ​ຈັບ​ຍົກ​ໄປ

5 ການ​ເຮັດ​ຂອງ​ເຂົາ​ກໍ​ເພື່ອ​ໃຫ້​ມະ​ນຸດ​ເຫັນ ແອບ​ບັນ​ຈຸ​ຂໍ້​ພຣະ​ທັມ​ປະ​ຈຳ​ຕົວ ເຂົາ​ກໍ​ເຮັດ​ໃຫ້​ໃຫຍ່ ແລະ​ຍອຍ​ເສື້ອ​ຂອງ​ເຂົາໆ ກໍ​ໃຫ້​ຍາວ​ອອກ​ໄປ

6 ເຂົາ​ຊອບ​ບ່ອນ​ນັ່ງ​ອັນ​ມີ​ກຽດ​ໃນ​ງານລ້ຽງ​ຕ່າງໆ ແລະ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ

7 ເຂົາ​ມັກ​ໃຫ້​ຄົນ​ຄຳ​ນັບ​ໃນ​ທີ່​ປະ​ຊຸມ​ຊົນ ແລະ​ມັກ​ໃຫ້​ມະ​ນຸດ​ເອີ້ນ​ເຂົາ​ວ່າ “ພຣະ​ອາ​ຈານ”

8 ແຕ່​ຝ່າຍ​ພວກ​ທ່ານ ຢ່າ​ໃຫ້​ໃຜ​ເອີ້ນ​ວ່າ “ພຣະ​ອາ​ຈານ” ເພາະ​ວ່າ​ພວກ​ທ່ານ​ມີ​ແຕ່​ພຣະ​ອາ​ຈາ​ນ​ຜູ້​ດຽວ ແລະ​ພວກ​ທ່ານ​ເປັນ​ພີ່​ນ້ອງ​ກັນ​ທັງ​ຫມົດ

9 ແລະ​ຢ່າ​ເອີ້ນ​ຜູ້​ໃດ​ໃນ​ໂລກວ່າ “ບິ​ດາ” ເພາະ​ພວກ​ທ່ານ​ມີ​ພຣະ​ບິ​ດາ​ແຕ່​ຜູ້​ດຽວ ຄື​ຜູ້​ທີ່​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

10 ຢ່າ​ໃຫ້​ຜູ້​ໃດ​ເອີ້ນ​ພວກ​ທ່ານ​ວ່າ “ນາຍ​“ ເພາະ​ວ່າ​ນາຍ​ຂອງ​ພວກ​ທ່ານ​ມີ​ແຕ່​ຜູ້​ດຽວ ຄື​ພຣະ​ຄຣິດ

11 ຜູ້​ໃດທີ່​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ທ່ານ ຜູ້​ນັ້ນ​ຕ້ອງ​ຮັບ​ໃຊ້​ຫມູ່

12 ຜູ້​ໃດ​ຍົກ​ຕົວ​ຂຶ້ນ ຜູ້​ນັ້ນ​ຈະ​ຖືກ​ຖອຍ​ລົງ ຜູ້​ໃດ​ຖ່ອມ​ຕົວ​ລົງ ຜູ້​ນັ້ນ​ຈະ​ຖືກ​ຍົກ​ຂຶ້ນ

13 “ວິ​ບັດ​ແກ່​ເຈົ້າພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ເພາະ​ພວກ​ເຈົ້າ​ອັດ​ປະ​ຕູ​ຣາ​ຊ​ແຜ່ນ​ດິນ​ສວັນ​ຕັນ​ທາງ​ມະ​ນຸດ ດ້ວຍ​ວ່າ​ພວກ​ເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ ແລະເມື່ອ​ຄົນ​ອື່ນ​ຈະ​ເຂົ້າ​ໄປ ພວກ​ເຈົ້າ​ກໍ​ບໍ່​ໃຫ້​ເຂົ້າ​ໄປ

14 (ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ດ້ວຍ​ວ່າ​ພວກ​ເຈົ້າ​ກືນ​ກິນ​ຄອບ​ຄົວ​ຂອງ​ແມ່​ຫມ້າຍ ແລະ​ແກ້ງໄຫວ້ວອນ​ໃຫ້​ຍືດ​ຍາວ ເພາະ​ເຫດ​ນັ້ນ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ໂທດ​ຫລາຍ​ຂຶ້ນ)

15 ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ທຽວ​ໄປ​ທາງນໍ້າ​ແລະ​ທາງບົກ​ທົ່ວ​ໄປ ເພື່ອ​ຈະ​ໃຫ້​ແມ່ນ​ແຕ່​ຄົນ​ດຽວ​ເຂົ້າ​ສາ​ສ​ນາ ແຕ່​ເມື່ອ​ໄດ້​ເຂົ້າ​ແລ້ວ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ສົມ​ກັ​ບ​ນະ​ຮົກ​ຫລາຍ​ກວ່າ​ເຈົ້າ​ເອງ​ເຖິງ​ສອງ​ທໍ່

16 “ວິບັດ​ແກ່​ເຈົ້າ, ນາຍ​ທາງ​ຕາ​ບອດ​ທີ່​ສອນ​ວ່າ “ຖ້າ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ພຣະ​ວິ​ຫານ ຄຳ​ສາ​ບານ​ນັ້ນ​ກໍ​ບໍ່​ມີ​ຂໍ້​ຜູກ​ມັດ ແຕ່​ຖ້າ​ຜູ້​ໃດ​ສາບານ​ອ້າງ​ໃສ່​ທອງ​ຄຳ​ຂອງ​ພຣະ​ວິ​ຫານ ຜູ້​ນັ້ນ​ຈະ​ຕ້ອງ​ເຮັດ​ຕາມ​ຄຳ​ທີ່​ຕົນ​ໄດ້​ສາ​ບານ”

17 ໂອ ຄົນ​ໂງ່​ຕາບອດ​ເຮີຍ, ສິ່ງ​ໃດ​ຈະ​ສຳ​ຄັນ​ກວ່າ​ກັນ ທອງ​ຄຳ​ຫລື​ພຣະ​ວິ​ຫານ ທີ່​ເຮັດ​ໃຫ້​ທອງ​ຄຳ​ນັ້ນ​ສັກ​ສິດ

18 ແລະ​ສອນ​ວ່າ, “ຖ້າ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ແທ່ນ​ບູ​ຊາ ຄຳ​ສາ​ບານ​ນັ້ນ​ກໍ​ບໍ່​ມີ​ຂໍ້​ຜູກ​ມັດ ແຕ່​ຖ້າ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ເຄື່ອງ​ຖວາ​ຍ​ເທີງ​ແທ່ນ​ບູ​ຊາ ຜູ້​ນັ້ນ​ຈະ​ຕ້ອງ​ເຮັດ​ຕາມ​ຄໍາທີ່​ຕົນ​ໄດ້​ສາ​ບານ”

19 ພວ​ກຄົນ​ຕາ​ບອດ​ເຮິຍ, ສິ່ງ​ໃດ​ຈະ​ສຳ​ຄັນ​ກວ່າ​ກັນ ເຄື່ອງ​ຖວາຍ​ຫລື​ແທ່ນ​ບູ​ຊາ​ທີ່​ເຮັດ​ໃຫ້​ເຄື່ອງ​ຖວາຍ​ນັ້ນ​ສັກ​ສິດ

20 ເຫດ​ສັນ​ນີ້ ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ແທ່ນ​ບູ​ຊາ ກໍ​ສາ​ບານ​ອ້າງ​ໃສ່​ເຄື່ອງ​ຖວາຍ​ທັງ​ປວງ​ທີ່ຢູ່ເທິງ​ແທ່ນ​ນັ້ນ​ເຫມືອນ​ກັນ

21 ຜູ້​ໃດ​ສາບານ​ອ້າງ​ໃສ່​ພຣະ​ວິ​ຫານ ກໍ​ອ້າງ​ໃສ່​ພຣະ​ອົງ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ພຣະ​ວິ​ຫານ​ນັ້ນ​ເຫມືອນ​ກັນ

22 ແລະ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ສວັນ ກໍ​ອ້າງ​ໃສ່ພຣະ​ທີ່​ນັ່ງ​ແລະ​ອ້າງ​ໃສ່​ພຣະ​ອົງ​ຜູ້​ປະ​ທັບ​ເທິງ​ພຣະ​ທີ່ນັ່ງ​ນັ້ນ​ເຫມືອນ​ກັນ

23 “ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກຟາ​ຣີ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ແບ່ງ​ຜັກ​ກ້ານກໍ່າ ຜັກ​ຊີ ແລະ​ຂີ້​ຫມິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ນຶ່ງ​ເປັນ​ຂອງ​ຖວາຍ ແຕ່ສ່ວນ​ຂໍ້​ສຳ​ຄັນ​ຂອງ​ພຣະ​ບັນ​ຍັດ ຄື​ຄວາມ​ຍຸ​ດຕິ​ທັມ ຄວາມ​ເມດ​ຕາ ຄວາມ​ສັດ​ຊື່​ນັ້ນ​ໄດ້​ປະ​ເສັຽ ແມ່ນ​ສິ່ງ​ເຫລົ່າ​ນີ້​ແຫລະ, ທີ່​ພວກ​ເຈົ້າ​ຄວນໄດ້​ປະ​ຕິ​ບັດ​ຢູ່​ໂດຍ​ບໍ່ຕ້ອງ​ປະ​ຖິ້ມ​ສິ່ງ​ອື່ນ​ນັ້ນ​

24 ໂອ ພວກ​ນາຍ​ທາງ​ຕາ​ບອດ​ເຮິຍ, ເຈົ້າ​ຕອງ​ແມງ​ມີ່​ອອກ​ເສັຽ ແຕ່​ກືນ​ໂອດ​ໂອ​ທັງ​ໂຕ

25 “ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ເຫດ​ວ່າ​ພວກ​ເຈົ້າ​ເຄິຍ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະ​ອາດ​ແຕ່​ຂ້າງນອກ ແຕ່​ຂ້າງ​ໃນ​ຖ້ວຍ​ຊາມ​ນັ້ນ​ເຕັມ​ໄປ​ດ້ວຍ​ການ​ລູ່​ຊີງ​ເອົາ​ແລະ​ການ​ເຫັນ​ແກ່​ຕົວ

26 ໂອ ຟາ​ຣິ​ຊາຍ​ຕາ​ບອດ​ເຮິຍ, ຈົ່ງ​ຊຳ​ຮະ​ຖ້ວຍ​ຊາມ​ຂ້າງ​ໃນ​ເສັຽກ່ອນ ເພື່ອ​ຂ້າງນອກ​ຈະ​ສະ​ອາດ​ເຫມືອນ​ກັນ

27 “ວິບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ເປັນ​ເຫມືອນ​ອຸບ​ໂມງ​ຝັງ​ສົ​ບ ທາ​ດ້ວຍ​ປູນ​ຂາວ​ຂ້າງ​ນອກ​ເບີ່ງ​ງົດ​ງາມ ແຕ່​ຂ້າງ​ໃນ​ເຕັມ​ໄປ​ດ້ວຍ​ກະ​ດູກ​ຄົນ​ຕາຍ​ແລະ​ສາ​ຣະ​ພັດ​ຂີ້​ດຽດ

28 ພວກ​ເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ​ແຫລະ, ພາຍນອກ​ປາ​ກົດ​ຕໍ່​ມະ​ນຸດ​ວ່າ​ເປັນ​ຄົນ​ສິນ​ທັມ ແຕ່​ພາຍ​ໃນ​ເຕັມ​ໄປ​ດ້ວຍ​ການ​ຫນ້າ​ຊື່​ໃຈ​ຄົດ​ແລະ​ການ​ອະ​ທັມ

29 ວິ​ບັດ​ແກ່ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ສ້າງ​ອຸບ​ໂມງ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຕົກ​ແຕ່ງ​ທາດ​ຂອງ​ຄົນ​ສິນ​ທັມ​ໃຫ້​ງົດ​ງາມ

30 ໂດ​ຍກ່າວ​ວ່າ “ຖ້າ​ພວກ​ເຮົາ​ໄດ້​ຢູ່​ໃນ​ສະ​ໄຫມ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ນັ້ນ​ກໍ​ຈະ​ບໍ່​ມີ​ສ່ວນ​ກັບ​ເຂົາ​ໃນ​ກາ​ນຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ

31 ດັ່ງ​ນັ້ນ​ພວກ​ເຈົ້າ​ຈຶ່ງ​ເປັນ​ພຍານ​ຕໍ່​ສູ້​ຕົນ​ເອງວ່າ ເປັນ​ລູກ​ຂອງ​ຜູ້​ທີ່​ໄດ້​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ເຫລົ່າ​ນັ້ນ

32 ຝ່າຍ​ເຈົ້າ​ທັງ​ຫລາຍ, ຈົ່ງ​ເຮັດ​ຕາມ​ທີ່​ບັນ​ພະ​ບຸ​ຣຸດ​ໄດ້​ເຮັດ​ນັ້ນ​ໃຫ້​ຄົບ​ຖ້ວນ​ສາ

33 ໂອ ພວກ​ງູ​ແນວ​ງູ​ຮ້າຍ​ເຮີຍ, ພວກ​ເຈົ້າ​ຈະ​ຫນີ​ພົ້ນ​ໂທດ​ນະ​ຣົກ​ໄດ້​ຢ່າງ​ໃດ

34 ເຫດ​ສັນ​ນັ້ນ​ແຫລະ, ເຮົາ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ ນັກ​ປາດ ແລະ​ນັກ​ທັມ​ຕ່າງໆ ມາ​ຫາ​ພວກ​ເຈົ້າ ເຈົ້າ​ກໍ​ຈະ​ຂ້າ​ບາງ​ຄົນ​ເສັຽ​ແດ່ ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ​ບາງ​ຄົນ​ແດ່ ຂ້ຽນ​ຕິ​ບາງ​ຄົນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຈົ້າ​ແດ່ ແລະ​ຂົ່ມ​ເຫັງ​ໄລ່ເຂົາ​ອອກ​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ​ແດ່

35 ດັ່ງ​ນັ້ນ​ເລືອດ​ອັນ​ບໍ່​ມີ​ຜິດ​ທັງ​ຫ​ມົດ​ທີ່​ຕົກ​ໃສ່​ແຜ່ນ​ດິນ ຕັ້ງ​ແຕ່​ເລືອດ​ຂອງ​ອາ​ເບນ​ຜູ້​ບໍ່​ມີ​ຜິດ ຈົນ​ເຖິງ​ເລືອດ​ຂອງ​ເຊ​ຄາ​​ຣີ​ຢາ​ລູກ​ຊາຍ​ຂ​ອງ​ບາ​ຣາ​ຄີ​ຢາ ທີ່​ພວກ​ເຈົ້າ​ໄດ້​ຂ້າ​ໃນ​ລະ​ຫວ່າງ​ພຣະ​ວິ​ຫານ​ກັ​ບ​ແທ່ນ​ບູ​ຊາ​ ໂທດ​ເລືອດ​ນັ້ນ​ແຫລະ, ຄົງ​ຈະ​ຕົກ​ໃສ່​ພວກ​ເຈົ້າ

36 ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຄວາມ​ຈິງ​ວ່າ ເຫດ​ເຫ​​ລົ່າ​ນີ້​ຈະ​ຕົກ​ໃສ່​ຄົນ​ສະ​ໄຫມ​ນີ້”

37 ໂອ ເຢ​ຣູ​ຊາ​ເລັມ ເຢ​ຣູ​ຊາ​ເລັມ​ເອີຍ, ເຈົ້າ​ທີ່​ໄດ້​ຂ້າ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເອົາ​ຫີນ​ຄວ່າງ​ໃສ່​ພວກ​ທີ່​ຮັບ​ໃຊ້​ມາ​ຫາ​ເຈົ້າ, ເຮົາ​ປາ​ຖ​ນາ​ຈັກ​ເທື່ອ​ແລ້ວ​ຫນໍ​ ວ່າ​ຈະ​ຮວບ​ຮວມ​ເອົາ​ລູກ​ຂອງ​ເຈົ້າ​ໄວ້ ເຫມືອນ​ດັ່ງ​ແມ່​ໄກ່​ຮວບ​ຮວມ​ລູ​ກໄວ້​ໃຕ້​ປີກ​ຂອງ​ມັນ​ແຕ່​ພວກ​ເຈົ້າ​ບໍ່​ຍິນຍອມ

38 ເບິ່ງ​ແມ໋, ເຮືອນ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ປະ​ຮ້າງ​ໄວ້​ໃຫ້​ຢູ່​ວ່າງ​ເປົ່າ​ແກ່​ເຈົ້າ

39 ເພາະ​ວ່າ​ເຮົາ​ບອກ​ພວກ​ເຈົ້າ​ວ່າ ຕັ້ງ​ແຕ່​ນີ້​ຕໍ່​ໄປ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ ຈົນ​ກວ່າ​ພວກ​ເຈົ້າ​ ຈະ​ອອກ​ປາກ​ກ່າວ​ວ່າ “ຂໍ​ໃຫ້​ທ່ານ​ຜູ້​ສະ​ເດັດ​ ມາໃນພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ ຈົ່ງ​ຊົງພຣະ​ຈະ​ເຣິນ”



24

1 ຝ່າຍ​ພຣະ​ເຢ​ຊູສະ​ເດັດ​ອອກ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ ເມື່ອ​ກຳ​ລັງ​ສະ​ເດັດ​ໄປ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ມາ​ຊີ້​ຕຶກ​ທັງ​ຫລາຍ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ໃຫ້​ພຣະ​ອົງທອດ​ພຣະ​ເນດ

2 ພຣະ​ອົງ​ຈຶ່ງ​ຊົງ​ຕອບ​ເຂົາ​ວ່າ, “ສິ່ງທັງ​ປ​ວງ​ເຫລົ່າ​ນີ້​ພວກ​ທ່ານ​ເຫັນ​ແລ້ວ​ບໍ່​ແມ່ນ​ຫລື ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ກ້ອນ​ຫີນ​ທີ່​ຊ້ອນ​ທັບ​ກັນ​ຢູ່​ທີ່​ນີ້​ຈະ​ຖືກ​ທຳ​ລາຍ​ລົງ​ຈົນ​ບໍ່​ເຫລືອ​ຈັກ​ກ້ອນ​ດຽວ”

3 ເມື່ອ​ພຣະ​ອົງ​ປະ​ທັບ​ຢູ່​ພູ​ຫມາກກອກ​ເທດ ພວກ​ສາ​ວົກ​ມາ​ເຝົ້າ​ພຣະ​ອົງ​ຕ່າງ​ຫາກ​ກາບ​ທູນ​ວ່າ, “ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພຣະ​ອົງຊາບ​ແດ່​ວ່າ ເຫດ​ການ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ​ເວ​ລາ​ໃດ ສິ່ງ​ໃດ​ເປັນ​ຫມາຍ​ສຳ​ຄັນ​ວ່າ ທ່ານ​ຈະ​ມາ​ແລະ​ສະ​ໄຫມ​ເກົ່າ​ຈະ​ສິ້ນ​ສຸດ​ລົງ”

4 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ຫລອກ​ລວງ​ພວກ​ທ່ານ​ໃຫ້​ຫລົງ

5 ດ້ວຍ​ວ່າ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມ​ຂອງ​ເຮົາ​ວ່າ “ເຮົາ​ນີ້​ແຫລະ, ເປັນ​ພຣະ​ຄຣິດ” ແລະ​ຈະ​ຫລອກ​ລວງ​ຫລາຍ​ຄົນ​ໃຫ້​ຫລົງ​ໄປ

6 ພວກ​ທ່ານ​ຈະ​ໄດ້​ຍິນ​ເຖິງ​ເຣື່ອງ​ການ​ເສິກ ແລະ​ຂ່າວ​ເລົ່າ​ລື​ເຖິງ​ເຣື່ອງ​ການ​ເສິກ​ສົງ​ຄາມ ຈົ່ງ​ລະ​ວັງ ຢ່າ​ຕົກ​ໃຈ ດ້ວຍ​ວ່າ​ເຫດ​ການ​ເຫລົ່າ​ນີ້​ຈຳ​ເປັນ​ຕ້ອງ​ເກິດ​ຂຶ້ນ ແຕ່​ວ່າ​ທີ່​ສຸດ​ປາຍ​ຍັງ​ບໍ່​ມາ​ເຖິງ

7 ດ້ວຍ​ວ່າ​ປະ​ເທດ​ຕໍ່​ປະ​ເທດ​ ແລະ​ອາ​ນາ​ຈັກ​ຕໍ່​ອາ​ນາ​ຈັກ​ຈະ​ສູ້​ຮົບ​ກັນ ທັງ​ຈະ​ເກິດ​ການ​ອຶດ​ຢາກ​ແລະ​ແຜ່ນ​ດິນ​ໄຫ​ວ​ໃນ​ບ່ອນ​ຕ່າໆ

8 ເຫດ​ການ​ທັງ​ປວງ​ນີ້​ເປັນ​ເຫມືອນ​ຂັ້ນ​ຕົ້ນ​ຂອງ​ຄວາມ​ເຈັບ​ປວດ​ໃນ​ການ​ເກິດ​ລູກ

9 “ເມື່ອ​ນັ້ນ​ເຂົາ​ຈະ​ມອບ​ພວກ​ທ່ານ​ໄວ້​ໃຫ້​ທົນ​ທຸກລຳ​ບາກ​ແລະ​ຂ້າ​ທ່ານ​ເສັຽ ຄົນ​ທຸກ​ຊາດ​ຈະ​ກຽດ​ຊັງ​ພວກ​ທ່ານ​ເພາະ​ເຫັນ​ແກ່ນາມ​ຂອງ​ເຮົາ

10 ຄາວ​ນັ້ນ​ຈະ​ມີ​ຫລາຍ​ຄົນ​ສະ​ດຸດ​ໃຈ ຈະ​ຫັກ​ຫລັງ​ກັນ​ແລະ​ກັນ ແລະ​ຈະ​ກຽດ​ຊັງ​ເຊິ່ງ​ກັນ​ແລະ​ກັນ

11 ຫ​ມໍ​ທຳ​ນ​ວາຍ​ຂີ້​ໂລບ​ຫລາຍ​ຄົນ​ຈະ​ເກິດ​ຂຶ້ນ ແລະ​ຈະ​ຫລອກ​ລວງ​ຫລາຍ​ຄົນ​ໃຫ້​ຫລົງ​ໄປ

12 ຄວາມ​ຮັກ​ຂອງ​ຄົນ​ສ່ວນ​ຫລາຍ​ຈະ​ເຢັນ​ລົງ ເພາະ​ຄວາມ​ອະ​ທັມ​ແຜ່ກວ້າງ​ອອກ​ໄປ

13 ແຕ່​ຜູ້​ໃດ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຜູ້​ນັ້ນແຫລະ, ຈະ​ໄດ້​ລອດ​ພົ້ນ

14 ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ນີ້​ຈະ​ໄດ້​ປະ​ກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ຄຳ​ພຍານ​ແກ່​ທຸກໆ ຊາດ​ແລ້ວ​ທີ່​ສຸດ​ປາຍ​ຈະ​ມາ​ເຖິງ

15 “ເຫດ​ສັນ​ນັ້ນ ເມື່ອ​ໃດ​ທ່ານ​ທັງ​ຫລາຍ​ເຫັນ​ສິ່ງ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ ທີ່​ເຮັດ​ໃຫ້​ເກິດ​ວິ​ບັດ​ຕັ້ງ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ ຕາມ​ພຣະ​ທັມ​ທີ່​ຊົງ​ກ່າວ​ໄວ້​ດ້ວຍ​ດາ​ນິ​ເອນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ (ໃຫ້​ຜູ້​ອ່ານ​ເຂົ້າ​ໃຈ​ເອົາ)

16 ເມື່ອ​ນັ້ນ​ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູ​ດາຍ​ປົບ​ຫນີ​ໄປ​ຍັງ​ພູ

17 ຜູ້​ທີ່​ຢູ່​ເທິງ​ຫລັງ​ຄາ​ເຮືອນ ຢ່າ​ໃຫ້​ລົງ​ມາ​ເກັບ​ເອົາ​ສິ່ງ​ຂອງ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຕົນ​ອອກ​ໄປ

18 ສ່ວນ​ຜູ້​ທີ່​ຢູ່​ຕາມ​ທົ່ງ​ນາ​ກໍ​ຢ່າ​ຕ່າວ​ຄືນ​ມາ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ

19 ແຕ່​ໃນ​ວັນ​ເຫລົ່າ​ນັ້ນ​ເປັນ​ຫນ້າ​ເວ​ທ​ນາ​ເຕັມ​ທີ​ຕໍ່​ຜູ້​ຍິງ​ທີ່​ມີ​ທ້ອງ​ແລະ​ມີ​ລູກ​ອ່ອນ​ກິນ​ນົມ​ຢູ່

20 ຈົ່ງ​ອ້ອນວອນ​ຂໍ ເພື່ອ​ການ​ທີ່​ທ່ານ​ຕ້ອງ​ຫນີ​ນັ້ນ​ຈະບໍ່​ຕົກ​ໃນ​ຣະ​ດູ​ຫນາວ​ຫລື​ໃນ​ວັນ​ສະ​ບາ​ໂຕ

21 ດ້ວຍ​ວ່າ​ໃນ​ຄາວ​ນັ້ນ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ຢ່າງ​ບໍ່​ເຄີຍ​ເກີດ​ມີ​ມາ​ຕັ້ງ​ແຕ່​ຕົ້ນ​ເດີມ​ໂລກ​ຈົນ​ເຖິງ​ບັດ​ນີ້ ແລະ​ເມື່ອ​ຫນ້າ​ຈະ​ບໍ່​ມີ​ຕໍ່​ໄປ​ອີກຈັກ​ເທື່ອ

22 ແລະ​ຖ້າ​ວັນ​ທັງ​ຫລາຍ​ນັ້ນ​ບໍ່​ໄດ້​ຊົງ​ບັນ​ດານ​ໃຫ້​ສັ້ນ​ເຂົ້າ ຈະ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ລອດ​ພົ້ນ​ໄດ້ ແຕ່​ເພາະ​ເຫັນ​ແກ່​ພວກ​ທີ່​ຊົງ​ເລືອກ​ໄວ້​ນັ້ນ ວັນ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ຊົງ​ບັນ​ດານ​ໃຫ້​ສັ້ນ​ເຂົ້າ

23 ໃນ​ເວ​ລາ​ນັ້ນ​ຖ້າ​ຜູ້​ໃດ​ຈະ​ບອກ​ພວກ​ທ່ານ​ວ່າ “ເບິ່ງ​ແມ໋, ອົງ​ພຣະ​ຄຣິດ​ຢູ່​ທີ່​ນີ້” ຫລື “ຢູ່​ທີ່​ນັ້ນ” ຢ່າ​ຊູ່​ເຊື່ອ

24 ດ້ວຍ​ວ່າ​ຈະ​ມີ​ພຣະ​ຄຣິດ​ທຽມ ແລະ​ຫມໍ​ທຳ​ນ​ວາຍ​ຂີ້​ໂລບ​ຫລາຍ​ຄົນ​ເກີດ​ຂຶ້ນ ສະ​ແດງ​ຫມາຍ​ສຳ​ຄັນ​ອັນ​ໃຫຍ່​ແລະ​ການ​ອັ​ດສະ​ຈັນ​ຕ່າງໆ ເພື່ອ​ຖ້າ​ເປັນ​ໄດ້ ຈະ​ຫລອກ​ລວງ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ໃຫ້​ຫລົງ

25 ນີ້​ແຫລະ, ເຮົາ​ໄດ້​ບອກ​ພວກ​ທ່ານ​ໃຫ້​ຮູ້​ໄວ້​ກ່ອນ

26 ດັ່ງ​ນັ້ນ​ຖ້າ​ເຂົາ​ບອກ​ພວກ​ທ່ານ​ວ່າ “ເບິ່ງ​ແມ໋, ທ່ານ​ຜູ້​ນັ້ນ​ຢູ່​ໃນ​ປ່າ” ພວກ​ທ່ານ​ຢ່າ​ໄດ້​ອອກ​ໄປ ຫລື​ຖ້າ​ເຂົາ​ບອກວ່າ “ເບິ່ງແມ໋, ເພິ່ນຢູ່​ໃນ​ຫ້ອງ” ກໍ​ຢ່າ​ຊູ່​ເຊື່ອ

27 ດ້ວຍ​ວ່າ​ຟ້າ​ແມບ​ເຫລື້ອມ​ອອກ​ມາ​ແຕ່​ທິດ​ຕາ​ເວັນ​ອອກ ສ່ອງ​ໄປ​ເຖິງ​ທິດ​ຕາ​ເວັນ​ຕົກ​ຢ່າງ​ໃດ ການ​ທີ່​ບຸດ​ມະ​ນຸດ​ຈະ​ສະ​ເດັດ​ມາ​ກໍ​ຈະ​ເປັນ​ຢ່າງ​ນັ້ນ

28 ຊາກ​ສົ​ບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ຕອມ​ບ່ອນ​ນັ້ນ

29 “ພໍ​ຫມົດ​ຄວາມ​ທຸກ​ລຳ​ບາກ​ຂ​ອງວັນ​ເຫລົ່າ​ນັ້ນ​ແລ້ວ, “ດວງ​ອາ​ທິດ​ຈະ​ມືດ​ໄປ ແລະ​ດວງ​ຈັນ​ຈະ​ບໍ່​ສ່ອງ​ແສງ ດວງ​ດາວ​ທັງ​ປວງ​ຈະ​ຕົກ​ລົງ​ຈາກ​ຟ້າ ແລະ​ບັນ​ດາສິ່ງ​ທີ່ມີ​ອຳ​ນາດ​ໃນ​ທ້ອງ​ຟ້າ​ຈະ​ສະ​ທ້ານ​ຫວັ່ນ​ໄຫວ”

30 ເມື່ອ​ນັ້ນ​ຫມາຍ​ສຳ​ຄັນ​ຂອງ​ບຸດ​ມະ​ນຸດ​ຈະ​ປາ​ກົດ​ຂຶ້ນ​ໃນ​ທ້ອງ​ຟ້າ ມະ​ນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຕີ​ເອີກ​ຮ້ອງ​ໄຫ້ ແລ້ວ​ຈະ​ເຫັນ​ບຸດ​ມະ​ນຸດ​ກຳ​ລັງ​ສະ​ເດັດ​ມາ​ເທິງ​ເມກ​ໃນ​ທ້ອງ​ຟ້າ​ດ້ວຍ​ຣິດ​ທາ​ນຸ​ພາບ​ແລະ​ສະ​ງ່າ​ຣາ​ສິ​ອັນ​ໃຫຍ່

31 ພຣະ​ອົງ​ຈະ​ໃຊ້​ພວກ​ເທວະ​ດາ​ຂອງ​ຕົນ​ໄປ​ດ້ວຍ​ສຽງ​ແກ​ອັນ​ດັງ ໃຫ້​ຮວບ​ຮວມ​ເອົາ​ຄົນ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ແລ້ວ​ຈາກ​ທິດ​ທັງ​ສີ່ ຕັ້ງ​ແຕ່​ທີ່​ສຸດ​ຟ້າ​ເບື້ອງ​ນີ້​ຈົນ​ເຖິງ​ທີ່​ສຸດ​ຟ້າ​ເບື້ອງ​ນັ້ນ”

32 “ຈົ່ງ​ຮຽນ​ຄຳ​ອຸປມາ​ຈາກ​ຕົ້ນ​ເດື່ອ​ເທດ ເມື່ອ​ກິ່ງ​ກ້ານ​ມັນ​ແຕກ​ໃບ​ອ່ອນ​ອອກ​ພວກ​ທ່ານ​ກໍ​ຮູ້​ວ່າ​ຣະ​ດູ​ຮ້ອນ​ໃກ້​ຈະ​ເຖິງ​ແລ້ວ

33 ຢ່າງ​ນີ້​ແຫລະ, ພວກ​ທ່ານ​ກໍ​ເຫມືອນ​ກັນ ເມື່ອ​ເຫັນ​ເຫດການ​ເຫລົ່າ​ນັ້ນ ຈົ່ງ​ຮູ້​ວ່າ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ຈະ​ເຖິງ​ປະ​ຕູ​ແລ້ວ

34 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ໃນ​ສະໄຫມ​ນີ້​ຈະ​ບໍ່​ລ່ວງ​ຫລັບ​ໄປ​ກ່ອນ​ເຫດ​ການ​ທັງ​ປວງ​ນີ້​ບັງ​ເກິດ​ຂຶ້ນ

35 ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກ​ເທື່ອ”

36 “ແຕ່​ເຣື່ອງວັນ​ແລະ​ໂມງ​ນັ້ນ​ບໍ່​ມີ​ໃຜ​ຮູ້ ແມ່ນ​ເທວະ​ດາ​ໃນ​ສວັນ​ຫລື​ພຣະ​ບຸດ​ກໍ​ບໍ່​ຮູ້ ຮູ້​ແຕ່​ພຣະ​ບິ​ດາ​ອົງ​ດຽວ

37 ດ້ວຍ​ວ່າ​ສະ​ໄຫ​ມ​ຂອງ​ໂນ​ເອ​ໄດ້​ເປັນ​ຢ່າງ​ໃດ ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​

38 ເພາະ​ວ່າ​ເມື່ອ​ກ່ອນ​ວັນ​ນ້ຳ​ຖ້ວມ​ນັ້ນ ຄົນ​ທັງ​ຫລາຍ​ໄດ້​ກິນ​ແລະ​ດື່ມ ໄດ້​ແຕ່ງ​ງານ​ແລະ​ຍົກ​ໃຫ້​ເປັນ​ຜົວ​ເມັຽກັນ ຈົນ​ເຖິງວັນ​ທີ່​ໂນ​ເອ​ໄດ້​ເຂົ້າ​ໄປ​ໃນ​ນາ​ວາ

39 ແລະ​ນໍ້າ​ໄດ້​ມາ​ຖ້ວມກວາດ​ເຂົາ​ໄປ​ໂດຍ​ບໍ່​ທັນ​ຮູ້​ຕົວ​ຢ່າງໃດ ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ກໍ​ຈະ​ເປັນຢ່າງ​ນັ້ນ

40 ເມື່ອ​ນັ້ນ​ຈະ​ມີ​ຊາຍ​ສອງ​ຄົນ​ຢູ່​ທີ່​ທົ່ງ​ນາ ຈະ​ຊົງ​ຮັບ​ຄົນ​ນຶ່ງ​ໄປ ຈະ​ຊົງ​ປະ​ຄົນ​ນຶ່ງ​ໄວ້

41 ຈະ​ມີ​ຍິງ​ສອງ​ຄົນ​ກຳ​ລັງ​ໂມ້​ແປ້ງ​ຢູ່​ທີ່​ໂຮງ​ໂມ້ ຈະ​ຊົງ​ຮັບ​ຄົນ​ນຶ່ງ​ໄປ ຈະ​ຊົງ​ປະ​ຄົນ​ນຶ່ງ​ໄວ້

42 ເຫດ​ສັນ​ນັ້ນ​ພວກ​ທ່ານ​ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ເພາະ​ພວກ​ທ່ານ​ບໍ່​ຮູ້​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຈະ​ສະ​ເດັດ​ມາເວ​ລາ​ໃດ

43 ແຕ່​ຈົ່ງ​ເຂົ້າ​ໃຈ​ຢ່າງ​ນີ້​ວ່າ ຖ້າ​ເຈົ້າ​ຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ​ໂຈນ​ຈະ​ມາ​ຍາມ​ໃດ ຕົນ​ຈະ​ເຝົ້າ​ລະ​ວັງ​ບໍ່​ໃຫ້​ໂຈນ​ເຈາະ​ເຂົ້າ​ເຮືອນ​ໄດ້

44 ເຫດ​ສັນ​ນັ້ນ​ພວກ​ທ່ານ​ກໍ​ເຫມືອນ​ກັນ ຈົ່ງ​ຕຽມ​ຕົວ​ໄວ້​ໃຫ້​ພ້ອມ ເພາະ​ໃນ​ໂມງ​ທີ່​ພວກ​ທ່ານ​ບໍ່​ທັນ​ຄຶດ​ນັ້ນ ບຸດ​ມະ​ນຸດ​ຈະ​ສະ​ເດັດ​ມາ”

45 “ເຫດ​ສັນ​ນັ້ນ ຜູ້​ໃດ​ເປັນ​ຂ້າ​ໃຊ້​ສັດ​ຊື່​ແລະ​ສ​ລາດ ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ເປັນ​ໃຫຍ່​ເຫນືອ​ພວກ​ຄົນ​ໃຊ້​ໃນ​ເຮືອນ​ຂອງ​ຕົນ ເພື່ອ​ແຈກອາ​ຫານ​ໃຫ້​ເຂົາ​ຕາມ​ເວ​ລາ

46 ເມື່ອ​ນາຍ​ມາ​ພົບ​ຂ້າ​​ໃຊ້​ຜູ້​ນັ້ນ​ກຳ​ລັງ​ເຮັດ​ຢ່າງ​ນັ້ນ​ຢູ່ ເຂົາ​ກໍ​ເປັນ​ສຸກ

47 ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າ ນາຍ​ຈະ​ຕັ້ງ​ຜູ້​ນັ້ນ​ໄວ້​ເຫນືອ​ບັນ​ດາ​ເຂົ້າ​ຂອງໆ ຕົນ

48 ແຕ່​ຖ້າ​ຂ້າ​ໃຊ້​ຜູ້​ນັ້ນ​ຊົ່ວ​ແລະ​ຄຶດ​ວ່າ “ນາຍ​ຂອງ​ເຮົາ​ມາ​ຊັກ​ຊ້າ​ດອກ”

49 ແລ້ວ​ຈຶ່ງ​ຕັ້ງ​ຕົນ​ທຸບ​ຕີ​ເພື່ອນ​ຂ້າ​ໃຊ້​ດ້ວຍ​ກັນ ທັງ​ກິນ​ແລະ​ດື່ມ​ນຳ​ຄົນ​ຂີ້​ເຫລົ້າ

50 ນາຍ​ຂອງ​ຂ້າ​ໃຊ້​ຜູ້​ນັ້ນ​ຈະ​ມາ​ໃນ​ວັນ​ທີ່​ມັນ​ບໍ່​ຄຶດ ແລະ​ໃນ​ໂມງ​ທີ່​ມັນ​ບໍ່​ຮູ້

51 ແລະ​ຈະ​ຜ່າມັນ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ຫນ້າ​ຊື່​ໃຈ​ຄົດ ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່”



25

1 “ເມື່ອ​ນັ້ນ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ສາວ​ປອດ​ສິບ​ຄົນ ທີ່​ຖື​ໂຄມ​ຂອງ​ຕົນ​ອອກ​ໄປ​ຮັບ​ເຈົ້າ​ບ່າວ

2 ເປັນ​ຄົນ​ໂງ່​ຫ້າ​ຄົນ​ແ​ລະ​ຄົນ​ສ​ລາດ​ຫ້າ​ຄົນ

3 ຝ່າຍ​ຄົນ​ໂງ່​ນັ້ນ​ເອົາ​ໂຄມ​ຂອງ​ຕົ​ນ​ໄປ ແຕ່​ບໍ່​ໄດ້​ເອົາ​ນ້ຳ​ມັນ​ໄປ​ນຳ

4 ແຕ່​ຄົນ​ສ​ລາດ​ນັ້ນ​ໄດ້​ເອົາ​ນ້ຳ​ມັນ​ໃສ່​ກວດ​ກັບ​ທັງ​ໂຄມ​ຂອງ​ຕົນ​ໄປ​ດ້ວຍ

5 ເມື່ອ​ເຈົ້າ​ບ່າວ​ຍັງ​ຊ້າ​ຢູ່ ເຂົາ​ກໍ​ພາ​ກັນ​ເຫງົາ​ນອນ​ແລະ​ຫລັບ​ໄປ

6 ຄັນ​ເວ​ລາ​ທ່ຽງ​ຄືນກໍ​ມີ​ສຽງ​ຮ້ອງ​ມາ​ວ່າ “ເບິ່ງ​ແມ໋, ເຈົ້າ​ບ່າວ​ມາ​ແລ້ວ ຈົ່ງ​ອອກ​ມາ​ຮັບ​ທ່ານ​ສາ”

7 ພວກ​ສາວ​ປອດ​ທຸກ​ຄົນ​ກໍ​ຕື່ນ​ຂຶ້ນ​ຈັດ​ແຈ່ງ​ໂຄມ​ຂອງ​ຕົນ

8 ພວກ​ໂງ່​ນັ້ນ​ຈຶ່ງ​ເວົ້າ​ກັບ​ພວກ​ສ​ລາດ​ວ່າ “ຈົ່ງ​ປັນ​ນ້ຳ​ມັນ​ຂອງ​ເຈົ້າ​ໃຫ້​ພວກ​ເຮົາ​ແດ່ ເພາະ​ວ່າ​ໂຄມ​ຂອງ​ເຮົາ​ກຳ​ລັງ​ຈະ​ມອດ

9 ຝ່າຍ​ພວກ​ສ​ລາດ​ຈຶ່ງ​ຕອບ​ວ່າ “ຫນ້າ​ຢ້ານ​ວ່າ​ນ້ຳ​ມັນ​ຈະ​ບໍ່​ພໍ​ສຳ​ລັບ​ເຮົາ​ແລະ​ເຈົ້າ ຈົ່ງ​ໄປ​ຫາ​ຜູ້​ຂາຍ​ແລ້ວຊື້ເອົາ​ສຳ​ລັບ​ຕົນ​ກໍ​ດີກວ່າ”

10 ເມື່ອ​ເຂົາ​ກຳ​ລັງ​ໄປ​ນັ້ນ ເຈົ້າ​ບ່າວ​ກໍ​ມາ​ເຖິງ ແລະ​ຜູ້​ທີ່​ພ້ອມຢູ່​ແລ້ວ​ກໍ​ເຂົ້າ​ໄປ​ນຳ​ເຈົ້າ​ບ່າວ​ໃນ​ການ​ລ້ຽງ​ເນື່ອງ​ໃນ​ງານ​ສົມ​ຣົດ​ແລ້ວ​ປະ​ຕູ​ກໍ​ອັດ​ເສັຽ

11 ຫລັງ​ຈາກ​ນັ້ນ​ຍິງ​ສາວ​ປອດ​ພວກ​ອື່ນ​ນັ້ນ​ມາ​ຮ້ອງວ່າ “ນາຍ​ເອີຍ, ນາຍ​ເອິຍ, ຂໍ​ໄຂ​ປະ​ຕູ​ໃຫ້​ຫມູ່​ຂ້າ​ພຣະ​ອົງແດ່”

12 ແຕ່​ທ່ານໄດ້​ຕອບ​ວ່າ “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຮົາ​ບໍ່​ຮູ້​ຈັກພວກ​ທ່ານ”

13 ເຫດ​ສັນ​ນັ້ນ​ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ເພາະ​ທ່ານ​ທັງຫລາຍ​ບໍ່​ຮູ້​ຈັກ​ວັນ​ຫລື​ໂມງນັ້ນ”

14 “ແລະ​ຍັງ​ປ​ຽບ​ເຫມືອນ​ຊາຍ​ຜູ້​ນຶ່ງ​ກຳ​ລັງ​ຈະ​ອອກ​ເດີນ​ທາງ​ໄປ ຈຶ່ງ​ເອີ້ນ​ພວກ​ຂ້ອຍ​ໃຊ້​ຂອງ​ຕົນ​ມາ​ຝາກ​ຊັບ​ສົມ​ບັດໄວ້​ກັບ​ເຂົາ

15 ຄົນ​ນຶ່ງທ່ານໃຫ້​ເງິນ​ຫ້າຕາ​ລັນ​ຕົນ ຄົນ​ນຶ່ງ​ສອງ​ຕາ​ລັນ​ຕົນ ແລະ​ອີກ​ຄົນ​ນຶ່ງ​ໃຫ້​ຕາ​ລັນ​ຕົນ​ດຽວ ຕາມ​ຄວາມ​ສາ​ມາດ​ຂອງ​ແຕ່​ລະ​ຄົນ ແລ້ວ​ກໍ​ອອກ​ເດີນ​ທາ​ງໄປ

16 ຜູ້​ທີ່​ໄດ້​ຮັບ​ຫ້າ​ຕາ​ລັນ​ຕົນ​ກໍ​ເອົາ​ເງິນ​ນັ້ນ​ໄປ​ຄ້າ​ຂາຍ​ທັນ​ທິ ໄດ້​ກຳ​ໄຣເທົ່າ​ຕົວ

17 ຄົນ​ທີ່ຮັບ​ສອງ​ຕາ​ລັນ​ຕົນ​ກໍ​ໄດ້​ກຳ​ໄ​ຣ​ເທົ່າ​ຕົວ​ເຫມືອນ​ກັນ

18 ແຕ່​ຜູ້​ທີ່​ໄດ້​ຮັບ​ຕາ​ລັນ​ຕົນດຽວ ກໍ​ໄດ້ໄປ​ຂຸດ​ຂຸມ​ແລ້ວ​ເຊື່ອງ​ເງິນ​ນາຍ​ໄວ້

19 ຢູ່​ດົນ​ນານ​ຕໍ່​ມາ​ນາຍ​ຂອງ​ຂ້ອຍ​ໃຊ້​ເຫລົ່າ​ນັ້ນ​ກໍ​ກັບ​ມາ​ຄິດ​ບັນ​ຊີ​ກັບ​ເຂົາ

20 ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕາ​ລັນ​ຕົນ ກໍ​ເອົາ​ເງິນ​ກຳ​ໄຣ​ຫ້າ​ຕາ​ລັນ​ຕົນ​ມາ​ແຈ້ງ​ນາຍ​ວ່າ “ນາຍ​ເອີຍ, ນາຍ​ໄດ້​ຝາກ​ເງິນ​ຫ້າ​ຕາ​ລັນ​ຕົນ​ໄວ້​ນຳ​ຂ້າ​ພະ​ເຈົ້າ ນີ້​ແຫລະ, ຂ້າພະ​ເຈົ້າ​ໄດ້​ກຳ​ໄຣ​ຕື່ມ​ອີກ​ຫ້າ​ຕາ​ລັນ​ຕົນ”

21 ຝ່າຍ​ນາຍ​ກໍ​ຕອບ​ວ່າ “ດີ​ແລ້ວ, ຂ້ອຍ​ໃຊ້​ຜູ້​ດີ​ແລະ​ສັດ​ຊື່​ເອີຍ ເຈົ້າ​ເປັນ​ຜູ້ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ ເຮົາ​ຈະ​ຕັ້ງ​ໃຫ້​ເຈົ້າ​ເປັນ​ຜູ້​ເບິ່ງ​ແຍງ​ຂອງ​ຫລາຍ​ຢ່າງ ຈົ່ງ​ເຂົ້າ​ຮ່ວມ​ຄວາມ​ຍິນ​ດີ​ກັບ​ນາຍ​ເຈົ້າ​ເທີນ”

22 ຜູ້​ທີ່​ໄດ້​ຮັບ​ສອງ​ຕາ​ລັນ​ຕົນ​ນັ້ນ​ໄດ້​ເຂົ້າ​ມາ​ເຫມືອນ​ກັນ​ແຈ້ງວ່າ “ນາຍ​ເອີຍ, ນາຍ​ໄດ້​ຝາກ​ເງິນ​ສອງ​ຕາ​ລັນ​ຕົນ​ໄວ້​ນຳ​ຂ້າ​ພະ​ເຈົ້າ ນີ້​ແຫລະ, ຂ້າ​ພະ​ເຈົ້າໄດ້​ກຳ​ໄຣ​ອີກ​ສອງ​ຕາ​ລັນ​ຕົນ”.

23 ຝ່າຍ​ນາຍ​ກໍ​ຕອບ​ວ່າ “ດີ​ແລ້ວ, ຂ້ອຍ​ໃຊ້​ຜູ້​ດີ​ແລະ​ສັດ​ຊື່ເອີຍ ເຈົ້າ​ເປັນ​ຜູ້​ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ ເຮົາ​ຈະ​ຕັ້ງ​ໃຫ້​ເຈົ້າ​ເປັນ​ຜູ້​ເບິ່ງ​ແຍງ​ຂອງ​ຫລາຍ​ຢ່າງ ຈົ່ງ​ເຂົ້າ​ຮ່ວມ​ຄວາມຍິນ​ດີ​ກັບ​ນາຍ​ເຈົ້າ​ເທີນ”.

24 ສ່ວນ​ຜູ້​ທີ່​ໄດ້​ຮັບ​ຕາ​ລັນ​ຕົນ​ດຽວ​ນັ້ນ​ກໍ​ໄດ້​ເຂົ້າ​ມາ​ເຫມືອນ​ກັນ​ແຈ້ງ​ວ່າ “ນາຍ​ເອີຍ, ຂ້າ​ພະ​ເຈົ້າ​ຮູ້​ຈັກ​ທ່ານ​ແລ້ວ​ວ່າ​ທ່ານ​ເປັນ​ຄົນ​ໃຈ​ແຂງ ເຄີຍ​ກ່ຽວ​ຜົນ​ບ່ອນ​ຕົນ​ບໍ່​ໄດ້​ຫວ່ານ ແລະ​ຮີບ​ໂຮມ​ເອົາ​ບ່ອນ​ຕົນ​ບໍ່​ໄດ້​ຝັດ

25 ຂ້າ​ພະ​ເຈົ້າ​ຢ້ານ​ຈຶ່ງ​ໄດ້​ເອົາ​ເງິນ​ຕາ​ລັນ​ຕົນ​ຂອງ​ທ່ານ​ໄປ​ເຊື່ອງ​ໄວ້​ໃຕ້​ພື້ນ​ດິນ ນີ້​ແຫລະ, ສິ່ງ​ທີ່​ເປັນ​ຂອງ​ທ່ານ​ກໍ​ໄດ້​ແລ້ວ”

26 ນາຍ​ຈຶ່ງ​ຕອບ​ວ່າ “ອ້າຍ​ຂ້ອຍ​ໃຊ້​ຊົ່ວ​ແລະ​ຂີ້​ຄ້ານ​ເຮີຍ ໂຕ​ຮູ້​ຫລື​ວ່າ​ເຮົາ​ເຄີຍ​ເກັບ​ຜົນ​ບ່ອນ​ເຮົາ​ບໍ່​ໄດ້​ຫວ່ານ ແລະ​ຮິບ​ໂຮມ​ເອົາ​ບ່ອນ​ເຮົາ​ບໍ່​ໄດ້​ຝັດ

27 ຖ້າ​ຢ່າງ​ນັ້ນ, ໂຕ​ຄວນ​ຈະ​ເອົາ​ເງິນ​ຂອງ​ເຮົາ​ໄປ​ຝາກ​ໄວ້​ກັບ​ນາຍ​ທະ​ນາ​ຄານ ແລະ​ເມື່ອ​ເຮົາ​ກັບ​ມາກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ເປັນ​ຂອງ​ເຮົາກັບ​ທັງດອກ​ເບັ້ຽ

28 ສັນ​ນັ້ນ​ຈົ່ງ​ຍົກ​ເງິນ​ຕາ​ລັນ​ຕົນ​ດຽວ​ນັ້ນ​ໄປ​ຈາກ​ມັນ​ເສັຽ ເອົາ​ໃຫ້​ແກ່​ຜູ້​ທີ່​ມີ​ສີບ​ຕາ​ລັນ​ຕົນ

29 ເພາະ​ທຸກ​ຄົນ​ທີ່​ມີ​ຢູ່​ແລ້ວ​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ຜູ້​ນັ້ນ​ອີກ ຈົນ​ມີ​ບໍ​ຣິ​ບູນ ແຕ່​ຜູ້​ທີ່​ບໍ່​ມີ ແມ່ນ​ວ່າ​ສິ່ງ​ທີ່​ຕົນ​ມີ​ຢູ່ນັ້ນ​ກໍ​ຈະ​ຊົງ​ຍົກ​ໄປ​ຈາກ​ຕົນ​ເສັຽ

30 ເອົາ​ອ້າຍ​ຂ້າ​ໃຊ້​ຜູ້​ບໍ່​ມີ​ປ​ໂຍດ​ໄປ​ຖິ້ມ​ເສັຽບ່ອນມືດ​ພາຍນອກ​ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່”

31 “ເມື່ອ​ບຸດ​ມະ​ນຸດ​ຊົງ​ພຣະ​ຣັ​ສ​ມີ​ສະ​ເດັດ​ມາ​ພ້ອມ​ດ້ວຍ​ຝູງ​ເທວະ​ດາ ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ

32 ບັນ​ດາ​ປະ​ຊາ​ຊາດ​ຕ່າງໆ ຈະ​ຖືກ​ຊົງ​ໂຮມ​ກັນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຈະ​ຊົງ​ແຍກ​ເຂົາ​ອອກ​ຈາກ​ກັນ ເຫມືອນ​ຜູ້​ລ້ຽງ​ສັດ​ແຍກ​ຝູງ​ແກະ​ອອກ​ຈາກ​ຝູງ​ແບ້

33 ຝູງ​ແກະ​ນັ້ນ​ຈະ​ຊົງ​ຈັດ​ໃຫ້​ຢູ່​ເບື້ອງ​ຂວາ​ພຣະ​ຫັດ​ຂອງພຣະ​ອົງ ແຕ່​ຝູງ​ແບ້​ນັ້ນ​ຈະ​ຊົງ​ຈັດ​ໃຫ້​ຢູ່​ເບື້ອງ​ຊ້າຍ

34 ເມື່ອ​ນັ້ນ​ພຣະ​ມະ​ຫາກະ​ສັດ​ຈະ​ຊົງ​ກ່າວ​ແກ່​ບັນ​ດາ​ຜູ້​ທີ່​ຢູ່​ທາງ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ​ວ່າ “ພວກ​ທ່ານ​ທີ່​ໄດ້​ຮັບ​ພຣະ​ພອນ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ​ເອີຍ ຈົ່ງ​ມາ​ຮັບ​ເອົາ​ຣາ​ຊ​ອາ​ນາ​ຈັກ ຊຶ່ງ​ໄດ້​ຊົງ​ຈັດ​ຕຽມ​ໄວ້​ສຳ​ລັບ​ທ່ານ​ຕັ້ງ​ແຕ່​ຕົ້ນ​ເດີມ​ໂລກ

35 ເພາະ​ວ່າ​ເມື່ອ​ເຮົາ​ຢາກ​ເຂົ້າ ພວກ​ທ່ານ​ກໍ​ໃຫ້​ເຮົາ​ກິນ ເຮົາ​ຫິວ​ນ້ຳ ພວກ​ທ່ານ​ກໍ​ໃຫ້​ເຮົາ​ດື່ມ ເຮົາ​ເປັນ​ແຂກບ້ານ ພວກ​ທ່ານ​ກໍ​ໄດ້​ຕ້ອນ​ຮັບ​ເຮົາ​ໄວ້

36 ເຮົາ​ເປືອຍ​ຕົວ ພວກ​ທ່ານ​ກໍ​ໄດ້​ເອົາ​ເຄື່ອງ​ມາ​ໃຫ້​ເຮົາ​ນຸ່ງ​ຫົ່ມ ເຮົາ​ເຈັບ​ປ່ວຍ ພວ​ກ​ທ່ານກໍ​ມາ​ຢ້ຽມ​ຢາມ​ເຮົາ ເຮົາ​ຢູ່​ໃນ​ຄຸກ​ພວກ​ທ່ານ​ກໍ​ໄດ້​ມາ​ຫາ”

37 ເມື່ອ​ນັ້ນ​ບັນ​ດາ​ພວກ​ສິນ​ທັມ​ຈະ​ທູນ​ວ່າ, “ພຣະ​ອົງ​ເຈົ້າເອີຍ, ພວກ​ຂ້າ​ພຣະ​ອົງ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຢາກ​ເຂົ້າ​ຫລື​ຫິວນ້ຳ ແລ້ວ​ໄດ້​ຈັດ​ມາ​ຖວາຍພຣະ​ອົງ​ເມື່ອ​ໃດ

38 ພວກ​ຂ້າ​ພຣະ​ອົງໄດ້​ເຫັນ​ພຣະ​ອົງ​ຊົງ​ເປັນ​ແຂກ​ບ້ານ ແລະ​ໄດ້​ຕ້ອນ​ຮັບ​ໄວ້ ຫ​ລື​ຊົງ​ເປືອຍ​ພຣະ​ກາຍ​ແລ້ວ​ໄດ້​ເອົາ​ເຄື່ອງ​ມາ​ໃຫ້​ທົງ​ເມື່ອ​ໃດ

39 ພວກ​ຂ້າ​ພຣະ​ອົງ​ໄດ້​ເຫັນ​ພຣະ​ອົງ​ຊົງ​ປະ​ຊວນ​ຢູ່ ຫລື​ຢູ່​ໃນ​ຄຸກ ແລະ​ໄດ້​ມາ​ເຝົ້າ​ພຣະ​ອົງ​ເມື່ອ​ໃດ”

40 ຝ່າຍ​ພຣະ​ມະ​ຫາ​ກະ​ສັດ​ຈະ​ຊົງ​ຕອບ​ວ່າ “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ທີ່​ພວກ​ທ່ານ​ໄດ້​ເຮັດ​ການ​ເຫລົ່າ​ນີ້​ແກ່​ຜູ້​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ນຶ່ງ​ໃນ​ພວກ​ພີ່​ນ້ອງ​ເຮົາ​ນີ້ ກໍ​ໄດ້​ເຮັດ​ໃຫ້​ເຮົາ​ເຫມືອນ​ກັນ”

41 ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ກ່າວ​ກັບ​ບັນ​ດາ​ຜູ້​ທີ່​ຢູ່​ເບື້ອງ ພຣະ​ຫັດ​ຊ້າຍ​ຂອງ​ພຣະ​ອົງ​ວ່າ “ສູ​ທັງ​ຫລາຍ​ຜູ້​ຖືກ​ປ້ອຍ​ເວນ, ຈົ່ງ​ຖອຍ​ຫນີ​ຈາກ​ເຮົາ​ເຂົ້າ​ໄປ​ໃນ​ໄຟ​ທີ່​ໄຫມ້​ຢູ່​ເປັນ​ນິດ​ຊຶ່ງ​ຊົງ​ຈັດ​ຕຽມ​ໄວ້​ສຳ​ລັບ​ ພ​ຍາມານ​ກັບ​ບໍ​ຣິ​ວານ​ຂອງມັນ

42 ເພາະ​ວ່າ​ເຮົາ​ຢາກ​ເຂົ້າ ສູ​ບໍ່​ໄດ້​ໃຫ້​ເຮົາ​ກິນ ເຮົາ​ຫິວນໍ້າສູ​ບໍ່​ໄດ້​ໃຫ້​ເຮົາ​ດື່ມ

43 ເຮົາ​ເປັນ​ແຂກ​ບ້ານ​ມາ ສູ​ບໍ່​ໄດ້​ພາ​ເຮົາ​ເຂົ້າ​ໄປ ເຮົາ​ເປືອຍ​ຕົວ ແຕ່​ສູ​ບໍ່​ໄດ້​ເອົາ​ເຄື່ອງ​ມາ​ໃຫ້​ນຸ່ງ ເຮົາ​ເຈັບ​ປ່ວຍ​ແລະ​ຢູ່​ໃນ​ຄຸກ ແຕ່​ສູ​ບໍ່​ໄດ້​ມາ​ຢ້ຽມ​ຢາມ​ເຮົາ”

44 ເຂົາ​ຈະ​ທູນ​ຕອບ​ວ່າ “ພຣະ​ອົງ​ເຈົ້າ​ເອີຍ, ພວກ​ຂ້າພຣະ​ອົງ​ໄດ້​ເຫັນ​ພຣະ​ອົງ​ຊົງຢາກ​ເຂົ້າ​ ຫລື​ຊົງ​ຫິວ​ນ້ຳ ຊົງ​ເປັນ​ແຂກ​ມາ ຊົງ​ເປືອຍ​ພຣະ​ກາຍ ຊົງ​ປະ​ຊວນ​ຫລື​ຊົງ​ຢູ່​ໃນ​ຄຸກ ແລະ​ພວກ​ຂ້າ​ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ບັດ​ພຣະ​ອົງ​ຍາມ​ໃດ”

45 ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ຕອບ​ແກ່​ເຂົາ​ວ່າ “ເຮົາ​ບອກ​ສູທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ທີ່​ສູ​ບໍ່​ໄດ້​ເຮັດ​ການ​ເຫລົ່າ​ນັ້ນ​ແກ່​ຜູ້​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ພວກ​ນີ້ ພວກ​ສູ​ກໍ​ບໍ່​ໄດ້​ເຮັດ​ແກ່​ເຮົາ​ເຫມືອນ​ກັນ”

46 ແລ້ວ​ພວກ​ເຫລົ່າ​ນີ້​ຈະ​ອອກ​ໄປ​ສູ່​ໂທດ​ອັນ​ຕລອດ​ໄປ​ເປັນ​ນິດ ແຕ່​ພວກ​ສິນ​ທັມ​ກໍ​ເຂົ້າ​ສູ່​ຊີ​ວິດ​ອັນຕ​ລອ​ດໄປ​ເປັນ​ນິດ”



26

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ສິ້ນ​ສຸດ​ລົງ​ແລ້ວ ພຣະ​ອົງ​ຊົງ​ບອກ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ,

2 “ທ່ານ​ທັງ​ຫລາຍຮູ້​ຢູ່​ວ່າ​ອີກ​ສອງວັນ​ກໍ​ຈະ​ເຖິງເທ​ສ​ການ​ປັ​ສ​ຄາ ແລະ​ບຸດ​ມະ​ນຸດ​ຈະ​ຖືກມອບ​ໄວ້​ໃຫ້​ເຂົາ​ຕອກ​ຄືງ​ໄວ້​ທີ່​ໄມ້​ກາງ​ແຂ​ນ”

3 ໃນ​ເວ​ລາ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ເຖົ້າ​ແກ່​ຂອງ​ພົລ​ເມືອງ​ໄດ້​ປະ​ຊຸມ​ກັນ​ຢູ່​ທີ່​ສຳ​ນັກ​ຂອ​ງ ມະ​ຫາ​ປະ​ໂຣ​ຫິດ​ຊື່​ກາ​ຢະ​ຟາສ

4 ເຂົາ​ປຶກ​ສາ​ກັນ​ເພື່ອ​ຈະ​ໄດ້​ຈັບ​ພຣະ​ເຢ​ຊູ​ດ້ວຍ​ກົນອຸ​ບາຍ​ເອົາ​ໄປ​ຂ້າ​ເສັຽ

5 ແຕ່​ເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ໄດ້​ເຮັດ​ການ​ນັ້ນ​ໃນ​ລະ​ຫວ່າງວັນ​ເທ​ສ​ການ ຢ້ານ​ພົ​ລເມືອງ​ຈະ​ເກິດ​ວຸ້ນ​ວາຍ”

6 ເມື່ອ​ພຣະ​ເຢ​ຊູ​ປະ​ທັ​ບ​ຢູ່​ບ້ານ​ເບັດ​ທາ​ນີ ໃນ​ເຮືອນ​ຂອງ​ຊີ​ໂມນຄົນ​ຂີ້​ທູດ

7 ມີ​ຍິງ​ຜູ້​ນຶ່ງ​ຖື​ກະ​ອອມ​ຫີນ​ຂາວ​ເຕັມ​ດ້ວຍ​ນ້ຳ​ມັນ​ຫອມທີ່​ມີ​ຣາ​ຄາແພງ​ເຂົ້າ​ມາ​ເຝົ້າ​ພຣະ​ອົງ ຂ​ນະ​ເມື່ອ​ພຣະ​ອົງຊົງ​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ນາງ​ໄດ້​ຖ​ອກ​ນ້ຳ​ຫອມ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ

8 ແຕ່​ເມື່ອ​ພວກ​ສາ​ວົກ​ເຫັນ​ດັ່ງ​ນັ້ນ​ກໍ​ມີ​ເຄືອງ​ໃຈ​ ຈຶ່ງ​ເວົ້າ​ວ່າ, “ເຫດ​ໃດ​ຈຶ່ງ​ເຮັດ​ໃຫ້​ເສັຽ​ຂອງ​ລ້າໆ ຢ່າງ​ນີ້

9 ເພາະ​ຖ້າ​ຂາຍ​ຂອງ​ນີ້​ກໍ​ຄົງ​ໄດ້​ເງິນ​ຈຳ​ນວ​ນ​ຫລາຍ ແລ້ວ​ຈະ​ແຈກ​ໃຫ້​ຄົນ​ຍາກ​ຈົນ​ກໍ​ໄດ້”

10 ແຕ່​ພຣະ​ເຢ​ຊູ​ຊົງ​ຊາບ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານກວນ​ໃຈ​ຍິງ​ນີ້​ເຮັດ​ຫຍັງ ນາງ​ໄດ້​ເຮັດ​ການ​ດີ​ແກ່​ເຮົາ​ແລ້ວ

11 ດ້ວຍ​ວ່າ​ຄົນ​ຍາກ​ຈົນ​ມີ​ຢູ່​ກັບ​ພວກ​ທ່ານ​ສເມີ ແຕ່​ຝ່າຍ​ເຮົາ​ບໍ່​ຢູ່​ກັບ​ທ່ານ​ສເມີ

12 ຊຶ່ງ​ຍິງ​ນີ້​ໄດ້​ຖອກ​ນ້ຳ​ມັນ​ຫ​ອມ​ໃສ່​ກາຍ​ຂອງ​ເຮົາ ກໍ​ໄດ້​ເຮັດ​ເພື່ອ​ການ​ປົງ​ສົບ​ຂອງ​ເຮົາ

13 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຂ່າວ​ປະ​ເສີດ​ນີ້​ຈະ​ປະ​ກາດ​ໄປ​ເຖິງບ່ອນ​ໃດ​ໃນ​ທົ່ວ​ພິ​ພົບ ການ​ທີ່​ຍິງຜູ້​ນີ້​ໄດ້​ເຮັດ​ກໍ​ຈະ​ເຣື່ອງ​ລື​ໄປ​ເຖິງ​ບ່ອນ​ນັ້ນ​ເປັນ​ທີ່​ລະ​ນຶກ​ເຖິງ​ນາງ”

14 ເມື່ອ​ນັ້ນ​ຜູ້​ນຶ່ງ​ໃນ​ພວ​ກສິບ​ສອງ​ຄົນ​ນັ້ນ​ຊື່​ຢູ​ດາ​ອີ​ສະ​ກາ​ຣິ​ອົດ ໄດ້​ໄປ​ຫາ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່

15 ຖາມ​ວ່າ, “ພ​ວກ​ທ່ານ​ຈະ​ຍອມ​ໃຫ້​ອັນ​ໃດ​ແກ່​ຂ້າ​ພະ​ເຈົ້າ ສ່ວນ​ຂ້າ​ພະ​ເຈົ້າ​ຈະ​ມອບ​ພຣະ​ອົງໃຫ້​ແກ່​ພວກ​ທ່ານ” ເຂົາ​ຈຶ່ງ​ເອົາ​ເງິນ​ສາມ​ສິບຫລຽນ​ໃຫ້​ແກ່​ຢູ​ດາ

16 ຕັ້ງ​ແຕ່​ນັ້ນ​ມາ​ຢູ​ດາ​ໄດ້​ຊອກ​ຫາ​ໂອ​ກາດ​ເພື່ອ​ຈະ​ມອບ​ພຣະ​ອົງ​ໄວ້

17 ເມື່ອ​ວັນ​ຕົ້ນ​ເທ​ສ​ການ​ກິນ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ ພວກ​ສາ​ວົກ​ໄດ້​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ປະ​ສົງ​ຈະ​ໃຫ້​ພວກ​ຂ້າພຣະ​ອົງ​ຈັດ​ແຈ່ງ​ປັ​ສ​ຄາ​ໃຫ້​ທ່ານ​ຮັບ​ປະ​ທານບ່ອນ​ໃດ”

18 ພຣະ​ອົງ​ຊົງ​ຕອບວ່າ, “ຈົ່ງ​ເຂົ້າ​ໄປ​ຫາ​ຄົນ​ນຶ່ງ​ໃນ​ກຸງບອກວ່າ “ອາ​ຈານ​ກ່າວ​ວ່າ ເວ​ລາ​ກຳ​ນົດ​ຂອງ​ເຮົາ​ມາ​ໃກ້​ແລ້ວ ເຮົາ​ຈະ​ຖື​ສິນ​ປັ​ສ​ຄາ​ທີ່​ເຮືອນ​ຂອງ​ທ່ານ​ພ້ອມ​ກັບ​ພວກ​ສາ​ວົກ​ຂອງ​ເຮົາ”

19 ແລ້ວ​ພວກ​ສາ​ວົກ​ຈຶ່ງໄດ້​ເຮັດ​ຕາມ​ທີ່​ພຣະ​ເຢ​ຊູ​ຊົງ​ສັ່ງ ແລ້ວ​ເຂົາ​ໄດ້​ຈັດ​ແຈ່ງ​ປັ​ສ​ຄາ​ໄວ້​ພ້ອມ

20 ຄັນ​ເຖິງ​ເວ​ລາ​ຄ່ຳ​ແລ້ວ​ພຣະ​ອົງ​ຊົງ​ປະ​ທັບ​ຮ່ວມ​ໂຕະ​ກັບ​ພວກ​ສາ​ວົກ​ສິບສອງ​ຄົນ

21 ເມື່ອ​ກຳ​ລັງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ພຣະ​ອົງ​ຊົງ​ກ່າວ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ນຶ່ງ​ໃນ​ພວກ​ທ່ານ​ຈະ​ທໍ​ຣະ​ຍົດ​ຕໍ່​ເຮົາ”

22 ຝ່າຍ​ສາ​ວົກ​ກໍ​ມີ​ຄວາມ​ທຸກ​ໃຈ​ຫ​ລາຍ ທຸ​ກ​ຄົນ​ຕ່າງ​ກໍ​ຕັ້ງ​ຕົ້ນ​ທູນ​ພຣະ​ອົງ​ວ່າ, “ບໍ່​ອາດ​ຈະ​ແມ່ນ​ຂ້າ​ພຣະ​ອົງ​ຕີ້, ນາຍ​ເອີຍ”

23 ພຣະ​ອົງ​ຊົງ​ຕອບ​ວ່າ, “ຜູ້​ທີ່​ໄດ້​ຈ້ຳ​ຮ່ວມ​ຊາມ​ດຽວ​ກັບ​ເຮົາ ຜູ້​ນັ້ນ​ແຫ​ລະ, ຈະ​ທໍ​ຣະ​ຍົດ​ຕໍ່​ເຮົາ

24 ບຸດ​ມະ​ນຸດ​ຈະ​ສະ​ເດັດ​ໄປ​ຕາມ​ທີ່​ໄດ້​ຂຽນ​ໄວ້ໃນພຣະ​ຄັມດີ​ເຖິງ​ເຣື່ອງ​ທ່ານ ແຕ່​ວິ​ບັດ​ແກ່​ຜູ້​ທີ່​ຈະທໍ​ຣະ​ຍົດ​ຕໍ່​ບຸດ​ມະ​ນຸດ ຖ້າ​ຜູ້​ນັ້ນ​ບໍ່​ເກິ​ດມາ​ກໍ​ດີກວ່າ”

25 ຢູ​ດາ​ຜູ້​ທີ່​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ທູນ​ຖາມ​ວ່າ, “ບໍ່​ອາດ​ຈະ​ແມ່ນ​ຂ້າ​ພຣະ​ອົງຕີ້, ອາ​ຈານ​ເອີຍ” ພຣະ​ອົງ​ຊົງ​ຕອບ​ວ່າ, “ແມ່ນ​ທ່ານ​ນັ້ນ​ແລ້ວ”

26 ລະ​ຫວ່າງອາຫານ​ມື້ນັ້ນ ພຣະ​ເຢ​ຊູ​ຊົງ​ຈັບ​ເຂົ້າ​ຈີ່​ມາ ແລະ​ເມື່ອ​ຂໍ​ພຣະ​ພອນ​ແລ້ວ ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ​ຍື່ນ​ໃຫ້​ພວກ​ສາ​ວົກ ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ຮັບ​ກິນ​ສາ ນີ້​ແຫລະ, ຄື​ກາຍ​ຂອງ​ເຮົາ”

27 ແລ້ວ​ພຣະ​ອົງ​ຊົງ​ຈັບ​ເອົາ​ຈອກ​ມາ​ໂມທະ​ນາ​ພຣະ​ຄຸນ​ແລະ​ຍື່ນ​ໃຫ້​ເຂົາ​ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ດື່​ມ​ແຕ່​ຈອກ​ນີ້​ທຸກ​ຄົນ

28 ເພາະ​ວ່າ​ນີ້​ແຫລະ​ຄື​ເລືອດ​ຂອງ​ເຮົາ ແມ່ນ​ເລືອດ​ອັນ​ກ່ຽວ​ກັບ​ພຣະ​ສັນ​ຍາ ທີ່​ຖ​ອກ​ອອກ​ເພື່ອ​ຍົກ​ຜິດ​ບາບ​ຄົນ​ຈຳ​ນວນ​ຫລາຍ

29 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຜົນ​ອະ​ງຸ່ນ​ຕໍ່​ໄປ​ອີກ​ຈົນ​ກວ່າ​ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ວັນ​ທີ່​ຈະ​ດື່ມ​ອັນ​ໃຫມ່​ກັບ​ພວກ​ທ່ານ​ໃນ​ຣາ​ຊ​ແຜ່ນ​ດິນ​ພຣະ​ບິ​ດາ​ຂອງ​ເຮົາ”

30 ເມື່ອ​ຮ້ອງ​ເພງ​ສັຣ​ເສິນ​ແລ້ວ ເຂົາ​ກໍ​ພາ​ກັນ​ອອກ​ໄປ​ຍັງ​ພູ​ຫມາກກອກ​ເທດ

31 ເມື່ອ​ນັ້ນ​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ວ່າ, “ໃນຄືນ​ວັນ​ນີ້​ທ່ານ​ທຸກ​ຄົນ​ຈະ​ສະ​ດຸດ​ໃຈ​ເພາະ​ເຮົາ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ເຮົາ​ຈະ​ປະ​ຫານ​ຜູ້ລ້ຽງ​ແກະ ແລະ​ແກະ​ຝູງ​ນັ້ນ​ຈະ​ແຕກ​ຊະ​ກັນ​ໄປ”

32 ແຕ່​ເມື່ອ​ເຮົາ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນຄືນ​ມາ​ຈາກ​ຕາຍ​ແລ້ວ ເຮົາ​ຈະ​ໄປ​ເຖິງ​ແຂວງ​ຄາ​ລິ​ເລ​ກ່ອນ​ຫນ້າ​ພວກ​ທ່ານ”

33 ຝ່າຍ​ເປ​ໂຕ​ຈຶ່ງ​ທູນ​ຕອບ​ພຣະ​ອົງ​ວ່າ, “ຖ້າ​ຄົນ​ທັງ​ປວງ​ຈະ​ສະ​ດຸດ​ໃຈ​ເພາະ​ທ່ານ ຝ່າຍ​ຂ້າ​ພຣະ​ອົງ​ຈະ​ບໍ່​ສະ​ດຸດ​ໃຈ​ຈັກ​ເທື່ອ”

34 ພຣະ​ເຢ​ຊູ​ຊົງ​ຕອບ​ເປ​ໂຕວ່າ, “ໃນຄືນ​ວັນ​ນີ້​ກ່ອນ​ໄກ່​ຈະ​ຂັນ ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ເທື່ອ”

35 ເປ​ໂຕ​ທູນ​ພຣະ​ອົງ​ວ່າ, “ເຖິງ​ແມ່ນ​ຂ້າ​ພຣະ​ອົງ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ ຂ້າ​ພຣະ​ອົງຈະ​ບໍ່​ປະ​ຕິ​ເສດ​ທ່ານ​ຈັກ​ເທື່ອ” ຝ່າຍ​ພວກ​ສາ​ວົກ​ກໍ​ທູນ​ຢ່າງ​ນັ້ນ​ເຫມືອນ​ກັນ​ທຸກ​ຄົນ

36 ແລ້ວ​ພຣະ​ເຢ​ຊູ​ກໍ​ສະ​ເດັດ​ພ້ອມ​ກັບ​ພວກ​ສາ​ວົກ ໄປ​ເຖິງ​ບ່ອນ​ນຶ່ງ​ຊື່​ເຄັດ​ເຊມາ​ເນ​ ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ໃນ​ເວ​ລາ​ເຮົາ​ຈະ​ໄປ​ອ້ອນວອນ​ຢູ່​ທີ່​ນັ້ນ”

37 ພຣະ​ອົງ​ຊົງ​ພາ​ເປ​ໂຕ​ກັບ​ບຸດ​ຊາຍ​ທັງ​ສອງ​ຂອງ​ເຊ​ເບ​ດີ​ໄປ​ນຳ ແລ້ວ​ຊົງ​ເກີດ​ມີ​ຄວາມ​ໂສກ​ເສົ້າ​ແລະ​ຫນັກ​ພຣະ​ທັຍ​ຫ​ລາຍ

38 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈິດ​ໃຈ​ຂອງ​ເຮົາທຸກ​ຫນັກ​ແທ​ບ​ຈະ​ຕາຍຢູ່​ແລ້ວ ຈົ່ງ​ຄອຍ​ຢູ່​ທີ່​ນີ້ ເຝົ້າ​ຢູ່​ກັບ​ເຮົາ​ເທີນ”

39 ແລ້ວ​ສະ​ເດັດ​ໄປ​ອີກ​ຫນ້ອຍ​ນຶ່ງ ຈຶ່ງ​ຊົງ​ຫມູບ​ພຣະ​ພັກ​ລົງ​ເຖິງ​ດິນ​ອ້ອນວອນ​ວ່າ, ໂອ ບິ​ດາ​ເອີຍ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຈອກ​ນີ້​ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ແຕ່​ຢ່າງ​ໃດ​ກໍ​ດີ, ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາ​ຖ​ນາ​ຂອງ​ລູກ ແຕ່​ໃຫ້​ເປັນ​ໄປ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ​ເທີນ”

40 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ມາ​ຫາ​ສາ​ວົກ​ເຫລົ່າ​ນັ້ນ ຊົງ​ເຫັນ​ເຂົາ​ນອນ​ຫລັບ​ຢູ່ ແລະ​ຊົງ​ກ່າວ​ແກ່​ເປ​ໂຕວ່າ, ຢ່າງ​ນັ້ນ​ພວກ​ທ່ານ​ບໍ່​ສາ​ມາດ​ຈະ​ຄອຍ​ເຝົ້າ​ຢູ່​ກັບ​ເຮົາ​ຈັກ​ທຸ່ມ​ດຽວ​ຫລື

41 ຈົ່ງ​ເຝົ້າ​ລະ​ວັງ​ແລະ​ອ້ອນວອນ​ຢູ່​ເພື່ອ​ພວກ​ທ່ານ​ຈະ​ບໍ່​ຕົກ​ໃນ​ການ​ທົດ​ລອງ ຈິດ​ໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ກາຍ​ກໍ​ອ່ອນ​ກຳ​ລັງ”

42 ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ໄປ​ອີກ​ເປັນ​ເທື່ອ​ທີ່​ສອງ​ ຊົງ​ອ້ອນວອນ​ວ່າ, “ຂ້າ​ແດ່​ພຣະບິ​ດາຂອງ​ຂ້າພຣະ​ອົງ​​ເອີຍ, ຖ້າ​ຈອກ​ນີ້​ເລື່ອນ​ພົ້ນ​ໄປ​ບໍ່​ໄດ້​ເວັ້ນ​ແຕ່​ຂ້າ​ພຣະ​ອົງຈຳ​ເປັນ​ຕ້ອງ​ດື່ມ ກໍ​ໃຫ້​ເປັນ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ”

43 ຄັນ​ສະ​ເດັດ​ກັບ​ຄືນ​ມາ​ກໍ​ຊົງ​ເຫັນ​ພວກ​ສາ​ວົກ​ນອນ​ຫລັບ​ຢູ່​ເພາະ​ຕາ​ຂອງ​ເຂົາ​ມືນ​ບໍ່​ຂຶ້ນ

44 ຈຶ່ງ​ຊົງ​ປະ​ເຂົາ​ໄວ້​ສະ​ເດັດໄປ​ອ້ອນວອນ​ເປັນ​ເທື່​ອ​ທີ່​ສາມ ໂດຍ​ຊົງ​ກ່າວ​ຄຳ​ເກົ່າ​ນັ້ນ​ອີກ

45 ແລ້​ວ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ພ​ວກ​ສາ​ວົກ​ຊົງ​ກ່າວ​ວ່າ, “ພວກ​ທ່ານ​ຍັງ​ນອນ​ຫລັບ​ເຊົາ​ເມື່ອຍ​ຢູ່​ຫລື ເບິ່ງ​ແມ໋, ເວ​ລາ​ມາ​ໃກ້​ແລ້ວ ບຸດ​ມະ​ນຸດ​ກຳ​ລັງ​ຈະ​ຖືກມອບ​ໄວ້​ໃນ​ມື​ຄົນ​ນອກ​ສິນ​ທັມ

46 ຈົ່ງ​ລຸກ​ຂຶ້ນ​ພາ​ກັນ​ໄປ​ເທາະ ເບິ່ງ​ແມ໋, ຜູ້​ທີ່​ຈະ​ມອບ​ເຮົາ​ນັ້ນ​ມາ​ໃກ້​ແລ້ວ”

47 ເມື່ອ​ພຣະ​ອົງ​ຍັງ​ຊົງ​ກ່າວ​ບໍ່​ທັນ​ຂາດ​ຄຳ ເບິ່ງ​ແມ໋, ຜູ້​ນຶ່ງ​ໃນ​ຈຳ​ພວກ​ສິບ​ສອງຄົນ​ນັ້ນ​ຄື​ຢູ​ດາ ໄດ້​ເຂົ້າ​ມາ​ພ້ອມ​ດ້ວຍ​ປະ​ຊາ​ຊົນ​ຈຳ​ນ​ວ​ນ​ຫລາຍ ຖື​ດາບ​ຖື​ໄມ້​ຄ້ອນ ມາ​ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ກັບ​ພວກ​ຜູ້​ເຖົ້າ​ແກ່​ຂອງ​ພົລ​ເມືອງ

48 ຜູ້​ທີ່​ຈະ​ມອບ​ພຣະ​ອົງ​ນັ້ນ​ໄດ້​ນັດ​ຫມາຍ​ສຳ​ຄັນ​ໃຫ້​ແກ່​ເຂົາ​ວ່າ, “ເຮົາ​ຈະ​ຈູບ​ຄຳ​ນັບ​ຜູ້​ໃດ​ກໍ​ແມ່ນ​ຜູ້​ນັ້ນ​ແຫລະ ຈົ່ງ​ຈັບ​ເອົາ​ໄວ້”

49 ຢູ​ດາ​ເຂົ້າ​ມາ​ຫາ​ພຣະ​ເຢ​ຊູ​ທັ​ນ​ທີ​ທູນ​ວ່າ, “ສະ​ບາຍ​ດີ, ພຣະ​ອາ​ຈານ” ແລ້ວ​ຈູບ​ພຣະ​ອົງ​ຢ່າງ​ຮັກ​ແພງ

50 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ຢູ​ດາ​ວ່າ, “ສະ​ຫາຍເອີຍ, ມາ​ທີ່​ນີ້​ເຮັດ​ຫຍັງ” ແລ້ວຄົນ​ເຫລົ່າ​ນັ້ນ​ເຂົາ​ມາ​ລົງ​ມື​ຈັບ​ພຣະ​ເຢ​ຊູ​ໄວ້

51 ຂ​ນະ​ນັ້ນ ເບິ່ງ​ແມ໋, ມີ​ຜູ້​ນຶ່ງ​ທີ່ຢູ່​ກັບ​ພຣະ​ເຢ​ຊູ ຊັກ​ດາບ​ອອກ​ຟັນ​ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາປະ​ໂຣ​ຫິດ ຖືກ​ຫູ​ຂາດ​ເບື້ອງ​ນຶ່ງ

52 ພຣະ​ເຢ​ຊູ​ຊົງ​ບອກ​ຜູ້​ນັ້ນ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ມ້ຽນ​ໄວ້​ບ່ອນ​ມັນ ເພາະ​ວ່າ​ບັນ​ດາ​ຜູ້​ທີ່​ຖື​ດາບ​ກໍ​ຈະ​ຖືກ​ທຳ​ລາຍ​ດ້ວຍ​ດາບ

53 ທ່ານ​ຄຶດ​ວ່າ​ເຮົາຈະ​ຂໍ​ຄວາມ​ຊ​ອ່ຍ​ເຫລືອ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ​ບໍ່​ໄດ້​ຫລື ແລະ​ໃນ​ທັນທີ​ພຣະ​ອົງ​ຈະ​ໃຊ້​ເທວະ​ດາ​ມາ​ຫາ​ເຮົາ​ກວ່າ​ສິບ​ສອງກອງ

54 ແຕ່​ຖ້າ​ຢ່າງ​ນັ້ນ​ພຣະ​ຄັມ​ພີ​ທີ່​ວ່າ​ຈຳ​ຕ້ອງ​ເປັນ​ຢ່າງ​ນັ້ນ ຈະ​ສຳ​ເຣັດ​ໄດ້​ຢ່າງ​ໃດ”

55 ໃນ​ເວ​ລາ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ກ່າວ​ກັບ​ປວງ​ຊົນ​ວ່າ, “ທ່ານ​ທັງ​ຫລາຍ​ຖື​ດາບ​ຖື​ໄມ້ຄ້ອນ​ອອກ​ມາ​ຈັບ​ເຮົາ​ເຫມືອນ​ຈັບ​ໂຈນ​ຫລື ເຮົາ​ໄດ້​ນັ່ງ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກໆ ວັນ​ແຕ່​ພວກ​ທ່ານ​ບໍ່​ໄດ້​ຈັບ​ເຮົາ

56 ແຕ່​ເຫດ​ການ​ທັງ​ປວງ​ນີ້​ໄດ້​ບັງ​ເກີດ​ຂຶ້ນ​ເພື່ອ​ຈະ​ສຳ​ເຣັດ​ຕາ​ມທີ່​ຜູ້​ປະ​ກາດພຣະ​ທັມ​ໄດ້​ຂຽນ​ໄວ້” ເມື່ອ​ນັ້ນ​ພວກ​ສາ​ວົກ​ທັງ​ຫມົດ​ໄດ້​ປະ​ພຣະ​ອົງ​ພາ​ກັນ​ຫນີ​ໄປ

57 ພວກ​ທີ່​ຈັບ​ພຣະ​ເຢ​ຊູ​ໄດ້​ພາ​ພຣະ​ອົງ​ໄປ​ຫາ​ມະ​ຫາ​ປະ​ໂຣ​ຫິດ​ຊື່​ກາ​ຢະ​ຟາສ ບ່ອນ​ທີ່​ພວກນັກ​ທັມ​ແລະ​ພວກ​ເຖົ້າ​ແກ່​ໄດ້​ມາ​ປະ​ຊຸມ​ກັນ​ນັ້ນ

58 ຝ່າຍ​ເປ​ໂຕ​ໄດ້​ຕາມ​ພຣະ​ອົງ​ໄປ​ໃນ​ລະ​ຍະ​ຫ່າງ​ໄກ ຈົນ​ມາ​ເຖິງ​ເດີ່ນ​ບ້ານ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ແລ້ວ​ເຂົ້າ​ໄປ​ນັ່ງ​ຢູ່​ກາງ​ເດີ່ນ​ບ້ານ​ກັບ​ພວກ​ຍາມ ເພື່ອ​ຊອມ​ເບິ່ງວ່າ​ທີ່​ສຸດ​ຂອງ​ເຣື່ອງ​ນັ້ນ​ຈະ​ເປັນ​ຢ່າງ​ໃດ

59 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັ​ບ​ບັນ​ດາ​ສະ​ມາ​ຊິກ​ສານ ຈຶ່ງ​ຫາ​ພຍານ​ຕົວະ​ມາ​ເບີກ​ຕໍ່​ສູ້​ພຣະ​ເຢ​ຊູ ເພື່ອ​ຂ້າ​ພຣະ​ອົງ​ເສັຽ

60 ເຖິງ​ແມ່ນ​ວ່າ​ມີ​ພຍານ​ຕົວະ​ຫ​ລາຍ​ປາກ​ມາ​ໃຫ້​ການ​ກໍ​ດີ ແຕ່​ກໍ​ຫາ​ຫລັກ​ຖານ​ບໍ່​ໄດ້ ໃນ​ທີ່​ສຸດ​ສ​ອງ​ຄົນ​ໄດ້​ມາ​ໃຫ້​ການ

61 ວ່າ, “ຜູ້​ນີ້​ແຫລະ, ໄດ້​ກ່າ​ວວ່າ “ເຮົາ​ສາ​ມາດ​ຈະ​ມ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ຈະ​ສ້າງ​ຂຶ້ນ​ໃຫມ່​ພາຍ​ໃນ​ສາມ​ວັນ”

62 ມະ​ຫາ​ປະ​ໂຣ​ຫິດ​ໄດ້​ຢືນ​ຂຶ້ນ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ຕອບ​ຫຍັງ​ຫລື ຄຳ​ພຍານ​ທີ່​ຄົນ​ເຫລົ່າ​ນີ້​ກ່າວ​ຕໍ່​ສູ້​ເຈົ້າ​ເປັນ​ແນວ​ໃດ”

63 ແຕ່​ພຣະ​ເຢ​ຊູ​ຊົງ​ມິດ​ຢູ່ ແລ້ວ​ມະ​ຫາ​ປະ​ໂຣຫິດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ໃຫ້​ເຈົ້າ​ສາບານ​ໂດຍ​ອ້າງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ໃຫ້​ເຈົ້າ​ບອກ​ເຮົາ​ວ່າ​ເຈົ້າ​ເປັນ​ພຣະ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຫລື​ບໍ່”

64 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ແລ້ວ ແລະ​ຫລາຍ​ກວ່ານັ້ນ​ອີກ, ເຮົາ​ບອກ​ພວກ​ທ່ານ​ວ່າ ໃນ​ເວ​ລາ​ຕໍ່​ໄປ​ພວກ​ທ່ານ​ຈະ​ເຫັນ​ບຸດ​ມະ​ນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ ແລະ​ກຳ​ລັງ​ສະ​ເດັດ​ມາ​ເທິງ​ເມກ​ໃນ​ທ້ອງ​ຟ້າ”

65 ເມື່ອ​ນັ້ນ​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ຈິກ​ເສື້ອ​ຜ້າ​ຂ​ອງ​ຕົນ​ແລ້ວ​ກ່າວ​ວ່າ, “ມັ​ນ​ໄດ້​ເວົ້າ​ຫ​ມິ່ນ​ປມາດ​ພຣະ​ເຈົ້າ​ແລ້ວ ພວກ​ເຮົາ​ຍັງ​ຈະ​ຕ້ອງ​ການ​ພຍານ​ອັນ​ໃດ​ອີກ ນີ້​ແຫລະ, ທ່ານ​ໄດ້​ຍິນ​ຄຳ​ປ​ມາດ​ນັ້ນ​ແລ້ວ

66 ພວກ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ” ເຂົາ​ຕອບ​ວ່າ, “ຄວນ​ຖືກ​ໂທດ​ປະ​ຫານ​ຊີ​ວິດ”

67 ແລ້ວ​ເຂົາ​ໄດ້​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ພັກ​ທັງ​ທຸບ​ຕີ​ພຣະ​ອົງ ແລະ​ລາງ​ຄົນ​ໄດ້​ເອົາ​ມື​ຕົບ​ພຣະ​ອົງ

68 ແລ້ວ​ເວົ້າ​ວ່າ, “ເຈົ້າ ພຣະ​ຄຣິດ, ແມ່​ນ​ໃຜ​ຕິ​ມຶງ ທວາຍ​ໃຫ້​ພວກ​ເຮົາ​ຟັງ​ແມ໋”

69 ຝ່າຍ​ເປ​ໂຕ​ນັ່ງ​ຢູ່ນອກ​ກາງ​ເດີ່ນ​ບ້ານ ມີ​ຍິງ​ໃຊ້​ຄົນ​ນຶ່ງ​ມາ​ຫາກ່າວ​ວ່າ, “ໂຕ​ເຄີຍ​ຢູ່​ກັບ​ໄທ​ຄາ​ລີ​ເລ ຄື​ເຢ​ຊູ​ນັ້ນ​ເຫມືອນ​ກັນ”

70 ແຕ່​ເປ​ໂຕ​ຕອບ​ປະ​ຕິ​ເສດ​ຕໍ່​ຫນ້າ​ຄົນ​ທັງ​ປວງວ່າ, “ທີ່​ເຈົ້າ​ເວົ້າ​ນັ້ນ, ຂ້ອຍ​ບໍ່​ຮູ້​ເຣື່ອງ”

71 ເມື່ອ​ເປ​ໂຕ​ອອກ​ໄປ​ທີ່​ປະ​ຕູ​ບ້ານ​ມີ​ຍິງ​ໃຊ້​ອີກ​ຄົນ​ນຶ່ງ​ແລ​ເຫັນ ຈຶ່ງ​ກ່າວ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ຫັ້ນ​ວ່າ, “ຄົນ​ນີ້​ແຫລະ, ເຄີຍ​ຢູ່​ກັບ​ເຢ​ຊູ​ໄທ​ນາ​ຊາ​ເຣັດ”

72 ເປ​ໂຕ​ໄດ້​ປະ​ຕິ​ເສດ​ທັງ​ສາ​ບານ​ວ່າ, “ຂ້ອຍ​ບໍ່​ຮູ້​ຈັກ​ຄົນ​ນັ້ນ”

73 ພາຍ​ຫລັງ​ນັ້ນ​ຫນ້ອຍ​ນຶ່ງ​ຄົນທັງ​ຫລາ​ຍ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ມາ​ເວົ້າ​ກັບ​ເປ​ໂຕວ່າ, “ໂຕ​ເປັນ​ພັກ​ພວກ​ກັບ​ເຂົາ​ເຫລົ່າ​ນັ້ນ​ແທ້ ດ້ວຍ​ວ່າ​ສຳ​ນຽງ​ຂອງ​ໂຕ​ກໍ​ສໍ້​ໃຫ້​ຮູ້​ໂຕ​ເອງ”

74 ເມື່ອ​ນັ້ນ​ເປ​ໂຕ​ກໍ​ຕັ້ງ​ຕົ້ນ​ປ້ອຍ​ດ່າ ທັງ​ສະ​ບົດ​ສາ​ບານ​ວ່າ, “ຄົນ​ນັ້ນ​ກູ​ບໍ່​ຮູ້​ຈັກ” ໃນ​ທັນໃດ​ນັ້ນ​ໄກ່​ກໍ​ຂັນ

75 ແລ້ວ​ເປ​ໂຕ​ຈຶ່ງ​ລະ​ນຶກ​ເຖິງ​ຄຳ​ທີ່​ພຣະ​ເຢ​ຊູ​ຊົງ​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ເທື່ອ” ແລ້ວ​ເປ​ໂຕ​ກໍ​ອອກ​ໄປ​ຂ້າງນອກ​ຮ້ອງ​ໄຫ້​ເປັນ​ທຸກ​ຫນັກ​ໃຈ



27

1 ເມື່ອ​ຮຸ່ງ​ເຊົ້າ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ທັງ​ຫມົດແລະ​ພວກ​ເຖົ້າ​ແກ່​ຂອງ​ພົລ​ເມືອງ ໄດ້​ປຶກ​ສາ​ກັນ​ຕໍ່​ສູ້​ພຣະ​ເຢ​ຊູ​ເພື່ອ​ຈະ​ປະ​ຫານ​ຊີ​ວິດ​ພຣະ​ອົງ​ເສັຽ

2 ເຂົາ​ໄດ້​ມັດ​ພຣະ​ອົງ​ພາ​ໄປ​ມອບ​ໃຫ້​ປີ​ລາດ​ຜູ້​ປົກ​ຄອງ

3 ຝ່າຍ​ຢູ​ດາ​ຜູ້ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ນັ້ນ ເມື່ອ​ເຫັນ​ວ່າ​ພຣະ​ອົງ​ຕ້ອງ​ຖືກ​ໂທດ​ກໍ​ກິນ​ແຫນງ​ຈຶ່ງ​ນຳ​ເອົາ​ເງິນ​ສາມ​ສິບຫລຽນ​ນັ້ນ​ມາ​ສົ່ງ​ຄືນ​ໃຫ້​ແກ່​ພ​ວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່

4 ໂດຍ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຜິດ​ແລ້ວ ເພາະ​ໄດ້​ມອບ​ຜູ້​ທີ່​ບໍ່​ມີ​ຜິດ​ໃຫ້​ເຖິງ​ຄວາມ​ຕາຍ” ຄົນ​ເຫລົ່າ​ນັ້ນ​ຕອບ​ວ່າ, “ການ​ນັ້ນ​ແມ່ນ​ທຸ​ຣະ​ອັນ​ໃດ​ກັບ​ພວກ​ເຮົາ ໃຫ້​ເປັນ​ທຸ​ຣະ​ຂອງ​ເຈົ້າ​ເອງ”

5 ຢູ​ດາ​ຈຶ່ງ​ຖິ້ມ​ເງິນ​ນັ້ນ​ໄວ້​ໃນ​ພຣະ​ວິ​ຫານ​ແລະ​ຈາກ​ໄປ​ແລ້ວ​ອອກ​ໄປ​ຜູກ​ຄໍ​ຕາຍ​ເສັຽ

6 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ເກັບ​ເງິນ​ນັ້ນ​ໄວ້​ແລ້ວ​ເວົ້າ​ວ່າ, “ເປັນ​ການ​ຜິດ​ກົດ​ບັນ​ຍັດ​ທີ່​ຈະ​ເກັບ​ເງິນ​ນັ້ນ​ໄວ້​ໃນ​ຄັງ​ພຣະ​ວິ​ຫານ ເພາະ​ເປັນ​ຄ່າ​ຕັດ​ຊີ​ວິດ”

7 ເຂົາ​ໄດ້​ປຶກ​ສາ​ຕົກ​ລົງ​ກັນ​ແລ້ວ​ຈຶ່ງ​ໄດ້​ເອົາ​ເງິນ​ນັ້ນ​ໄປ​ຊື້​ດິນ​ຂອງ​ຊ່າງ​ປັ້ນ​ຫມໍ້ ເພື່ອ​ໃຫ້​ເປັນ​ບ່ອນ​ຝັງ​ສົບ​ຄົນ​ຕ່າງ​ດ້າວ

8 ເພາະ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ທີ່​ດິນ​ນັ້ນ​ວ່າ ດິນ​ເລືອດ​ຈົນ​ເຖິງ​ທຸກ​ວັນ​ນີ້

9 ເມື່ອ​ນັ້ນ​ກໍ​ສຳ​ເຣັດ​ຕາມ​ພຣະ​ທັມ​ທີ່​ຊົງ​ບອກ​ໄວ້​ດ້ວຍ​ເຢ​ເຣມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ທີ່​ວ່າ, “ເຂົາ​ໄດ້​ຮັບ​ເງິນ​ສາມ​ສິບ​ຫລຽນ ຊຶ່ງ​ເປັນ​ຣາ​ຄາ​ຜູ້​ທີ່​ເຂົາ​ຄາດ​ຣາ​ຄາໄວ້ ຄື​ຜູ້​ທີ່​ເຜົ່າ​ພັນ​ຂອງ​ອິ​ສ​ຣາ​ເອນ​ບາງ​ຄົນ​ໄດ້​ຕີ​ຣາ​ຄາ​ນັ້ນ

10 ແລ້ວ​ເຂົາ​ໄດ້​ເອົາ​ເງິນ​ນັ້ນ​ໃຫ້​ເປັນ​ຄ່າ​ສຳ​ລັບ​ນາ​ຂອງ​ຊ່າງ​ປັ້ນ​ຫມໍ້ ຕາມ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ຂ້າ​ພະ​ເຈົ້າ​ໄວ້”

11 ເມື່ອ​ພຣະ​ເຢ​ຊູ​ຊົງ​ຢືນ​ຢູ່​ຕໍ່​ຫນ້າ​ຜູ້​ປົກ​ຄອງ ຜູ້​ປົກ​ຄອງ​ຈຶ່ງ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ຫລື”. ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ແລ້ວ”

12 ເມື່ອ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່​ໄດ້​ກ່າວ​ໂທດ​ໃສ່​ພຣະ​ອົງ ພຣະ​ອົງ​ກໍ​ບໍ່​ໄດ້​ຊົງ​ຕອບ​ປະ​ການ​ໃດ

13 ປີ​ລາດ​ຈຶ່ງ​ກ່າວ​ແກ່​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຫລື ເຂົາ​ເບີກ​ພຍານ​ຕໍ່​ສູ້​ເຈົ້າ​ຫລາຍ​ປະ​ການ​ເທົ່າ​ໃດ”

14 ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ຕອບ​ຈັກ​ຄຳ ຈົນ​ຜູ້​ປົກ​ຄອງປ​ລາດ​ໃຈ​ຫລາຍ

15 ໃນ​ຄາວ​ເທ​ສການ​ນັ້ນ​ຜູ້​ປົກ​ຄອງ​ເຄິຍ​ປ່ອຍ​ນັກ​ໂທດ​ຄົນ​ນື່ງ ໃຫ້​ແກ່​ປະ​ຊາ​ຊົນ​ຕາມ​ທີ່​ເຂົາ​ຮ້ອງ​ຂໍ

16 ຄາວ​ນັ້ນ​ມີ​ນັກ​ໂທດ​ຄົນ​ນຶ່ງ​ຜູ້​ທີ່​ເຂົາ​ຮູ້​ຈັກ​ທົ່ວ​ໄປ ຊື່​ເຢ​ຊູ​ບາ​ຣັບ​ບັສ

17 ເມື່ອ​ປະ​ຊາ​ຊົນ​ມາ​ປະ​ຊຸມ​ກັນ​ແລ້ວ​ປີ​ລາດ​ໄດ້​ຖາມ​ເຂົາ​ວ່າ, “ພວກ​ເຈົ້າ​ຢາກ​ໃຫ້​ເຮົາ​ປ່ອຍ​ຜູ້​ໃດ ປ່ອຍ​ເຢ​ຊູ​ບາ​ຣັບບັ​ສ ຫລື​ເຢຊູ​ທີ່​ເອີ້ນ​ວ່າ​ພຣະ​ຄຣິດ”

18 ເພາະ​ປີ​ລາດ​ຮູ້​ຢູ່​ວ່າ​ເຂົາ​ໄດ້​ມອບ​ພຣະ​ອົງ​ໄວ້​ດ້ວຍ​ຄວາມ​ອິດ​ສາ

19 ຂ​ນະ​ທີ່​ປີ​ລາດ​ນັ່ງ​ຢູ່​ບ່ອນ​ພີ​ພາກ​ສາ​ນັ້ນ ພັຣ​ຍາ​ຂອງ​ທ່ານ​ໄດ້​ໃຊ້​ຄົນ​ມາ​ຮຽນ​ວ່າ, “ຢ່າ​ໄດ້​ພົວ​ພັນ​ກັບ​ເຣື່ອງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ນັ້ນ ດ້ວຍ​ວ່າ​ວັນ​ນີ້​ຂ້າ​ນ້ອຍ​ມີ​ຄວາມ​ທຸກໃຈ​ຫລາຍ​ຍ້ອນ​ຄວາມ​ຝັນ​ກ່ຽວ​ກັບ​ຜູ້​ນັ້ນ”

20 ຝ່າຍ​ປະ​ໂຣ​ຫິດ​ຕົນ​ໃຫຍ່ກັບ​ພວກ​ເຖົ້າ​ແກ່​ໄດ້​ຍົວະ​ຍົງ​ປະ​ຊາ​ຊົນ ໃຫ້​ຂໍ​ປ່ອຍ​ບາ​ຣັບ​ບັ​ສ ແລະ​ໃຫ້​ຂ້າພຣະເຢ​ຊູ​ເສັຽ

21 ຜູ້​ປົກ​ຄອງ​ຈຶ່ງ​ຖາມ​ເຂົາ​ອີກວ່າ, “ໃນສອງ​ຄົນ​ນີ້​ພວກ​ເຈົ້າ​ຢາກ​ໃຫ້​ເຮົາ​ປ່ອຍ​ຜູ້​ໃດ” ເຂົາ​ຕອບ​ວ່າ, “ບາ​ຣັ​ບ​ບັ​ສ”

22 ແລ້ວ​ປີ​ລາດ​ຈຶ່ງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ, ເຮົາ​ຈະ​ເຮັດ​ຢ່າງ​ໃດ​ແກ່​ເຢ​ຊູ​ຜູ້​ເອີ້ນ​ວ່າ​ພຣະ​ຄຣິດ” ເຂົາ​ພາ​ກັນ​ຕອບ​ວ່າ, “ໃຫ້​ຄຶງ​ເສັຽ​ທີ່​ໄມ້​ກາງ​ແຂນ”

23 ຜູ້​ປົກ​ຄອງ​ຈຶ່ງ​ເວົ້າ​ວ່າ, “ຄຶງ​ເຮັດ​ຫຍັງ ຄົນ​ນີ້​ໄດ້​ເຮັດ​ຜິດ​ອັນ​ໃດ” ເຂົາ​ແຮ່ງ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ໃຫ້​ຄຶງ​ເສັຽ​ທີ່​ໄມ້​ກາງ​ແຂນ”

24 ເມື່ອ​ປີ​ລາດ​ເຫັນ​ວ່າ​ບໍ່​ໄດ້​ຜົນ ມີ​ແຕ່​ການ​ວຸ້ນ​ວາຍ​ກຳ​ລັງ​ເກິດ​ຂຶ້ນ ຈຶ່ງ​ໄດ້​ເອົາ​ນ້ຳ​ມາ​ລ້າງ​ມື​ຕໍ່​ຫນ້າ​ປະ​ຊາ​ຊົນ ໂດຍ​ກ່າວ​ວ່າ, “ເຮົາ​ບໍ່​ມີ​ຜິດ​ດ້ວຍ​ເຣື່ອງ​ຄວາມ​ຕາຍຂອງ​ຜູ້​ນີ້ ໃຫ້​ເປັນ​ທຸ​ຣະ​ຂອງ​ພວກ​ເຈົ້າ​ເອງ”

25 ແລະ​ປະ​ຊາ​ຊົນ​ພາ​ກັນ​ຕອບ​ວ່າ, “ໃຫ້​ໂທດ​ເຣື່ອງ​ຄວາມ​ຕາຍ​ຂອງມັນ​ຕົກ​ໃສ່​ພວກ​ເຮົາ​ກັບ​ທັງ​ລູກ​ຫລານ​ຂອງ​ເຮົາ”

26 ປີ​ລາດ​ຈຶ່ງ​ປ່ອຍ​ບາ​ຣັບ​ບັສ​ໃຫ້​ເຂົາ ແລະ​ເມື່ອ​ໃຫ້​ຂ້ຽນ​ພຣະ​ເຢ​ຊູ​ແລ້ວ ກໍ​ມອບ​ໃຫ້​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

27 ເມື່ອ​ນັ້ນ ພວກ​ທະ​ຫານ​ຂອງ​ຜູ້​ປົກ​ຄອງ​ໄດ້​ພາ​ພຣະ​ເຢ​ຊູ​ເຂົ້າ​ໄປ​ໃນ​ປະ​ໄຣ​ໂຕ​ຣຽນ ແລ້ວ​ໄດ້​ຮວບ​ຮວມ​ທະ​ຫານ​ທັງ​ກ​ອງມາ​ອ້ອມ​ພຣະ​ອົງ​ໄວ້

28 ເຂົາ​ໄດ້​ເລິກ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ອອກ ແລ້ວ​ເອົາ​ເສື້ອ​ສີ​ແດງ​ມາ​ນຸ່ງ​ໃຫ້

29 ເຂົາ​ໄດ້​ເອົາ​ເຄືອ​ຫນາມ​ຖັກ​ເປັນ​ໂຄ້ງ​ແທນ​ພວງ​ມາ​ລັຍ​ສຸບ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ ແລ້ວ​ເອົາ​ໄມ້​ອໍ້​ໃຫ້​ພຣະ​ອົງ​ຖື​ໄວ້​ໃນ​ພຣະ​ຫັ​ດ​ເບື້ອງ​ຂວາ ແລະ​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ພຣະ​ອົງ ກ່າວ​ຄຳ​ເຍາະ​ເຍີ້ຍ​ຫົວ​ລໍ້​ພຣະ​ອົງ​ວ່າ, “ກະ​ສັດ​ຂອງ​ຊາດ​ຢິວ​ເຮິຍ, ຈົ່ງ​ຊົງ​ພຣະ​ຈະ​ເຣິນ​ເທີນ”

30 ເຂົາ​ໄດ້​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ ແລະ​ໄດ້​ເອົາ​ໄມ້​ອໍ້​ນັ້ນ​ຕິ​ພຣະ​ສຽນ​ພຣະ​ອົງ

31 ເມື່ອ​ເຍາະ​ເຍີ້ຍພຣະ​ອົງ​ແລ້ວ​ເຂົາ​ໄດ້​ຖອດ​ເສື້ອ​ນັ້ນ​ອອກ ແລ້ວ​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ນຸ່ງ​ໃຫ້ ຈຶ່ງ​ພາ​ພຣະ​ອົງ​ອອກ​ໄປ​ເພື່ອ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

32 ເມື່ອ​ກຳ​ລັງ​ອອກ​ໄປ​ນັ້ນ​ເຂົາ​ໄດ້​ພົບໄທ​ກິ​ຣິ​ເນ​ຄົນ​ນຶ່ງ​ຊື່​ ຊິ​ໂມນ ຈຶ່ງ​ເກນ​ຄົນ​ນັ້ນ​ໃຫ້​ແບກ​ໄມ້ກາງ​ແຂນ​ຂອງ​ພຣະ​ອົງ​ໄປ

33 ເມື່ອ​ມາ​ເຖິງ​ບ່ອນ​ນຶ່ງ​ເອີ້ນ​ວ່າ​ໂຄ​ລະ​ໂຄ​ທາ (ທີ່​ແປ​ວ່າ ບ່ອນ​ກະ​ໂຫລກ​ຫົວ)

34 ເຂົາ​ໄດ້​ເອົາ​ເຫລົ້າ​ແວງ​ປະ​ສົມ​ກັບ​ນ້ຳບີ​ມາ​ໃຫ້​ພຣະ​ອົງ​ສ​ເວິຍ ແຕ່​ເມື່ອ​ຊົງ​ຊີມ​ແລ້ວ ພຣະ​ອົງ​ບໍ່​ຊົງ​ຍອມ​ສ​ເວິຍ

35 ເມື່ອ​ໄດ້​ຄຶງ​ພຣະ​ອົງ​ທີ່​ໄມ້​ກາງ​ແຂນ​ແລ້ວ ເຂົາ​ກໍ​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ຈົກ​ສ​ລາກ​ແບ່ງ​ປັນ​ກັນ

36 ແລ້ວ​ກໍ​ພາ​ກັນ​ນັ່ງ​ເຝົ້າ​ພຣະ​ອົງ​ຢູ່​ທີ່​ນັ້ນ

37 ເຂົາ​ໄດ້​ເອົາ​ຂໍ້​ຄວາມ​ກ່າວ​ໂທດ​ຕິດ​ໄວ້​ເຫນືອ​ພຣະ​ສຽນ​ຂອງ​ພຣະ​ອົງ ຊຶ່ງ​ອ່ານ​ວ່າ, “ຜູ້​ນີ້​ຄື​ ເຢ​ຊູ​ກະ​ສັດ​ຂອງ​ຊາດ​ຢິວ”

38 ເວ​ລາ​ນັ້ນ​ເຂົາ​ໄດ້​ເອົາ​ໂຈນ​ສອງ​ຄົນ​ຄຶງໄວ້​ກັບ​ພຣະ​ອົງ ເບື້ອງ​ຂວາ​ຄົນ​ນຶ່ງ​ເບື້ອງ​ຊ້າ​ຍ​ຄົນ​ນຶ່ງ

39 ຝ່າຍ​ຄົນ​ທັງ​ປ​ວງ​ທີ່​ຍ່າງ​ຜ່ານ​ໄປ​ມາ​ນັ້ນ ກໍ​ຫມິ່ນ​ປມາດ​ພຣະ​ອົງ​ແລະ​ສັ່ນ​ຫົວ

40 ໂດຍ​ກ່າວ​ວ່າ, “ເຈົ້າ​ຜູ້​ມ້າງ​ພຣະ​ວິ​ຫານ​ແລະ​ສ້າງ​ຂຶ້ນ​ໃຫມ່​ໃນ​ສາມ​ວັນ​ເຮິຍ, ຈົ່ງ​ຊ່ອ​ຍຕົວ​ເອງ​ໃຫ້​ພົ້ນ ຖ້າ​ເຈົ້າ​ເປັນບຸດ​ຂອງ​ພຣະ​ເຈົ້າ ແລະ​ຈົ່ງ​ລົງ​ມາ​ຈາກ​ໄມ້​ກາງ​ແຂນແມ໋”

41 ໃນ​ທຳ​ນອງ​ດຽວ​ກັນ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ກັບ​ພວກ​ນັກ​ທັມ​ແລະ​ພວກ​ເຖົ້າ​ແກ່​ກໍ​ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ​ວ່າ,

42 “ເຂົາຊ່ອຍ​ຄົນ​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ຊ່ອຍ​ຕົນ​ເອງ​ບໍ່​ໄດ້ ເຂົາ​ເປັນ​ກະ​ສັດ​ອີ​ສ​ຣາ​ເອນ ໃຫ້​ເຂົາ​ລົງ​ມາ​ຈາກ​ໄມ້​ກາງ​ແຂນ​ດຽວ​ນີ້​ເທາະ ແລ້ວ​ພວກ​ເຮົາ​ຈະ​ໄດ້​ເຊື່ອ​ຖື​ເຂົາ

43 “ທ່ານ​ໄດ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ຖ້າ​ພຣະ​ເຈົ້າ​ຊົງ​ພໍ​ ພຣະ​ທັຍ​ໃນ​ທ່ານ ກໍ​ໃຫ້​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ທ່ານ​ພົ້ນ​ໄດ້​ໃນ​ບັດ​ນີ້” ເພາະ​ເຂົາໄດ້​ເວົ້າ​ວ່າ “ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ”

44 ຢ່າງ​ດຽວ​ກັນ​ນັ້ນ ພ​ວກ​ໂຈນ​ຜູ້​ຖືກ​ຄຶງ​ໄວ້​ພ້ອມ​ກັນ​ກັບ​ພຣະ​ອົງ​ກໍ​ໄດ້​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ພຣະ​ອົງ​ເຫມືອນ​ກັນ

45 ແລ້ວ​ໄດ້​ເກິດ​ການ​ມືດ​ມົວ​ທົ່ວ​ແຜ່ນ​ດິນ​ຕັ້ງ​ແຕ່​ຫົກ​ໂມງ​ຈົນ​ເຖິງ​ເກົ້າ​ໂມງ

46 ຄັນປະ​ມານ​ເກົ້າ​ໂມງ​ພຣະ​ເຢ​ຊູ​ຊົງ​ຮ້ອງ​ສຽງ​ດັງ​ວ່າ, “ເອ​ລີ ໆ ແລ​ມາ ຊາ​ບັກ​ທາ​ນີ” (ແປ​ວ່າ, “ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ, ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ເອີຍ, ເຫດ​ສັນ​ໃດ​ຈຶ່ງ​ຊົງ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ເສັຽ”)

47 ບາງ​ຄົນ​ທີ່​ຢືນ​ຢູ່​ນັ້ນ​ເມື່ອ​ໄດ້​ຍິນ​ກໍ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ເອີ້ນ​ຫາ​ເອ​ລີ​ຢາ”

48 ໃນ​ທັນ​ໃດ​ນັ້ນ​ມີ​ຜູ້​ນຶ່ງ​ໃນ​ພວກ​ເຂົາ​ແລ່ນ​ໄປ​ເອົາ​ຟອງນ້ຳ​ຈຸ່ມ​ເຫລົ້າ​ແວງ​ສົ້ມ​ໃຫ້​ເຕັມ ແລ້ວ​ສຽບ​ໃສ່​ປາຍ​ໄມ້​ອໍ້​ຍື່ນ​ໃຫ້​ພຣະ​ອົງ​ສ​ເວິຍ

49 ແຕ່​ຄົນ​ອື່ນ​ເວົ້າ​ວ່າ, “ຟ້າວ​ເທື່ອ, ຖ້າ​ເບິ່ງ​ກ່ອນ​ວ່າ​ເອ​ລີ​ຢາ​ຈະ​ມາ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຫລື​ບໍ່”

50 ສ່ວນ​ພຣະ​ເຢ​ຊູ​ກໍ​ຊົງ​ຮ້ອງ​ສຽງ​ດັງ​ຂຶ້ນ​ອີກ ແລ້ວ​ຊົງ​ປ່ອຍ​ຈິດ​ວິນ​ຍານ​ໄປ

51 ແລະ​ເບິ່ງ​ແມ໋, ຜ້າ​ກັ້ງ​ໃນ​ພຣະ​ວິ​ຫານ​ກໍ​ຖືກ​ຊົງ​ຈີກ​ເປັນ​ສອງ​ຕ່ອນ ຕັ້ງ​ແຕ່​ເທິງ​ລົງ​ເຖິງ​ລຸ່ມ ແຜ່ນ​ດິນ​ກໍ​ສະ​ທ້ານ​ຫວັ່ນ​ໄຫວ ສິ​ລາ​ກໍ​ແຕກ​ອອກ​ຈາກ​ກັນ

52 ອຸບ​ໂມງ​ຝັງ​ສົບ​ກໍ​ໄຂ​ອອກ ສົບ​ພວກ​ໄພ່​ພົນ​ຂອງພຣະ​ເຈົ້າ​ຫລາຍ​ຄົນ​ທີ່​ລ່ວງ​ຫລັບ​ໄປ​ແລ້ວ​ກໍ​ເປັນ​ຄືນ​ມາ.

53 ເຂົາ​ທັງ​ຫລາຍ​ຈຶ່ງ​ພາ​ກັນ​ອອກ​ຈາກ​ອຸບ​ໂມງ ແລະ​ເມື່ອພຣະ​ເຢ​ຊູ​ຊົງ​ເປັນ​ຄືນ​ມາ​ແລ້ວວກໍ​ໄດ້​ເຂົາ​ໄປ​ໃນ​ນະ​ຄອນ​ສັກ​ສິດ ປາ​ກົດ​ຕົວ​ໃຫ້​ຫລາຍ​ຄົນ​ເຫັນ

54 ສ່ວນ​ນາຍ​ຮ້ອຍ​ແລະ​ທະ​ຫານ​ທີ່​ເຝົ້າ​ພຣະ​ສົບ​ພຣະ​ເຢ​ຊູ​ຢູ່​ນຳ​ກັນ ເມື່ອ​ໄດ້​ເຫັ​ນ​ແຜ່ນ​ດິນ​ຫວັ່ນ​ໄຫວ​ແລະ​ເຫດການ​ທັງ​ປວງ​ທີ່​ເກິດ​ຂຶ້ນ​ນັ້ນ ກໍ​ພາ​ກັນ​ຢ້ານ​ຫລາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ຈິງ​ແທ້​ແລ້ວ, ທ່ານ​ຜູ້​ນີ້​ແມ່ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ”

55 ຢູ່​ທີ່​ນັ້ນ​ມີ​ຜູ້​ຍິງ​ຫລາຍ​ຄົນ​ຄອຍ​ເບິ່ງ​ແຕ່​ຫ່າງ​ໄກ ຄື​ພວກ​ຜູ້​ຍິງ​ທີ່​ໄດ້​ຕິດ​ຕາມ​ແລະ​ບົວ​ຣະ​ບັດ​ພຣະ​ເຢ​ຊູ​ຕັ້ງ​ແຕ່​ແຂວງ​ຄາ​ລີ​ເລ​ມາ

56 ໃນ​ພວກ​ນັ້ນ​ມີ​ມາ​ຣິ​ອາ​ໄທ​ມັກ​ດາ​ລາ, ມາ​ຣິ​ອາ​ມານ​ດາ​ຂອງ​ຢາ​ໂກ​ໂບ​ແລະ​ໂຢ​ເຊບ ກັບ​ມານ​ດາ​ຂອງ​ບຸດ​ຊາຍ​ຂອງ​ເຊ​ເບ​ດີ

57 ເມື່ອ​ຄ່ຳ​ມາ​ແລ້ວ​ມີ​ເສດ​ຖີ​ຄົນ​ນຶ່ງ​ຊື່​ໂຢ​ເຊບ ເປັນໄທ​ບ້ານ​ອາ​ຣິ​ມາ​ທາຍ ຊຶ່ງ​ໄດ້​ເຂົ້າ​ເປັນ​ສິດ​ຂອງ​ພຣະ​ເຢ​ຊູ​ເຫມືອນ​ກັນ

58 ​ທ່ານຜູ້​ນີ້​ໄດ້​ໄປ​ຫາ​ປິ​ລາດ​ຂໍ​ເອົາ​ພຣະ​ສົບ​ພຣະ​ເຢ​ຊູ ປີ​ລາດ​ຈຶ່ງ​ສັ່ງ​ໃຫ້​ມອບ​ພຣະ​ສົບ​ນັ້ນ​ແກ່​ທ່ານ

59 ໂຢ​ເຊບ​ກໍ​ອັນ​ເຊີນ​ເອົາ​ພຣະ​ສົບ ແລ້ວ​ເອົາ​ຜ້າ​ປ່ານ​ສະ​ອາດ​ຫຸ້ມ​ຫໍ່​ໄວ້

60 ແລະ​ອັນ​ເຊີນ​ພຣະ​ສົບ​ໄປ​ບັນ​ຈຸ​ວາງ​ໄວ້​ໃນ​ອຸບ​ໂມງ​ໃຫມ່​ຂອງ​ຕົນ ຊຶ່ງ​ທ່ານ​ໄດ້​ສະ​ກັດ​ໄວ້​ໃນ​ຫີນ ແລ້ວ​ກຶ່ງ​ຫີນ​ໃຫຍ່​ກ້ອນ​ນຶ່ງ​ອັດ​ປາກ​ອຸບ​ໂມງ​ໄວ້​ຈຶ່ງ​ຫນີ​ໄປ

61 ຝ່າຍ​ມາຣິ​ອາ​ໄທ​ມັກ​ດາ​ລາ​ກັບ​ມາ​ຣິ​ອາ​ຄົນ​ນຶ່ງ​ນັ້ນ ກໍ​ນັ່ງ​ຢູ່​ຕໍ່​ຫນ້າ​ອຸບ​ໂມງ

62 ວັນ​ຫນ້າ​ມາ ຄື​ວັນ​ຖັດ​ຈາກວັນ​ຈັດ​ແຈງ ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ຟາ​ຣີ​ຊາຍ​ໄດ້​ພາ​ກັນ​ໄປ​ຫາ​ປີ​ລາດ

63 ຮ​ຽນ​ວ່າ, “ທ່ານ​ທີ່​ນັບ​ຖື, ພວກ​ອາ​ຕະ​ມາ​ຈື່​ຈຳ​ໄດ້​ວ່າ​ຄົນ​ຫລອກ​ລວງ​ຜູ້​ນັ້ນ ເມື່ອ​ຍັງ​ມີ​ຊີ​ວິດ​ຢູ່ ເຂົາ​ໄດ້​ເວົ້າ​ວ່າ, “ພາຍ​ຫລັງ​ສາມ​ວັນ​ແລ້ວ​ເຮົາ​ຈະ​ເປັນ​ຄືນ​ມາ”

64 ດ້ວຍ​ເຫດ​ນັ້ນ​ຂໍ​ທ່ານ​ບັນ​ຊາ​ສັ່ງ​ໃຫ້​ເຝົ້າ​ອຸບ​ໂມ​ງໄວ້​ຢ່າງ​ແຂງ​ແຮງ​ຈົນ​ເຖິງວັນ​ຖ້ວນ​ສາມ ຢ້ານ​ວ່າ​ພວກ​ສາ​ວົກ​ຂອງ​ມັນ​ຈະ​ມາ​ລັກ​ເອົາ​ສົບ​ໄປ​ແລ້ວ​ຈະ​ກ່າວ​ຕໍ່​ພົລ​ເມືອງວ່າ “ທ່ານເປັນ​ຄືນ​ມາ​ຈາ​ກ​ຕາຍ​ແລ້ວ” ການ​ຫລອກ​ລວງ​ຄັ້ງ​ສຸດ​ທ້າຍ​ນີ້​ຈະ​ຮ້າຍ​ແຮງ​ກວ່າ​ຄັ້ງ​ກ່ອນ”

65 ປີ​ລາດ​ໄດ້​ບອກ​ເຂົາ​ວ່າ, “ພວກ​ທ່ານມີ​ທະ​ຫານ​ຍາມ ຈົ່ງ​ໄປ​ເຝົ້າ ໃຫ້​ແຂງ​ແຮງ​ຕາມ​ຄວາມ​ເຫັນ​ຂອງ​ພວກ​ທ່ານ”

66 ແລະ​ເຂົາ​ກໍ​ໄດ້​ພາ​ກັນ​ໄປ​ເຮັດ​ໃຫ້​ອຸບ​ໂມງ​ນັ້ນ​ຫມັ້ນ​ຄົງ ໂດຍ​ປະ​ທັບ​ຕາ​ໃສ່​ຫີນ​ໄວ້​ແລະ​ຕັ້ງ​ທະ​ຫານ​ຍາມ​ໃຫ້​ເຝົ້າ​ຢູ່



28

1 ພາຍ​ຫລັງ​ວັນ​ສະ​ບາ​ໂຕ​ນັ້ນ​ເວ​ລາ​ໃກ້​ຮຸ່ງ​ເຊົ້າ​ວັນ​ຕົ້ນ​ສັ​ປ​ດາ ມາ​ຣິ​ອາ​ໄທ​ມັກ​ດາ​ລາ ກັບ​ມາ​ຣິ​ອາ​ອີກ​ຄົນ​ນຶ່ງ​ນັ້ນ​ໄດ້​ພາ​ກັນ​ໄປ​ເບິ່ງ​ອຸບ​ໂມງ

2 ເບິ່ງ​ແມ໋, ເກິດ​ແຜ່ນ​ດິນຫ​ວັ່ນ​ໄຫວ​ຢ່າງ​ຫນັກ ເພາະ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ມາ​ຈາກ​ສວັນ ໄດ້​ກຶ່ງ​ກ້ອນ​ຫີນ​ອອກ​ຈາກ​ອຸບ​ໂມງ​ແລ້ວ​ກໍ​ນັ່ງ​ເທິງ​ຫີນ​ນັ້ນ

3 ລັກ​ສະນະຂອງ​ເທວະ​ດາຕົນ​ນັ້ນ​ເຫມືອນ​ແສງ​ຟ້າ​ແມບ ເຄື່ອງ​ນຸ່ງ​ກໍ​ຂາວ​ເຫມືອນ​ຫີ​ມະ

4 ພວກ​ຄົນ​ຍາມ​ທີ່​ເຝົ້າ​ຢູ່​ກໍ​ຢ້ານ​ເທວະ​ດາ​ນັ້ນ ແລະ​ກາຍ​ເປັນ​ເຫມືອນ​ຄົນ​ຕາຍ

5 ຝ່າຍ​ເທວະ​ດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ພວກ​ຜູ້​ຍິງວ່າ, “​ພວກ​ເຈົ້າ​ຢ່າ​ຊູ່​ຢ້ານ ເຮົາ​ກໍ​ຮູ້​ແລ້ວ​ວ່າ​ພວກ​ເຈົ້າ​ມາ​ຊອກ​ຫາ​ພຣະ​ເຢ​ຊູ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

6 ພຣະ​ອົງ​ບໍ່​ປະ​ທັບ​ຢູ່​ທີ່​ນີ້ ເພາະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ແລ້ວ ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພຣະ​ອົງ​ໄດ້​ບັນ​ທົມ​ຢູ່ນັ້ນ​

7 ແລ້ວ​ຈົ່ງ​ຮິບ​ໄປ​ບອກ​ພວກ​ສາ​ວົກ​ຂ​ອງ​ພຣະ​ອົງ​ວ່າ “ພຣະ​ອົງ​ຖືກ​ຊົງ​ບັ​ນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ເບິ່ງ​ແມ໋, ພຣະ​ອົງ​ສະ​ເດັດ​ໄປ​ຍັງ​ແຂວງ​ຄາ​ລິ​ເລ​ກ່ອນ​ທ່ານ​ທັງ​ຫລາຍ ພວກ​ທ່ານ​ຈະ​ໄດ້​ເຫັນ​ພຣະ​ອົງ​ຢູ່​ທີ່​ນັ້ນ” ນີ້​ແຫລະ, ເຮົາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ”

8 ຍິງ​ເຫລົ່າ​ນັ້ນ​ກໍ​ຮິບ​ອອກ​ໄປ​ຈາກ​ອຸບ​ໂມງ​ທັງ​ຢ້ານ​ທັງ​ຍິນ​ດີ​ຫລາຍ ແລ່ນ​ໄປ​ບອກ​ພວກ​ສາ​ວົກ​ຂອງພຣະ​ອົງ

9 ແລະ​ເບິ່ງ​ແມ໋, ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ມາ​ພົບ​ເຂົາ​ແລະ​ຊົງ​ກ່າວ​ວ່າ, “ຈົ່ງ​ຈະ​ເຣິນເທີ​ນ” ຍິງ​ເຫລົ່າ​ນັ້ນ​ກໍ​ເຂົ້າ​ມາ​ພຣະ​ບາດ​ນະ​ມັ​ສ​ການ​ພຣະ​ອົງ

10 ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຢ່າ​ຊູ່​ຢ້ານ ຈົ່ງ​ໄປ​ບອກ​ພວກ​ພີ່​ນ້ອງ​ຂອງ​ເຮົາ ໃຫ້​ໄປ​ຍັງ​ແຂວງ​ຄາ​ລີ​ເລ ເຂົາ​ຈະ​ໄດ້​ເຫັນ​ເຮົາ​ທີ່​ນັ້ນ”

11 ເມື່ອ​ຍິງ​ເຫລົ່າ​ນັ້ນ​ກຳ​ລັງ​ໄປ ມີ​ຜູ້​ເຝົ້າ​ຍາມ​ລາງ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ເລົ່າ​ເຫດ​ການ​ທັງ​ປວງ​ທີ່​ເກິດ​ຂຶ້ນ​ນັ້ນ​ໃຫ້​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ຟັງ

12 ເມື່ອ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ປະ​ຊຸມປຶກ​ສາ​ກັນ​ກັບ​ພວກ​ເຖົ້າ​ແກ່​ແລ້ວ ກໍ​ເອົາ​ເງິນ​ຈໍາ ​ນວນ​ຫລາຍ​ແຈກ​ໃຫ້​ພວກ​ທະ​ຫານ

13 ສັ່ງ​ວ່າ, “ໃຫ້​ພວກ​ເຈົ້າ​ເວົ້າ​ວ່າ “ພວກ​ສາ​ວົກ​ຂອງ​ເຂົາໄດ້​ມາ​ໃນ​ເວ​ລາ​ກາງ​ຄືນ ລັກ​ເອົາ​ສົບ​ໄປ​ເວ​ລາ​ຫມູ່​ເຮົາ​ນອນ​ຫລັບ​ຢູ່”

14 ຖ້າ​ຄວາມ​ນີ້​ຊາບ​ເຖິງ​ຜູ້​ປົກ​ຄອງ ພວກ​ເຮົາ​ຈະ​ຊັກ​ຊວນ​ເອົາ​ໃຈ​ທ່ານ ຈຶ່ງ​ໃຫ້​ພວກ​ເຈົ້າພົ້ນ​ຄວາມ​ທຸກ​ຮ້ອນ​ໃຈ”

15 ເຂົາ​ໄດ້​ຮັບ​ເງິນ​ແລ້ວ​ກໍ​ພາ​ກັນ​ເຮັດ​ຕາມ​ຄຳ​ແນະ​ນຳ​ນັ້ນ ຄວາມ​ນີ້​ໄດ້​ຊ່າ​ລື​ໄປ​ໃນ​ບັນ​ດາ​ພວກ​ຢິວ​ຈົນ​ເຖິງ​ທຸກວັນ​ນີ້

16 ແຕ່​ພວກ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ​ໄດ້​ໄປ​ຍັງ​ແຂວງ​ຄາ​ລີ​ເລ ເຖິງ​ພູທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ກຳ​ນົດ​ໄວ້​ກັບ​ເຂົາ

17 ເມື່ອ​ເຂົາ​ເຫັນ​ພຣະ​ອົງ​ແລ້ວ​ຈຶ່ງ​ຂາບ​ໄຫວ້​ນະ​ມັ​ສ​ການ ແຕ່​ລາງ​ຄົນ​ຍັງ​ສົງ​ສັຍ​ຢູ່

18 ພຣະ​ເຢ​ຊູ​ຈຶ່ງ​ສະ​ເດັດ​ມາ​ໃກ້​ແລ້ວ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ອຳ​ນາດ​ທັງ​ຫມົດ​ໃນ​ສວັນ​ແລະ​ທີ່​ແຜ່ນ​ດິນ​ໂລກ​ກໍ​ດີ ຊົງ​ມອບ​ໃຫ້​ແກ່​ເຮົາ​ແລ້ວ

19 ເຫດ​ສັນ​ນັ້ນ​ພວກ​ທ່ານ​ຈົ່ງ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ ໃຫ້​ເຂົາ​ຣັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ແຫ່ງ​ພຣະ​ບິ​ດາ ພຣະ​ບຸດ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

20 ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກ​ສາ​ສາ​ຣະ​ພັດ​ຊຶ່ງ​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫລະ, ເຮົາ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ທຸກໆ ວັນ​ຈົນ​ຫມົດ​ກັບ”



AMAZING GRACE BIBLE INSTITUTE